ອາຊີ ພວມມຸ່ງໄປສູ່ການປະກອບສ່ວນ 50% GDP ຂອງໂລກ ໃນ ປີ 2040

10:22 | 17/07/2019

ອ້າງຕາມຜົນ ການຄົ້ນຄ້ວາ ອະນາຄົດ ຂອງອາຊີ ຂອງ Mckinsey Global Institute (MGI), ປະ ກາດ ເມື່ອວັນທີ 15 ກໍລະກົດ 2019 ວ່າ ອາຊີ ພວມມຸ່ງໄປສູ່ ການປະກອບສ່ວນ 50% GDP ຂອງໂລກ ໃນປີ 2040 ແລະ 40% ໃນການບໍລິໂພກຂອງໂລກ.

ອາຊີ ພວມມຸ່ງໄປສູ່ການປະກອບສ່ວນ 50% GDP ຂອງໂລກ ໃນ ປີ 2040

ອາຊີ ພວມມຸ່ງໄປສູ່ການປະກອບສ່ວນ 50% GDP ຂອງໂລກ ໃນປີ 2040.(ພາບ:bnews.vn)

ໃນຂະນະທ່ີ່ ການບໍລິໂພກເພີ່ມຂຶ້ນ, ປະລິມານການຜະລິດສິນຄ້າໃນອາຊີໄດ້ແຈກຢາຍຢູ່ຕະຫລາດພາຍໃນກໍເພີ່ມຂຶ້ນເຊັ່ນ​ກັນ. ປັດຈຸບັນ, ການຄ້າຂອງອາຊີກວມເອົາ 52% ເປັນຕົ້ນ ການຄ້າພາຍໃນ. ນອກນັ້ນ, ຈີນ, ອາຊີ ກາຍເປັນສູນການເຄື່ອນໄຫວເສດຖະກິດໂລກ. ອາຊີ ພວມມີ​ການພັດທະນາ​ຂຶ້ນຢ່າງວ່ອງໄວ ​ໂດຍ​ສະ​ເພາະ ບັນດາ ນະຄອນໃນອາຊີ ໄດ້ກາຍເປັນສູນການເງິນທົ່ວໂລກ. ຕາມການຄົ້ນຄ້ວາ ຂອງ MGI ລະບຸວ່າ ມີ 71 ພື້ນຖານເສດຖະກິດພວມພັດທະນາ ແລະ ເລືອກເອົາ 18 ແຫ່ງ ໃນຈຳນວນນັ້ນມີລະດັບການຂະຫຍາຍຕົວ GDP ຢ່າງແຂງແຮງ. ໃນນັ້ນ ພື້ນຖານ ເສດຖະກິດ 7 ແຫ່ງ ໄດ້ຮັບປະສິດທິຜົນດີ ໃນໄລຍະຍາວ ແລະ 5 ​ແຫ່ງ ໃນຈຳນວນ 11 ເສດຖະກິດດີເດັ່ນໃນໄລຍະຜ່ານມາກໍແມ່ນ ອາຊີ. ນອກ​ນັ້ນ, ອາຊີ ຍັງກວມ ເອົາເຖິງ 50% ໃນຈຳນວນ 2,2 ຕື້ຄົນທ່ີ່ນຳໃຊ້ອີນເຕີເນັດຂອງໂລກ​ເປັນ​ຕົ້ນ ຈີນ ແລະ ອິນ ເດຍ ກວມເອົາເຖິງ 1/3.

ສັນຍາການຄ້າເສລີ ຫວຽດນາມ - ອີຢູ ໄດ້ເປີດກາລະໂອກາດ 2 ຢ່າງສຳລັບເສດຖະກິດຫວຽດນາມ. ດ້ານໜຶ່ງ, ສັນຍານີ້ ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ສຳຜັດກັບຄູ່ຮ່ວມມືການຄ້າໃຫ້ຫຼາຍຮູບຫຼາຍແບບໃນໂລກ, ຈາກນັ້ນ ໂຄສະນາຜະລິດຕະພັນຂອງຕົນໄປຍັງບັນດາຕະຫຼາດທີ່ແຕກຕ່າງກັນ. ດ້ານອື່ນ, ນີ້ແມ່ນໂອກາດເພື່ອໃຫ້ວິສາຫະກິດຫວຽດນາມ ຮ່ຳຮຽນເອົາບົດຮຽນອັນລໍ້າຄ່າດ້ານວິຊາສະເພາະຈາກບັນດາຄູ່ຮ່ວມມື ເອີຣົບ.

