ປີ 2019 ມີຄວາມສໍາຄັນຫຼາຍໃນການເຮັດສໍາເລັດ ແຜນການພັດທະນາເສດຖະກິດ - ສັງຄົມ 2016-2020 ຂອງ ຫວຽດນາມ

00:54 | 13/05/2019

ຍສໝ - ນອກຈາກບັນດາເງື່ອນໄຂທີ່ດີຈາກຜົນໄດ້ຮັບທີ່ໂດດເດັ່ນໃນ ປີ 2018 ກ່ຽວກັບສະຖຽນລະພາບມະຫາພາກ, ການເຕີບໂຕທາງເສດຖະກິດ, ຄວບຄຸມເງິນເຟີ້, ປັບປຸງສະພາບແວດລ້ອມດ້ານການລົງທຶນທຸລະກິດ ແລະ ຍຸ້ແຮງການເຊື່ອມໂຍງການ, ຮ່ວມມືດ້ານເສດຖະກິດສາກົນ, ເສດຖະກິດ - ສັງຄົມຂອງປະເທດຂອງພວກເຮົາໃນປີ 2019 ຍັງຄາດຄະເນວ່າຈະປະເຊີນກັບສິ່ງທ້າທາຍຕ່າງໆທີ່ມາຈາກເສດຖະກິດພາຍໃນ.

ປີ 2019 ມີຄວາມສໍາຄັນຫຼາຍໃນການເຮັດສໍາເລັດ ແຜນການພັດທະນາເສດຖະກິດ - ສັງຄົມ  2016-2020 ຂອງ  ຫວຽດນາມ

ປີ 2019 ມີຄວາມສໍາຄັນຫຼາຍໃນການສໍາເລັດແຜນການພັດທະນາເສດຖະກິດ - ສັງຄົມ 5 ປີ ໃນໄລຍະ 2016-2020 ຕໍ່ ສສ ຫວຽດນາມ

ການຄາດຄະເນເສດຖະກິດໂລກໃນ ປີ 2019 ຍັງມີຫຼາຍຄວາມສ່ຽງ ແລະ ສິ່ງທ້າທາຍທີ່ອາດຈະເກີດຂື້ນ. ການຄ້າສາກົນແມ່ນສັບສົນຫຼາຍດ້ວຍບັນດາປັດໃຈທີ່ບໍ່ສາມາດຄາດເດົາໄດ້, ໂດຍສະເພາະແມ່ນຄວາມກົດດັນຂອງສົງຄາມການຄ້າຈີນ - ອາເມລິກາ. ພາຍໃນປະເທດ, ນອກຈາກບັນດາເງື່ອນໄຂທີ່ດີຈາກຜົນໄດ້ຮັບທີ່ໂດດເດັ່ນໃນ ປີ 2018 ກ່ຽວກັບສະຖຽນລະພາບມະຫາພາກ, ການເຕີບໂຕທາງເສດຖະກິດ, ຄວບຄຸມເງິນເຟີ້, ປັບປຸງສະພາບແວດລ້ອມດ້ານການລົງທຶນທຸລະກິດ ແລະ ຍຸ້ແຮງການເຊື່ອມໂຍງ, ຮ່ວມມືດ້ານເສດຖະກິດສາກົນ, ເສດຖະກິດ - ສັງຄົມຂອງປະເທດຂອງພວກເຮົາໃນປີ 2019 ຍັງຄາດຄະເນວ່າຈະປະເຊີນກັບສິ່ງທ້າທາຍຕ່າງໆທີ່ມາຈາກເສດຖະກິດພາຍໃນ, ເປັນຕົ້ນຄື: ລະດັບຕ່ໍາໃນດ້ານເຕັກໂນໂລຢີ, ຊັບພະຍາກອນທໍາມະຊາດໄດ້ຖືກຫຼຸດລົງເທື່ອລະກ້າວໃນຂະນະທີ່ຄວາມສາມາດແຂ່ງຂັນຂອງເສດຖະກິດໄດ້ມີການປ່ຽນແປງແຕ່ຍັງບໍ່ທັນປະສົບຜົນສໍາເລັດ. ນອກຈາກນັ້ນ, ປີ 2019 ການປະຕິບັດຢ່າງເຕັມທີ່ຂອງຄໍາຫມັ້ນສັນຍາສາກົນທີ່ໄດ້ມີການລົງນສາມແລ້ວ, ໂດຍສະເພາະແມ່ນຄໍາຫມັ້ນສັນຍາກ່ຽວກັບການເປີດຕະຫຼາດ, ການຫຼຸດຜ່ອນພາສີ ແລະ ການປົກປ້ອງຊັບສິນທາງປັນຍາຈະນໍາເອົາໂອກາດໃຫ້ຫວຽດນາມໃນການດຶງດູດແຫຼ່ງຊັບພະຍາກອນມະນຸດຈາກຕ່າງປະເທດ, ແຕ່ໃນເວລາດຽວກັນກໍ່ແມ່ນຄວາມກົດດັນຢ່າງຫຼວງຫຼາຍຕໍ່ເສດຖະກິດພາຍໃນປະເທດ. ການປ່ຽນແປງທາງດ້ານສະພາບອາກາດ, ໄພພິບັດທໍາມະຊາດ, ພະຍຸ ແລະ ໄພນໍ້າຖ້ວມ ແມ່ນສິ່ງທ້າທາຍ, ຜົນກະທົບທາງລົບຕໍ່ການດໍາເນີນການຜະລິດ ແລະ ການທຸລະກິດ. ໃນສະເພາະໜ້າ, ເພື່ອໃຫ້ບັນລຸຈຸດປະສົງເປົ້າຫມາຍການພັດທະນາເສດຖະກິດ - ສັງຄົມ ປີ 2019 ທີ່ໄດ້ຮັບການອະນຸມັດໂດຍສະພາແຫ່ງຊາດເຊິ່ງ GDP ເພີ່ມຂຶ້ນ 6,6% - 6,8% ແລະ ອັດຕາການເພີ່ມຂຶ້ນຂອງລາຄາຜູ້ບໍລິໂພກສະເລ່ຍປະມານ 4%; ຍອດຜະລິດຕະພັນການສົ່ງອອກເພີ່ມຂຶ້ນປະມານ 7% -8%; ອັດຕາຫວ່າງງານຢູ່ເຂດຕົວເມືອງແມ່ນຕໍ່າກວ່າ 4%... ບັນດາຂັ້ນ, ຂະແໜງການ ແລະ ທ້ອງຖິ່ນຕ້ອງຮັບຮູ້ຢ່າງຖືກຕ້ອງກ່ຽວກັບຄວາມຫຍຸ້ງຍາກ, ສິ່່ງທ້າທາຍໃນສະເພາະໜ້າເພື່ອມີບັນດາມາດຕະການແກ້ໄຂຢ່າງທັນເວລາຕັ້ງແຕ່ຫົວທີ, ເດືອນທໍາອິດຂອງປີ 2019,ໃນນັ້ນຈະສຸມໃສ່ເຂົ້າໃນບັນດາເນື້ອໃນຕົ້ນຕໍດັ່ງຕໍ່ໄປນີ້:

