ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ກວດກາຄືນຂົງເຂດຄຸ້ມຄອງຂອງກະຊວງກະສິກໍາ ແລະສິ່ງແວດລ້ອມ

10:44 | 06/02/2025

ຍສໝ - ຕອນບ່າຍວັນທີ 4 ກຸມພາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ເປັນປະທານກອງປະຊຸມຮັບຟັງການ ລາຍງານ, ປະກອບຄໍາເຫັນໃສ່ຮ່າງດຳລັດວ່າດ້ວຍການກໍານົດພາລະບົດບາດ, ໜ້າທີ່, ສິດ ແລະອົງປະກອບການຈັດຕັ້ງຂອງກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ (ກະຊວງໃໝ່ພາຍຫຼັງໂຮມກະຊວງຊັບພະຍາກອນ ແລະສິ່ງແວດລ້ອມກັບກະຊວງກະສິກໍາ ແລະພັດທະນາຊົນນະບົດເຂົ້າກັນ).

ຫວຽດນາມພັດທະນາການທ່ອງທ່ຽວສອດຄ່ອງກັບການເຕີບໂຕສີຂຽວ ແລະສິ່ງແວດລ້ອມ ຫວຽດນາມພັດທະນາການທ່ອງທ່ຽວສອດຄ່ອງກັບການເຕີບໂຕສີຂຽວ ແລະສິ່ງແວດລ້ອມ
ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະພັດທະນາອັງກິດ ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະພັດທະນາອັງກິດ
ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ກວດກາຄືນຂົງເຂດຄຸ້ມຄອງຂອງກະຊວງກະສິກໍາ ແລະສິ່ງແວດລ້ອມ

ທ່ີກອງປະຊຸມຂ່າວ, ທ່ານ ເຈິ່ນຮົ່ງຮ່າ ສະເໜີ: ຮ່າງດຳລັດຕ້ອງອັບເດດ, ເພີ່ມເຕີມບັນດາຂໍ້ກຳນົດກົດໝາຍສະບັບໃໝ່ທີ່ກ່ຽວຂ້ອງເຖິງດິນແດນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກໍາ... ດ້ວຍແນວຄິດຄຸ້ມຄອງໃໝ່. ຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງກວດກາຄືນຂໍ້ກຳນົດຂອງກົດໝາຍທີ່ມອບໃຫ້ລັດຖະບານກໍານົດພາລະບົດບາດ, ໜ້າທີ່, ສິດທີ່ກ່ຽວຂ້ອງເຖິງບັນດາຂົງເຂດຄຸ້ມຄອງຂອງກະຊວງກະສິກໍາ ແລະສິ່ງແວດລ້ອມ, ບໍ່ປະໃຫ້ທັບຊ້ອນ ຫຼືມີຊ່ອງຫວ່າງ. ທ່ານ ເຈິ່ນຮ່ົງຮ່າ ເນັ້ນໜັກວ່າ: “ກະຊວງຢາກປະສົບຜົນສໍາເລັດນັ້ນຕ້ອງຊຸກຍູ້ວິວັດການຫັນປ່ຽນສີຂຽວ. ກະສິກໍາໄປກັບໜ້າທີ່ເສດຖະກິດກະສິກໍາ, ມັນກວ້າງກວ່າຢູ່ບ່ອນການຜະລິດກະສິກໍາ, ມັນໄປກັບການຫັນປ່ຽນແຫຼ່ງຊັບພະຍາກອນກະສິກໍາຊົນນະບົດ, ມັນຫັນປ່ຽນອົງປະກອບເສດຖະກິດຂອງກະສິກໍາ. ໜ້າທີ່ນີ້ຖ້າຫາກໄດ້ເຕື້ອງເຖິງຢ່າງຈະແຈ້ງນັ້ນພວກເຮົາຈະສ້າງການຫັນປ່ຽນໄດ້ໄວກວ່າ”.

ເຫດການ