ທະຫານເຂດ 2 ຈັດຕັ້ງພິທີຮັບຫຼຽນໄຊມິດຕະພາບຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

09:31 | 28/05/2018

​ອາ​ທິດ​ທີ່​ຜ່ານ​ມາ, ກອງບັນຊາການທະຫານເຂດ 2 ຈັດຕັ້ງພິທີຮັບຫຼຽນໄຊມິດຕະພາບ ໂດຍສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມອບໃຫ້ຢ່າງສົມກຽດ.

ໃນຊຸມປີຜ່ານມາ, ໂດຍປະຕິບັດໜ້າທີ່ ເຊິ່ງ ພັກ, ລັັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ມອບໝາຍ, ກໍາລັງປະກອບອາວຸດທະຫານເຂດ 2 ຍາມໃດກໍ່ເປັນເຈົ້າການສົມທົບກັນຢ່າງແໜ້ນແຟ້ນກັບທຸກຂັ້ນ, ທຸກຂະແໜງການທີ່ກ່ຽວຂ້ອງຍູ້ແຮງບັນດາການເຄື່ອນໄຫວຊ່ວຍເຫຼືອບັນດາກົມກອງ, ທ້ອງຖິ່ນໃນບໍລິເວນບັນດາແຂວງພາກເໜືອຂອງລາວພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ ຕິດພັນກັບການເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງກໍາລັງປະກອບອາວຸດທະຫານເຂດ 2 ແລະບັນດາກົມກອງ, ທ້ອງຖິ່ນໃນບໍລິເວນບັນດາແຂວງພາກເໜືອຂອງລາວ ເວົ້າສະເພາະ.

ທະຫານເຂດ 2 ຈັດຕັ້ງພິທີຮັບຫຼຽນໄຊມິດຕະພາບຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ໂດຍໄດ້ຮັບມອບສິດຈາກປະທານປະເທດແຫ່ງ ສປປ ລາວ, ທ່ານ ເພັດຖາວອນ ພິລາວັນ ຕິດຫຼຽນໄຊມິດຕະພາບໃສ່ທຸງໄຊຂອງກໍາລັງປະກອບອາວຸດທະຫານເຂດ 2. (ພາບ: ໂງຮຸ່ງ.)

ໂດຍໄດ້ຮັບມອບສິດຈາກປະທານປະເທດແຫ່ງ ສປປ ລາວ, ທ່ານ ເພັດຖາວອນ ພິລາວັນ, ເຈົ້າແຂວງໆ ຫຼວງນໍ້າທາ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ກອງບັນຊາການທະຫານເຂດ 2; ພ້ອມທັງກ່າວຄໍາເຫັນຍ້ອງຍໍນໍ້າໃຈສາມັກຄີມິດຕະພາບແບບພິເສດ, ຄວາມສັດຊື່ບໍລິສຸດລະຫວ່າງສອງຊາດຫວຽດນາມ-ລາວ, ການຊ່ວຍເຫຼືອອັນໃຫຍ່ຫຼວງຂອງກອງທັບປະຊາຊົນ ຫວຽດນາມ ແລະກໍາລັງປະກອບອາວຸດທະຫານເຂດ 2 ສໍາລັບບັນດາກົມກອງ, ທ້ອງຖິ່ນໃນບໍລິເວນພາກເໜືອຂອງລາວ, ໃນນັ້ນມີແຂວງ ຫຼວງນໍ້າທາ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ທ່ານອາດຈະມັກ

302 Found

Found

The document has moved here.