ຮັບນັກຮຽນລາວ ມາດຳລົງຊີວິດຮ່ວມກັບຄອບຄົວພໍ່ແມ່ປະຊາຊົນຄົນຫວຽດນາມ

10:14 | 07/09/2018

ຍສໝ - ໂຄງການຮັບນັກຮຽນລາວທີ່ກຳລັງຄົ້ນຄວ້າ ສຶກສາຮຳ່ຮຽນ ຢູ່ ບັນດາມະຫາວິທະຍາໄລ ໂຮງຮຽນຊັ້ນສູງ ທົ່ວແຂວງ ຖາຍຫງວ໋ຽນ ມາດຳລົງຊີວິດຢູ່ຮ່ວມກັບພໍ່ແມ່ປະຊາຊົນຄົນຫວຽດນາມ ໄລຍະທີ່ຜ່ານມາແມ່ນມີປະໂຫຍດຫຼາຍ ປະກອບສ່ວນເສີມສ້າງສາຍພົວພັນພິເສດ ຫວຽດ-ລາວ ສ້າງເງື່ອນໄຂສະດວກໃຫ້ແກ່ນັກຮຽນລາວ ທີ່ກຳລັງຮຽນພາສາຫວຽດ ເຂົ້າເຖິງວັດທະນະທຳ ຮີດຄອງປະເພນີໄດ້ດີຂື້ນ ພ້ອມທັງຄວາມຮັດແພງຂອງຄົນຫວຽດ ແລະ ຫຼາຍໆຄອບຄົວຄົນຫວຽດທີ່ກຳລັງຊອກຮູ້ວັດທະນະທຳລາວ.

ຮັບນັກຮຽນລາວ ມາດຳລົງຊີວິດຮ່ວມກັບຄອບຄົວພໍ່ແມ່ປະຊາຊົນຄົນຫວຽດນາມ

ຍ້ອງຍໍ 6 ໝູ່ຄະນະ ແລະ ບຸກຄົນ 11 ສະຫາຍ ໃນການຈັດຕັ້ງປະຕິບັດ ໂຄງການ ຮັບນັກຮຽນລາວມາຢູ່ຮ່ວມກັບຄອບຄົວພໍ່ແມ່ປະຊາຊົນຫວຽດນາມ ສົກຮຽນປີ 2017-2018.

ທົ່ວແຂວງ ຖາຍຫງວຽນ ມີນັກຮຽນລາວຈຳນວນ 2.000 ຄົນ ທີ່ກຳລັງຮ່ຳຮຽນຢູ່ ໂຮງຮຽນມະຫາວິທະຍາໄລ, ຊັ້ນສູງ 13 ແຫ່ງ ປະກອບມີ ຂະແໜງວັດທະນະທຳ, ເຕັກນິກ, ສ້າງຄູ, ບັນຊີ, ແພດ-ການຢາ... ໃນມີທັງນັກຄົ້ນຄວ້າ ປະລິນຍາໂທ, ປະລິນຍາເອກ. ແຂວງຖາຍຫງວຽນກຳລັງທົດລອງ ໂຄງການ ຮັບນັກຮຽນລາວ ມະຫາວິທະຍາໄລ ສ້າງຄູ ຖາຍຫງວຽນ ແລະ ໂຮງຮຽນຊັ້ນສູງ ເສດຖະກິດ-ການເງິນ ມາຢູ່ຮ່ວມກັບຄອບຄົວປະຊາຊົນ ສົກປີ 2016-2017 ແລະ ຈະຂະຫຍາຍໂຄງການດັ່ງກ່າວໄປຍັງບັນດາໂຮງຮຽນໃນທົ່ວແຂວງ ນັບແຕ່ສົກຮຽນ ປີ 2017-2018

