ຫວຽດນາມ ແລະ ກາລະໂອກາດເພື່ອໃຫ້ກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

10:03 | 06/06/2019

ວັນທີ 7 ມິຖຸນາ, ກອງປະຊຸມຄັ້ງທີ 73 ຂອງສະມັດຊາໃຫຍ່ສະຫະປະຊາຊາດຈະຈັດຕັ້ງການປ່ອນບັດໃຫ້ແກ່ 5 ຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ໃນນັ້ນ ມີຕຳແໜ່ງໜຶ່ງທີ່ສະຫງວນໃຫ້ກຸ່ມບັນດາປະເທດ ອາຊີ - ປາຊີຟິກ ແລະ ຫວຽດນາມ ເປັນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວທີ່ຕາງໜ້າໃຫ້ກຸ່ມນີ້.

ປັດຈຸບັນ, ຫວຽດນາມ ພວມມີກາລະໂອກາດຢ່າງໃຫຍ່ຫລວງ ເພື່ອດຳລົງຕຳແໜ່ງນີ້, ກາຍເປັນສະມາຊິກທີ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບໂລກ.

ໂດຍແມ່ນໜຶ່ງໃນ 6 ອົງການທີ່ສຳຄັນທີ່ສຸດຂອງສະຫະປະຊາຊາດ, ສະພາຄວາມໝັ້ນຄົງລວມມີສະມາຊິກ 15 ປະເທດ, ໃນນັ້ນ ມີ 5 ປະເທດເປັນກຳມະການປະຈຳການແມ່ນ ອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝຣັ່ງ ແລະ 10 ປະເທດບໍ່ປະຈຳການ. 10 ທີ່ນັ່ງບໍ່ປະຈຳການໂດຍສະພາຄວາມໝັ້ນຄົງໄດ້ຈັດແບ່ງຕາມຂົງເຂດພູມສາດ ແລະ ໂດຍສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງດ້ວຍອາຍຸການແມ່ນ 2 ປີ.

ດ້ວຍບົດບາດສຳຄັນພິເສດແມ່ນ ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ດັ່ງນັ້ນ ສະພາຄວາມໝັ້ນຄົງມີສິດອຳນາດຢ່າງໃຫຍ່ຫລວງ. ໃນຂະນະທີ່ບັນດາອົງການອື່ນຂອງສະຫະປະຊາຊາດ ພຽງແຕ່ສາມາດຍົກອອກບັນດາຂໍ້ກຳນົດທີ່ມີລັກສະນະສະເໜີແນະນັ້ນ ແຕ່ບັນດາຂໍ້ກຳນົດ ແລະ ມະຕິຕົກລົງຂອງສະພາຄວາມໝັ້ນຄົງລ້ວນແຕ່ມີລັກສະນະຜູກມັດ, ບັນດາສະມາຊິກທັງໝົດຂອງສະຫະປະຊາຊາດຕ້ອງເຄົາລົບ ແລະ ມີຄວາມຮັບຜິດຊອບໃນການປະຕິບັດ. ຍ້ອນເຫດນັ້ນ, ໄດ້ເຂົ້າຮ່ວມສະພາຄວາມໝັ້ນຄົງ ບໍ່ພຽງແຕ່ແມ່ນຄວາມເປັນກຽດເທົ່ານັ້ນ ຫາກຍັງແມ່ນກາລະໂອກາດເພື່ອຢັ້ງຢືນອິດທິພົນຊື່ສຽງ, ທີ່ຕັ້ງ ຊຶ່ງບໍ່ວ່າປະເທດໃດກໍ່ມຸ່ງໄປເຖິງອີກດ້ວຍ.

ອີງໃສ່ອິດທິພົນຊື່ສຽງ ແລະ ປະສົບການ, ຫວຽດນາມ ມີກາລະໂອກາດເພື່ອມີຄວາມປະເອີບໃຈ

ກ່ອນທີ່ອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການປີ 2020 – 2021, ຫວຽດນາມ ເຄີຍເປັນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງອາຍຸການປີ 2008 – 2009 ແລະ ໄດ້ດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງແຕ່ເດືອນ ກໍລະກົດ 2008 - ເດືອນ ຕຸລາ 2009.

