ເພື່ອໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ ມີທີ່ຕັ້ງຢູ່ຕະຫຼາດ ສ ເກົາຫຼີ

19:55 | 15/07/2018

ບໍ່ພຽງແຕ່ບັນດາວິສາຫະກິດ ຫວຽດນາມ ຢາກສົ່ງອອກສິນຄ້າໄປຍັງຕະຫຼາດ ສ ເກົາຫຼີ ເທົ່ານັ້ນ ຫາກມີວິສາຫະກິດຈຳໜ່າຍຫຼາຍແຫ່ງຂອງປະເທດນີ້ກໍ່ພວມຊອກຫາກາລະໂອກາດຮ່ວມມືອີກດ້ວຍ.

ເພື່ອໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ ມີທີ່ຕັ້ງຢູ່ຕະຫຼາດ ສ ເກົາຫຼີ

ໝາກມັງກອນ ແມ່ນໝາກໄມ້ຊະນິດໜຶ່ງໄດ້ສົ່ງອອກໄປຍັງຕະຫຼາດ ສ ເກົາຫຼີ.

ຕາມທ່ານ ໂດ໋ກິມລາງ, ຮອງຫົວໜ້າກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ, ການຄ້າ) ແລ້ວ, ແຕ່ລະປີ, ສ ເກົາຫຼີ ໄດ້ຈ່າຍບ້ວງເງິນປະມານ 33 ຕື້ USD ເພື່ອນຳເຂົ້າບັນດາປະເພດສິນຄ້າຄື: ຜະລິດຕະພັນກະເສດ, ສິນໃນນ້ຳ. ບໍ່ພຽງແຕ່ບັນດາວິສາຫະກິດ ຫວຽດນາມ ຢາກສົ່ງອອກສິນຄ້າໄປຍັງຕະຫຼາດ ສ ເກົາຫຼີ ເທົ່ານັ້ນ ຫາກມີວິສາຫະກິດຈຳໜ່າຍຫຼາຍແຫ່ງຂອງປະເທດນີ້ກໍ່ພວມຊອກຫາກາລະໂອກາດຮ່ວມມືອີກດ້ວຍ. ແຕ່ເພື່ອໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ ເຊື່ອມຊຶມ ແລະ ມີທີ່ຕັ້ງໃນຕະຫຼາດ ສ ເກົາຫຼີ, ບັນດາວິສາຫະກິດ ຫວຽດນາມ ຄວນລົງທຶນເຂົ້າຂອດກວດກາຄຸນນະພາບ, ສ້າງຄຸນຄ່າໃໝ່ໃຫ້ແກ່ຜະລິດຕະພັນອີກດ້ວຍ.

ຕາມສະຖານທູດ ຫວຽດນາມ ປະຈຳ ສ ເກົາຫຼີ ແລ້ວ, ບັນດາທ່າແຮງຂອງ ຫວຽດນາມ ໃນການສົ່ງອອກໄປຍັງ ສເກົາຫຼີ ແມ່ນສິນໃນນ້ຳ, ໄປຄຽງຄູ່ກັນນັ້ນແມ່ນບັນດາປະເພດຜັກຜືດ. ປະຈຸບັນ, ມີໝາກໄມ້ 5 ຊະນິດຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງຕະຫຼາດນີ້ລວມມີ: ໝາກນັດ, ໝາກພ້າວ, ໝາກມັງກອນ, ໝາກມ່ວງ, ໝາກກ້ວຍ.

ທ່ານ ໂດ໋ກິມລາງ ໃຫ້ຮູ້ວ່າ: ໄລຍະຜ່ານມາ, ການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ ຫວຽດນາມ ແລະ ສ. ເກົາຫຼີ ພັດທະນາຢ່າງບໍ່ຢຸດຢັ້ງ. ສ ເກົາຫຼີ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ຫວຽດນາມ ແລະ ປະຈຸບັນ, ສ ເກົາຫຼີ ແມ່ນປະເທດນຳໜ້າກ່ຽວກັບການລົງທຶນຢູ່ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.