ບັນດາປະເທດສະມາຊິກອາຊຽນ ໄດ້ສະຫລຸບການສົນທະນາຂອງ RCEP

14:25 | 04/11/2019

ຍສໝ - ບັນດາປະເທດທີ່ເຂົ້າຮ່ວມໃນສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP) ໄດ້ປຶກສາຫາລືກ່ຽວກັບຂໍ້ຕົກລົງນີ້ ແຕ່ພຽງແຕ່ກ່າວເຖິງເນື້ອໃນພື້ນຖານທີ່ສຸດ ຍ້ອນມີຫຼາຍບັນຫາທີ່ເອກະພາບກັນ.

ບັນດາປະເທດສະມາຊິກອາຊຽນ ໄດ້ສະຫລຸບການສົນທະນາຂອງ RCEP

ທັດສະນີຍະພາບກອງປະຊຸມສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ. (ພາບ: vietnamplus)

ໃນຕອນບ່າຍວັນທີ 3 ພະຈິກນີ້, ໃນການໃຫ້ສຳພາດຂ່າວພາຍຫຼັງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ 35 ແລະ ກອງປະຊຸມສຸດຍອດ ອາຊຽນ - ຈີນ, ກອງປະຊຸມສຸດຍອດອາຊຽນ - ອິນເດຍທີ່ປະເທດໄທ, ລັດຖະມົນຕີການຄ້າ ແລະ ອຸດສາຫະກຳສາກົນມາເລເຊຍ Darell Leiking ກ່າວວ່າ ບັນດາປະເທດອາຊຽນໄດ້ສິ້ນສຸດການສົນທະນາຂອງສັນຍາຄູ່ຮ່ວມມືຮອບດ້ານໃນພາກພື້ນ (RCEP).

ຕາມທ່ານ Darell Leiking, ບັນດາປະເທດທີ່ເຂົ້າຮ່ວມ RCEP ໄດ້ປຶກສາຫາລືກ່ຽວກັບຂໍ້ຕົກລົງນີ້, ແຕ່ພຽງແຕ່ກ່າວເຖິງເນື້ອໃນພື້ນຖານທີ່ສຸດ ເພາະວ່າຍັງມີຫຼາຍບັນຫາທີ່ບໍ່ສອດຄ່ອງກັນ. ທ່ານກ່າວຕື່ມວ່າ ເມື່ອບັນດາປະເທດອາຊຽນໄດ້ສຳເລັດການສົນທະນາກ່ຽວກັບຂໍ້ຕົກລົງນີ້, ມັນອາດຈະມີຄວາມເຫັນແຕກຕ່າງກັນໃນຄວາມຄິດເຫັນ ຂອງ ປະເທດອື່ນ ເພາະວ່າເນື້ອໃນຂອງຂໍ້ຕົກລົງດັ່ງກ່າວບໍ່ຈະແຈ້ງ.

ບັນດາປະເທດສະມາຊິກອາຊຽນ ໄດ້ສະຫລຸບການສົນທະນາຂອງ RCEP

ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Saifiddin Abdullah. (ພາບປະກອບ: malaymail.com)

ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Saifiddin Abdullah ໄດ້ສະແດງຄວາມວິຕົກກັງວົນຂອງມາເລເຊຍ ຕໍ່ເລື່ອງມີກ່ຳປັ່ນຕຳຫຼວດທະເລຫຼາຍລຳຂອງຈີນ ຢູ່ເຂດນ້ຳແດນດິນຂອງປະເທດນີ້.

ເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານ Saifiddin Abdullah ສະແດງຄວາມວິຕົກກັງວົນຕໍ່ເລື່ອງມີກ່ຳປັ່ນຕຳຫຼວດທະເລຫຼາຍລຳຂອງຈີນ ມີໜ້າຢູ່ເຂດຝັ່ງທະເລມາເລເຊຍ ເປັນປະຈຳ, ໃນຂະນະທີ່ວິວັດທະນາການເຈລະຈາກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ກັບປັກກິງ ພວມດຳເນີນໄປ. ຕາມທ່ານ Saifiddin Abdullah ແລ້ວ, ກະຊວງການຕ່າງປະເທດມາເລເຊຍ ຈະສ້າງຕັ້ງສູນຄົ້ນຄວ້າການເດີນທະເລ ແລະ ເຊື້ອເຊີນບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.