ໜຶ່ງແມ່ນລັດຖະບານ ແລະ ບັນດາທ້ອງຖິ່ນໃນທົ່ວປະເທດຄວນສຸມໃສ່ການທົບທວນ, ເພີ່ມເຕີມ ແລະ ປັບປຸງລະບຽບການ, ຫຼຸດຜ່ອນຢ່າງຫຼວງຫຼາຍເງື່ອນໄຂໃນການດໍາເນີນທຸລະກິດທີ່ກໍາລັງເປັນສິ່ງອຸປະສັກຕໍ່ການດໍາເນີນທຸລະກິດຂອງວິສາຫະກິດ ແລະ ທຸລະກິດຂອງບຸກຄົນ, ຍຸ້ແຮງການປະຕິຮູບການບໍລິຫານ, ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນຂັ້ນຕອນປະຕູ້ດຽວເພື່ອສ້າງສະພາບແວດລ້ອມທຸລະກິດຢ່າງສະດວກໃນດ້ານການສ້າງຕັ້ງ ແລະ ການພັດທະນາຂອງວິສາຫະກິດ, ພ້ອມກັນນັ້ນກໍ່ມີການທົບທວນຂັ້ນຕອນຕ່າງໆກ່ຽວກັບການລະລາຍ ແລະ ການລົ້ມລະລາຍຂອງວິສາຫະກິດເພື່ອຮັບປະກັນໃຫ້ໄວ ແລະ ປະສິດທິຜົນ. ລັດຖະບານຕ້ອງມີນະໂຍບາຍ ແລະ ວິທີແກ້ໄຂທີ່ເຫມາະສົມເພື່ອສົ່ງເສີມບັນດາການທຸລະກິດຂອງບຸກຄົນຫັນເປັນວິສາຫະກິດ, ສ້າງເງື່ອນໄຂອັນສະດວກໃຫ້ແກ່ການດໍາເນີນທຸລະກິດຂອງການທຸລະກິດຂອງບຸກຄົນເພື່ອໄດ້ຮັບການຫມັ້ນຄົງ, ໃນໄລຍະຍາວ ແລະ ສອດຄ່ອງກັບກົດຫມາຍ.

