ນິງບິ່ງ: ເກີດ 8X ປະວຽກເງິນເດືອນສູງກັບບ້ານເກີດ "ຫຼິ້ນດິນ" ກຳໄລ 300 ລ້ານດົ່ງ ຕໍ່ປີ

10:15 | 27/06/2018

ຍ​ສ​ໝ - ເຖິງວ່າຈະມີວຽກເຮັດງານທຳອັນໝັ້ນຄົງ ເງິນເດືອນຂ້ອນຂ້າງຈະດີ ຢູ່ນະຄອນ, ແຕ່ ທ່ານ ຫງວ໋ຽນວັນຈ້ອງ 32ປີ ຢູ່ ບ້ານ ທີ3 ຕາແສງ ດົງເຊີນ, ນະຄອນ ຕາມດ໋ຽບ (ແຂວງ ນິງບິ່ງ)ຍັງຕັດສິນໃຈກັບບ້ານເກີດ ປູກໝາກມັງກອນ, ໝາກສົ້ມໂອ ຢ໋ຽນ, ລາຍຮັບແຕ່ລະປີ ແມ່ນ 300ລ້ານດົ່ງ.

ນິງບິ່ງ: ເກີດ 8X ປະວຽກເງິນເດືອນສູງກັບບ້ານເກີດ

ທ່ານ ຫງວ໋ຽນວັນຈ້ອງ ເຈົ້າ​ຂອງ​ສ​ວນ​ໝາກ​ມັງ​ກອນ​ໃຈ​ແດງ ແລະ ໝາ​ກ​ສົ້ມ​ໂອ​ຢ໋ຽນ . (ພາບ: ເຢີນ​ຫວຽດ)

ດຸ​ໝັ່ນ, ອົດ​ທົນ, ມັກ​ຮຽນ​ຮູ້ ແມ່ນ​ຄວາ​ມ​ຮູ້​ສືກ​ທຳ​ອິດ ຂອງ​ໜັງ​ສື​ພິມ​ເຢີນ​ຫວຽດ ທີ່​ໄດ້​ພົບ​ປະ​ ແລະ ໂອ້​ລົມ​ກັບ ທ່ານ ຈ້ອງ. ທັງ​ນຳ​ພວກ​ຂ້າ​ພ​ະ​ເຈົ້າ​ເຂົ້າ​ຢ້ຽມ​ຊົມ​ສວນ​ປູກ​ໝາກ​ໄມ້ ທັງ​ເລົ່າ​ກ່ຽວ​ກັບ​ວາດ​ສະ​ໜາ​ໃນ​ການ​ປູກ​ຝັງ​ຕົ້ນ​ໄມ້​ກິນ​ໝາກ​ຂອງ​ເພິ່ນ.

ທ່ານ ຈ້ອງ​ ໄດ້​ເລົ່າ​ວ່າ ກ່ອນ​ລາວ​ຊິ​ມາ​ເຮັດ​ກະ​ສິ​ກຳ​ປູກ​ຝັງ ປູກ​ຕົ້ນ​ໄມ້​ກິນ​ໝາກ, ລາວ​ເຄີຍ​ເປັນ​ກຳ​ມະ​ກອນ​ແປງ​ລົດ​ໃຫຍ່ ຢູ່​ໃນ​ນະ​ຄອນ ນິງ​ບິ່ງ ເງິນ​ເດືອນ​ຂ້ອນ​ຂ້າງ​ໝັ້ນ​ຄົງ. ສຸດ​ທ້າຍ ພາຍ​ຫຼັງ​ທ້ອນ​ເງິນ​ໄດ້​ຈຳ​ນວນ​ໜຶ່ງ ຕົ້ນ​ປີ 2013 ລາວ​ຕັດ​ສິນ​ໃຈ​ກັບ​ບ້ານ​ເກີດ ເລີ່ມ​ຕົ້ນ​ອາ​ຊີບ​ກະ​ສິ​ກຳ​ຂອງ​ຕົນ.

ທ່ານ​ຈ້ອງ​ ໄດ້​ໃຫ້​ຮູ້​ວ່າ: “ແຕ່​ກ່ອນ ຂ້າ​ພະ​ເຈົ້າ​ປູກ ໝາກ​ມັງ​ກອນ ພຽງ​ແຕ່ 10 ຂຸມ​ເທົ່າ​ນັ້ນ ປູກ​ກິນ​ທຳ​ມະ​ດາ, ແຕ່​ພາຍ​ຫຼັງ​ເຫັນ​ວ່າ​ຕົ້ນ​ມາ​ພັດ​ທະ​ນາ​ດີ ໝາກ​ຜົນ​ອອກ​ມາ ຄຸນ​ນະ​ພາບ​ບໍ່​ຫຼຸດ​ໝາກ​ມັງ​ກອນ​ຢູ່​ບ່ອນ​ອື່ນ. ຕອນນັ້ນ​ຖ້າ​ຂ້ອຍ​ປູກ​ເຕັມ​ສອນ​ຂອງ​ຂ້ອຍ ຄົງຈະ​ໄດ້​ຮັບ​ປະ​ສິດ​ທິ​ຜົນດ້ານ​ເສດ​ຖະ​ກິດ​ສູງຫຼາຍ ສະ​ນັ້ນ​ຂ້ອຍ​ຕັດ​ສິນ​ໃຈ ກັບ​ມາ​ປູກ​ໝາກ​ມັງ​ກອນ”

