ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ປະທານກຸ່ມບໍລິສັດ CapitalLand ສິງກະໂປ

19:11 | 16/06/2019

ຍສໝ - ໃນຕອນບ່າຍຂອງວັນທີ 14 ມິຖຸນາ 2019, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ng Kee Choe ປະທານກຸ່ມບໍລິສັດ CapitaLand.

ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ ປະທານກຸ່ມບໍລິສັດ CapitalLand ສິງກະໂປ

ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຕ້ອນຮັບ ທ່ານ Ng Kee Choe. (ພາບ:qdnd.vn)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ພວມຍູ້ແຮງການພັດທະນາຫັນເປັນຕົວເມືອງ, ຖືນີ້ແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕ. ດັ່ງນັ້ນ, CapitaLand ຄວນສ້າງມູນຄ່າເພີ່ມ, ສ້າງຄວາມແຕກຕ່າງຢູ່ ຫວຽດນາມ ຕາມທ່າອ່ຽງຂອງການປະຕິວັດອຸດສາຫະກຳ 4.0.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ກໍ່ໄດ້ສະເໜີບັນດາໂຄງການເຊິ່ງກຸ່ມບໍລິສັດລົງທຶນຄວນພັດທະນາຕາມທິດຂຽວ, ສະອາດ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ.

ທີ່ການຕ້ອນຮັບ, ທ່ານ Ng Kee Choe ໄດ້ຢືນຢັນວ່າ: CapitaLand ເປັນນັກລົງທຶນທີ່ທຳມາຫາກິນຍາວນານຢູ່ ຫວຽດນາມ, ຈະສືບຕໍ່ເປີດກ້ວາງໄປສູ່ບັນດາຂົງເຂດອຸດສາຫະກຳ, ການບໍລິການທີ່ສະຫງວນໃຫ້ແກ່ວິສາຫະກິດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.