ວິໄສທັດ ແລະ ຍຸດທະສາດບຸກທະລຸຂອງ ຫວຽດນາມ ກ່ຽວກັບການປະຕິວັດອຸດສາຫະກຳ 4.0

15:15 | 13/07/2018

ຖ້າຫາກວ່າທີ່ເວທີປາໄສຈັດຂຶ້ນໃນປີກາຍນີ້, ເລື່ອງ 4.0 ພຽງແຕ່ແມ່ນການແນະນຳ, ບັນຫາໃໝ່ເທົ່ານັ້ນ ຫາກໃນເວທີປາໄສປີນີ້, ຫວຽດນາມ ໄດ້ຕັ້ງເປົ້າໝາຍຫັນເປັນລະອຽດບັນດານະໂຍບາຍໃຫ້ແຕ່ລະຂະແໜງ, ໝວດຂະແໜງໃນການການປະຕິວັດນີ້.

ເວທີປາໄສຂັ້ນສູງດ້ວຍຫົວຂໍ້ວ່າ: ວິໄສທັດ ແລະ ຍຸດທະສາດພັດທະນາບຸກທະລຸໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 (ການປະຕິວັດອຸດສາຫະກຳ 4.0) ຂອງ ຫວຽດນາມ ໄດ້ຈັດຂຶ້ນໃນສະພາບການທີ່ການປະຕິວັດອຸດສາຫະກຳ 4.0 ພວມດຳເນີນໃນຂອບເຂດທົ່ວໂລກ ແລະ ສົ່ງຜົນກະທົບໂດຍກົງເຖິງພື້ນຖານເສດຖະກິດ ຫວຽດນາມ. ເຫດການນີ້ຮັບໃຊ້ໃຫ້ແຜນຮ່າງ, ທິດທາງການເຄື່ອນໄຫວ ແລະ ຍຸດທະສາດແຫ່ງຊາດກ່ຽວກັບອຸດສາຫະກຳ 4.0 ຂອງ ຫວຽດນາມ.


ວິໄສທັດ ແລະ ຍຸດທະສາດບຸກທະລຸຂອງ ຫວຽດນາມ ກ່ຽວກັບການປະຕິວັດອຸດສາຫະກຳ 4.0

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມເຂດວາງສະແດງຂອງບໍລິສັດ Viettel

ຖ້າຫາກວ່າທີ່ເວທີປາໄສຈັດຂຶ້ນໃນປີກາຍນີ້, ເລື່ອງ 4.0 ພຽງແຕ່ແມ່ນການແນະນຳ, ບັນຫາໃໝ່ເທົ່ານັ້ນ ຫາກໃນເວທີປາໄສປີນີ້, ຫວຽດນາມ ໄດ້ຕັ້ງເປົ້າໝາຍຫັນເປັນລະອຽດບັນດານະໂຍບາຍໃຫ້ແຕ່ລະຂະແໜງ, ໝວດຂະແໜງໃນການການປະຕິວັດນີ້. ຍ້ອນເຫດນັ້ນ, ນອກຈາກວາລະເວທີປາໄສຂັ້ນສູງແລ້ວ, ໃນຂອບເຂດເຫດການຍັງມີກອງປະຊຸມສຳມະນາຫົວເລື່ອງສະເພາະ 5 ຄັ້ງ, ເພື່ອປະກອບສ່ວນແກ້ໄຂບັນດາບັນຫາຈຸດສຸມຂອງການປະຕິວັດອຸດສາຫະກຳ 4.0 ເຊິ່ງລວມມີ: ບັນດາທ່າອ່ຽງໃຫຍ່ຂອງການປະຕິວັດອຸດສາຫະກຳຄັ້ງທີ 4: ບັນດາການກະທົບ ແລະ ຂໍ້ສະເໜີແນະສຳລັບ ຫວຽດນາມ; ຕົວເມືອງສະຫຼາດ; ພັດທະນາການຜະລິດສະຫຼາດ; ກະສິກຳສະຫຼາດ; ບາດກ້າວເດີນໃໝ່ໃນຂະແໜງການເງິນ - ທະນາຄານ.

