ສະຫະພາບເອີຣົບ ຮຽກຮ້ອງໃຫ້ ບັນດາປະເທດກຽມພ້ອມ ມານະພະຍາຍາມຫຼາຍກວ່າອີກ ເພື່ອຫຼຸດຜ່ອນການປ່ອຍອາຍພິດ

08:28 | 16/12/2019

ຍສໝ - ວັນທີ 14 ທັນວາ, ສະຫະພາບ ເອີຣົບ (ອີຢູ) ໄດ້ກະຕຸກຊຸກຍູ້ ກອງປະຊຸມຄັ້ງທີ 25 ຂອງ ບັນດາຝ່າຍທີ່ເຂົ້າຮ່ວມ ກອບສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 25) ສົ່ງສານຢ່າງແຮງວ່າ ບັນດາປະເທດກຽມພ້ອມ ມານະພະຍາຍາມຫຼາຍກວ່າອີກ ເພື່ອຫຼຸດຜ່ອນການປ່ອຍອາຍພິດ.

ສະຫະພາບເອີຣົບ ຮຽກຮ້ອງໃຫ້ ບັນດາປະເທດກຽມພ້ອມ ມານະພະຍາຍາມຫຼາຍກວ່າອີກ ເພື່ອຫຼຸດຜ່ອນການປ່ອຍອາຍພິດ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ COP 25 (ພາບ: TTXVN)

ບັນດາວາລະປະຊຸມກ່ຽວກັບການປ່ຽນແປງດິນຟ້າອາກາດ ຈະສິ້ນສຸດລົງໃນວັນທີ 13 ທັນວາ ຢູ່ Madrid ປະເທດ ແອັດສະປາຍ, ແຕ່ໄດ້ເລື່ອນໄປທ້າຍອາທິດ ຍ້ອນວ່າ ບັນດາຝ່າຍ ບໍ່ສາມາດແກ້ໄຂຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງ ສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງໄດ້ລົງນາມກ່ອນນີ້ 4 ປີ. ກ່າວຄຳເຫັນຢູ່ວາລະປະຊຸມຄັ້ງຫຼ້າສຸດ, ທ່ານນາງລັດຖະມົນຕີກະຊວງສິ່ງແວດລ້ອມ ແຟງລັງ Krista Mikkoren ປະຈຳ ອີຢູ ເນັ້ນໜັກວ່າ ກອງປະຊຸມ ບໍ່ອາດສິ້ນສຸດລົງ ຖ້າຫາກຍັງບໍ່ທັນເຫັນດີເປັນເອກະພາບກັນກ່ຽວກັບສານທີ່ກ່ຽວຂ້ອງເຖິງຄວາມສຳຄັນຂອງການເພີ່ມທະວີຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດໃນປີຈະມາເຖິງ. ທ່ານນາງຖືວ່າ ນີ້ແມ່ນສິ່ງທີ່ ໂລກພວມຕັ້ງຄວາມຫວັງ ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຈົ່ງຮັບຟັງຄຳຮຽກຮ້ອງຈາກພາຍນອກອີກດ້ວຍ. ເນປານ, ສະວິດ, ອູກູກວາຍ ແລະ ໝູ່ເກາະ Marshall ໄດ້ຕອບສະໜອງເຫັນດີຕໍ່ຄຳຮຽກຮ້ອງຂອງ ອີຢູ ກ່ຽວກັບບັນຫາດັ່ງກ່າວ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.