ສັນຍາ EVFTA ກໍແມ່ນຂໍ້ກຸນແຈສຳຄັນໃນຂະບວນວິວັດປະຕິຮູບເພື່ອຫັນພື້ນຖານເສດຖະກິດຫວຽດນາມເປັນທັນສະໄໝ ໂດຍສະເພາະແມ່ນໃນຈຸດເວລາ ທີ່ຫວຽດນາມ ຍູ້ແຮງການປະຕິຮູບລັດວິສາຫະກິດ. ພ້ອມກັນນັ້ນ, ກໍ່ຍົກສູງ ແລະ ຫັນແບບວິທີການຄຸ້ມຄອງຂອງວິສາຫະກິດເປັນທັນສະໄໝ ເພື່ອສາມາດແກ້ງແຍ້ງກັບບັນດາວິສາຫະກິດຂອງເອີລົບ ແລະ ໃນໂລກ. ເພາະສະນັ້ນ, ວິສາຫະກິດຫວຽດນາມ ຕ້ອງມີການປ່ຽນແປງໃໝ່, ປະດິດຄິດສ້າງດ້ວຍຕົນເອງໃຫ້ຫຼາຍກວ່າອີກ, ພິເສດແມ່ນໃນວຽກງານບໍລິຫານ, ຈາກນັ້ນ ຊອກຫາທ່າແຮງສະເພາະ ແລະ ຕະຫຼາດສະເພາະໃຫ້ແກ່ສິນຄ້າຂອງຕົນ. ປັດຈຸບັນ, ລັດຖະບານຫວຽດນາມ ໄດ້ ແລະ ກຳລັງສ້າງເງື່ອນໄຂໃຫ້ວິສາຫະກິດພາຍໃນປະເທດເຊື່ອມຕໍ່ກັບບັນດາວິສາຫະກິດຕ່າງປະເທດ, ຈາກນັ້ນ, ສ້າງກາລະໂອກາດໄດ້ສຳຜັດ ແລະ ຮໍ່າຮຽນເອົາເຕັກໂນໂລຢີ, ວິທີການເຄື່ອນໄຫວ. ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ຖືວ່າ: ວິສາຫະກິດຫວຽດນາມ ໄດ້ສຳຜັດກັບຕະຫຼາດທີ່ມີພົນລະເມືອງ 500 ລ້ານຄົນ ດ້ວຍລະດັບການໃຊ້ຈ່າຍທີ່ໃຫຍ່ຫຼວງ ແລະ ມີຄຸນນະພາບສູງ. ດັ່ງນັ້ນ, ຈະມີສ່ວນກ່ຽວຂ້ອງເຖິງມູນຄ່າເພີ່ມ ແລະ ສ້າງວຽກເຮັດງານທຳ ໃຫ້ຄົນງານເປັນຈໍານວນຫຼາຍເຊິ່ງບັນດາວິສາຫະກິດຫວຽດນາມ ອາດສາມາດບັນລຸໄດ້ ເມື່ອແຊກຊຶມເຂົ້າກັບຕະຫຼາດ ອີຢູ.

ອາຊີ ພວມມຸ່ງໄປສູ່ການປະກອບສ່ວນ 50% GDP ຂອງໂລກ ໃນ ປີ 2040

ປັດຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກສະບຽງອາຫານ ມີອັນດັບສູງ ກ່ຽວກັບປະລິມານໃນຕະຫຼາດໂລກ.(ພາບ:sggp.org.vn)

ປັດຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກສະບຽງອາຫານ ມີອັນດັບສູງ ກ່ຽວກັບປະລິມານໃນຕະຫຼາດໂລກ ຄື: ເຂົ້າສານ, ໝາກພິກໄທ, ໝາກມ່ວງຫິມະພານ, ສິນໃນນ້ຳ, ໝາກໄມ້ຜັກພືດ, ທັນຍາຫານ ແລະ ພວມຄ່ອຍໆສ້າງເຄື່ອງໝາຍການຄ້າ ແລະ ອິດທິພົນຊື່ສຽງກ່ຽວກັບຄຸນນະພາບ, ລາຄາແກ້ງແຍ້ງໃນຕະຫຼາດໂລກ. 5 ເດືອນຕົ້ນປີ 2019, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ ບັນລຸ 22,8 ຕື້ USD, ສະເພາະຜະລິດຕະພັນກະເສດບັນລຸວົງເງິນສົ່ງອອກກວ່າ 2,7 ຕື້ USD. ວົງເງິນສົ່ງອອກຜະລິດຕະພັນກະເສດ ໄປຍັງ ອີຢູ ກວມເອົາກວ່າ 15% ໃນຍອດວົງເງິນສົ່ງອອກສິນຄ້າຂອງຫວຽດນາມ.

ສັນຍາ EVFTA ລະຫວ່າງ ຫວຽດນາມ ແລະ ອີຢູ ແມ່ນກາລະໂອກາດທີ່ໃຫຍ່ຫຼວງທີ່ສຸດ ເພື່ອຍົກສູງກຳລັງແຮງແກ້ງແຍ້ງ ແລະ ມູນຄ່າສົ່ງອອກໃຫ້ແກ່ຫວຽດນາມ ແລະ ຜ່ານນັ້ນ, ກໍ່ຍູ້ແຮງການສົ່ງອອກຜະລິດຕະພັນກະເສດໄປຍັງຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນນີ້ຢ່າງຍືນຍົງ. ສິ່ງທ້າທາຍເມື່ອເຊື່ອມໂຍງເຂົ້າກັບບັນດາປະເທດທີ່ມີປະສົບການຫຼາຍໃນການພັດທະນາການຜະລິດກະສິກຳ, ສ້າງລະບອບລະບຽບການຢ່າງສົມບູນແບບນັ້ນ ໄດ້ຮຽກຮ້ອງໃຫ້ພື້ນຖານກະສິກຳຫວຽດນາມ ຕ້ອງປ່ຽນແປງຢ່າງແຮງ. ບັນດາການປ່ຽນແປງນັ້ນ ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງເມື່ອເຊື່ອມໂຍງ, ເປີດກວ້າງຕະຫຼາດເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ພື້ນຖານເສດຖະກິດຫວຽດນາມ, ວິສາຫະກິດຫວຽດນາມ ພັດທະນາຢ່າງແຮງ ແລະ ຍືນຍົງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.