ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

10:01 | 11/09/2018

ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ລາຊາອານາຈັກ ກຳປູເຈຍ , ຕອນເຊົ້າຂອງວັນທີ 10 ກັນຍາ ຄະນະນັກໜັງສືພິມ ຫວຽດນາມ ນຳໂດຍ ສະຫາຍ ຫງວ໋ຽນຖາຍ ທຽນ ຮອງຫົວໜ້າກົມ-ກົມໜັງສືພິມ ມາຢ້ຽມຢາມແລະເຮັດວຽກຢູ່ ກົມໜັງສືພິມ ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ລາວ.

ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ບັນຍາກາດການພົບປະ ແລະ ເຮັດວຽກ.

ທີ່ການຕ້ອນຮັບມີ ທ່ານ ສົມສະຫວາດ ພອງສາ ແລະ ທ່ານ ອິນປອນ ນະຄອນສີ ຮອງ ຫົວໜ້າກົມ, ທ່ານ ວີລະພອນ ສິງຫາວາລາ ຫົວໜ້າພະແນກ ຄຸ້ມຄອງ ໜັງສືພິມ ແລະ ຕ່າງໜ້າໃຫ້ແກ່ບັນດາຫ້ອງການຂອງ ກົມໜັງສືພິມລາວ.

ຄະນະຜູ້ແທນຫວຽດນາມ ປະກອບມີ: ສະຫາຍ ຫງວ໋ຽນຖາຍ ທຽນ ຮອງຫົວໜ້າກົມ-ກົມໜັງສືພິມ; ທ່ານ ເລແທັງ ງາ ວິຊາການ ຫ້ອງການ ແນະນຳແບບມືອາຊີບ ແລະ ຮ່ວມມືສາກົນ - ກົມໜັງມືພິມ; ສະຫາຍ ຫງວ໋ຽນແທ່ງ ເລີ້ຍ ຄະນະກຳມະການ ບໍລິຫານ ສະມາຄົມ ນັກຂ່າວ ຫວຽດນາມ- ບັນນາທິການໃຫຍ່ ວາລະສານ ຄົນຂຽນຂ່າວ; ພັນເອກ ດວ່ານຫວຽດ ເຟືອງ ຫົວໜ້າ ເພື່ອນຜູ້ອ່ານ-ຜູ້ຮ່ວມວຽກ ໜັງສືພິມກອງທັບປະຊາຊົນ; ສະຫາຍ ດວ່ານມິງ ຟອງ ຫົວໜ້າອະນຸກຳມະການລຽບລຽງ ໜັງສືພິມຕຳຫຼວງ ນະຄອນ ໂຮ່ຈີ໋ມິງ; ສະຫາຍ ໂຮ່ຖິ ເງິນ ຮອງບັນນາທິການ ໜັງສືພິມ ເຫງະອານ; ສະຫາຍ ກາວເຈື່ອງ ເຊີນ ຮອງບັນນາທິການໃຫຍ່ ໜັງສືພິມກວ້າງບິ່ງ.

ຕ່າງໜ້າກົມໜັງສືພິມລາວ ສະຫາຍ ສົມສະຫວາດ ຟອງສາ ຊົມເຊີຍ ແລະ ຕີລາຄາສູງ ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະ.

ທີ່ກອງປະຊຸມພົບປະ ທັງສອງຝ່າຍໄດ້ແນະນຳ ແລະ ຜ່ານສະພາບການຂອງແຕ່ລະປະເທດສູ່ກັນຝັງ, ມີການແລກປ່ຽນບາງບັນຫາກ່ຽວຂ້ອງກັບວຽກງານຄຸ້ມຄອງໜັງສືພິມ ແລະ ວິຊາສະເພາະໜັງສືພິມ.

ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ສະຫາຍ ຫງວ໋ຽນຖາຍ ທຽນ ມອບຮູບພາບ ຂົວ ເທຮຸກ ປູຊະນີຍະສະຖານທີ່ມີຊື່ສຽງຂອງ ຮ່າໂນ້ຍ-ຫວຽດນາມ.

ສະຫາຍ ຫງວ໋ຽນຖາຍ ທຽນ ໄດ້ຝາກຄຳຂອບໃຈເຖິງການນຳຂອງກົມໜັງສືພິມລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນແ ລະເປັນກັນເອງ.

ໃນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຄັ້ງນີ້ ສືບຕໍ່ຢັ້ງຢືນ ສາຍພົວພັນຮ່ວມມື ລະຫວ່າງ ກົມເວົ້າສະເພາະ ແລະ ໜັງສືພິມຫວຽດ-ລາວເວົ້າລວມ...

ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ຄະນະຜູ້ແທນ ໜັງສືພິມ ລາວ-ຫວຽດ ຖ່າຍຮູບເປັນທີ່ລະນຶກ.

ໃນຂອບເຂດການຢ້ຽມຢາມ ສປປ ລາວ ຄະນະຮັບຜິດຊອບວຽກງານ ໄດ້ແລກປ່ຽນ ແລະ ເຮັດວຽກກັບ ໜັງສືພິມປະຊາຊົນ ສະຖານນີໂທລະພາບແຫ່ງຊາດລາວ ແລະ ບັນດາຫ້ອງການໜັງສືພິມ ຂອງລາວ ອີກຫຼາຍສຳນັກ.

ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ຄະນະໜັງສືພິມຫວຽດນາມ ແລກປ່ຽນກັບ ຄູ່ຮ່ວມງານ ນັກໜັງສືພິມລາວ.

ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ


ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ຢູ່ຫ້ອງຜລິດຂ່າວ ໜັງສືພິມວຽງຈັນທາມ.

ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ຄະນະໜັງສືພິມຫວຽດນມ ເຮັດວຽກກັບ ໜັງສືພິມ ປະຊາຊົນ ແລະ ໜັງສືພິມ ວຽງຈັນທາມ.

ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ສະຫາຍ ຫງວຽ໋ນຖາຍ ທຽນ ມອບຂອງທີ່ລະນຶກໃຫ້ແກ່ ບັນນາທິການໃຫຍ່ ໜັງສືພິມ ວຽງຈັນທາມ

ຄະນະນັກໜັງສືພິມ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ຄະນະໜັງສືພິມ ປະຊາຊົນ ແລະ ວຽງຈັນ ຖ່າຍຮູບຮ່ວມກັບ ຄະນະໜັງສືພິມຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.