![]() |
ຫຸ່ນຍົນຈະມາແທນກຳມະກອນ ແລະ ເຮັດໃຫ້ແຮງງານກາຍເປັນຜູ່ທີ່ວ່າງງານ ຫຼາຍລ້ານຄົນ.(ພາບ: Siemens)
ປະຈຸບັນ ຫວຽດນາມ ພວມຢູ່ໃນໄລຍະທຳອິດຂອງ ການປະຕິວັດ ອຸດສາຫະກຳ 4.0, ພາຍໃຕ້ເນື້ອໃນພື້ນຖານແມ່ນ
ການກໍ່ສ້າງໂຄງຮ່າງ ແລະ ການຄວບຄຸມ ອັນໃໝ່ໃຫ້ພື້ນຖານການຜະລິດໂດຍອີງໃສ່ເຕັກໂນໂລຊີສູງ, ຕະໜ່າງອິນເຕີແນັດຂອງຈັກກະວານ, ສະຕິປັນຍາທຽມ…
ການປະຕິວັດ ອຸດສາຫະກຳ 4.0 ອີງໃສ່ພື້ນຖານໂຄງລ່າງເຕັກໂນໂລຊີ ແລະ ບູລະນາການ ກັບທຸກເຕັກໂນໂລຊີສະຫຼາດເພື່ອເອົາຂັ້ນຕອນທີ່ດີທີ່ສຸດ, ວິທີການຜະລິດ; ກັບບັນດາເຕັກໂນໂລຊີທີ່ກຳລັງ ແລະ ຈະສົ່ງຜົນກະທົບອັນໃຫຍ່ຫຼວງໃນພາຍໜ້າຄື: ເຕັກໂນໂລຊີ 3ດີ, ເຕັກໂນໂລຊີຊີວະສາດ, ເຕັກໂນໂລຊີການກໍ່ສ້າງໃໝ່, ເຕັກໂນໂລຊີອັດຕະໂນມັດ, ຮຸ່ນຍົນ…
ໃນຂົງເຂດຜະລິດອຸດສາຫະກຳ, ສະພາບການຂອງໂຮງງານສະຫຼາດ ໃນນັ້ນບັນດາກົນຈັກແມ່ນຖືກເຊື່ອມຕໍ່ອິນເຕີແນັດ ແລະ ເຊື່ອມຕໍ່ກັນດ້ວຍລະບົບທີ່ສາມາດຈິນຕະນາການເອງທຸກໆຂັ້ນຕອນການຜະລິດແລ້ວສະແດງການຕັດສິນໃຈອອກມາເອງນັ້ນຄົງຈະອີກບໍ່ດົນ.
ການປະຕິວັດ ອຸດສາຫະກຳ 4.0 ກຳລັງລົບເລືອນໄລຍະຫ່າງລະຫວ່າງໂລກແຫ່ງຄວາມເປັນຈິງ ແລະ ໂລກສະເໝືອນຈິງໂດຍບັນດາເຕັກໂນໂລຊີທີ່ກ້າວໜ້າ, ການປ່ຽນແປງໃໝ່, ຫົວຄິດປະດິດສ້າງບໍ່ຢຸດຢັ້ງ.ຖ້າວ່າໃນເມື່ອກ່ອນອາດຈະຕ້ອງເສຍເວລາຮອດໜຶ່ງສັດຕະວັດເພື່ອປ່ຽນແຕ່ ການປະຕິວັດ ອຸດສາຫະກຳເກົ່າມາເປັນການປະຕິວັດ ອຸດສາຫະກຳໃໝ່, ແຕ່ວ່າການປະຕິວັດ ອຸດສາຫະກຳ 4.0 ປະກົດຂື້ນມາພາຍຫຼັງການປະຕິວັດ ອຸດສາຫະກຳ ຄັ້ງທີ 3 ແທບຈະບໍ່ຮອດເຄິ່ງສັດຕະວັດດ້ວຍຊ້ຳໄປ.
ຊ້ຳໄປກວ່ານັ້ນ ລະດັບຜົນກະທົບ, ການແຜ່ລາມຂອງການປະຕິວັດນີ້ເກີດຂື້ນທົ່ວທຸກມຸມໂລກດ້ວຍອັດຕາເລັ່ງທີ່ໄວກວ່າເກົ່າຈາກເມື່ອກ່ອນມາເຖິງປະຈຸບັນ ພ້ອມນີ້ຍັງມີການຄາດຄະເນວ່າຈະປ່ຽນແປງທຸກໆລະບົບການຜະລິດ, ຄຸ້ມຄອງບໍລິຫານໃນທົ່ວໂລກ.
