ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ ກ້​ວາງເລິກລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້ຫຼາຍ​ກ່​ວາ​ອີ​ກ

18:38 | 06/05/2019

ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບຍີ່ປຸ່ນພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງກ້ວາງເລິກລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ຫຼາຍກ່ວາອີກເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ແລະພັດທະນາໃນພາກພື້ນ ແລະ ໃນໂລກ.

ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ ກ້​ວາງເລິກລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້ຫຼາຍ​ກ່​ວາ​ອີ​ກ

ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຫວຽດນາມຂຽນໃສ່ປື້ມສົ່ງອວຍພອນ. (ພາບ: ວັນດຽບ – TTXVN)

ຕອນເຊົ້າວັນທີ 6 ພຶດສະພາ, ໂດຍຕາງໜ້າລັດ ແລະ ປະຊາຊົນ ຫວຽດນາມ, ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ໄປຍັງສະຖານທູດ ຍີ່ປຸ່ນ ປະຈຳຫວຽດນາມທີ່ຮ່າໂນ້ຍ ເພື່ອຈົດປື້ມສົ່ງອວຍພອນເນື່ອງໃນໂອກາດ ເຈົ້າຈັກກະພັດຍີ່ປຸ່ນ Naruhito ຂຶ້ນຄອງລາຊະບັນລັງ. ໃນການຂຽນໃສ່ປື້ມ, ທ່ານນາງ ດັ້ງທິງັອກທິ້ງ ໄດ້ສົ່ງຄຳອວຍພອນເຖິງເຈົ້າຈັກກະພັດ, ພະບໍລົມວົງສານຸວົງ ແລະ ປະຊາຊົນ ຍີ່ປຸ່ນ, ທ່ານນາງໄດ້ສະແດງຄວາມເຊື່ອໝັ້ນວ່າ ປະຊາຊົນຍີ່ປຸ່ນຈະບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນພາລະກິດພັດທະນາປະເທດຊາດ ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບຍີ່ປຸ່ນພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງກ້ວາງເລິກລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ຫຼາຍກ່ວາອີກເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ແລະພັດທະນາໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.