ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດ ACMECS 8 ແລະ CLMV 9

23:39 | 17/06/2018

ໃນຂອບເຂດເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດຮ່ວມມືດ້ານເສດຖະກິດແມ່ນ້ຳອາເຢຢາວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ ຄັ້ງທີ 8 (ACMECS 8) ແລະກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 9 (CLMV 9) ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ.

ມື້​ວານນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Hun Sen, ພົບປະສອງຝ່າຍກັບທ່ານປະທານາທິບໍດີມຽນມາ U Win Myint, ທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ແລະຕ້ອນຮັບການນໍາບາງວິສາຫະກິດໃຫຍ່ຂອງປະເທດໄທ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດ ACMECS 8 ແລະ CLMV 9

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Hun Sen.

ໃນການເຮັດວຽກ, ບົນຈິດໃຈບ້ານໃກ້ເຮືອນຄຽງມິດຕະພາບ ແລະສາມັກຄີສະໜິດຕິດພັນລະຫວ່າງສາມປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພ້ອມກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະທ່ານນາຍົກລັດຖະມົນຕີ ກໍາປູເຈຍ Samdech Hun Sen ແລກປ່ຽນບັນດາມາດຕະການແນໃສ່ຊຸກຍູ້ການຮ່ວມມືກໍາປູເຈຍ-ລາວ-ຫວຽດນາມ (CLV), ໃນນັ້ນເອົາໃຈໃສ່ເປັນພິເສດບັນດາໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດ ACMECS 8 ແລະ CLMV 9

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານ U Win Myint ປະທານາທິບໍດີມຽນມາ.

ທີ່ການພົບປະກັບທ່ານ U Win Myint ປະທານາທິບໍດີມຽນມາ, ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດອາຊຽນ ແລະບັນດາກົນໄກຮ່ວມມືເຂດອະນຸພາກພື້ນ, ໃນນັ້ນມີ ACMECS, ພ້ອມກັນປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດ ACMECS 8 ແລະ CLMV 9

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ.

ໃນການພົບປະກັບທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບົດບາດຂອງຄະນະເລຂາອາຊຽນ ໃນການໜູນຊ່ວຍຮ່ວມມືກຸ່ມປະເທດ CLMV ແນໃສ່ຮັດແຄບຊ່ອງຫວ່າງພັດທະນາໃນອາຊຽນ, ສະເໜີນໍາ CLMV ເຂົ້າຮ່ວມໃນບັນດາກົນໄກຮ່ວມມືລວມຂອງອາຊຽນກັບບັນດາຄູ່ຮ່ວມມື ແລະບັນດາອົງການຈັດຕັ້ງສາກົນ.

ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ຕີລາຄາສູງບັນດາພະນັກງານແມ່ນຄົນຫວຽດນາມ ເຮັດວຽກໃນຄະນະເລຂາອາຊຽນ ມີຄວາມຮັບຜິດຊອບ, ຄວາມຮູ້ ແລະກໍາລັງຄວາມສາມາດທີ່ດີ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດ ACMECS 8 ແລະ CLMV 9

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະພັນລະຍາ ພ້ອມກັບຄະນະຜູ້ແທນຫວຽດນາມ ອອກຈາກນະຄອນຫຼວງ ບາງກອກ, ປະເທດໄທ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ACMECS 8 ແລະ CLMV 9 ຢ່າງຈົບງາມ. (ພາບ: ສໍານັກຂ່າວສານຫວຽດນາມ)

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະຄະນະຜູ້ແທນໄດ້ອອກຈາກນະຄອນຫຼວງ ບາງກອກ ກັບມາຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ACMECS 8 ແລະ CLMV 9 ຢ່າງຈົບງາມ.

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ
302 Found

Found

The document has moved here.