ພິທີຕ້ອນຮັບຄະນະຜູ້ແທນ ກອງທືນ ກຸ໋ຍ ຕົງ ແຂັງ ລິງ ຢ້ຽມຢາມ ຫວຽດນາມ

09:22 | 03/04/2019

ຍສໝ - ຕອນບ່າຍຂອງວັນທີ 2 ເມສາ, ທີ່ຮ່າໂນ້ຍ ສະຫາຍ ເຈິ່ນ ແທັງ ເມິ໋ນ ກຳມະການສູນກາງພັກ ປະທານກຳມະການ ແນວໂຮມຊາດ ຫວຽດນາມ ໄດ້ຈັດພິທີຕ້ອນຮັບຢ່າງອົບອຸ່ນ ທ່ານ ເວືອງ ຢາ ທຸ້ຍ, ອາດີດຮອງປະທານສະພາແນວໂຮມທົ່ວປະເທດຈີນ, ປະທານ ກອງທືນ ຕົງ ແຂັງ ລິງ ພ້ອມທັງຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ພິທີຕ້ອນຮັບຄະນະຜູ້ແທນ ກອງທືນ ກຸ໋ຍ ຕົງ ແຂັງ ລິງ ຢ້ຽມຢາມ ຫວຽດນາມ

ບັນຍາກາດການຕ້ອນຮັບ.

ເຂົ້າຮ່ວມໃນການຕ້ອນຮັບມີ ສະຫາຍ ຫງວ໋ຽນ ເຟືອງ ງາ ປະທານສະຫະພັນອົງການມິດຕະພາບຫວຽດນາມ, ສະຫາຍ ຟຸ່ງ ແຂັງ ຕ່າຍ ຮອງປະທານກຳມະການສູນກາງ ແນວໂຮມຊາດຫວຽດນາມ.

ທີ່ການຕ້ອນຮັບ, ສະຫາຍ ເຈິ່ນ ແທັງ ເມິ໋ນ ສະແດງຄວາມຍິນດີ ແລະ ດີອົກດີໃຈ ຕໍ່ກັບທິດທາງພັດທະນາອັນຕັ້ງໜ້າ ຂອງສາຍພົວພັນ ສອງປະເທດຜ່ານການເຄື່ອນໄຫວພົບປະ, ແລກປ່ຽນ ລະຫວ່າງ ຄະນະຂັ້ນສູງ ທີ່ໄດ້ຮັບການຈັດຂື້ນຢ່າງເປັນປະຈຳ; ຮ່ວມມືລະຫວ່າງ ສອງປະເທດໃນຂົງເຂດການຄ້າ, ລົງທືນ, ທ່ອງທ່ຽວ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ; ການຄ້າສອງປະເທດ ປີ 2018 ບັນລຸໄດ້ 148ຕຶ້ USD.

ແບ່ງປັນເຖິງຄວາມຄ້າຍຄືກັນທາງດ້ານພາລະ, ບົດບາດ ແລະ ຄວາມຮັບຜິດຊອບ ຂອງ ແນວໂຮມຊາດຫວຽດນາມ ກັບ ແນວໂຮມຈີນ, ສະຫາຍ ເຈິ່ນ ແທັງ ເມິ໋ນ ໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາ ທັງສອງຝ່າຍໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນຄະນະຂັ້ນສູງປະຈຳປີ; ເຊັນສັນຍາຮ່ວມມືແຕ່ລະໄລຍະເພື່ອເພີ່ມທະວີການແລກປ່ຽນ, ຮ່ວມມື ລະຫວ່າງ ສອງອົງການ ຂັ້ນສູນກາງ ກໍ່ຄືທ້ອງຖິ່ນ, ປະກອບສ່ວນເສີມສ້າງສາຍພົວພັນລະຫວ່າງ ປະຊາຊົນສອງປະເທດ.

