ມື້ນີ້ ເປີດວາລະກອງປະຊຸມ WEF ASEAN 2018 ຢ່າງເປັນທາງການ ຢູ່ ຮ່າໂນ້ຍ

11:34 | 12/09/2018

ຍສໝ - ມື້ນີ້ວັນທີ 12 ກັນຍາ ກອງປະຊຸມປາໄສ ເສດຖະກິດໂລກ ກ່ຽວກັບ ASEAN 2018 (WEF ASEAN 2018) ໄດ້ໄຂຂື້ນຢູ່ຮ່າໂນ້ຍ ຢ່າງເປັນທາງການ

ວາລະກອງປະຊຸມ ເວທີປາໄສ ເສດຖະກິດໂລກ ກ່ຽວກັບ ASEAN 2018 (WEF ASEAN 2018) ໄດ້ໄຂຂື້ນຢູ່ຮ່າໂນ້ຍ ຢ່າງເປັນທາງການ ມື້ນີ້ 12 ກັນຍາ ຢູ່ ຮ່າໂນ້ຍ ໂດຍການເຂົ້າຮ່ວມຂອງການນຳພື້ນຖານເສດຖະກິດໂລກ ແລະ ບັນດາຜູ້ແທນມາຈາກ ກຸ່ມບໍລິສັດ ນາໆຊາດ(ບໍລິສັດຂ້າມຊາດ).

WEF ASEAN 2018 ຈະດຳເນີນໄປຕັ້ງແຕ່ວັນທີ 11-13 ກັນຍາ 2018 ດ້ວຍຫົວຂໍ້ "ASEAN 4.0: ຈິດໃຈຂອງນັກທຸລະກິດ ແລະ ການປະຕິວັດອຸດສາຫະກຳ 4.0.

ຕອນເຊົ້າວັນທີ 12 ກັນຍາ ພາຍຫຼັງພິທີຕ້ອນຮັບການນຳລະດັບສູງຂອງບັນດາປະເທດຢ່າງເປັນທາງການ ທ່ານນາຍົກລັດຖະມົນຕີ ຫງວຽ໋ນຊົນ ຟຸ໋ກ ແລະ ປະທານ WEF ພ້ອມກັບບັນດາການນຳຂອງບັນດາປະເທດ ອາຊຽນ ແລະ ພູມມິພາກ ບັນດາຜູ້ແທນສາກົນ ຈະເຂົ້າຮ່ວມວາລະໄຂກອງປະຊຸມ WEF ASEAN 2018 ຢ່າງເປັນທາງການ.

ມື້ນີ້ ເປີດວາລະກອງປະຊຸມ WEF ASEAN 2018 ຢ່າງເປັນທາງການ ຢູ່ ຮ່າໂນ້ຍ

ເປີດວາລະກອງປະຊຸມ ເວທີປາໄສ ເສດຖະກິດໂລກ ກ່ຽວກັບ ASEAN 2018 (WEF ASEAN 2018).

ໃນຂອບເຂດກອງປະຊຸມ WEF ASEAN 2018 ຜູ້ນຳລັດຖະບານຫວຽດນາມ ຈະມີການພົບປະສອງຝ່າຍກັບບັນດາການນຳຂອງຫຼາຍໆປະເທດ, ພົບກັບບັນດາກຸ່ມບໍລິສັດ ນັກທຸລະກິດ ອັນດັບຕົ້ນໆຂອງ ASEAN ແລະ ພູມມິພາກ.

ພິເສດໃນຂອບເຂດກອງປະຊຸມ WEF ASEAN 2018 ກໍ່ຈະດຳເນີນກອງປະຊຸມສຸດຍອດ ເສດຖະກິດ ຫວຽດນາມ. ຕາມແຜນ ນາຍົກລັດຖະມົນຕີ ຫງວຽ໋ນຊົນ ຟຸກ ແລະ ປະທານ WEF Borge Brende ຈະຂື້ນປາໄສ ໄຂກອງປະຊຸມ ແລະ ພົບປະກັບບັນດານັກທຸລະກິດ.

ກອງປະຊຸມ ເສດຖະກິດໂລກ ກ່ຽວກັບ ASEAN ປີ 2018 ແມ່ນໂອກາດຊຸກຍູ້ບັນດາຄູ່ຮ່ວມມື ເພີ່ມທະວີການຮ່ວມມືກັບຫວຽດນາມ, ກຸ່ມບໍລິສັດອັນດັບຕົ້ນໆຂອງໂລກທີ່ມີທ່າແຮງດ້ານການເງິນ ເນັກໂນໂລຊີ ແລະ ຕະຫຼາດ ມີຄວາມສົນໃຈ ເພີ່ມທະວີການລົງທືນເຂົ້າຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າໃນການເປີດຕະຫຼາດ ຍາດແຍ່ງແຫຼ່ງທືນ ທີ່ມີຄຸນນະພາບ ເຕັກໂນໂລຊີທີ່ທັນສະໄໝ ມາຮັບໃຊ້ຂະບວນການປັບປຸງກົນໄກເສດຖະກິດ ແລະ ປ່ຽນແປງໃໝ່ ຕົ້ນແບບຂອງການເຕີບໂຕ.

ຕາມແຜນວາລະ ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸ໋ກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ນັກທຸລະກິດຫວຽດນາມຕອນບ່າຍຂອງວັນທີ 13 ກັນຍາ.

(ຫັດ​ທະ​ບູນ)

ເຫດການ