![]() |
ຮູບແບບການເຊື່ອມຕໍ່ໃນອານາຄົດ. (ພາບ: tinhte.vn)
ພ້ອມນີ້ ການປະຕິວັດ ອຸດສາຫະກຳ 4.0 ກຳລັງຢູ່ໃນໄລຍະເລີ່ມຕົ້ນແມ່ນໂອກາດອັນມີຄ່າທີ່ຫວຽດນາມຕ້ອງຮີບຮ້ອນຮັບເອົາ ຊຸກຍູ້ຂະບວນການຫັນປ່ຽນອຸດສາຫະກຳທີ່ທັນສະໄໝຢ່າງຮີບດ່ວນ ແລະ ຈັດຕັ້ງປະຕິບັດໄດ້ເປົ້າໝາຍກາຍເປັນປະເທດອຸດສາຫະກຳຕາມແນວທາງທັນສະໄໝກ່ອນໝູ່.
ເຖິງວ່າ ຖ້າຍັງບໍ່ທັນກຳໄດ້ແນວທາງ, ເປົ້າໝາຍໄດ້ຢ່າງຊັດເຈນ ແບບແຜນວິທີເຂົ້າເຖິງ ແລະ ການເຂົ້າຮ່ວມໂດຍການຍົກຍ້າຍກົນໄກເສດຖະກິດ, ປ່ຽນແປງການສຶກສາໃໝ່, ພັດທະນາ ວິທະຍາສາດ-ເຕັກໂນໂລຊີ ທີ່ເໝາະສົມ ກໍ່ຈະເຮັດໃຫ້ຄວາມກົດດັນຈະເກີດຂື້ນ ຕໍ່ກັບຫວຽດນາມຍ້ອນການປະຕິວັດ ອຸດສາຫະກຳ 4.0
ຫວຽດນາມແມ່ນຊົນເຜົ່າໜື່ງທີ່ມີຄວາມສະຫຼາດ ມີຄວາມສຽບແຫຼມກັບທຸກຍຸກທຸກສະໄໝ, ມັນສະແດງອອກໃນປະຫວັດສາດອັນຍາວນານ ຫວຽດນາມ ໄດ້ເຂົ້າເຖິງກ່ອນກ່ຽວກັບທ່າອ່ຽງພັດທະນາໃໝ່ຂອງໂລກຄື: ເຫັນໄດ້ການປະຕິວັດວິທະຍາສາດເຕັກນິກເປັນເສົາຫຼັກ(1976); ກຳໄດ້ ການພັດທະນາເສດຖະກິດພູມປັນຍາແມ່ນເສັ້ນທາງໄປສູ່ພັດທະນາເສດຖະກິດຫວຽດນາມ(1996) ຫຼື ວ່າການອອກ 2 ນະໂຍບາຍແຫ່ງຊາດໃຫຍ່ຮັດແໜ້ນກັບສະຕິປັນຍາຂອງມະນຸດຄື ສືກສາກໍ່ສ້າງ ແລະ ວິທະຍາສາດເຕັກໂນໂລຊີ
ເຖິງວ່າແນວໃດກໍ່ຕາມ ຄວາມຈິງແລ້ວພວກເຮົາໄດ້ພາດຈັງວະຫຼາຍຄັ້ງ ການພັດທະນາຫຼ້າຫຼັງ ແລະ ກຳລັງຫຼ້າຫຼັງກ່ວາເກົ່າ. ຄວາມພັດທະນາຫຼ້າຫຼັງໄດ້ຊີ້ໃຫ້ເຫັນແມ່ນມີຄວາມສ່ຽງຫຼາຍໃນພື້ນຖານເສດຖະກິດຫວຽດນາມ. ຂ້ອຍຄິດວ່າ ການແກ້ໄຂບັນຫາເພື່ອເຮັດໃຫ້ການປະຕິວັດ ອຸດສາຫະກຳ 4.0 ຕ້ອງຢູ່ບົນພື້ນຖານຕອບໄດ້ຢ່າງລະອຽດຊັດເຈນໃນຄຳຖາມທີ່ວ່າ ເປັນຫຍັງທັງທີ່ພວກເຮົາເປັນຊົນເຜົ່າທີ່ມີຄວາມສະຫຼາດຫຼັກແຫຼມ ແຕ່ພັດຫຼ້າຫຼັງ
ຄວາມຕື່ນເຕັ້ນກ່ຽວກັບ ການປະຕິວັດ ອຸດສາຫະກຳ 4.0 ກຳລັງແຜ່ຂະຫຍາຍຢ່າງວ່ອງໄວຢູ່ຫວຽດນາມ ພ້ອມນີ້ກໍ່ນຳມາແຫ່ງຄວາມສ່ຽງ ເຮັດໃຫ້ພວກເຮົາເພິ້ຝັນ ເຮັດໃຫ້ເຮົາຄິດວ່າພວກເຮົາສະຫຼາດ… ພ້ອມກັນນັ້ນຍັງເປັນຄວາມສ່ຽງກາຍເປັນການເດີນຕາມຂະບວນການ ຄວາມສ່ຽງໃນການສວຍໂອກາດສ້າງນິຍາມເພື່ອປະກອບເຂົ້າໃນການຮັບໃຊ້ການຮ້ອງປ່າວ, ອວດອ້າງ.
