ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 74 ປີ ຖືກດໍາເນີນຢູ່ຫຼາຍປະເທດໃນໂລກ

14:07 | 30/08/2019

ວັນທີ 28 ສິງຫາ, ສະຖານທູດຫວຽດນາມ ປະຈໍາ ອາຟະລິກາໃຕ້ ໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ (ວັນທີ 2 ກັນຍາ) ຄົບຮອບ 74 ປີ, ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນ ຢູ່ອາຟະລິກາໃຕ້, ນັກການທູດ, ນັກຮຽນຮູ້ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ປະເທດປະຈໍາຖິ່ນ ກວ່າ 400 ຄົນ.

ພິທີສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 74 ປີ ຖືກດໍາເນີນຢູ່ຫຼາຍປະເທດໃນໂລກ

(ພາບປະກອບ:TTXVN)

ນະທີ່ນີ້, ທ່ານ Anil Sooklal ຮອງຫົວໜ້າກົມຮັບຜິດຊອບພາກພື້ນ ອາຊີ ແລະ ຕາເວັນອອກກາງ, ກະຊວງການຕ່າງປະເທດ ອາຟະລິກາໃຕ້ ພ້ອມດ້ວຍບັນດາຜູ້ແທນ ໄດ້ທົບທວນຄືນບັນດາຂີດໝາຍໃນຂະບວນວິວັດແຫ່ງການຕໍ່ສູ້ຍາດເອົາເອກະລາດຂອງຫວຽດນາມ. ທ່ານ Anil Sooklal ກໍເນັ້ນໜັກວ່າ ອາຟະລິກາໃຕ້ ຍາມໃດກໍຖືຫວຽດນາມ ເປັນແບບຢ່າງເພື່ອປະຕິບັດຕາມ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ປະຊາຊົນຫວຽດນາມ ທີ່ຍາມໃດກໍຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນປະຊາຊົນ ອາຟະລິກາໃຕ້ໃນຕະຫຼອດວິວັດແຫ່ງການຕໍ່ສູ້ຕ້ານລັດທິຈໍາແນກເຊື້ອຊາດເຜົ່າພັນໃນເມື່ອກ່ອນນີ້ ກໍຄືໃນໄລຍະສ້າງສາປະເທດປະຊາທິປະໄຕຄືໃນປັດຈຸບັນ. ແລະ ໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈໍາ ເຢຍລະມັນ ກໍໄດ້ຈັດຕັ້ງພິທີ ສະເຫຼີມສະຫຼອງວັນສະຖາປະນາປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 74 ປີ ເຊັ່ນດຽວກັນ.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.