ມຸ່ງໄປເຖິງການເຊື່ອມໂຍງ ແລະເຊື່ອມຕໍ່ປະຊາຄົມບັນດານະຄອນທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ

06:39 | 16/10/2019

ຍສໝ - ໃນວັນທີ 14 ຕຸລາ 2019, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ດໍາເນີນພິທີໄຂກອງປະຊຸມທ່ອງທ່ຽວ 5 ນະຄອນ ສັງກັດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 5.

ມຸ່ງໄປເຖິງການເຊື່ອມໂຍງ ແລະເຊື່ອມຕໍ່ປະຊາຄົມບັນດານະຄອນທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ

ກອງປະຊຸມທ່ອງທ່ຽວ 5 ນະຄອນ ສັງກັດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 5.(ພາບ: vtv4.vtv.vn)

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າການນໍາບັນດາປະເທດ, ອົງການທ່ອງທ່ຽວບັນດາປະເທດ ໄທ, ກໍາປູເຈຍ, ຫວຽດນາມ, ມຽນມາ ແລະເຈົ້າພາບລາວ. ກອງປະຊຸມທ່ອງທ່ຽວ 5 ນະຄອນ ສັງກັດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 5 ໄດ້ໄຂຂຶ້ນພາຍໃຕ້ຫົວຂໍ້: “ມຸ່ງໄປເຖິງການເຊື່ອມໂຍງ ແລະເຊື່ອມຕໍ່ປະຊາຄົມບັນດານະຄອນທ່ອງທ່ຽວອະນຸພາກພື້ນແມ່ນ້ຳຂອງ”, ກອງປະຊຸມຄັ້ງນີ້ແນໃສ່ບັນລຸເປົ້າໝາຍປັບປຸງຄຸນນະພາບໂຄງລ່າງ, ບໍລິການທ່ອງທ່ຽວ ກໍ່ຄືເພີ່ມທະວີການດຶງດູດຂອງບັນດານະຄອນທ່ອງທ່ຽວສັງກັດບັນດາປະເທດຍ່ານໃຕ້ແມ່ນ້ຳຂອງ. ກອງປະຊຸມໄດ້ຮັບຖືວ່າແມ່ນບາດກ້າວສໍາຄັນໃນຂອບເຂດການຮ່ວມມືທ່ອງທ່ຽວລະຫວ່າງບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ແລະຂອບເຂດອົງການຈັດຕັ້ງຍຸດທະສາດຮ່ວມມືເສດຖະກິດ Ayeyarwady, Chau Phraya, ແມ່ນ້ຳຂອງ, ຫຼືເອີ້ນວ່າ ACMECS. ຜ່ານກອງປະຊຸມ 4 ຄັ້ງ, ບັນດາປະເທດສັງກັດອະນຸພາກພື້ນແມ່ນ້ຳຂອງ, ໂດຍລະອຽດແມ່ນບັນດານະຄອນວຽງຈັນ, ພະນົມເປັນ, Yangon, ບາງກອກ ແລະນະຄອນ ໂຮ່ຈີມິນ ຮ່ວມສຳພັນ, ຮ່ວມມື ແລະແລກປ່ຽນບົດຮຽນຢ່າງບໍ່ຢຸດຢັ້ງ ເພື່ອອາດຈະພັດທະນາການທ່ອງທ່ຽວໃຫ້ນັບມື້ນັບດີກວ່າອີກ, ບົນພື້ນຖານຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບທໍາມະຊາດ ກໍ່ຄືບັນດາມໍລະດົກທາງດ້ານວັດທະນະທໍາຂອງແຕ່ລະພື້ນຖານວັດທະນະທໍາ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.