ນັກສຶກສາລາວ ກັບ ຄອບຄົວຊາວຫວຽດນາມ

09:58 | 16/06/2019

ຍສໝ - ເມື່ອມໍ່ໆມານີ້, ຄະນະການນໍານະຄອນ ໂຮ່ ຈີ໋ ມິງ ນໍາໂດຍ ທ່ານນາງ ຫວໍ ທິ້ ຢູງ, ຮອງເລຂາພັກນະຄອນ ໄດ້ລົງຢ້ຽມຢາມບັນດາຄອບຄົວເຂົ້າຮ່ວມລາຍການ “ນັກສຶກສາລາວ ກັບຄອບຄົວຊາວຫວຽດນາມ”.

ນັກສຶກສາລາວ ກັບ ຄອບຄົວຊາວຫວຽດນາມ

ຄະນະການນໍານະຄອນ ໂຮ່ ຈີ໋ ມິງ ມອບຂອງຂວັນໃຫ້ຄອບຄົວ ທ່ານນາງ ເຢືອງ ທິ້ ກິມ ຢູງ.(ພາບ:thanhuytphcm.vn)

ປີ 2019, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນເປີດເສັ້ນທາງ ໂຮ່ ຈີ໋ ມິງ ປະຫວັດສາດ, ນະຄອນ ໂຮ່ ຈີ໋ ມິງ ຜັນຂະຫຍາຍລາຍການ “ນັກສຶກສາລາວ ກັບຄອບຄົວຊາວຫວຽດນາມ” ຄືດັ່ງກິດຈະກຳທີ່ຕອບສະໜອງການສະເຫຼີມສະຫຼອງ, ສືບຕໍ່ຮັດແໜ້ນສາຍພົວພັນລະຫວ່າງປະຊາຊົນສອງປະເທດຕື່ມອີກ.

ຄະນະການນໍານະຄອນ ໂຮ່ ຈີ໋ ມິງ ໄດ້ລົງຢ້ຽມຢາມຄອບຄົວທ້າວ ຫວໍ ແທັງ ເຊີນ (ຕາແສງ 14, ເມືອງ 3) ແລະ ຄອບຄົວ ທ່ານນາງ ເຢືອງ ທິ້ ກິມ ຢູງ (ຕາແສງ 5, ເມືອງ 3) ທີ່ພວມຮັບລ້ຽງນັກສຶກສາລາວ 4 ຄົນທີ່ກຳລັງຮຽນຢູ່ມະຫາວິທະຍາໄລແພດສາດ ຟ້າມ ງອັກ ແທກ. ຕາງໜ້າຄະນະ, ທ່ານນາງ ຫວໍ ທິ້ ຢູງ ໄດ້ຢ້ຽມຢາມຖາມຂ່າວ ສອງຄອບຄົວ ແລະ ລະດົມກໍາລັງໃຈນັກສຶກສາລາວ ທີ່ພວມດໍາລົງຊີວິດພ້ອມກັບຄອບຄົວຊາວຫວຽດນາມ; ຂອບໃຈສອງຄອບຄົວທີ່ໄດ້ມີການກະທໍາຢ່າງແທດຈິງ ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ.

ນອກຈາກນັ້ນ, ທ່ານນາງ ຫວໍ ທິ້ ຢູງ ກໍ່ໄດ້ມີຄວາມມຸ່ງຫວັງປາດຖະໜາວ່າ: ຜ່ານການດໍາລົງຊີວິດພ້ອມກັບຄອບຄົວຊາວຫວຽດນາມ, ນັກສຶກສາລາວ ຈະສືບຕໍ່ເປັນຂົວເຊື່ອມຕໍ່ຢ່າງໝັ້ນຄົງ ຊ່ວຍເພີ່ມທະວີສາຍພົວພັນມິດຕະພາບຫວຽດນາມ-ລາວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.