ເພື່ອໄດ້ຮັບໄຊຊະນະໃນການປ່ອນບັດເລືອກຕັ້ງໃນວັນທີ 07 ມິຖຸນາ ນີ້, ຫວຽດນາມ ຕ້ອງໄດ້ຮັບການສະໜັບສະໜູນຢ່າງໜ້ອຍສຸດແມ່ນ 2/3 ໃນຈຳນວນ 193 ປະເທດສະມາຊິກຂອງສະຫະປະຊາຊາດ. ເດືອນ ພຶດສະພາ 2018, ຫວຽດນາມ ຖືກກຸ່ມບັນດາປະເທດ ອາຊີ - ປາຊີຟິກ ເຫັນດີເຫັນພ້ອມຮັບຮອງເປັນປະເທດໜຶ່ງດຽວຂອງກຸ່ມອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການປີ 2020 – 2021. ຕາມທ່ານ ດັ້ງດີ່ງກູ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດແລ້ວ, ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມໄວ້ເນື້ອເຊື່ອໃຈສູງຈາກບັນດາປະເທດໃນພາກພື້ນທີ່ມີຕໍ່ບົດບາດ ແລະ ກຳລັງຄວາມສາມາດຂອງ ຫວຽດນາມ, ພ້ອມກັນນັ້ນ ກໍ່ສ້າງຄວາມສະດວກໃຫ້ແກ່ ຫວຽດນາມ ໃນວິວັດການຂົນຂວາຍບັນດາປະເທດທີ່ເປັນສະມາຊິກສະຫະປະຊາຊາດຢູ່ພາກພື້ນຕ່າງໆ ປ່ອນບັດສະໜັບສະໜູນ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູ໊ຍ ໃຫ້ຮູ້ວ່າ:

“ມາຮອດປັດຈຸບັນ, ອາດເວົ້າໄດ້ວ່າ ພວກເຮົາມີກາລະໂອກາດຢ່າງໃຫຍ່ຫລວງເພື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງ. ຫວຽດນາມ ເປັນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວຂອງພາກພື້ນ ອາຊີ - ປາຊີຟິກ. ພວກເຮົາໄດ້ຮັບການສະໜັບສະໜູນ ແລະ ໃຫ້ຄຳໝັ້ນສັນຍາເປັນເອກະສານຂອງກ່ວາ 100 ປະເທດ ແລະ ການສະໜັບສະໜູນດ້ວຍປາກເປົ່າຂອງ 30 – 40 ປະເທດຕື່ມອີກ.”

ຫວຽດນາມ ແລະ ກາລະໂອກາດເພື່ອໃຫ້ກາຍເປັນສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູ໊ຍ - ຕ່າງໜ້າຜູ້ປະຈຳການຫວຽດນາມ ປະຈຳ ສະຫະປະຊາຊາດ (ພາບ: VOV)

ເຖິງຢ່າງໃດກໍ່ຕາມ, ຕາມທ່ານ ດັ້ງດີ່ງກູ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດແລ້ວ, ຫວຽດນາມ ຍັງພວມຕັ້ງໜ້າແລກປ່ຽນ, ຂົນຂວາຍບັນດາປະເທດສະມາຊິກທີ່ຍັງເຫຼືອ ສະໜັບສະໜູນ ຫວຽດນາມ ເປັນເອກະສານ ເພື່ອໃຫ້ ຫວຽດນາມ ອາດຈະບັນລຸໄດ້ຈຳນວນບັດສະໜັບສະໜູນຢ່າງພຽງພໍ ເພື່ອກາຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການປີ 2020 – 2021.

ຫວຽດນາມ ມີຄວາມຫວັງຢາກປະກອບຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມຮັກສາສັນຕິພາບສາກົນ

