ລາຍຮັບຂອງຜູ້ອອກແຮງງານປີ 2019 ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2018

12:31 | 09/01/2020

ໄລ່ຮອດຈຸດເວລານີ້, ວິສາຫະກິດສ່ວນຫຼາຍລ້ວນແຕ່ປະຕິບັດການດັດປັບເງິນເດືອນຕາມການກຳນົດ, ສະນັ້ນ ລະດັບເງິນເດືອນ, ລາຍຮັບຂອງຜູ້ອອກແຮງງານຈຶ່ງໄດ້ເພີ່ມຂຶ້ນ.

ລາຍຮັບຂອງຜູ້ອອກແຮງງານປີ 2019 ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2018

ພາບປະກອບ

ຕາມການສຳຫຼວດຂອງສະຫະພັນໃຫຍ່ແຮງງານຫວຽດນາມ ແລ້ວ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງກຳມະກອນ, ລັດຖະກອນ, ຜູ້ອອກແຮງງານໃນປີ 2019 ໄດ້ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2018, ຕົ້ນຕໍແມ່ນຍ້ອນມີການດັດປັບລະດັບເງິນເດືອນພື້ນຖານຂອງເຂດ. ໄລ່ຮອດຈຸດເວລານີ້, ວິສາຫະກິດສ່ວນຫຼາຍລ້ວນແຕ່ປະຕິບັດການດັດປັບເງິນເດືອນຕາມການກຳນົດ, ສະນັ້ນ ລະດັບເງິນເດືອນ, ລາຍຮັບຂອງຜູ້ອອກແຮງງານຈຶ່ງໄດ້ເພີ່ມຂຶ້ນ. ແລະກໍ່ໃນປີ 2019, ບັນດາວິສາຫະກິດໄດ້ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ຜູ້ອອກແຮງງານໄດ້ເປັນຢ່າງດີກວ່າ ແລະ ກຳມະບານຂັ້ນຮາກຖານຢູ່ວິສາຫະກິດກໍ່ມີການເຈລະຈາ, ລົງນາມສັນຍາອອກແຮງງານລວມໝູ່ສຳເລັດຜົນ, ມີຫຼາຍມາດຕາແມ່ນມີຜົນປະໂຫຍດໃຫ້ແກ່ຜູ້ອອກແຮງງານ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.