ບັນດາຈຸດພິເສດສະເພາະທີ່ມີລັກສະນະກົດເກນ, ທາດແທ້ຂອງເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ
ເສດຖະກິດຕະຫຼາດແມ່ນຮູບການເສດຖະກິດແຜ່ຫຼາຍທົ່ວໄປທີ່ແຊກຄຸມທຸກພື້ນຖານການຜະລິດສັງຄົມ. ບັນດາກົດເກນຂອງເສດຖະກິດຕະຫຼາດເຊັ່ນ ກົດເກນຄຸນຄ່າ, ກົດເກນການສະໜອງ-ຄວາມຕ້ອງການ, ກົດເກນແຂ່ງຂັນ, ກົດເກນຈໍລະຈອນເງິນຕາ... ຊຶ່ງສະແດງອອກໂດຍຜ່ານການຜັນປ່ຽນຂອງຄວາມພົວພັນສິນຄ້າ-ເງິນຕາ, ຄວາມພົວພັນລາຄາ, ບັນດາຄວາມພົວພັນການສະໜອງ-ຄວາມຕ້ອງການ, ຄວາມພົວພັນແຂ່ງຂັນ... ໃນພື້ນຖານເສດຖະກິດຕະຫຼາດທີ່ມີຫຼາຍຮູບການກຳມະສິດ, ຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບແບບວິສາຫະກິດ... ຕາມການແບ່ງງານສັງຄົມ ທີ່ນັບມື້ນັບຂະຫຍາຍຕົວ; ການພົວພັນລະຫວ່າງຜູ້ຜະລິດສິນຄ້າ ແລະ ຜູ້ບໍລິໂພກຄົງຕົວຢ່າງພາວະວິໄສ, ຍ້ອນກົດເກນພາວະວິໄສເປັນສິ່ງຊີ້ຂາດ.
ສັງເກດພາຍນອກເຫັນວ່າ ເສດຖະກິດຕະຫຼາດແມ່ນການແຂ່ງຂັນ, ລາຄາເປັນຮູບເປັນຮ່າງຂຶ້ນຢ່າງເກີດເອງ ຕາມການຊັ່ງຊາກຳລັງລະຫວ່າງການສະໜອງ (ປະລິມານສິນຄ້າທີ່ຢາກຂາຍແລະລາຄາທີ່ຈະເກັບຈາກການຂາຍ) ແລະ ຄວາມຕ້ອງການ (ປະລິມານສິນຄ້າທີ່ຢາກຊື້ແລະລາຄາທີ່ຈະຊຳລະ) ໂດຍຜ່ານກົນໄກຕົກລົງກັນ, ສະໝັກໃຈ ຊຶ່ງໄດ້ປະຕິບັດດ້ວຍສັນຍາ, ແມ່ນສິດເສລີພາບໃນການທຸລະກິດ (ເສລີພາບໃນການຜະລິດ, ເສລີພາບໃນການຊື້ແລະຂາຍ). ແຕ່, ທາດແທ້ຂອງເສດຖະກິດຕະຫຼາດ ແມ່ນຄວາມພົວພັນສິນຄ້າ - ເງິນຕາ - ສິນຄ້າ, ຊຶ່ງເປັນຮູບການທີ່ມະນຸດນຳໃຊ້ເພື່ອເຊື່ອມຕໍ່ບັນດາການເຄື່ອນໄຫວທີ່ມີລັກສະນະເສລີພາບໃນການຜະລິດ ທຸລະກິດ, ເສລີພາບໃນການປະດິດສ້າງ ແນໃສ່ຮ່ວມກັນຮັກສາການຄົງຕົວສັງຄົມທາງດ້ານເສດຖະກິດ. ເວົ້າຢ່າງອື່ນ, ຄວາມພົວພັນສິນຄ້າ - ເງິນຕາ - ສິນຄ້າ ເປັນທາດເຊື່ອມຕໍ່ເພື່ອໃຫ້ບັນດາຜູ້ກ່ຽວທັງຮັກສາເສລິພາບໃນການຜະລິດ ທຸລະກິດ, ທັງຕິດຕໍ່ແໜ້ນແຟ້ນກັນກັບຜູ້ອື່ນ ໂດຍຜ່ານບັນດາການພົວພັນແລກປ່ຽນ ແນໃສ່ຮ່ວມມືນຳກັນໃນລະບົບການແບ່ງງານສັງຄົມທີ່ນັບມື້ນັບສົມເຫດສົມຜົນ. ເປັນອັນວ່າ, ເສດຖະກິດຕະຫຼາດ ແມ່ນຮູບຖານເສດຖະກິດ ຊຶ່ງໃນນັ້ນກຳລັງການຜະລິດໄດ້ຂະຫຍາຍຕົວໂດຍເສລີ ອີງບົນພື້ນຖານຂະບວນວິວັດການຫັນເປັນວິຊາສະເພາະນັບມື້ນັບເລິກເຊິ່ງ, ການນຳໃຊ້ຄວາມກ້າວໜ້າທາງເຕັກນິກເຂົ້າໃນການຜະລິດນັບມືນັບໄວກວ່າ ໂດຍຍ້ອນມະນຸດມີຄວາມເສລີພາບໃນການພັດທະນາບັນດາຄວາມສາມາດບົ່ມຊ້ອນຂອງຕົນ ໃນສາຍພົວພັນຮ່ວມມືນຳກັນໂດຍຜ່ານການແລກປ່ຽນສິນຄ້າ - ເງິນຕາ - ສິນຄ້າ. ຫຼືເວົ້າຢ່າງອື່ນຄື, ບັນດາການພົວພັນທີ່ຕ້ອງການໃຫ້ແກ່ການແລກປ່ຽນສິນຄ້າ - ເງິນຕາ - ສິນຄ້າ, ເຊັ່ນ ສິດເສລີພາບໃນການທຸລະກິດ, ຄວາມສະເໝີພາບທາງດ້ານກົດໝາຍລະຫວ່າງບັນດາຝ່າຍທີ່ຕິດຕໍ່ແລກປ່ຽນ, ຂໍ້ກຳນົດການລົງໂທດທີ່ຮັບປະກັນການປະຕິບັດຂໍ້ຕົກລົງຕາມສັນຍາ, ບັນດາຂໍ້ກຳນົດທີ່ເປັນເອກະພາບລະຫວ່າງບັນດາຝ່າຍທີ່ກ່ຽວກ່ຽວກັບຫົວໜ່ວຍວັດແທກ, ຫົວໜ່ວຍສະກຸນເງິນ, ວິທີການຕິດຕໍ່ແລກປ່ຽນ... ເປັນບັນດາການພົວພັນການຜະລິດທີ່ສອດຄ່ອງກັບຄວາມຕ້ອງການພັດທະນາຂອງກຳລັງການຜະລິດ. ນີ້ເປັນສິ່ງທີ່ຈຳເປັນແນ່ນອນ ໂດຍບໍ່ຈຳແນກປະເທດດຳເນີນເສດຖະກິດຕະຫຼາດທີ່ເລືອກເອົາລະບອບການເມືອງໃດ. ປະຈຸບັນ, ການພົວພັນເສດຖະກິດ ຫຼືເອີ້ນບັນດາການພົວພັນການຜະລິດທີ່ກ່າວມາເທິງນີ້ແມ່ນ ລະບຽບກົດໝາຍເສດຖະກິດຕະຫຼາດ.