ການປະຕິວັດອຸດສາຫະກຳ 4.0 ປະຕິບັດຄາດຫວັງຄວາມສີວະໄລຂອງຊາດ

ຕໍ່ໜ້າການພັດທະນາຢ່າງແຮງຂອງການປະຕິວັດອຸດສາຫະກຳ 4.0 ຢູ່ໃນໂລກ, ລັດຖະບານ ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດເຖິງການສ້າງກົນໄກ, ນະໂຍບາຍພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ, ການປ່ຽນແປງໃໝ່ ແລະ ການໝູນໃຊ້ເຕັກໂນໂລຊີກ້າວໜ້າ, ຊົມໃຊ້ກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0 ເພື່ອປະຕິບັດຄາດຫວັງຄວາມສີວິໄລຂອງຊາດ. ກ່ອນຈະດຳເນີນເວທີປາໄສຂັ້ນສູງ: “ວິໄສທັດ ແລະ ຍຸດທະສາດພັດທະນາບຸກທະລຸໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4”, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ບໍ່ພຽງແຕ່ລັດຖະບານ, ວິສາຫະກິດເທົ່ານັ້ນ ຫາກທັງປະຊາຊົນກໍ່ລ້ວນແຕ່ຕ້ອງມີສະຕິຄວາມຮັບຮູ້ໃຫ້ດີກ່ວາ ເພື່ອໝູນໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດເຕັກນິກເຂົ້າບັນດາຂົງເຂດຂອງການປະຕິວັດ 4.0 ຢ່າງທັນການ, ຈາກການສ້າງລັດຖະບານເອເລັກໂຕນິກ ຕະຫຼອດຮອດນະຄອນສະຫຼາດ. ພ້ອມກັນນັ້ນ, ແມ່ນການບຳລຸງສ້າງຊັບພະຍາກອນມະນຸດທີ່ດີກ່ວາໃຫ້ແກ່ການປະຕິວັດອຸດສາຫະກຳ 4.0:

“ການໝູນໃຊ້, ນຳໃຊ້, ຮັບມື, ສະກັດກັ້ນບັນດາຜົນກະທົບຫຍໍ້ທໍ້ເພື່ອພັດທະນາໃຫ້ດີກ່ວາ, ສ້າງໃຫ້ສົມບູນແບບກ່ວາ, ສ້າງກາລະໂອກາດອະນຸຍາດດ້ວຍຖານະແມ່ນປະເທດໄປຕາມຫຼັງອາດຈະຮັດແຄບຊ່ອງຫວ່າງພັດທະນາກັບບັນດາປະເທດກ້າວໜ້າໄດ້ຢ່າງວ່ອງໄວ. ນີ້ແມ່ນບັນຫາທີ່ພວກຂ້າພະເຈົ້າໄດ້ຄົ້ນຄິດວາງອອກ, ຫວັງວ່າບັນດານັກຊ່ຽວຊານ, ບັນດານັກປາຖະກະຖາ, ບັນດານັກວິທະຍາສາດ, ບັນດາວິສາຫະກິດຈະສືບຕໍ່ສະໜັບສະໜູນ ຫວຽດນາມ ກ້າວເດີນໃນການປະຕິວັດທົ່ວໂລກນີ້. ຍ້ອນເຫດນັ້ນ, ຫວຽດນາມ ໄດ້ວາງອອກຄຳຮຽກຮ້ອງຕ້ອງການນັ້ນແມ່ນ ດຶງດູດບັນດານັກຊ່ຽວຊານ, ບັນດານັກວິທະຍາສາດ, ບັນດາຮູບແບບວິສາຫະກິດສາກົນ ແລະ ພາຍໄປໃນປະເທດເພື່ອພ້ອມກັນກ້າວເດີນໃນການປະຕິວັດ 4.0 ໃຫ້ດີກ່ວາອີກ.”

ສຸມໃສ່ເຂົ້າໃນບັນດາຂົງເຂດຫຼັກແຫຼ່ງຂອງອຸດສາຫະກຳ 4.0

ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ທັດສະນະຊີ້ນຳຂອງລັດຖະບານ ແມ່ນສຸມໃສ່ກໍ່ສ້າງ, ພັດທະນາພື້ນຖານເສດຖະກິດ ດີຈີຕອນ ແລະ ອຸດສາຫະກຳສະຫຼາດ, ຖືນີ້ແມ່ນໜ້າທີ່ຈຸດສຸມ, ຫຼັກແຫຼ່ງຂອງການສ້າງໂຄງປະກອບພື້ນຖານເສດຖະກິດຕິດພັນກັບການຫັນປ່ຽນຮູບແບບການເຕີບໂຕຄືນໃໝ່ຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ມີປະສິດທິຜົນ ແລະ ກຳລັງແກ່ງແຍ້ງ. ຈາກທັດສະນະນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນບາງເນື້ອໃນຈຸດສຸມຄວນປະຕິບັດເມື່ອ ຜັນຂະຫຍາຍການປະຕິວັດອຸດສາຫະກຳ 4.0. ນັ້ນແມ່ນ:

