ການນຳເຂົ້າ, ສົ່ງອອກຂອງ ຫວຽດນາມ ໃນປີນີ້ ບັນລຸ 800 ຕື້ USD, ຄາດວ່າວົງການສົ່ງອອກບັນລຸ 403 ຕື້ USD.

06:00 | 24/12/2024

ຍສໝ - ການນຳເຂົ້າ, ສົ່ງອອກຂອງ ຫວຽດນາມ ໃນປີນີ້ ບັນລຸ 800 ຕື້ USD, ຄາດວ່າວົງການສົ່ງອອກບັນລຸ 403 ຕື້ USD.

ການສົ່ງອອກສິນໃນນ້ຳ ຂອງຫວຽດນາມ ບັນລຸ 10 ຕື້ໂດລາ
ຂະແໜງການທ່ອງທ່ຽວລາວ ຈະບັນລຸລາຍຮັບຫຼາຍກວ່າ 1 ຕື້ USD ໃນປີ 2024
ການນຳເຂົ້າ, ສົ່ງອອກຂອງ ຫວຽດນາມ ໃນປີນີ້ ບັນລຸ 800 ຕື້ USD, ຄາດວ່າວົງການສົ່ງອອກບັນລຸ 403 ຕື້ USD.

ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 23 ທັນວາ, ກ່າວຄຳເຫັນຊີ້ນຳໃນກອງປະຊຸມສະຫຼຸບວຽກງານປີ 2024, ຜັນຂະຫຍາຍໜ້າທີ່ປີ 2025 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕີລາຄາສູງບັນດາໝາກຜົນພົ້ນເດັ່ນຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມລະດັບການເຕີບໂຕ GDP ທັງປີ 2024 ບັນລຸກວ່າ 7%. ຕາມນັ້ນແລ້ວ, ການນຳເຂົ້າ, ສົ່ງອອກຂອງ ຫວຽດນາມ ໃນປີນີ້ ບັນລຸ 800 ຕື້ USD, ຄາດວ່າວົງການສົ່ງອອກບັນລຸ 403 ຕື້ USD. ຈຸດພົ້ນເດັ່ນແມ່ນວົງເງິນການສົ່ງອອກເຕີບໂຕສູງໃນລະດັບ 2 ຕົວເລກ ດ້ວຍການຟື້ນຕົວຢ່າງຕັ້ງໜ້າຂອງບັນດາໝວດສິນຄ້າສົ່ງອອກຫຼັກແຫຼ່ງ. ກ່ຽວກັບໜ້າທີ່ຂອງຂະແໜງອຸດສາຫະກຳ ແລະ ການຄ້າໃນປີ 2025, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ເນັ້ນໜັກວ່າ:

“ຢາກປົດປ່ອຍແຫຼ່ງກຳລັງ, ດຶງດູດໄດ້ການລົງທຶນນັ້ນ ກ່ອນອື່ນໝົດຕ້ອງສ້າງສະພາບແວດລ້ອມທາງນິຕິກຳໃຫ້ສະດວກ, ຈະແຈ້ງ, ໂປ່ງໃສ ແລະ ແກ້ໄຂໄດ້ບັນດາຈຸດອຸດຕັນກ່ຽວກັບລະບຽບການບໍລິຫານໃຫ້ແກ່ການພັດທະນາການຜະລິດອຸດສາຫະກຳ ແລະ ຊຸກຍູ້ການຄ້າ, ການຈໍລະຈອນສິນຄ້າ. ຕາມນັ້ນແລ້ວ, ຕ້ອງສືບຕໍ່ກຳນົດວຽກງານກໍ່ສ້າງລະບອບລະບຽບການ, ນະໂຍບາຍແມ່ນໜຶ່ງໃນສາມບຸກທະລຸຍຸດທະສາດ, ໃນນັ້ນ ໃນສະເພາະໜ້າ ຕ້ອງຮີບເຮັ່ງຜັນຂະຫຍາຍກົດໝາຍວ່າດ້ວຍພະລັງງານໄຟຟ້າສະບັບປັບປຸງ ແລະ ແຜນນະໂຍບາຍໃຫຍ່ ໂດຍສະພາແຫ່ງຊາດໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 8 ກ່ຽວກັບການເລີ່ມດຳເນີນບັນດາໂຄງການໄຟຟ້ານິວເຄຼຍ ນິງທ້ວນ ຄືນໃໝ່; ຍື່ນສະເໜີສະພາແຫ່ງຊາດຮ່າງກົດໝາຍວ່າດ້ວຍການພັດທະນາອຸດສາຫະກຳຈຸດສຸມ; ກົດໝາຍວ່າດ້ວຍການນຳໃຊ້ພະລັງງານປະຢັດຢ່າງມີປະສິດທິຜົນໃນປີ 2025 ແລະ ຜັນຂະຫຍາຍມະຕິຂອງລັດຖະບານກ່ຽວກັບແຜນນະໂຍບາຍ, ທິດທາງແກ້ໄຂຂໍ້ຕິດຂັດສຳລັບບັນດາໂຄງການພະລັງງານທົດແທນໃຫ້ເປັນອັນລະອຽດ”.

ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD ແມ່ຍິງ 250,000 ຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສ້າງລາຍຮັບໄດ້ 2,5 ຕື້ USD

ຍສໝ - ຕາມ​ການ​ຄົ້ນ​ຄ້ວາ​ຂອງ Economica ຫວຽດນາມ, ​ແຕ່​ລະ​ປີ, ແຮງງານ​ຍິງ 250.000 ຄົນ​ນີ້​ສ້າງ​ແຫຼ່ງ​ເງິນ​ຝາກ​ປະມານ 2,5 ຕື້ USD, ກວມ 15% ຍອດ​ຈຳນວນ​ເງິນ​ເຂົ້າ ​ຫວຽດນາມ.

ຊາວ​ຫວຽດນາມ ອາໄສຢູ່ອາ​ເມ​ລິ​ກາ ໄດ້​ບໍລິຈາກປີ້ມມີຄ່າປະມານ 2,7 ຕື້​ດົ່ງ​ໃຫ້​ມະຫາວິທະຍາ​ໄລ​ສັບພະວິຊານະຄອນ​ໂຮ່ຈິ​ມິນ ຊາວ​ຫວຽດນາມ ອາໄສຢູ່ອາ​ເມ​ລິ​ກາ ໄດ້​ບໍລິຈາກປີ້ມມີຄ່າປະມານ 2,7 ຕື້​ດົ່ງ​ໃຫ້​ມະຫາວິທະຍາ​ໄລ​ສັບພະວິຊານະຄອນ​ໂຮ່ຈິ​ມິນ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຢູ່​ມະຫາວິທະຍາ​ໄລ​ສັບພະວິຊານະຄອນ​ໂຮ່ຈິ​ມິນ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ໄດ້​ຈັດ​ພິທີ​ຮັບ​ປຶ້ມ​ໂດຍ​ທ່ານ​ດຣ ຫວໍ​ຕາເ​ວີນ, ຊາວ​ຫວຽດນາມ ອາໄສຢູ່ອາ​ເມ​ລິ​ກາ. ນີ້​ແມ່ນ​ປຶ້ມ​ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ​ຍີ່​ປຸ່ນ, ​ໃນ​ນັ້ນ​ມີ​ປຶ້ມ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ເນື້ອໃນຂອງປື້ມແມ່ນຕັ້ງແຕ່ເຕັກໂນໂລຢີທີ່ທັນສະໄຫມເຊັ່ນ: ຖານຂໍ້ມູນແລະເຕັກໂນໂລຢີຂໍ້ມູນຂ່າວສານ, ໄປຫາສາຂາວິຊາສະເພາະເຊັ່ນ: ອຸນຫະພູມ, ກົນຈັກແຂງແລະໂຄງສ້າງ.

ມີງດຶກ

ເຫດການ