ການພັດທະນາພື້ນຖານເສດຖະກິດຕະຫຼາດ ຮຽກຮ້ອງໃຫ້ຕ້ອງເປີດປະຊາທິປະໄຕໃນພື້ນຖານເສດຖະກິດ, ເປີດເສລີພາບໃນພື້ນຖານເສດຖະກິດ ເພື່ອປົດປ່ອຍແລະພັດທະນາກຳລັງຜະລິດສັງຄົມທຸກຢ່າງ, ເປີດຊ່ອງທາງໃຫ້ແກ່ກຳລັງການຜະລິດສັງຄົມຂະຫຍາຍຕົວນັບມື້ນັບທັນສະໄໝ. ຜົນປະໂຫຍດເສດຖະກິດເປັນກຳລັງຊຸກດັນການພັດທະນາທີ່ສຳຄັນທີ່ສຸດ ຂອງພື້ນຖານເສດຖະກິດຕະຫຼາດ ຊຶ່ງກ່ອນອື່ນແມ່ນຜົນປະໂຫຍດຂອງບັນດາຜູ້ລົງທຶນ, ຜູ້ຜະລິດ, ຜູ້ອອກແຮງງານ, ຜູ້ບໍລິໂພກ, ຂອງລວມໝູ່, ລັດ ແລະ ທົ່ວສັງຄົມ. ໃນພື້ນຖານເສດຖະກິດຕະຫຼາດ, ທຸກພາກສ່ວນລ້ວນແຕ່ຕ້ອງປະຕິບັດຕາມບັນດາກົດເກນພາວະວິໄສ ຕາມກົນໄກລວມຄື ກົນໄກຕະຫຼາດ, ແຕ່ພ້ອມກັນນັ້ນ ເສດຖະກິດຕະຫຼາດມີລັກສະນະພິເສດສະເພາະທີ່ສອດຄ່ອງກັບລະດັບ, ລະບຽບກົດໝາຍການພັດທະນາ, ເງື່ອນໄຂພັດທະນາອັນລະອຽດຂອງແຕ່ລະປະເທດ. ການເຄື່ອນເໜັງຂອງພື້ນຖານເສດຖະກິດຕະຫຼາດແມ່ນຫັນໄປສູ່ຄວາມສົມດູນເໜັງ ທາງດ້ານໂຄງປປະກອບຂະແໜງການ, ບັນດາຂົງເຂດການຜະລິດ, ທາງດ້ານລວມຍອດປະລິມານສິນຄ້າ... ຕາມທິດນັບມື້ນັບສົມເຫດສົມຜົນ. ການພັດທະນາຢ່າງແຂງແຮງຂອງວິທະຍາສາດ-ເຕັກໂນໂລຊີ, ພິເສດແມ່ນເຕັກໂນໂລຊີສູງ, ເຕັກໂນໂລຊີສື່ຂ່າວ... ໄດ້ເຮັດໃຫ້ມີການປ່ຽນແປງໃນລັກສະນະຂອງພື້ນຖານການຜະລິດວັດຖຸ ແລະ ແບບຈັດຕັ້ງ ຄຸ້ມຄອງເສດຖະກິດຕະຫຼາດຕາມແບບດັ້ງເດີມ. ເສດຖະກິດພູມປັນຍານັບມື້ນັບຂະຫຍາຍຕົວ, ການພັດທະນາແບບຍືນຍົງພວມເປັນທ່າອຽງທີ່ເປັນເຈົ້າພາທາງ, ມະນຸດຈາກບ່ອນຢູ່ໃນທ່າຮັບ ຫັນໄປສູ່ຄວາມເປັນເຈົ້າການປະດິດສ້າງຂະບວນວິວັດການພັດທະນາເສດຖະກິດ-ສັງຄົມ. ເສດຖະກິດຕະຫຼາດທັນສະໄໝເປັນທ່າອຽງແຫ່ງການພັດທະນາລວມໃນປະຈຸບັນ, ເປັນຜະລິດຕະພັນທີ່ຈຳເປັນແນ່ນອນ ຂອງການພັດທະນາກຳລັງການຜະລິດສັງຄົມ; ກຳລັງການຜະລິດສັງຄົມຍິ່ງທັນສະໄໝ ເຮັດໃຫ້ເສດຖະກິດຕະຫຼາດຍິ່ງທັນສະໄໝ. ເສດຖະກິດຕະຫຼາດທັງເປັນເງື່ອນໄຂ, ທັງເປັນປະກົດການແຫ່ງລະດັບການຫັນເປັນສັງຄົມ ຂອງພື້ນຖານການຜະລິດສັງຄົມ. ເສດຖະກິດຕະຫຼາດບໍ່ແມ່ນຜະລິດຕະພັນຂອງສະເພາະລັດທິທຶນນິຍົມ ແລະ ກໍ່ບໍ່ຂັດແຍ່ງກັບລັດທິສັງຄົມນິຍົມ, ກົງຂ້າມ, ພັດທະນາເສດຖະກິດຕະຫຼາດ ເປັນເສັ້ນທາງ, ເປັນວິທີ, ເປັນເງື່ອນໄຂພື້ນຖານ ເພື່ອໄປເຖິງລັດທີສັງຄົມນິຍົມທີ່ແທ້ຈິງໃນອະນາຄົດ. ການຂະຫຍາຍຕົວຂອງພື້ນຖານເສດຖະກິດຕະຫຼາດ ຈຳເປັນຕ້ອງມີການດັດແປງທີ່ມີລັກສະນະປະຕິວັດກ່ຽວກັບການພົວພັນການຜະລິດ ໃຫ້ມັນສອດຄ່ອງກັບຂະບວນວິວັດການຫັນກຳລັງການຜະລິດເປັນທັນສະໄໝ. ເສດຖະກິດຕະຫຼາດເປັນສິ່ງແວດລ້ອມທີ່ສະດວກດີທີ່ສຸດ ທີ່ສອດຄ່ອງກັບກົດເກນພາວະວິໄສ ເພື່ອໃຫ້ກຳລັງການຜະລິດຂະຫຍາຍຕົວ, ກຳລັງການຜະລິດຍິ່ງຂະຫຍາຍຕົວ, ທັນສະໄໝ, ຫັນເປັນສັງຄົມໃນລະດັບສູງ, ມັນຍິ່ງຮຽກຮ້ອງໃຫ້ຕ້ອງມີການພົວພັນການຜະລິດທີ່ກ້າວໜ້າ, ສອດຄ່ອງກັບມັນ, ຊຶ່ງການພົວພັນການຜະລິດທີ່ກ້າວໜ້າ ສອດຄ່ອງນັ້ນ ແມ່ນການພັວກັນການຜະລິດສັງຄົມນິຍົມ. ດັ່ງນັ້ນ, ຂະບວນວີວັດການພັດທະນາເສດຖະກິດຕະຫຼາດກໍ່ເປັນຂະບວນວິວັດການພັດທະນາທີ່ເປັນໄປຕາມທຳມະຊາດ ເພື່ອໃຫ້ມະນຸດຊາດກ້າວຂຶ້ນສູ່ສັງຄົມນິຍົມຢ່າງຖືກຕ້ອງຕາມຄວາມໝາຍຂອງມັນ.
ພາກຕົວຈິງ 30 ກວ່າປີແຫ່ງການປ່ຽນແປງໃໝ່ທີ່ຜ່ານມາໄດ້ພິສູດໃຫ້ເຫັນວ່າ: ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ຫວຽດນາມຕ້ອງຜ່ານເສດຖະກິດຕະຫຼາດ. ບໍ່ພັດທະນາເສດຖະກິດຕະຫຼາດຈະບໍ່ສາມາດກ້າວຂຶ້ນສູ່ສັງຄົມນິຍົມໄດ້. ເພາະວ່າ, ເສດຖະກິດຕະຫຼາດມີບັນດາທ່າດີ ທ່າໄດ້ປຽບ ທີ່ເສດຖະກິດວັດຖຸກຸ້ມຕົນເອງ ເພິ່ງຕົນເອງບໍ່ອາດຈະປຽບທຽບໄດ້: