ພິທີປະດັບຫຼຽນໄຊຂອງລັດແລະກະຊວງປ້ອງກັນປະເທດລາວ

21:30 | 06/09/2018

ວັນທີ 06 ກັນຍາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີປະດັບຫຼຽນໄຊຂອງລັດ ແລະ ກະຊວງປ້ອງກັນປະເທດລາວ ໃຫ້ແກ່ບັນດາໝູ່ຄະນະ ແລະ ສ່ວນບຸກຄົນຂຶ້ນກັບກອງທັບປະຊາຊົນຫວຽດນາມ.

ພິທີປະດັບຫຼຽນໄຊຂອງລັດແລະກະຊວງປ້ອງກັນປະເທດລາວ

ພິທີປະດັບຫຼຽນໄຊຂອງລັດແລະກະຊວງປ້ອງກັນປະເທດລາວ. (ພາບ: TTXVN)

ນີ້ແມ່ນບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານຫຼາຍຢ່າງ, ມີການປະກອບສ່ວນສຳຄັນ, ເຂົ້າໃນການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ປະເທດ.

ກ່າວຄຳເຫັນທີ່ພິທີ, ພົນໂທ ຈັນສະໝອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຕີລາຄາສູງບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງກອງທັງຂອງ 2 ປະເທດ ໃນໄລຍະຜ່ານມາ. ບັນດາການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນສຶກສາອົບຮົມລຸ້ນໜຸ່ມກ່ຽວກັບມູນເຊື້ອຄວາມສາມັກຄີ, ມິດຕະພາບ, ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນໃນອະດີດ ກໍຄືໃນປະຈຸບັນ; ພ້ອມທັງເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດ ແລະ ສືບຕໍ່ແມ່ນເສົາຄ້ຳສຳຄັນໃນສາຍພົວພັນສາມັກຄີແບບພິເສດລະຫວ່າງ 2 ປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບດ້ານການເມືອງ - ສັງຄົມ ແລະ ນ້ຳໃຈສາມັກຄີມິດຕະພາບຫວຽດນາມ - ລາວ ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ.

(ແຫຼ່ງ​ຂໍ້​ມູນ​: vov5)

302 Found

Found

The document has moved here.