ອາເມລິກາ ແລະ ຈີນ ຈະລົງນາມໃນຂໍ້ຕົກລົງການຄ້າ ໄລຍະ 1 ໃນຕົ້ນເດືອນມັງກອນ ປີ 2020

14:03 | 22/12/2019

ຍສໝ - ຂໍ້ຕົກລົງການ​ຄ້າ ອາ​ເມ​ລິ​ກາ - ຈີນ ​ໄລຍະ 1 ຈະ​ລົງ​ນາມ​ກັນ​ໃນ​​ຕົ້ນ​ເດືອນ ມັງກອນ 2020.

ອາເມລິກາ ແລະ ຈີນ ຈະລົງນາມໃນຂໍ້ຕົກລົງການຄ້າ ໄລຍະ 1 ໃນຕົ້ນເດືອນມັງກອນ ປີ 2020

ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ

ວັນທີ 19 ທັນວາ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ໃຫ້ຮູ້ວ່າ ອາເມລິກາ ແລະ ຈີນ ຈະລົງນາມໃນຂໍ້ຕົກລົງການຄ້າ ໄລຍະ 1 ໃນຕົ້ນເດືອນມັງກອນ ປີ 2020. ຂໍ້ຕົກລົງສະບັບດັ່ງກ່າວ ໄດ້ປະຕິບັດຢ່າງສົມບູນແບບ ແລະ ພວມຢູ່ໃນໄລຍະສ້ອມແປງດ້ານເຕັກນິກ.ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຖືວ່າ: ຂໍ້ຕົກລົງການຄ້າລະຫວ່າງ ອາເມລິກາ - ຈີນ “ໄລຍະ 1” ໄດ້ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງ ອາເມລິກາ ແລະ ຈີນ, ພ້ອມທັງເນັ້ນໜັກວ່າ 2 ຝ່າຍຈະມານະພະຍາຍາມລົງນາມໃນເວລາໄວໆນີ້. ໃນຂະນະນັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ເນັ້ນໜັກວ່າ: 2 ຝ່າຍໄດ້ມີ “ການປຶກສາຫາລືດີທີ່ສຸດ”. ອາທິດແລ້ວ, 2 ປະເທດໄດ້ປະກາດວ່າ ເຂົາເຈົ້າໄດ້ເຫັນດີເປັນເອກະພາບກ່ຽວກັບດ້ານເອກະສານສຳລັບຂໍ້ຕົກລົງລວມມີເລື່ອງຫລຸດຜ່ອນການຈັດວາງອັດຕາພາສີ ແລະ ເພີ່ມການເກັບຊື້ຜະລິດຕະພັນກະເສດ.

ກ່າວຄຳເຫັນທີ່ເຫດການ Turning Point USA ທີ່ພວມດຳເນີນຢູ່ລັດ Florida ໃນວັນທີ 21 ທັນວາ, ທ່ານປະທານາທິບໍດີ Trump ຊີ້ແຈ້ງວ່າ: ບັນດາເຈົ້າໜ້າທີ່ 2 ປະເທດຫາກໍ່ “ບັນລຸໄດ້ບາດກ້າວບຸກທະລຸ” ໃນຂໍ້ຕົກລົງການຄ້າ ແລະ ຈະລົງນາມໃນໄລຍະເວລາ “ໃກໆນີ້”. ຂໍ້ຕົກລົງໄລຍະ 1 ໄດ້ຮັບການເຫັນດີຈາກວົງການເຈົ້າໜ້າທີ່ 2 ປະເທດໃນວັນທີ 15 ທັນວາ ຜ່ານມາ, ຕາມນັ້ນແລ້ວ ຈະຊ່ວຍໃຫ້ສິນຄ້າຂອງ ຈີນ ໄປຍັງ ອາເມລິກາ ຫຼີກລ້ຽງໄດ້ການເກັບພາສີໃໝ່. ກົງກັນຂ້າມ, ຈີນ ກໍ່ຕັດສິນໃຈຍົກເລີກແຜນການຈັດວາງອັດຕາພາສີສຳລັບສິນຄ້ານຳເຂົ້າຈາກ ອາເມລິກາ ຄາດວ່າຂໍ້ຕົກລົງຈະມີຜົນສັກສິດນັບແຕ່ວັນທີ 15 ທັນວາ, ພ້ອມທັງເພີ່ມທະວີການນຳເຂົ້າເຂົ້າບະເລ ແລະ ສາລີຂອງ ອາເມລິກາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.