ໃນມຸມມອງຂອງອົງການຈັດຕັ້ງພັດທະນາ ສະຫະປະຊາຊາດ (ຢູເອັນດີພີ) ທ່ານ ນາງ ຫຼຸຍ ແຊມເບີແລັນ ອຳນວຍການ ຢູເອັນດີພີ ຫວຽດນາມ ໄດ້ແລກປ່ຽນວ່າ: ເປັນຍ້ອນຫຍັງ ການປະຕິວັດ ອຸດສາຫະກຳ 4.0 ໄດ້ຮັບຄວາມສົນໃຈຫຼາຍຈາກ ສະຫະປະຊາຊາດແມ່ນຍ້ອນວ່າ ການປະຕິວັດ ອຸດສາຫະກຳ ດັ່ງກ່າວເປັນຕົວແທນໃຫ້ບັນດາໂອກາດພື້ນຖານຂອງການພັດທະນາອັນວ່ອງໄວ ຂອງມະນຸດ ແລະ ເປັນສິ່ງທ້າທາຍອັນໃຫຍ່ຫຼວງ ຍົກຕົວຢ່າງຄື: ຢ່າງຂີ້ລ້າຍສຸດມັນກໍ່ຈະເຮັດໃຫ້ເກີດມີຄວາມບໍ່ເທົ່າທຽມກັນລະຫວ່າງປະເທດ, ເຮັດໃຫ້ເຕັກນິກ ແລະ ຄວາມສາມາດໃນການເຊື່ອມໂຍງອາດຈະກາຍເປັນຄວາມໄດ້ປຽບຂອງເຂົາໂດຍການກຳນົດ, ໂຄງລ່າງການຮ່ວມມື, ຄວາມຮັບຮູ້ຂອງຄົນ ແລະ ລະບົບໂທລະຄົມມະນາຄົມດີຂື້ນ ແລະ ມີບັນດາປະເທດຈະເດີນຕາມໄດ້ຊ້າຍ້ອນຄວາມຮັບຮູ້ກ່ຽວກັບລະບົບເພາະໃນຄວາມຈິງຂອງພວກເຂົາແມ່ນກຳລັງຢູ່ເບື້ອງຫຼັງ.
![]() |
ຂໍ້ມູນຂອງພົນລະເມືອງ ແລະ ອຸປະກອນການຊຳລະ ໃນອາຂາຄົດ.(tinhte.vn)
ການປະຕິວັດ ອຸດສາຫະກຳ 4.0 ປະກອບມີ ການປ່ຽນແປງໃຫຍ່ອັນໜື່ງໃນລະບົບທົ່ວໂລກ; ແຕ່ທຽບໃສປະເທດກຳລັງພັດທະນາ ນັ້ນແມ່ນຄວາມທ້າທາຍໃຫຍ່ອັນໜື່ງກ່ຽວກັບຄວາມສາມາດແກ່ງແຍ້ງ. ຄວາມສ່ຽງທີ່ວ່າບັນດາການພັດທະນາຈະສາມາດບັນລູໄດ້ຍາກໃນການລົບລ້າງຄວາມທຸກຍາກ ແລະ ບັນດາບາດກ້າວໃນການການຫັນສູ່ຄວາມເທົ່າທຽມກັນຈະຫຼຸດລົງ.
