ຮອງປະທານ ຄະນະກຳມະການຮ່ວມມື ລາວ-ຫວຽດ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ ຮ່າໂນ້ຍ

22:31 | 08/09/2018

ຍສໝ - ໃນລະຫວ່າງວັນທີ 6-8 ກັນຍາ 2018, ສະຫາຍ ຄຳເຜີຍ ແກ້ວກິນນາລີ, ຮອງປະທານ ຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ ຮ່າໂນ້ຍ, ສສ. ຫວຽດນາມ.

ຮອງປະທານ ຄະນະກຳມະການຮ່ວມມື ລາວ-ຫວຽດ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫຼວງ ຮ່າໂນ້ຍ

ບັນຍາກາດການຕ້ອນຮັບ ແລະ ພົບປະສອງຝ່າຍ.

ໃນການເດີນທາງມາຄັ້ງນີ້, ສະຫາຍ ຄ​ໍາເຜີຍ ແກ້ວກິນນາລີ, ຮອງປະທານ ຜູ້ປະຈຳການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ພ້ອມ​ດ້ວຍ​ຄະ​ນະໄດ້ພົບປະເຮັດວຽກກັບ ສະຫາຍ ຫງວຽນ ວັນ ຈຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມາ​​ການ​ຮ່ວມ​ມື ​ຫວຽດ​ນາມ-ລາວ ພ້ອມດ້ວຍຄະນະ ເພື່ອຮ່ວມກັນຕີລາຄາຄືນສະພາບການຈັດຕັ້ງປະຕິບັດການພົວພັນ ຮ່ວມມື, ລົງທຶນ ລາວ ແລະ ຫວຽດນາມ ໃນໄລຍະ 8 ເດືອນຕົ້ນປີ, ທິດທາງແຜນການ 4 ເດືອນ ທ້າຍປີ 2018 ແລະ ເປິກສາຫາລືກະກຽມເນື້ອໃນກອງປະຊຸມ ຄັ້ງທີ 41 ຂອງຄະນະກຳມະການຮ່ວມມື ລາວ ແລະ ຫວຽດນາມ ທີ່ຈະມີຂຶ້ນໃນຕົ້ນປີ 2019.

ໃນໂອກາດນີ້, ສະຫາຍ ພ້ອມດ້ວຍຄະນະ ຍັງໄດ້ພົບປະ ແລະ ເຮັດວຽກ ກັບສະຫາຍ ຫງວຽນ ເຍິດ, ຮອງລັດຖະມົນຕີ ກະຊວງຄົມມະນາຄົມ ແລະຂົນສົ່ງ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມື, ເຊື່ອມໂຍງ ລະຫວ່າງ ສອງປະເທດ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ສອງຝ່າຍໄດ້ວາງໄວ້ແນ່ໃສ່ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດໃຫ້ນັບມື້ເຂົ້າສູ່ລວງເລິກ.

ໃນ​ການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ສະຫາຍ ຄຳ​ເຜີຍ ແກ້ວກິນນາລີ ກໍ່ໄດ້ມອບຈົດໝາຍທາງການ ຂອງສະຫາຍ ຮອງນາຍົກລັດຖະມົນຕີ ສົມດີ ດວງດີ ສົ່ງເຖິງ ສະຫາຍ ຮອງນາຍົກ ລັດຖະມົນຕີ ເວືອງ ດິງ ເຫວະ ຂອງຫວຽດນາມ ເພື່ອຢັ້ງຢືນຄືນ ທັດສະນະຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ, ລັດຖະບານລາວ ໃນການເຂົ້າມາຮ່ວມພັດທະນາທ່າທຽບເຮືອຫວຸງອາງ 1, 2 ແລະ 3 ໃຫ້ເປັນທ່າເຮືອສາກົນ ລາວ-ຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.