ເຈົ້າຄອງນະຄອນຫຼວງ ຕ້ອນຮັບຄະນະຜູ້ແທນຫວຽດນາມ

00:54 | 15/05/2019

ວັນ​ທີ 26 ມີ­ນາ 2019 ທີ່​ຫ້ອງ​ວ່າ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ​ນາງ ເຈິນ ທິ ເຟືອງ ຮົ່ວ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ພ້ອມ​ຄະ­ນະ ໂອ­ກາດ​ທີ່​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຮ່ວມ​ກັບ​ສະ­ຫະ­ພັນ​ແມ່­ຍິງ ນວ ວັນ​ທີ 23-29 ມີ­ນາ​ນີ້.

ເຈົ້າຄອງນະຄອນຫຼວງ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ເຈົ້າຄອງນະຄອນຫຼວງ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ໂອ­ກາດ​ນີ້ ທ່ານ​ເຈົ້າ​ຄອງ ນວ ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ​ນາງ ເຈິນ ທິ ເຟືອງ ຮົ່ວ ພ້ອມ​ຄະ­ນະ ເຊິ່ງ​ເປັນ​ການ​ປະ­ກອບສ່ວນ​ເສີມ​ສ້າງ​ສາຍ​ພົວ­ພັນ​ຄວາມ​ສາ­ມັກ­ຄີ​ພິ­ເສດ ແລະ ການ​ຮ່ວມ​ມື​ພິ­ເສດ​ຮອບ­ດ້ານ​ລະ­ຫວ່າງ​ສອງ​ພັກ-ສອງ​ລັດ ກໍ​ຄື​ສອງ ນວ ແລະ ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ເວົ້າ​ສະ­ເພາະ​ກໍ​ຄື​ສະ­ຫະ­ພັນ​ແມ່­ຍິງ ນວ ແລະ ສະ­ຫະ­ພັນ​ແມ່­ຍິງ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ທີ່ ​ໄດ້​ມີ​ການ​ພົວ­ພັນ​ຮ່ວມ​ມື​ຊ່ວຍ­ເຫຼືອ​ເຊິ່ງ​ກັນ ແລະ ກັນ​ຕະຫຼອດ​ມາ ໂດຍ​ສະ­ເພາະ​ແມ່ນ ການ​ໃຫ້​ທຶນ​ສະ­ໜັບ­ສະ­ໜູນ​ເຝິກອົບ­ຮົມ​ວິ­ຊາ​ຊີບ​ໃຫ້​ແກ່​ເອື້ອຍ​ນ້ອງ​ແມ່­ຍິງ​ລາວ ໄດ້​ມີ​ວຽກ​ເຮັດ​ງານ​ທຳ ອັນ​ເປັນ​ການ​ປະກອບ­ສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະກິດ​ຄອບ­ຄົວ ປະ­ກອບ­ສ່ວນ​ໃຫ້​ເອື້ອຍ​ນ້ອງ​ແມ່­ຍິງ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ ແລະ ອື່ນໆ.

ວັນ​ດຽວ​ກັນ ທີ່​ສຳ­ນັກ­ງານ​ປົກ­ຄອງ ນວ ໄດ້​ມີ​ກອງ​ປະ­ຊຸມ​ພົບ​ປະ​ລະ­ຫວ່າງ​ຄະ­ນະ​ສະ­ຫະ­ພັນ​ແມ່­ຍິງ ນວ ນຳ​ໂດຍ​ທ່ານ​ນາງ ຄຳ​ໄພ ລັດ­ສະ­ໝີ ປະ­ທານ​ສະ­ຫະພັນ​ແມ່­ຍິງ ນວ ແລະ ຄະ­ນະ​ສະ­ຫະ­ພັນ​ແມ່­ຍິງ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ສສ ຫວຽດ­ນາມ ນຳ​ໂດຍ​ທ່ານ​ນາງ ເຈິນ ທິ ເຟືອງ ຮົ່ວ ປະ­ທານ​ສະ­ຫະ­ພັນ​ແມ່­ຍິງ​ນະຄອນ­ຫຼວງ​ຮ່າ​ໂນ້ຍເຊິ່ງ​ການ​ພົບ​ປະ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ຜັດ­ປ່ຽນ​ກັນ​ຂຶ້ນ​ລາຍ​ງານ​ສະ­ພາບ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແລະ ການ­ເຄື່ອນ­ໄຫວ​ວຽກ​ງານ​ຕາມ​ພາ­ລະ​ບົດ­ບາດ ສິດ ແລະ ໜ້າ­ທີ່​ຂອງ​ສະ­ຫະພັນ​ແມ່­ຍິງ​ຂອງ​ຕົນ​ໃຫ້​ແກ່​ກັນ​ຊາບ ພ້ອມ​ນັ້ນ ຍັງ​ໄດ້​ຕີ​ລາ­ຄາ​ຄືນ ຈຸດ​ດີ ຈຸດ​ອ່ອນ ຂໍ້­ຄົງ­ຄ້າງ​ທີ່​ສະ­ຫະພັນ​ແມ່­ຍິງ ນວ-ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ໄດ້​ພົວ­ພັນ​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ໃນ​ໄລ­ຍະ​ຜ່ານ​ມາ ພ້ອມ​ປຶກ­ສາ​ຫາ­ລື​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຮ່ວມ​ກັນ​ໃນ­ຕໍ່­ໜ້າ ນອກ​ນີ້ ຍັງ​ໄດ້​ປຶກ­ສາ​ຫາ­ລື​ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ ກັນ​ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ເອື້ອຍ​ນ້ອງ​ແມ່­ຍິງ ວຽກ​ງານ​ແມ່­ຍິງ 3 ດີ ການ​ສ້າງ­ຕັ້ງ​ເງິນ​ກອງ​ທຶນ ແລະ ການ​ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ໃຫ້​ກັບ​ເອື້ອຍ​ນ້ອງ​ແມ່­ຍິງ​ຜູ້​ທີ່​ດ້ອຍ​ໂອ­ກາດ ໃຫ້​ມີ​ວຽກ​ເຮັດ​ງານ​ທຳ ປະ­ກອບສ່ວນ​ສ້າງ​ລາຍ​ຮັບ​ເຂົ້າ​ສູ່​ຄອບ­ຄົວ.

ໂອ­ກາດ​ນີ້ ສະ­ຫະ­ພັນ​ແມ່­ຍິງ​ນະ­ຄອນ­ຫຼວງ​ຮ່າ​ໂນ້ຍ ຍັງ​ໄດ້​ມອບ​ເງິນ 100 ລ້ານ​ດົງ ຫຼື ປະ­ມານ 37 ລ້ານ​ກີບ ໃຫ້​ສະຫະພັນ​ແມ່ຍິງ ນວ ເພື່ອ​ເປັນ​ການ​ສະໜັບ­ສະ­ໜູນ​ໃນ​ການ​ເຝິກ​ວິ­ຊາ​ຊີບ​ໃຫ້​ກັບ​ເອື້ອຍ​ນ້ອງ​ແມ່­ຍິງ ປະ­ກອບ​ມີ​ການ​ເສີມ​ຄວາມ​ງາມ ແລະ ຕັດຫຍິບ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.