ທ່ານ ຫງວຽ໋ນນັງ ດັກ ຮອງປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ ແຂວງຖາຍຫງວຽນ ຫົວໜ້າຊີ້ນຳໂຄງການ ຮັບນັກຮຽນລາວມາຢູ່ຮ່ວມກັບຄອບຄົວຂອງພໍ່ແມ່ປະຊາຊົນ ໄດ້ໃຫ້ຮູ້ວ່າ: ປະຈຸບັນມີມະຫາວິທະຍາໄລ ແລະ ໂຮງຮຽນຊັ້ນສູງ 7 ແຫ່ງ ທົ່ວແຂວງຖາຍຫງວຽນ ສົ່ງນັກຮຽນລາວໄປຢູ່ຮ່ວມກັບຄອບຄົວພໍ່ແມ່ປະຊາຊົນ. ນັກຮຽນລາວຈຳນວນໜຶ່ງ ຢູ່ປະມານສອງສາມວັນ, ວັນພັກ, ວັນບຸນຕ່່າງຄືບຸນປີໃໝ່ຫວຽດ ຫຼືທ້າຍອາທິດ. ການດຳລົງຊີວິດຢູ່ຮ່ວມກັບຄອບຄົວຂອງພໍ່ແມ່ປະຊາຊົນ ນັກຮຽນລາວໄດ້ເຂົ້າຮ່ວມໃນການອອກແຮງງານ ເພີ່ມພູນຜລິດຜົນ, ແລກປ່ຽນວັດທະນະທຳ, ຮຽນຮູ້ຮີດຄອງປະເພນີວິຖີຊີວິດຂອງຊາວຫວຽດນາມ... ນັກຮຽນລາວທີ່ຢູ່ຮ່ວມກັບພໍ່ແມ່ປະຊາຊົນ ແມ່ນເປັນຜູ້ທີ່ມີຄວາມເປັນມິດ ເປີດເຜີຍ ເປັນກັນເອງກັບຄອບຄົວປະຊາຊົນ.

ຄອບຄົວປະຊາຊົນໃນທົ່ວແຂວງຖາຍຫງວຽນ ທີ່ຮັບນັກຮຽນລາວ ມາຢູ່ນຳ ແມ່ນຄືກັບຮັບລູກຫຼານຂອງຕົນທີ່ຫ່າງກັນຫຼາຍປີກັບມາເຮືອນ, ສະແດງນຳ້ໃຈ ແບ່ງປັນ ໂອບອ້ອມອາລີ ຮັກແພງ ຄືກັນກັບຄອບຄົວດຽວກັນ.

ຮອງຄະນະອຳນວການມະຫາວິທະຍາໄລ ແຂວງຖາຍຫງວຽ ສຈ.ປອ ດັ້ງວັນ ມິງ ເວົ້າວ່າ: ໂຄງການດັ່ງກ່າວມີຄວາມປະໂຫຍດຫຼາຍ ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນພິເສດຫວຽດ-ລາວ, ສະແດງເຖິງນຳ້ໃຈອັນດີງາມບໍ່ມີວັນລືມເລືອນຕະຫຼອດການ ລະຫວ່າງປະຊາຊົນທັງສອງຊາດ ຫວຽດ-ລາວ. ນອກນັ້ນ ສ້າງເງື່ອນໄຂສະດວກໃຫ້ແກ່ນັກຮຽນລາວຮຽນພາສາຫວຽດ ອັນນີ້ແມ່ນກະແກຊ່ວຍໃຫ້ນ້ອງໆນັກຮຽນ ຮຽນຮູ້ເຂົ້າໃຈໃນການສິດສອນໃນຫ້ອງ, ເຂົ້າເຖິງວັດທະນະທຳ ຮີດຄອງປະເພນີ ການກິນ ນຳ້ໃຈຂອງຊາວຫວຽດນາມໄດ້ດີຂື້ນ. ພ້ອມກັນນັ້ນກໍ່ປີ້ນກັນ ພໍ່ແມ່ປະຊາຊົນຫວຽດນາມກໍ່ໄດ້ຮຽນຮູ້ ແລະ ເຂົ້າກ່ຽວກັບວັດທະນະທຳ ຂອງຄົນລາວອ້າຍນ້ອງ.

ໃນອານາຄົດ ສະມາຄົມມິດຕະພາບຫວຽດ-ລາວ ແຂວງຖາຍຫງວຽນ ແລະ ຄະນະຊີ້ນຳ ຈະສືບຕໍ່ຮັບນັກຮຽນລາວ ມາຢູ່ຮ່ວມກັບຄອບຄົວພໍ່ແມ່ປະຊາຊນົຊາວຫວຽດນາມ ໃນທົ່ວແຂວງຖາຍຫງວຽນ , ຈັດຕັ້ງຫຼາຍໆກິດຈະກຳແລກປ່ຽນວັດທະນະທຳມວນຊົນ, ສ້າງສາຍພົວພັນອັນເປັນມິດລະຫວ່າງນັກຮຽນລາວ ກັບບັນດາຄອບຄົວພໍ່ແມ່ປະຊາຊົນໃນແຂວງ ເພີ່ມທະວີມູນເຊື້ອສາມັກຄີພິເສດຫວຽດນາມ-ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.