ທ່ານ ຫງວຽນ​ຊວນ​ຟຸກ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຣູ​ມາ​ນີ ແລະ ສ.ເຊັກ​ໂກ ຢ່າງ​ຈົບ​ງາມ

19:45 | 18/04/2019

ຕອນທ່ຽງວັນທີ 18 ເມສາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາເຖິງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຣູມານີ ໃນລະຫວ່າງວັນທີ 14 -16 ເມສາ ແລະ ສ.ເຊັກໂກ ໃນລະຫວ່າງວັນທີ 16-18 ເມສາ ຢ່າງເປັນທາງການ.

ທ່ານ ຫງວຽນ​ຊວນ​ຟຸກ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຣູ​ມາ​ນີ ແລະ ສ.ເຊັກ​ໂກ ຢ່າງ​ຈົບ​ງາມ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະພັນລະຍາຢູ່ສະໜາມບິນສາກົນ Vaclav Havel, Praha (ພາບ: TTXVN)

ຜົນສຳເລັດທີ່ສຳຄັນໃນການຢ້ຽມຢາມ ຣູມານີ ແລະ ສ.ເຊັກໂກ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການປັບປຸງ, ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ກັບບັນດາປະເທດເພື່ອນມິດຢູ່ເອີລົບຕາເວັນອອກ; ຊຸກຍູ້ຢ່າງຮອບດ້ານບັນດາການພົວພັນ ເທົ່ານັ້ນ ຫາກຍັງໄດ້ຮັບການສະໜັບສະໜູນຢ່າງແຮງຈາກ ຣູມານີ ແລະ ສ.ເຊັກໂກ ໃນການຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນ ສັນຍາ EVFTA ແລະ EVIPA ເພື່ອແນໃສ່ເປີດໂອກາດໃໝ່ ໃຫ້ແກ່ການຮ່ວມມື ລະຫວ່າງ ຫວຽດນາມ ກັບ EU ເວົ້າລວມ ແລະ ກັບ ຣູມານີ ແລະ ສ.ເຊັກໂກ ເວົ້າສະເພາະ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.