ຫວຽດນາມເຂົ້າຮ່ວມ ສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນຄັ້ງທີ 20

07:30 | 04/11/2019

ຍສໝ - ຕາງໜ້າໃຫ້ຫວຽດນາມ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິນ ໃຫ້ຮູ້ວ່າ ໃນສະພາບການປ່ຽນແປງຢ່າງໄວ ແລະ ສັບສົນໃນໂລກ, ການຮັດແໜ້ນຄວາມສາມັກຄີອາຊຽນ ຈະສືບຕໍ່ມີຄວາມໝາຍຍຸດທະສາດ.

ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 2 ພະຈິກ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ການເມືອງ - ຄວາມໝັ້ນຄົງອາຊຽນ ຄັ້ງທີ 20 (APSC - 20) ແລະ ກອງປະຊຸມສະພາປະສານງານ ອາຊຽນຄັ້ງທີ 24 (ACC - 24).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມບິ່ງມິງ ໄດ້ຕີລາຄາສູງບັນດາໝາກຜົນທີ່ອາຊຽນບັນລຸໄດ້ພາຍຫຼັງ 4 ປີ ທີ່ປະຕິບັດວິໄສທັດ ປະຊາຄົມ ອາຊຽນ 2025, ທ່ານຢັ້ງຢືນວ່າ ອາຊຽນ ຕ້ອງດຳເນີນການຕີລາຄາກາງສະໄໝຂອງວຽກງານຜັນຂະຫຍາຍ ວິໄສທັດ ປະຊາຄົມ ອາຊຽນ 2025ໂດຍໄວ; ກຳນົດສິ່ງຄົງຄ້າງ, ວາງອອກວິທີການ, ມາດຕະການ ທີ່ເໝາະສົມເພື່ອແນໃສ່ປະຕິບັດສຳເລັດວິໄສທັດປະຊາຄົມ ອາຊຽນ 2025, ພ້ອມທັງວາງອອກບັນດາການກຳນົດທິດໃໝ່, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືໂດຍອາຊຽນນຳໜ້າ.

ຫວຽດນາມເຂົ້າຮ່ວມ ສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນຄັ້ງທີ 20

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດອາຊຽນຖ່ານຮູບລວມໝູ່ຢູ່ກອງປະຊຸມ APSC-20. (ພາບ: vov,vn)

ທ່ານຮອງນາຍົກລັດຖະມົນຕີ ຕີລາຄາວ່າ ໃນສະພາບການ ໂລກມີການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນ, ການປັບປຸງຄວາມສາມັກຄີ, ຄວາມເປັນເອກະພາບໃນອາຊຽນຈະສືບຕໍ່ມີຄວາມໝາຍຍຸດທະສາດ, ແມ່ນພື້ນຖານໃຫ້ແກ່ຄວາມສຳເລັດຂອງອາຊຽນໃນໄລຍະເວລາກ່ວາ 50 ປີທີ່ຜ່ານມາ ແລະ ໃນອະນາຄົດ.

ໃນເສົາຄ້ຳການເມືອງ - ຄວາມໝັ້ນຄົງ, ທ່ານ ຟ້າມບິ່ງມິງ ຖືວ່າ ຕ້ອງຊຸກຍູ້ບັນດາຄວາມມານະພະຍາຍາມ ແລະ ເຜີຍແຜ່ບັນດາຄູນຄ່າ, ຫຼັກການ ແລະ ບັນທັດຖານການປະພຶດທີ່ໄດ້ຮັບການຍອມຮັບຮ່ວມກັນໃນພາກພື້ນໃຫ້ຄຽງຄູ່ກັບວິວັດການຍູ້ແຮງການໂອ້ລົມສົນທະນາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ສືບຕໍ່ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີຜົນສັກສິດ, ມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982).

ໃນວັນດຽວກັນ, ຢູ່ນອກກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35, ເລີ່ມແຕ່ວັນທີ 02 ພະຈິກ, ກອງປະຊຸມຂັ້ນສູງດຳເນີນທຸລະກິດ ແລະ ການລົງທຶນອາຊຽນ 2019 (ABIS - 2019) ດ້ວຍຫົວຂໍ້ “ມອບສິດໃຫ້ແກ່ອາຊຽນ 4.0” ໄດ້ຮັບການຈັດຕັ້ງຂຶ້ນ.

ຫວຽດນາມເຂົ້າຮ່ວມ ສະພາປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນຄັ້ງທີ 20

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ABIS – 2019. (ພາບ: vov,vn)

ເວທີປາໄສດຳເນີນໃນລະຫວ່າງວັນທີ 02 - 03 ພະຈິກ, ກອງປະຊຸມ ABIS – 2019 ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 1.000 ທ່ານ, ລວມມີການນຳລັດຖະບານບັນດາປະເທດອາຊຽນ, ບັນດາຄູ່ຮ່ວມມື, ຄູ່ເຈລະຈາຂອງອາຊຽນ, ຜູ້ຕາງໜ້າບັນດາວິສາຫະກິດພາກເອກະຊົນ, ບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ. ທ່ານນາຍົກລັດຖະມົນຕີໄທ ປຣຸດ ຈັນໂອຊາ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.

ຕາມລາຍການ, ກອງປະຊຸມ ABIS – 2019 ດຳເນີນການປຶກສາຫາລື 6 ໝວດບັນຫາຄື: ຊຸກຍູ້ອາຊຽນ 4.0 ໃນລະບົບມູນຄ່າທົ່ວໂລກ; ອາຊຽນ 4.0 ໝັ້ນຄົງ; ເສດຖະກິດຄົບວົງຈອນ...

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.