ຊຸກຍູ້ສາຍສຳພັນອັນດີງາມ ລະຫວ່າງ ປະຊາຊົນ 3 ຊາດ ຫວຽດນາມ-ລາວ-ໄທ

00:54 | 14/05/2019

ເມື່ອມໍ່ໆມານີ້ , ສະຫະພັນອົງການມິດຕະພາບ ນະຄອນ ປະສານສົມທົບກັບ ຄະນະພົວພັນ ຄົນລາວ-ໄທ ເຊື້ອສາຍຫວຽດນາມ ຢູ່ ນະຄອນໂຮ່ຈີ໋ມິງ ປະຊຸມພົບປະກັບສື່ມວນຊົນ ໂອການບຸນປີໃໝ່2019. ເຂົ້າຮ່ວມມີປະທານຄະນະກຳະການ ແນວໂຮມຊາດຫວຽດນາມ ນະຄອນໂຮ່ຈິ໋ມິງ ຫງວ໋ຽນ ແທັ່ງຈຸງ; ຮອງປະທານສະຫະພັນອົງການມິດຕະພາບນະຄອນ ເຈິ່ນ ຮວ່າງແຄັ໋ງເວິນ.

ຊຸກຍູ້ສາຍສຳພັນອັນດີງາມ ລະຫວ່າງ ປະຊາຊົນ 3 ຊາດ ຫວຽດນາມ-ລາວ-ໄທ

ຄະນະພົວພັນ ຄົນລາວ-ຫວຽດນາມ ເຊື້ອສາຍຫວຽດນາມ ໄດ້ມອບຂອງຂັວນອວຍພອນຜູ້ສູງອາຍຸ 80ປີ. (ພາບ:hcmcpv.org.vn)

ໃນປີ 2018, ຄະນະພົວພັນຄົນລາວ-ໄທ ເຊື້ອສາຍຫວຽດນາມ ນະຄອນໂຮ່ຈິ໋ມິງ ໄດ້ຈັດຫຼາຍໆກິດຈະກຳແລກປ່ຽນ, ປະຊຸມພົບປະ ຄົນລາວ-ໄທ ເຊື້ອສາຍຫວຽດນາມ ຢູ່ ແຂວງ ບ່າເລ້ຍຫວຸ໋ງເຕົ່າ; ຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພພິບັດ ເຄື່ອນແຕກຢູ່ແຂວງອັດຕະປຶ; ສ້າງກອງທືນການກຸສົນໃຫ້ແກ່ເດັກພິການ...

ໃນປີ 2019, ຄະນະພົວພັນ ຄົນລາວ-ໄທ ເຊື້ອສາຍຫວຽດນາມ ນະຄອນໂຮ່ຈີ໋ມິງ ສຶບຕໍ່ຈັດຕັ້ງປະຕິບັດບົດບາດເຊື່ອມຕໍ່ໄດ້ເປັນຢ່າງດີເພີ່ມທະວີ ແລະ ຊຸກຍູ້ນຳ້ໃຈມິດຕະພາບອັນດີງາມ ລະຫວ່າງ 3 ຊາດ ຫວຽດນາມ-ລາວ-ໄທ ແລະ ພ້ອມທີ່ຈະເປັນຂົວຕໍ່ກັບບັນດານັກທຸລະກິດແລກປ່ຽນ, ແບ່ງປັນ ຊ່ວຍເຫຼືອບັນດາວິສາຫະກິດ ນະຄອນໂຮ່ຈິ໋ມິງ ໄປ ລາວ-ໄທ ລົງທືນ, ພັດທະນາການຄ້າ ແລະ ບັນດາວິສາຫະກິດ ພາກຕາເວັນອອກສ່ຽງເໜືອຂອງໄທ.

ຫົວໜ້າຄະນະພົວພັນຄົນລາວ-ໄທເຊື້ອສາຍຫວຽດນາມ ນະຄອນໂຮ່ຈີ໋ມິງ ຮ່ວາງ ຫງັອກຮຸ່ງ ໄດ້ໃຫ້ຮູ້ວ່າ: ນີ້ແມ່ນກິດຈະກຳທີ່ຈັດຂື້ນເປັນປະຈຳ ໃນວັນຂື້ນປີໃໝ່ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ຄົນເຊື້ອສາຍຫວຽດນາມ ແລກປ່ຽນ, ພົບປະ, ຖາມຂ່າວຄາວ ແລະ ອວຍພອນປີໃໝ່, ພ້ອມກັນນັ້ນແມ່ນໂອກາດໃນການສະຫຼຸບບັນດາການເຄື່ອນໄຫວຂອງຄະນະພົວພັນ ຄົນລາວ-ໄທເຊື້ອສາຍຫວຽດນາມ ນະຄອນໂຮ່ຈິ໋ມິງ ໃນປີຜ່ານມາ.

ໂອກາດນີ້ ຄະນະພົວພັນ ຄົນລາວ-ຫວຽດນາມ ເຊື້ອສາຍຫວຽດນາມ ໄດ້ມອບຂອງຂັວນອວຍພອນຜູ້ສູງອາຍຸ 80ປີ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