ສອງແມ່ນສ້າງ, ປັບປຸງລະບົບກົດຫມາຍເພື່ອປະຕິບັດຢ່າງມີປະສິດທິຜົນສັນຍາຄູ່ຮ່ວມຮອບດ້ານ ແລະ ຄວາມກ້າວໜ້ລະຫວ່າງປາຊີຟິກ, ພ້ອມກັນນັ້ນ, ກໍ່ມີການຂົນຂວາຍຢ່າງຕັ້ງໜ້າເພື່ອໄດ້ຮັບການຮັບຮອງໂດຍໄວຂອງສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີຣົບ. ຍົກສູງຜົນໄດ້ຮັບຂອງການຂະຫຍາຍຕົວດ້ານການຄ້າສາກົນ, ຍົກສູງການສົ່ງເສີມດ້ານການຄ້າ, ຊອກຫາ ແລະ ຂະຫຍາຍຕະຫຼາດສົ່ງອອກຕົ້ນຕໍສໍາລັບສິນຄ້າກະສິກໍາ.

ສາມແມ່ນເປັນເຈົ້າການໃນການບໍລິຫານນະໂຍບາຍເງິນຕາ, ອັດຕາດອກເບ້ຍ, ອັດຕາແລກປ່ຽນສອດຄ່ອງກັບການເຄື່ອນໄຫວໃນຕະຫຼາດພາຍໃນປະເທດ ແລະ ສາກົນ ເພື່ອສະຫນັບສະຫນູນການຜະລິດທຸລະກິດ ແລະ ການເຕີບໂຕທາງເສດຖະກິດ. ປັບປຸງຄຸນນະພາບການປ່ອຍສິນເຊື່ອ, ໂດຍສຸມໃສ່ຂົງເຂດທີ່ມີຄວາມສໍາຄັນເຊັ່ນ: ການກະສິກໍາ, ເຂດຊົນນະບົດ, ອຸດສາຫະກໍາສະຫນັບສະຫນູນ, ການສົ່ງອອກ, ວິສາຫະກິດມີການນໍາໃຊ້ເຕັກໂນໂລຢີສູງ, ວິສາຫະກິດຂະຫນາດນ້ອຍ ແລະ ກາງ, ການສະຫນັບສະຫນູນການເລີ່ມຕົ້ນ; ການຄວບຄຸມສິນເຊື່ອໃນບາງຂະແຫນງການ, ຂົງເຂດທີ່ມີຄວາມສ່ຽງ.

ສີ່ແມ່ນການພັດທະນາລະບົບພື້ນຖານໂຄງລ່າງ, ໂດຍສະເພາະແມ່ນພື້ນຖານໂຄງລ່າງການຂົນສົ່ງ ແລະ ເຕັກໂນໂລຢີຂໍ້ມູນ. ເພີ່ມຄວາມໄວໃນການສໍາເລັດໂຄງການ , ໂຄງການທີ່ສໍາຄັນ, ມີຄວາມໝາຍທາງດ້ານການປັບປຸງຄວາມອາດສາມາດໃນການຜະລິດສໍາລັບເສດຖະກິດ.

ຫ້າແມ່ນປະກາດໃຊ້ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍທີ່ມີລັກສະນະບຸກທະລຸ, ການນໍາໃຊ້ເຕັກໂນໂລຢີ, ຍົກສູງຄວາມສາມາດໃນການປ່ຽນແປງເທື່ອລະກ້າວ, ມີຄວາມຫົວຄິດປະດິດສ້າງໃນການຜະລິດທຸລະກິດ. ສຸມໃສ່ຍົກສູງປະສິດທິພາບດ້ານການຜະລິດ, ຄວາມສາມາດໃນການແຂ່ງຂັນຂອງເສດຖະກິດ. ວິສາຫະກິດຫວຽດນາມຕ້ອງຮັບຮູ້ ແລະ ນໍາໃຊ້ຄໍາຂວັນທີ່ວ່າ: "ສິນຄ້າຫວຽດນາມກໍ່ຕ້ອງເຮັດໃຫ້ຜູ້ໂບລິໂພກຫວຽດນາມເຊິ່ງມີຄວາມນິຍົມນນໍາໃຊ້". ຖືສໍາຄັນການພັດທະນາຕະຫຼາດພາຍໃນ, ເປັນເຈົ້າການໃນການເຊື່ອມຕໍ່ ແລະ ພັດທະນາຊ່ອງທາງການຈໍາໜ່າຍຜະລິດຕະພັນຂອງຫວຽດນາມ.

