IMF ຈະສືບຕໍ່ຮ່ວມມື ແລະ ໜູນຊ່ວຍຫວຽດນາມ ດ້ານ ນະໂຍບາຍ ແລະ ແຮງງານ

09:17 | 21/08/2019

ຍສໝ - ຕອນບ່າຍວັນທີ 19 ສິງຫາ, ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກ ໄດ້ໃຫ້ການຕ້ອນຮັບທ່ານ Francois Painchaud, ຫົວໜ້າຜູ້ຕາງໜ້າຂອງກອງທຶນສາກົນ (IMF) ປະຈໍາ ຫວຽດນາມ.

IMF ຈະສືບຕໍ່ຮ່ວມມື ແລະ ໜູນຊ່ວຍຫວຽດນາມ ດ້ານ ນະໂຍບາຍ ແລະ ແຮງງານ

ທ່ານ ຫງວຽນວັນບິ່ງ ແລະ ທ່ານ Francois Painchaud. (ພາບ: thoibaotaichinhvietnam.vn)

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກ ໄດ້ເຢືນຢັນວ່າ: ການນໍາພັກ, ລັດຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະ ຮັບຟັງບັນດາຄໍາຄິດເຫັນທີ່ປຶກສາອັນລໍ້າຄ່າຂອງ IMF ໃນວິວັດການວາງ​ແຜນນະໂຍບາຍ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ພ້ອມທັງສະເໜີທ່ານ Francois Painchaud ເພີ່ມທະວີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດໃຫ້ຄຳປຶກສາດ້ານນະໂຍບາຍ ແລະໜູນຊ່ວຍດ້ານເຕັກນິກ, ຍົກສູງກໍາລັງຄວາມສາມາດໃຫ້ຝ່າຍ ຫວຽດນາມ.

ສ່ວນ ທ່ານ Francois Painchaud ຫົວໜ້າຜູ້ຕາງໜ້າຂອງກອງທຶນສາກົນ (IMF) ປະຈໍາ ຫວຽດນາມ ໄດ້ຕີລາຄາສູງຜົນງານຕ່າງໆ ເຊິ່ງ ຫວຽດນາມ ບັນລຸໄດ້ໃນການຮັກສາເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ຄວບຄຸມໄພເງິນເຟີ້ ແລະເຕີບໂຕເສດຖະກິດ; ທ່ານ Francois Painchaud ກໍ່ໄດ້ຢັ້ງຢືນວ່າ: IMF ຈະສືບຕໍ່ຮ່ວມມື ແລະໜູນຊ່ວຍຫວຽດນາມ ໃນການໃຫ້ຄຳປຶກສາດ້ານນະໂຍບາຍ ແລະໜູນຊ່ວຍຍົກສູງກໍາລັງຄວາມສາມາດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.