ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ

08:17 | 12/07/2018

ວັນທີ 11 ກໍລະກົດ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກ ແລະ ການນຳຫຼັກແຫຼ່ງກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ

ກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, ທິດທາງໜ້າທີ່ຈຸດສຸມປີ 2018 ແລະ ຊຸມປີຕໍ່ໄປ.


ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເຮັດວຽກກັບຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ.(ພາບ: VOV)

ພາຍຫລັງໄດ້ຮັບຟັງບົດລາຍງານຂອງຄະນະຮັບຜິດຊອບວຽກງານພັກກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຄຳຄິດເຫັນຂອງບັນດາຄະນະ, ກະຊວງ, ຂະແໜງການ, ອົງການສູນກາງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນໜັກວ່າ: ກະຊວງອຸດສາຫະກຳ ແລະ ການຄ້າມີທີ່ຕັ້ງ, ບົດບາດສຳຄັນແຖວໜ້າໃນພາລະກິດປ່ຽນແປງໃໝ່, ເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ພັດທະນາປະເທດຊາດຢ່າງວ່ອງໄວ ແລະ ໝັ້ນຄົງ. ມາຮອດປັດຈຸບັນ, ອຸດສາຫະກຳ, ການຄ້າ ແລະ ການບໍລິການໄດ້ປະກອບສ່ວນກ່ວາ 80% GDP, ປະມານ 70% ການເກັບລາຍຮັບງົບປະມານແຫ່ງລັດ.

ປີ 2018 ແມ່ນປີທີ 3 ຂອງອາຍຸການຊຸດທີ 12 - ປີບານພັບຕັດສິນໄຊຊະນະຂອງການປະຕິບັດຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີໂດຍກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກວາງອອກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເໜີຂະແໜງອຸດສາຫະກຳ ແລະ ການຄ້າ ກຳແໜ້ນແນວທາງ, ທັດສະນະ, ແຜນນະໂຍບາຍທີ່ມີລັກສະນະຍຸດທະສາດຂອງພັກໃຫ້ໝັ້ນຄົງ…ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ປາດຖະໜາວ່າ ຂະແໜງອຸດສາຫະກຳ ແລະ ການຄ້າສືບຕໍ່ຍູ້ແຮງ ແລະ ປະຕິບັດວຽກງານກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ດີກ່ວາອີກ. ດ້ວຍບົດບາດ, ທີ່ຕັ້ງສຳຄັນພິເສດ ແລະ ຂອບຂະໜາດ, ເປົ້າໝາຍຊີ້ນຳຄຸ້ມຄອງກ້ວາງຂວາງ, ສັບສົນ, ຂະແໜງອຸດສາຫະກຳ ແລະ ການຄ້າ ຍາມໃດກໍ່ຕ້ອງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງຖັນແຖວພະນັກງານໃຫ້ເໝາະສົມກັບໜ້າທີ່, ເປັນຕົ້ນແມ່ນພະນັກງານການນຳ, ຄຸ້ມຄອງ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.