ຫົກແມ່ນເພື່ອໃຫ້ເສດຖະກິດມີການເຊື່ອມໂຍງ, ບໍ່ຖືກປະຖິ້ມໃນການປະຕິວັດອຸດສາຫະກໍາ 4.0, ລັດຖະບານຕ້ອງມີການປັບປຸງໃໝ່ດ້ານວິທີການດຶງດູດການລົງທຶນຕ່າງປະເທດ, ສຸມໃສ່ການດຶງດູດບັນດານັກລົງທຶນແຖ້ວໜ້າຂອງໂລກ, ມີຄວາມສາມາດແຂ່ງຂັນສູງໃນການລົງທຶນຢູ່ຫວຽດນາມ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ FDI ແລະ ວິສາຫະກິດພາຍໃນ, ສະກັດກັ້ນບັນດາແຫຼ່ງທຶນໂຄງການເຊິ່ງອາດຈະເປັນມົນລະພິດຕໍ່ສະພາບແວດລ້ອມ ແລະ ເຕັກໂນໂລຢີຫຼ້າຫຼັງເຂົ້າມາຫວຽດນາມ.

ເຈັດແມ່ນເສດຖະກິດມີການພັດທະນາທີ່ຫມັ້ນຄົງ ແລະ ມີຄວາມຍືນຍົງໃນແນວໂນ້ມຂອງການປະຕິວັດອຸດສາຫະກໍາ 4.0 ຂື້ນກັບຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ ແລະ ກໍາລັງຜູ້ອອກແຮງງານທີ່ມີຄວາມຮູ້ຄວາມສາມາດ, ຮູ້ປະດິດສ້າງ, ຮູ້ວິທີການໃຫ້ແນວຄວາມຄິດໃຫມ່. ດັ່ງນັ້ນ, ລັດຖະບານຕ້ອງໄດ້ປັບປຸງວິທີການ ແລະ ໂຄງການຝຶກອົບຮົມ, ສົມທົບທິດສະດີ ແລະ ການປະຕິບັດ, ໂດຍສຸມໃສ່ການຝຶກອົບຮົມທິມງານປະຕິບັດທີ່ດີເພື່ອຕອບສະຫນອງຄວາມຕ້ອງການດ້ານແຮງງານໃນແນວໂນ້ມການດໍາເນີນງານຂອງການປະຕິວັດອຸດສາຫະກໍາ 4.0. ນີ້ແມ່ນວຽກງານຫນຶ່ງໃນການປະຕິບັດສາມຂັ້ນຕອນສໍາຄັນຂອງເສດຖະກິດ: ການປ່ຽນແປງໃໝ່ທາງດ້ານລະບຽບການ; ການກໍ່ສ້າງພື້ນຖານໂຄງລ່າງ ແລະ ແຫຼ່ງຊັບພະຍາກອນມະນຸດ.

ແປດແມ່ນການປະຕິບັດນະໂຍບາຍຄວາມປອດໄພທາງດ້ານສັງຄົມເປັນຢ່າງດີ, ສະຫວັດດີການສັງຄົມ, ນະໂຍບາຍສໍາລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຮັບປະກັນດ້ານການເປີດເຜີຍ, ຄວາມໂປ່ງໃສ, ທັນເວລາ ແລະ ຖືກເປົ້າໝາຍ. ສືບຕໍ່ປະຕິບັດວຽກງານເປົ້າຫມາຍແຫ່ງຊາດຢ່າງມີປະສິດທິຜົນເພື່ອຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ໂຄງການແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດແບບໃຫມ່. ການປະຕິບັດທີ່ດີຂອງວຽກງານການຊ່ວຍເຫຼືອແບບບັງເອີນ, ການຮັບປະກັນວ່າປະຊາຊົນໃນເວລາທີ່ມີຄວາມສ່ຽງ ແລະ ໄພພິບັດທໍາມະຊາດໄດ້ຮັບການສະຫນັບສະຫນູນທັນເວລາ ແລະ ຊີວິດປະຊາຊົນໃຫ້ມີຄວາມໝັ້ນຄົງ. ເພີ່ມທະວີການປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມເປັນລະບຽບຮຽຍຮ້ອຍທາງດ້ານສັງຄົມ, ຄວາມປອດໄພດ້ານການຈໍລະຈອນ, ປ້ອງກັນໄຟໄຫມ້ ແລະ ການລະເບີດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.