ສາຍພົວພັນມິດຕະພາບ ນະຄອນໂຮ່ຈີ໋ມິງ-ລາວ ນັບມື້ນັບພັດທະນາຢ່າງຍືນຍົງ

16:56 | 30/08/2018

ຍສໝ - ໃນຊຸມປີທີ່ຜ່ານມາ ສະມາຄົມ ມິດຕະພາບ ຫວຽດ-ລາວ ນະຄອນໂຮ່ຈີ໋ມິງ ໄດ້ຈັດຕັ້ງການເຄື່ອນໄຫວ ແລກປ່ຽນສິນລະປະ- ວັດທະນະທຳ ການແຂ່ງຂັນຊອກຮູ້ກ່ຽວສາຍພົວພັນພິເສດ ຫວຽດນາມ-ລາວ...

ສາຍພົວພັນມິດຕະພາບ ນະຄອນໂຮ່ຈີ໋ມິງ-ລາວ ນັບມື້ນັບພັດທະນາຢ່າງຍືນຍົງ

ທ່ານ ຮວິ່ງແກັກ ມ້າງ ຮອງເຈົ້າຄອງນະຄອນ ປະທານ ສະມາຄົມ ມິດຕະພາບ ຫວຽດ-ລາວ ນະຄອນ ໂຮ່ຈີ໋ມິງ(ຂວາ).

ຕອນຄຳ່ຂອງວັນທີ 29 ສິງຫາ, ທ່ານ ຮວິ່ງແກັກມ້າງ ຮອງເຈົ້າຄອງນະຄອນ ປະທານ ສະມາຄົມ ມິດຕະພາບ ຫວຽດ-ລາວ ນະຄອນ ໂຮ່ຈີ໋ມິງ ຕ້ອນຮັບ ຄະນະຜູ້ແທນ ສູນກາງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ໂດຍທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຄະນະປະຈຳ ສະພາແຫ່ງຊາດ ຫົວໜ້າແຜນການ-ການເງິນ ແລະ ກວດກາ ສະພາແຫ່ງຊາດລາວ ປະທານສູນກາງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ນຳພາຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 24-30 ສິງຫາ.

ທີ່ການຮັບຕ້ອນ ທ່ານ ຮວີ່ງແກັກ ມ້າງໄດ້ໃຫ້ຮູ້ວ່າ: ສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນ ໂຮ່ຈີ໋ມິງ ສ້າງຕັ້ງຂື້ນໃນ ປີ 1984 ແນໃສ່ເພີ່ມທະວີ ການຮຽນຮູ້ເຊິ່ງກັນແລະກັນ ລະຫວ່າງ ປະຊາຊົນທັງສອງຊາດ ປັບປຸງ ແລະ ພັດທະນາ ສາຍພົວພັນມິດຕະພາບ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ເວົ້າລວມ ແລະ ນະຄອນຫຼວງ ໂຮ່ຈີ໋ມິງ ກັບບັນດາທ້ອງຖິ່ນຂອງລາວ.

ສາຍພົວພັນມິດຕະພາບ ນະຄອນໂຮ່ຈີ໋ມິງ-ລາວ ນັບມື້ນັບພັດທະນາຢ່າງຍືນຍົງ

ຄະນະຜູ້ແທນທັງສອງສະມາຄົມ ຖ່າຍຮູບເປັນທີ່ລະລຶກ.

ໃນຊຸມປີທີ່ຜ່ານມາ ສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນໂຮ່ຈີ໋ມິງ ໄດ້ຈັດຕັ້ງ ຫຼາຍໆການເຄື່ອນໄຫວ ແລກປ່ຽນ ສິນລະປະ ວັດທະນະທຳ ການແຂ່ງຂັນຊອກຮູ້ກ່ຽວກັບ ສາຍພົວພັນພິເສດ ຫວຽດນາມ-ລາວ; ຈັດງານບຸນປີໃໝ່ , ວັນຊາດ ຂອງ ສປປ ລາວ.

ພ້ອມກັນນັ້ນ ສະມາຄົມມິດຕະພາບ ຫວຽດ ລາວ ນະຄອນໂຮ່ຈີ໋ມິງ ຍັງໄດ້ປະສານສົມທົບກັນ ໃນການຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ແກ່ທະຫານອາສາສະໝັກ ຫວຽດນາມ ທີ່ເຄີຍຕໍ່ສູ້ຢູ່ລາວ; ຈັດງານວາງສະແດງ ສາຍພົວພັນການທູດ ຫວຽດນາມ ລາວ.

ທ່ານ ຮວິ່ງແກັກ ມ້າງ ຫວັງເປັນຢ່າງຍິ່ງວ່າ ສູນກາງສະມາຄົມມິດຕະພາບ ລາວ ຫວຽດນາມ ແລະ ສະມາຄົມມິດຕະພາບ ຫວຽດນາມ ລາວ ນະຄອນໂຮ່ຈີ໋ມິງ ຈະມີຫຼາຍໆການເຄື່ອນໄຫວ ຂະບວນການມິດຕະພາບ ຫວຽດນາມ ລາວ ນັບມື້ນັບພັດທະນາຢ່າງຍືນຍົງ.

ທ່ານ ວິໄລວົງ ບຸດດາຄຳ ໃຫ້ຮູ້ວ່າ: ຄະນະ ສູນກາງສະມາຄົມ ລາວ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢຸ່ຫວຽດນາ ຄັ້ງນີ້ ແນໃສ່ຕີລາຄາ ປະເມີນຜົນການຈັດຕັ້ງປະຕິບັດວຽກງານ ລະຫວ່າງ ສອງສະມາຄົມມິດຕະພາບ ສອງປະເທດ ລາວ ຫວຽດນາມ ໃນປີ ສາມັກຄີມິດຕະພາບ ຫວຽດນາມ ລາວ 2017 ແລະ 6 ເດືອນຕົ້ນປີ 2018.

ໃນໄລຍະເວລາທີ່ຢູ່ຫວຽດນາມ ຄະນະສູນກາງມິດຕະພາບ ລາວ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນໂຮ່ຈີ໋ມິງ, ແຂວງ ບິ່ງເຢືອງ ແລະ ແຂວງບິ່ງທົ້ນ.

ເພື່ອເສີມສ້າງນຳ້ໃຈມິດຕະພາບ ລາວ ຫວຽດນາມ ໃຫ້ນັບມື້ນັບ ໝັ້ນຄົງທະນົງແກ່ນ ທ່ານ ວິໄລວົງ ບຸດດາຄຳ ຫວັງເປັນຢ່າງຍິ່ງວ່າ ປະຊາຊົນທັງສອງຊາດ ປະຊາຊົນບັນດາເຜົ່າ ສືບຕໍ່ຊ່ວຍເຫຼືອ ຮ່ວມມືຮອບດ້ານ ເພື່ອພ້ອມກັນພັດທະນາເສດຖະກິດ ສັງຄົມ ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ ທ່ານຍັງຫວັງວ່າ ທັງສອງສະມາຄົມ ຈະສືບຕໍ່ ແບ່ງປັນ ແລກປ່ຽນບົດຮຽນ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງ ນຳ້ໃຈມິດຕະພາບ ລະຫວ່າງສອງຊາດ ໃຫ້ນັບມື້ນັບເກີດດອກອອກຜົນ ໝັ້ນຄົງທະນົງແກ່ນຊົ່ວກາລະນາ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.