ການພົບປະເຈລະຈາ ລະຫວ່າງ ຄະນະຜູ້ແທນຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ

21:03 | 18/06/2019

ຍສໝ - ໃນວັນທີ 17 ມິຖຸນາ 2019, ທີ່ ຮ່າໂນ້ຍ ສສ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາ ລະຫວ່າງ ຄະນະຜູ້ແທນຄະນະຊາວໜຸ່ມນະຄອນຮ່າໂນ້ຍ ສສ ຫວຽດນາມ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ສປປ ລາວ.

ການພົບປະເຈລະຈາ ລະຫວ່າງ ຄະນະຜູ້ແທນຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ

ບັນຍາກາດທີ່ການພົບປະເຈລະຈາ

ເຂົ້າຮ່ວມການພົບປະເຈລະຈາດັ່ງກ່າວມີ ທ່ານ ຫງວຽນ ງອກ ຫວຽດ, ກຳມະການຄະນະປະຈຳສູນກາງຊາວໜຸ່ມ, ເລຂາຄະນະຊາວໜຸ່ມນະຄອນຮ່າໂນ້ຍ; ທ່ານນາງ ສຸມາລີ ທຳມະວົງ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ, ເລຂາຄະນະຊາວໜຸ່ມນະຄອນຫຼວງ ວຽງຈັນ ພ້ອມກັບບັນດາຜູ້ຕາງໜ້າຫ້ອງການ, ຫົວໜ່ວຍ, ບັນດາຮາກຖານຄະນະຊາວໜຸ່ມຂຶ້ນກັບ ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ແລະ ຄະນະປະຕິບັດງານ ຂອງ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ.

ການພົບປະເຈລະຈາ ລະຫວ່າງ ຄະນະຜູ້ແທນຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ

ການພົບປະເຈລະຈາ ລະຫວ່າງ ຄະນະຜູ້ແທນຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ

ການພົບປະເຈລະຈາ ລະຫວ່າງ ຄະນະຜູ້ແທນຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ

ທີ່ການພົບປະເຈລະຈາ, ຜູ້ຕາງໜ້າຂອງສອງຄະນະຊາວໜຸ່ມນະຄອນຫຼວງໄດ້ເຫັນດີຈະສ້າງເງື່ອນໄຂເພື່ອໃຫ້ສະມາຄົມວິສາຫະກິດໜຸ່ມ ສອງປະເທດຮ່ວມດຳເນີນທຸລະກິດ, ຮ່ວມສຳພັນ, ຮ່ວມມື, ລົງທຶນພັດທະນາໃນທຸກຂົງເຂດ, ຈັດຕັ້ງບັນດາການເຄື່ອນໄຫວທີ່ມຸ່ງໄປສູ່ການສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີ ແຫ່ງວັນລົງນາມສົນທິສັນຍາມິດຕະພາບການຮ່ວມມືລະຫວ່າງ ຫວຽດນາມ - ລາວ ແລະ 25 ປີ ແຫ່ງວັນລົງນາມການຮ່ວມມື, ການພົວພັນມິດຕະພາບລະຫວ່າງ ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະ ຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ໃນ ປີ 2020.

(ໄຊພອນ)

302 Found

Found

The document has moved here.