ນິງບິ່ງ: ເກີດ 8X ປະວຽກເງິນເດືອນສູງກັບບ້ານເກີດ

​ສວນ​ໝາກ​ມັງ​ກອນ​ຂອງ ທ່ານ ຫງວ໋ຽນວັນຈ້ອງ. (ພາບ: ເຢີນ​ຫວຽດ)

ນອກ​ຈາກ​ໝາກ​ມັງ​ກອນ​ແລ້ວ ລາວ​ເຫັນ​ວ່າ​ໝາກ​ສົ້ມ​ໂອ ຢ໋ຽນ ກໍ່​ຂາຍ​ໄດ້​ລາ​ຄາ​ສູງ​ຄື​ກັນ ລາວ​ຕັດ​ສິນ​ໃຈ ລົງ​ທືນ​ປູກ​ຕົ້ນ​ໄມ້​ກິນ​ໝາກ 2 ຊະ​ນິດນີ້. ຕໍ່​ມາ​ລາວ​ໄດ້​ຈ້າງ​ຄົນ​ມາ​ຖອກ​ເສົາເບ​ຕົງເພີ່ມ​ອີກ 600 ເສົາ ປູກ​ໝາກ​ມັງ​ກອນ ໃຈ​ແດງ ແລະ ຊື້​ເບ້ຍ​ໝາກ​ສົ້ມ​ໂອ ຢ໋ຽນ ອີກ 300 ເບ້ຍ ມາ​ປູກ​ໃນ​ສວນ ທີ່ກວ້າງ 14.000 ຕາ​ແມັດ. “ຕົ້ນ​ໝາກ​ມັງ​ກອນໃຈ​ແດງ, ໝາກ​ສົ້ມ​ໂອ ຢ໋ຽນ ພາຍ​ຫຼັງ​ປູກ​ໄດ້ 1-2ປີ ກໍ່​ໃຫ້​ຜົນເປັນ​ໝາກ ແຕ່ປະ​ສິດ​ທິ​ຜົນ​ບໍ່​ສູງ ມາ​ປີ​ທີ 3 ຈັ່ງ​ໄດ້​ຮັບ​ຜົນ​ຜ​ລິດ​ສູງ .” ທ່ານ ຈ້ອງ​ໄດ້​ແບ່ງ​ປັນ

ນິງບິ່ງ: ເກີດ 8X ປະວຽກເງິນເດືອນສູງກັບບ້ານເກີດ

ໝາກ​ມັງ​ກອນ​ໃຈ​ແດງ ຈາ​ກ​ສວນ​ຂອງ​ທ່ານ ຫງວ໋ຽນວັນຈ້ອງ. (ພາບ: ເຢີນ​ຫວຽດ)

ມາ​ຮອດ​ປະ​ຈຸ​ບັນ ແຕ່​ລະ​ປີຄອບ​ຄົວ​ຂອງ​ທ່ານ ຈ້ອງ ສົ່ງ​ອອກ​ຂາຍ​ຕາມ​ທ້ອງ​ຕະ​ຫຼາດ ສຳ​ລັບ​ໝາກ​ມັງ​ກອນ​ໃຈ​ແດງ ຫຼາຍກວ່າ 20 ໂຕນ ​ແລະ ຫຼາຍກວ່າ ສິບ​ພັນ​ໜ​ວ່ຍ​ ສຳ​ລັບ​ໝາກ​ສົ້ມ​ໂອ​ຢ໋ຽນ. ໝາກ​ມັງ​ກອນ​ໃຈ​ແດງ​ລາວ​ຂາຍ​ລາ​ຄາ​ສະ​ເລ່ຍ​ປະ​ມານ 15.000ດົ່ງ/ກິ​ໂລ, ສ່ວນ​ໝາກ​ສົ້ມ​ໂອ​ຢ໋ຽນ ລາ​ຄາ​ສ​ະ​ເລ່ຍ​ປະ​ມານ 14.000ດົ່ງ/ກິ​ໂລ. ພາຍ​ຫຼັງ​ລົບ​ຄ່າ​ໃຊ້​ຈ່າຍ​ອອກ​ໝົດ​ແລ້ວ ຄອບ​ຄົວ​ກຳ​ໄລ​ປະ​ມານ 300ລ້ານ​ດົ່ງ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.