ການນໍາຕໍາຫຼວດແຂວງແທງຮວ໋າຕ້ອນຮັບຄະນະປະຕິບັດງານຕໍາຫຼວດແຂວງຫົວພັນ

11:27 | 15/05/2019

ຍສໝ - ໃນຕອນບ່າຍຂອງວັນທີ 14 ພຶດສະພາ, ການນໍາຕໍາຫຼວດແຂວງແທງຮວ໋າ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຕໍາຫຼວດແຂວງຫົວພັນ ນໍາໂດຍ ສະຫາຍ ຫົວເພັດ, ຮອງອໍານວຍການຕໍາຫຼວດແຂວງຫົວພັນ.

ການນໍາຕໍາຫຼວດແຂວງແທງຮວ໋າຕ້ອນຮັບຄະນະປະຕິບັດງານຕໍາຫຼວດແຂວງຫົວພັນ

ການນໍາຕໍາຫຼວດແຂວງແທງຮວ໋າຕ້ອນຮັບຄະນະປະຕິບັດງານຕໍາຫຼວດແຂວງຫົວພັນ.(ພາບ: baothanhhoa.vn)

ທີ່ການຕ້ອນຮັບ, ສະຫາຍ ພົນຈັດຕະວາ ຫງວຽນຫາຍຈູງ, ຮອງອໍານວຍການຕໍາຫຼວດແຂວງແທງຮວ໋າ ໄດ້ແຈ້ງສະພາບການດີເດັ່ນກ່ຽວກັບດ້ານເສດຖະກິດ, ສັງຄົມ, ປ້ອງກັນຊາດ, ຄວາມສະຫງົບ ຂອງແຂວງແທງຮວ໋າ ໃນໄລຍະຜ່ານມາໃຫ້ແກ່ຄະນະປະຕິບັດງານຕໍາຫຼວດແຂວງຫົວພັນ ໄດ້ຮັບຊາບ. ພ້ອມກັນນັ້ນ ກໍ່ໄດ້ຕີລາຄາສູງການພົວພັນຮ່ວມມືມິດຕະພາບລະຫວ່າງແຂວງແທງຮວ໋າ ແລະ ແຂວງຫົວພັນ ເວົ້າລວມ, ວຽກງານການປະສານງານລະຫວ່າງກໍາລັງຕໍາຫຼວດສອງແຂວງເວົ້າສະເພາະ.

ຕາງໜ້າໃຫ້ຄະນະປະຕິບັດງານຕໍາຫຼວດແຂວງຫົວພັນ, ສະຫາຍ ຫົວເພັດ, ຮອງອໍານວຍການຕໍາຫຼວດແຂວງຫົວພັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງການນໍາຕໍາຫຼວດແຂວງແທງຮວ໋າ. ພ້ອມກັນນັ້ນ, ກໍ່ມີຄວາມຫວັງວ່າໃນເວລາຕໍ່ໜ້າການນໍາຕໍາຫຼວດແຂວງແທງຮວ໋າສືບຕໍ່ໃຫ້ຄວາມເອົາໃຈໃສ່ໃນການຊີ້ນໍາວຽກງານປະສານງານຂອງກໍາລັງຕໍາຫຼວດສອງແຂວງໃຫ້ນັບມື້ນັບເລິກເຊິ່ງ, ມີປະສິດທິຜົນກວ່າອີກ, ປະກອບສ່ວນໃນການເພີ່ມພູນຄູນສ້າງການພົວພັນ, ນໍ້າໃຈສາມັກຄີມິດຕະພາບລະຫວ່າງກໍາລັງຕໍາຫຼວດຂອງສອງແຂວງ.

ການນໍາຕໍາຫຼວດແຂວງແທງຮວ໋າຕ້ອນຮັບຄະນະປະຕິບັດງານຕໍາຫຼວດແຂວງຫົວພັນ

ສະຫາຍ ຫງວຽນຫາຍຈູງ ໄດ້ມອບເງິນດ້ວຍຈໍານວນ 600 ລ້ານດົ່ງ ໃຫ້ແກ່ກອງທຶນນໍ້າໃຈເພື່ອນຮ່ວມກົມກອງ.(ພາບ: baothanhhoa.vn)

ເນື່ອງໃນໂອກາດນີ້, ສະຫາຍ ພົນຈັດຕະວາ ຫງວຽນຫາຍຈູງ ກໍ່ໄດ້ມອບເງິນດ້ວຍຈໍານວນ 600 ລ້ານດົ່ງ ໃຫ້ແກ່ກອງທຶນນໍ້າໃຈເພື່ອນຮ່ວມກົມກອງ ຂອງຕໍາຫຼວດແຂວງຫົວພັນ ເພື່ອກໍ່ສ້າງຫໍປະຊຸມມິດຕະພາບ.

(ໄຊພອນ)

ເຫດການ
302 Found

Found

The document has moved here.