ການຈັດຕັ້ງປະຕິບັດກ່ອນເພື່ອຊ່ວຍໃຫ້ການປ່ຽນແປງພື້ນຖານເສດຖະກິດ, ບັນດາອົງການເສດຖະກິດ ແລະ ລະບົບສັງຄົມເປັນວິທີດຽວທີ່ເຮັດໃຫ້ພື້ນຖານເສດຖະກິດສາມາດກາຍເປັນພື້ນຖານລ່ວງໄຫຼດ້ວຍປະສິດທິຜົນ, ມີຄວາມຍືນຍົງ ແລະ ມີຄວາມເທົ່າທຽມກັນສູງໃນໄລຍະຍາວ.
ໃນການຮ່ວມສົນທະນາພາຍໃຕ້ຫົວຂໍ້ ການປະຕິວັດ ອຸດສາຫະກຳ 4.0 ກຳນົດຮູບແບບອານາຄົດຂອງໂລກ, ບົນພື້ນຖານການວິເຄາະບັນດາການປ່ຽນແປງຂອງພື້ນຖານເສດຖະກິດຈາກການກະທົບ, ຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0, ຕົວແທນຂອງສະຫະປະຊາຊາດຢຸ່ຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງຄວາມທ້າທາຍອັນຍິ່ງໃຫຍ່ຈາກ ການປະຕິວັດອຸດສາຫະກຳ 4.0 ກ່ຽວກັບການເພີ່ມຂື້ນຂອງຄວາມບໍ່ເທົ່າທຽມກັນລະຫວ່າງປະເທດກໍ່ຄືຢູ່ພາຍໃນປະເທດນັ້ນໆ
ຄວາມບໍ່ເທົ່າທຽມກັນອາດຈະເກີດຂື້ນໃນກະໂຕປະເທດ ບໍ່ເລືອກວ່າຈະເປັນປະເທດໃດກໍ່ຕາມ ຈະພັດທະນາ ຫຼື ກຳລັງພັດທະນາກໍ່ຄືກັນ, ລະຫວ່າງຜູ່ທີ່ມີຄວາມຮູ້ທັກສະ ຄວາມສາມາດສູງ ມີຄວາມສາມາດ ພ້ອມທັງໂອກາດທີ່ຈະສ້າງຂື້ນ ແລະ ຮັບເອົາບັນດາແນວຄິດ ຄວາມກ້າວກະໂດດ ກັບບັນດາຜຸ່ຄົນທີ່ບໍ່ມີແນວຄວາມຄິດຕໍ່ສິງດັ່ງກ່າວມານີ້
ອົງປະກອບໃນການແກ່ງແຍ້ງໃນເມື່ອກ່ອນອາດຈະສຸມໃສ່ພຽງແຕ່ຄວາມຮູ້ທັກສະ, ທືນຮອນ ແລະ ທ່າແຮງດ້ານການເມືອງ, ແຕ່ໃນໄລຍະ ການປະຕິວັດ ອຸດສາຫະກຳ 4.0 ນອກຈາກຄວາມຮູ້ທັກສະ ເຕັກນິກ ແລ້ວສິ່ງສຳຄັນກວ່າແມ່ນຕ້ອງມີແນວຄິດປະດິດສ້າງ, ຄວາມສະແຫວງຫາບໍ່ຢຸດຢັ້ງຂອງພະນັກງານ ແລະ ຄວາມສາມາດຂອງບໍລີສັດເພື່ອທີ່ຈະຄຸ້ມຄອງບໍລິຫານການປ່ຽນແປງ, ກະຕຸກຊຸກຍູ້ຄວາມສະແຫວງຫາອັນບໍ່ຢຸດຢັ້ງ ແລະ ກໍ່ສ້າງລະບົບກຳມະກອນທີ່ມີຄວາມແທດເໝາະກັບເຕັກນິກອັນສັບຊ້ອນນັ້ນແມ່ນທ່າແຮງໃນການແກ່ງແຍ້ງອັນສຳຄັນໃນພື້ນຖານເສດຖະກິດ.
(ຫັດທະບູນ)