ພິເສດແຕ່ວັນທີ 9-13 ເມສານີ້, ທັງສອງຝ່າຍຈະຈັດງານພົບປະແລກປ່ຽນມິດຕະພາບ ແນວໂຮມຊາດຫວຽດນາມ ແລະ ແນວໂຮມຈີນ ຮ່ວມກັບ ແນວໂຮມຊາດ 7 ແຂວງຂອງຫວຽດນາມ ແລະ ແນວໂຮມຈີນ ສອງແຂວງ ກວາງຊີ ແລະ ມົນທົນຢຸນໜານ ຢູ່ ນະຄອນ ຄຸນມິງ. ນີ້ແມ່ນກິດຈະກຳກໍ່ຄືການເຄື່ອນໄຫວທີ່ສຳຄັນ ເພື່ອເປີດສາກໃຫ້ແກ່ບັນດາການສະເຫຼີມສະຫຼອງ ຄົບຮັບ 70ປີ ວັນສ້າງຕັ້ງສາຍພົວພັນ ການທູດ ສອງປະເທດ (18-1-1950 - 18-1-2020).

ຢັ້ງຢືນວ່າ ກອງທືນ ຕົງ ແຂັງ ລິງ ແມ່ນໜຶ່ງໃນອົງການປະຊາຊົນທີ່ມີຄວາມໄວ້ວາງໃຈ, ມີການປະກອບເຂົ້າໃນການພະລະກິດປົກປັກຮັກສາ ສັນຕິພາບໂລກ, ເພີ່ມທະວີມິດຕະພາບສາກົນ ແລະ ຄວາມກ້າວໜ້າຂອງສັງຄົມ, ສະຫາຍ ເຈິ່ນ ແທັງ ເມີ໋ນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ກອງທຶນບັນລຸໄດ້ໝາກຜົນກໍ່ຄືຫຼາຍໆຜົນສໍາເລັດ ໃນວຽກງານການ ຮັກສາສຸຂະພາບ ແມ່ ແລະ ເດັກ, ສະໜັບສະໜູນການສຶກສາ, ການຫຼຸດຜ່ອນນຄວາມທຸກຍາກ, ເຜີຍແຜ່ເຕັກນິກວິທະຍາສາດ, ວັດນະຄະດີ, ສິນລະປະ, ກິລາ, ສາທາລະນະສຸກ...........

ທ່ານ ເຈີ່ນ ແທັງ ເມີ໋ນ ຫວັງວ່າ ໃນຖານະປະທານ ກອງທຶນ ຕົງ ແຂັງ ລິງ, ທ່ານ ເວືອງ ຢາ ຖຸ້ຍ ສືບຕໍ່ປະກອບສ່ວນຊຸກຍູ້ສາຍພົວພັນ ຂອງ ກອງທຶນ ກັບ ແນວໂຮມຊາດຫວຽດນາມ ແລະ ບັນດາອົງການສະມາຊິກ, ກໍ່ຄື ການພັດທະນາມິດຕະພາບ ລະຫວ່າງປະຊາຊົນສອງປະເທດ. ຂໍຂອບໃຈ ສຳລັບນ້ຳໃຈຂອງສະຫາຍ ເຈີ່ນ ແທັງ ເມີ໋ນ ທີ່ມອບໃຫ້ຄະນະຜູ້ແທນ, ທ່ານ ເວືອງ ຢາ ຖຸ້ຍ ຢືນຢັນວ່າ: ດ້ວຍຄວາມໄວ້ວາງໃຈຂອງຕົນ ຈະສືບຕໍ່ປະກອບສ່ວນເຫື່ອແຮງເຂົ້າໃນການເຄື່ອນໄຫວການທູດປະຊາຊົນ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ລະຫວ່າງ ແນວໂຮມຈີນ ແລະ ແນວໂຮມແຫ່ງຊາດຫວຽດນາມ; ສົ່ງເສີມການເຄື່ອນໄຫວຮ່ວມມື ຂອງກອງທຶນ ຕົງ ແຂັງ ລິງ ຢູ່ ຫວຽດນາມ, ຈາກນັ້ນ ປະກອບສ່ວນເຂົ້າໃນການນຳພາສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ ຈີນ - ຫວຽດນາມ ໄດ້ພັດທະນານັບມື້ນັບປະກົດຜົນເປັນຕົວຈິງ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.