ກາລະໂອກາດຂອງຫວຽດນາມ ທີ່ຈະແຊກຊຶມເຂົ້າຕະຫຼາດ ອີຢູ

08:55 | 27/06/2019

ຍສໝ - ວັນທີ 25 ມິຖຸນາ, ສະພາເອີຣົບ ໄດ້ຮັບຮອງເອົາສັນຍາສອງສະບັບ ລະຫວ່າງ ສະຫະພາບເອີຣົບ (ອີຢູ) ແລະ ຫວຽດນາມ ກ່ຽວກັບການຄ້າເສລີ (EVFTA) ແລະ ການອຸ້ມຊູເກື້ອກູນການລົງທຶນ (EVIPA), ພ້ອມທັງມອບສິດໃຫ້ຄະນະກໍາມະການ ເອີຣົບ ລົງນາມ ກັບ ຫວຽດນາມ ໃນວັນທີ 30 ມິຖຸນາ ຈະມາເຖິງ ທີ່ ຮ່າໂນ້ຍ.

ຂໍ້ຕົກລົງດັ່ງກ່າວ ໄດ້ເປີດກາລະໂອກາດເພື່ອໃຫ້ຫວຽດນາມ ໄດ້ແຊກຊຶມເຂົ້າຕະຫຼາດສະມາຊິກ 28 ປະເທດ ຂອງສະຫະພາບເອີຣົບ ຢ່າງເລິກເຊິ່ງຕື່ມຂື້ນ ກາຍເປັນບ່ອນດຶງດູດການລົງທຶນອັນແຂງແຮງຂອງກຸ່ມ ແລະ ແມ່ນສູນກາງການເຊື່ອມໂຍງ, ເຊື່ອມຕໍ່ກັບບັນດາການເຄື່ອນໄຫວດ້ານການຄ້າ - ການລົງທຶນ ກັບ ສະຫະພາບເອີຣົບ ຢູ່ ພາກພື້ນ ອາຊຽນ.

ກາລະໂອກາດຂອງຫວຽດນາມ ທີ່ຈະແຊກຊຶມເຂົ້າຕະຫຼາດ ອີຢູ

ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຝູ້ກ ໃນການເຈລະຈາ ກັບປະທານລັດຖະສະພາ ເອີລົບ Antonio Tajani ເພື່ອສົ່ງເສີມ EVFTA ໃນການຢ້ຽມຢາມເອີຣົບ ເດືອນຕຸລາປີ 2018. (ພາບ: VGP)

ທ່ານນາງ Cecilia Malmstrom ຂ້າຫຼວງໃຫຍ່ການຄ້າ ໄດ້ຍ້ອງຍໍຊົມເຊີຍຄວາມສາມາດບົ່ມຊ້ອນຂອງຫວຽດນາມ, ໂດຍໃຫ້ຂໍ້ສັງເກດວ່າ: ຫວຽດນາມ ແມ່ນຕະຫຼາດທີ່ຟົດຟື້ນ ແລະ ຕະຫຼາດຫວຽດນາມ ກໍ່ນັບມື້ນັບກາຍເປັນຈຸດນັດພົບ ຂອງວິສາຫະກິດ ເອີຣົບ. ທ່ານນາງ Cecilia Malmstrom ກໍ່ເນັ້ນໜັກວ່າ ນອກຈາກບັນດາຜົນປະໂຫຍດທາງດ້ານເສດຖະກິດແລ້ວ, ຂໍ້ຕົກລົງສອງສະບັບດັ່ງກ່າວນີ້ ຍັງແນໃສ່ຈຸດປະສົງຊຸກຍູ້ການເຄົາລົບຕໍ່ສິດທິມະນຸດ, ປົກປັກຮັກສາສິ່ງແວດລ້ອມ ກໍຄືສິດຜົນປະໂຫຍດຂອງຊົ້ນຊັ້ນແຮງງານອີກດ້ວຍ.

ຕາມການຕີລາຄາຂອງຜູ້ຊ່ຽວຊານ ສະຖາບັນ WTO ແລະ ການເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກໍາ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໃຫ້ຄໍາໝັ້້ນສັນຍາເປີດປະຕູໃຫ້ສະຫະພາບເອີຣົບໃນຫຼາຍຂົງເຂດຂື້ນ ເມື່ອທຽບໃສ່ WTO ລວມມີບາງບໍລິການດໍາເນີນທຸລະກິດ, ຮັກສາສຸຂະພາບ, ສິ່ງແວດລ້ອມ, ການສຶກສາ ແລະ ການເງິນ. ເມື່ອສັນຍາ EVFTA ໄດ້ຮັບການລົງນາມ ແລະ ມີຜົນສັກສິດ ແລ້ວນັ້ນ ຈະຊຸກຍູ້ການຄ້າ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ ຫຼາຍພໍສົມຄວນ ເຊິ່ງເປັນສອງຕະຫຼາດທີ່ມີໂຄງປະກອບຜະລິດຕະພັນເຕີ່ມເຕັມໜູນຊ່ວຍເຊິ່ງກັນແລະກັນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.