“ສຸມໃສ່ສ້າງລະບອບລະບຽບການ, ກົນໄກ, ນະໂຍບາຍ, ກົດໝາຍສົມບູນໃຫ້ແກ່ການພັດທະນາພື້ນຖານເສດຖະກິດ ດີຈີຕອນ, ອຸດສາຫະກຳສະຫຼາດ. ສ້າງຍຸດທະສາດສັງລວມ ກ່ຽວກັບການຫັນປ່ຽນດີຈີຕອນ ແລະ ພື້ນຖານຂໍ້ມູນແຫ່ງຊາດເປັນພື້ນຖານໃຫ້ແກ່ການສ້າງຍຸດທະສາດ, ແຜນການຫັນປ່ຽນດີຈີຕອນໃນແຕ່ລະຂະແໜງ, ແຕ່ລະຂົງເຂດ. ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການປະຕິຮູບລະບຽບການບໍລິຫານຢ່າງແຮງ; ສ້າງລັດຖະບານເອເລັກໂຕນິກ, ສະໜອງການບໍລິການໂດຍກົງທາງອິນເຕີເນັດ. ສ້າງລະບົບພື້ນຖານໂຄງລ່າງຄົບຊຸດ, ໃນນັ້ນມີເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂຄງລ່າງຂໍ້ມູນຂ່າວສານສວມບົດບາດ “ໂຄງລ່າງຂອງໂຄງລ່າງ” ໃຫ້ແກ່ພື້ນຖານດີຈີຕອນ. ສຸມໃສ່ລົງທຶນຫັນເປັນທັນສະໄໝຄົບຊຸດ, ເຊື່ອມຕໍ່ລະບົບພື້ນຖານໂຄງລ່າງຂໍ້ມູນຂ່າວສານແຫ່ງຊາດ, ເຊິ່ງລວມມີ: ໂຄງລ່າງໂທລະຄົມມະນາຄົມ, ໂຄງລ່າງຂໍ້ມູນເອກະສານ, ໂຄງລ່າງຂໍ້ມູນຂ່າວສານ ແລະ ໂຄງລ່າງພູມປັນຍາ”

ກ່ຽວກັບການປະຕິວັດອຸດສາຫະກຳ 4.0, ປະຈຸບັນລັດຖະບານໄດ້ປະກາດໃຊ້ຄຳສັ່ງເລກທີ 16 ດ້ວຍຫຼາຍມາດຕະການສຳຄັນກ່ຽວກັບການພັດທະນາໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ; ບຸລິມະສິດພັດທະນາອຸດສາຫະກຳເຕັກໂນໂລຊີດີຈີຕອນ, ກະສິກຳສະຫຼາດ, ການທ່ອງທ່ຽວສະຫຼາດ, ຕົວເມືອງສະຫຼາດ; ຊຸກຍູ້ລະບົບຊີວະພາບເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ. ໃນເບື້ອງຕົ້ນ, ຫວຽດນາມ ໄດ້ໝູນໃຊ້ບັນດາເຕັກໂນໂລຊີກ້າວໜ້າຂອງການປະຕິວັດ 4.0 ຄື: ການຄິດໄລ່ກາງຫາວ, ພູມປັນຍາທຽມ, robot, ການເຊື່ອມຕໍ່ອິນເຕີເນັດ ເຂົ້າໃນຂົງເຂດອຸດສາຫະກຳ, ກະສິກຳ, ການບໍລິຫານ. ຫວຽດນາມ ພວມສ້າງຕັ້ງລະບົບຊີວະພາບ ເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ, ເຊິ່ງແມ່ນເງື່ອນໄຂສຳຄັນເພື່ອໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳ 4.0. ຫວຽດນາມ ມີວິສາຫະກິດເລີ່ມທຸລະກິດປະມານ 3000 ແຫ່ງ ແລະ ກໍ່ມີບັນດາວິສາຫະກິດຢູ່ທົ່ວໂລກ, ແມ່ນບັນດາປັດໄຈສຳຄັນເພື່ອຮັບເອົາບົດຮຽນຂອງໂລກ, ຍູ້ແຮງການປະຕິບັດພາລະກິດການປະຕິວັດອຸດສາຫະກຳ 4.0 ຢູ່ ຫວຽດນາມ. ມາຮອດປະຈຸບັນ, ການບໍລິການສ່ວນຫຼາຍຂອງ ຫວຽດນາມ ໄດ້ຫັນປ່ຽນໄປສູ່ການບໍລິການໂດຍກົງທາງເຄືອຂ່າຍອິນເຕີເນັດ (ດ້ວຍອັດຕາສ່ວນ 88%), ໃນນັ້ນມີກ່ວາ 10% ໄດ້ຢູ່ໃນລະດັບ 3 ແລະ 4.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.