ພາຍຫລັງອອກສະໝັກເລືອກຕັ້ງຄັ້ງທຳອິດມາເປັນເວລາ 10 ປີ, ຫວຽດນາມ ອີກຄັ້ງໜຶ່ງໄດ້ຢືນຢູ່ຕໍ່ໜ້າກາລະໂອກາດເພື່ອກາຍເປັນສະມາຊິກຂອງອົງການທີ່ມີອິດທິພົນຊື່ສຽງ ແລະ ມີສິດອຳນາດສູງສຸດຂອງສະຫະປະຊາຊາດດ້ວຍອາຍຸການ 2 ປີ (2020 - 2021), ນັບແຕ່ວັນທີ 1 ມັງກອນ 2020. ເມື່ອຕັດສິນໃຈອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດຄັ້ງທີ 2 ນີ້, ຫວຽດນາມ ມີຄວາມຫວັງຢາກປະກອບສ່ວນຫລາຍກ່ວາອີກ ເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການເຊີດຊູເຄົາລົບກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ຊຸກຍູ້ບົດບາດຂອງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນ ພິເສດໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ເມື່ອສັງເກດສະພາບລວມຄວາມໝັ້ນຄົງສາກົນນັ້ນ, ອາດເຫັນໄດ້ວ່າ ປັດຈຸບັນໂລກຍັງຄົງປະເຊີນໜ້າກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງ, ບັນດາບັນຫາສັບສົນທີ່ເກີດຂຶ້ນຍ້ອນການຂັດແຍ້ງ, ຄວາມມັກໃຫຍ່ໄຝ່ສູງ ແລະ ການແກ່ງແຍ້ງດ້ານຍຸດທະສາດລະຫວ່າງບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດໃຫຍ່. ເພື່ອດຳລົງຕຳແໜ່ງ ເຊິ່ງໂລກມີຄວາມໄວ້ເນື້ອເຊື່ອໃຈມອບໝາຍໃຫ້ນັ້ນ, ຫວຽດນາມ ໄດ້ກະກຽມແຜນການເພື່ອປະຕິບັດໜ້າທີ່ເປັນຢ່າງດີທີ່ສຸດ. ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກູ໊ຍ ໃຫ້ຮູ້ວ່າ:

“ວຽກງານທີ່ຕ້ອງປະຕິບັດໃນທັນທີພາຍຫລັງການປ່ອນບັດແມ່ນບູລະນະກົງຈັກທົ່ວທັງຄະນະປະຕິບັດງານຢູ່ທີ່ນີ້ ກໍ່ຄືຢູ່ບັນດາອົງການພາຍໃນປະເທດ ເພື່ອສ້າງບັນດາກົນໄກຮ່ວມມື, ບັນດາກົນໄກຂໍ້ມູນຂ່າວສານ ເຮັດແນວໃດ ເພື່ອໃຫ້ວິວັດການອອກຂໍ້ຕົກລົງໄດ້ຢ່າງວ່ອງໄວ ແລະ ທັນການ. ວຽກງານທີ 2 ທີ່ຕ້ອງປະຕິບັດໃນທັນທີ ນັ້ນແມ່ນຄົ້ນຄວ້າບັນດາບັນຫາຊຶ່ງ ຫວຽດນາມ ຈະຊັກຈູງ, ຈະນຳສະເໜີ ແລະ ຈະເປັນເຈົ້າຂອງໃນວິວັດການເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະພາຄວາມໝັ້ນຄົງໃນ 2 ປີຈະມາເຖິງ, ພິເສດແມ່ນໃນ 2 ເດືອນ ຊຶ່ງ ຫວຽດນາມ ຈະເປັນປະທານສະພາຄວາມໝັ້ນຄົງ.”

ໂດຍໄດ້ເຄີຍຜ່ານບັນດາສົງຄາມ, ດ້ວຍຄວາມເຈັບປວດ ແລະ ການສູນເສຍຫລາຍຢ່າງເພື່ອປົດປ່ອຍປະເທດຊາດ, ເພື່ອຍາດເອົາເອກະລາດເສລີພາບ, ຍິ່ງກ່ວາໃຜໝົດ ຫວຽດນາມ ເຂົ້າໃຈຢ່າງຈະແຈ້ງຄຸນຄ່າຂອງສົງຄາມ ແລະ ຄວາມຈຳເປັນຕ້ອງສະກັດກັ້ນສົງຄາມ. ຫວຽດນາມ ຍັງແມ່ນແບບຢ່າງໂດຍຖືກໂລກຮັບຮູ້ ໃນຄວາມມານະພະຍາຍາມຮຳບາດແຜສົງຄາມ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ. ບົດຮຽນຈາກອະດີດຕະການ, ຜົນງານຂອງພາລະກິດປ່ຽນແປງໃໝ່ທີ່ເຕັມໄປດ້ວຍຄວາມປະທັບໃຈ, ທີ່ຕັ້ງ ແລະ ບົດບາດນັບມື້ນັບຍົກສູງຂຶ້ນໃນເວທີສາກົນ ພ້ອມກັບແນວທາງການຕ່າງປະເທດເປີດກ້ວາງ, ແນ່ນອນວ່າ ຫວຽດນາມ ຈະຮັບຜິດຊອບບົດບາດເປັນຢ່າງດີ ຊຶ່ງປະຊາຄົມສາກົນມີຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງ./.

(ແຫຼ່ງ​ຂໍ້​ມູນ​: Anh Huyen/VOVWORLD)

ເຫດການ
302 Found

Found

The document has moved here.