ທີໜຶ່ງ, ເສດຖະກິດຕະຫຼາດສ້າງກຳລັງໜູນໃຫ້ຜູ້ອອກແຮງງານທຸກຄົນຕັ້ງໜ້າ, ຕື່ນຕົວສະໝັກໃຈເຮັດວຽກ ໂດຍຜ່ານກົນໄກແຂ່ງຂັນເພື່ອກາຍເປັນຄົນເກັ່ງກວ່າເພິ່ນໝົດ (ປະດິດສ້າງ, ຂະຫຍັນຂັນເຄື່ອນທີ່ສຸດ ແລະ ສົມເຫດສົມຜົນທີ່ສຸດ); ທີສອງ, ເສດຖະກິດຕະຫຼາດຊຸກຍູ້ການຫັນເປັນວິຊາສະເພາະນັບມື້ນັບເລິກເຊິ່ງ ເພື່ອພັດທະນາຄວາມສາມາດຊ້ອນແຟງໃນຫຼາຍດ້ານຂອງຜູ້ຄົນທີ່ຕ່າງກັນ; ທີສາມ, ເສດຖະກິດຕະຫຼາດຈະປະສານສົມທົບ, ດັດປັບການປະພຶດຂອງທຸກຄົນໃຫ້ມີຄວາມຕື່ນຕົວສະໝັກໃຈ ໂດຍຜ່ານກົນໄກແລກປ່ຽນສິນຄ້າຢ່າງສະໝັກໃຈ, ຕົກລົງກັນຕາມກົດເກນການສະໜອງ - ຄວາມຕ້ອງການ; ທີສີ່, ເສດຖະກິດຕະຫຼາດສ່ອງແສງເຖິງລະດັບເສລີພາບ ປະຊາທິປະໄຕສູງ ໃນເງື່ອນໄຂແຫຼ່ງພະລັງຊັບພະຍາກອນເພື່ອຕອບສະໜອງຄວາມຕ້ອງການຍັງຂາດແຄນ. ແຕ່ກໍ່ຕ້ອງເຂົ້າໃຈວ່າ: ເສດຖະກິດຕະຫຼາດໂດຍມັນເອງມັນບໍ່ສາມາດນຳເອົາລັດທິສັງຄົມນິຍົມມາໃຫ້ມະນຸດໄດ້. ຖ້າຫາກເສດຖະກິດຕະຫຼາດເຄື່ອນເໜັງຢ່າງເກີດເອງ ຍ່ອມຈະພາໃຫ້ເກີດຄວາມເສຍຫາຍຕ່າງໆເຊິ່ງສັງຄົນຍາກທີ່ຈະຮັບເອົາໄດ້, ນັ້ນຄື: ການຜັນແຍກຮັ່ງມີ - ທຸກຍາກ, ຜູ້ມີໄຊໃນການແຂ່ງຂັນຈະໄດ້ທັງໝົດ ສ່ວນຜູ້ເສຍໄຊຈະບໍ່ໄດ້ຫຍັງເລີຍ. ຍິ່ງກວ່ານັ້ນ, ຍ້ອນກຳພາຫະນະການຜະລິດໄດ້ຫຼາຍ, ຜູ້ຮັ່ງມີອາດຈະບີບບັງຄັບຜູ້ທຸກຍາກດ້ວຍການແລກປ່ຽນສິນຄ້າບໍ່ສະເໝີພາບ. ພິເສດ, ເມື່ອຊັບສິນເຕົ້າໂຮມຢູ່ໃນກຳມືຂອງຄົນກຸ່ມໜຶ່ງ, ຖ້າຫາກພວກເຂົາບໍ່ພໍໃຈນຳອັດຕາສ່ວນກຳໄລທີ່ຕະຫຼາດວາງອອກມາ, ຊັບສິນສິນຄ້າຈະຖືກກັກຕູນໄວ້ເຕັມຢູ່ໃນສາງ, ຜູ້ອອກແຮງງານຈະບໍ່ມີວຽກເຮັດງານທຳ. ນີ້ເປັນສິ່ງທີ່ທ່ານ ກາກມາກ ໄດ້ຊີ້ແຈງ: ຖ້າປະໃຫ້ເສດຖະກິດສິນຄ້າ (ເສດຖະກິດຕະຫຼາດ) ເຄື່ອນໄຫວຢ່າງເກີດເອງ ແນ່ນອນຈະກ້າວຂຶ້ນສູ່ແບບວິທີການຜະລິດທຶນນິຍົມ. ເສດຖະກິດຕະຫຼາດແບບເກີດເອງກໍ່ພາໄປເຖິງການທຳລາຍສິ່ງແວດລ້ອມລວມ ເພື່ອຜົນປະໂຫຍດໄລຍະສັ້ນ ຊຶ່ງເປັນການກໍ່ໃຫ້ເກີດຄວາມສ່ຽງຕ່າງໆໃນການພົວພັນການສະໜອງ-ຄວາມຕ້ອງການ ແລະ ເຮັດໃຫ້ຊີວິດການເປັນຢູ່ຕົກໃສ່ສະພາບເລື່ອນລອຍບໍ່ແນ່ວແນ່... ຍ້ອນແນວນັ້ນ, ລັດຕ້ອງຕາງໜ້າສັງຄົມເພື່ອດັດປັບເສດຖະກິດຕະຫຼາດ, ບັງຄັບໃຫ້ມັນຕ້ອງເຄື່ອນໄຫວໃນບັນດາຂອບທີ່ແນ່ນອນ. ລັດນາຍທຶນດັດປັບເສດຖະກິດຕະຫຼາດ ແຕ່ບໍ່ປ່ຽນແປງບັນດາພື້ນຖານຕົ້ນຕໍຂອງມັນ, ເຊັ່ນ ກຳມະສິດເອກະຊົນ, ສິດເສລີພາບໃນການທຸລະກິດ, ລາຄາຖືກຕະຫຼາດຕັດສິນເປັນຕົ້ນຕໍ, ລັດພຽງແຕ່ເຂົ້າຮ່ວມກາມແຈກຢາຍຊັບສິນຄືນໃໝ່ຜ່ານງົບປະມານແຫ່ງລັດ, ກະທົບໃສ່ການສະໜອງຫຼືຄວາມຕ້ອງການ, ເມື່ອມີ “ອາການຊ໊ອກ”... ລັດສັງຄົມນິຍົມອາດຈະແຊກແຊງເລິກເຂົ້າໃນພື້ນຖານເສດຖະກິດຕະຫຼາດ ໂດຍຜ່ານການປ່ຽນແປງລະບອບກຳມະສິດຂອງກອງພາຫະນະການຜະລິດໃດໜຶ່ງ ຫຼືຊ່ວຍຊູບັນດາຮູບການຈັດຕັ້ງການຜະລິດ ທຸລະກິດທີ່ມີປະໂຫຍດໃຫ້ແກ່ຜູ້ອອກແຮງງານ, ເຊັ່ນ ສະຫະກອນ, ວິສາຫະກິດຂອງລັດ,... ຢູ່ນີ້, ຮູບການແຊກແຊງອາດຈະຄືກັນລະຫວ່າງບັນດາລັດທຶນນິຍົມ ແລະ ລັດສັງຄົມນິຍົມ, ແຕ່ເປົ້າໝາຍພັດມີຄວາມແຕກຕ່າງກັນ: ລັດທຶນນິຍົມ ພຽງແຕ່ຊ່ວຍໜູນເພື່ອຮັກສາສະຖຽນລະພາບຂອງຕະຫຼາດ ແລະ ຊ່ວຍໜູນໃຫ້ຜູ້ເສຍຫາຍໃນລະດັບທີ່ອາດຈະຊ່ວຍໄດ້. ລັດສັງຄົມນິຍົມໃຫ້ຄວາມສຳຄັນເຖິງການກໍ່ສ້າງຜູ້ອອກແຮງງານ, ສ້າງເງື່ອນໄຂໃຫ້ເຂົາເປັນເຈົ້າຂະບວນວິວັດການຜະລິດ, ແຈກຢາຍ ແນໃສ່ນຳເອົາຜົນປະໂຫຍດມາໃຫ້ເຂົາ. ນອກຈາກນັ້ນ, ບັນດາສິ່ງທີ່ຜູ້ອອກແຮງງານບໍ່ອາດສາມາດ, ລັດຈະໃຫ້ການຊ່ວຍເຫຼືອດ້ວຍຕາໜ່າງຄວາມປອດໄພ, ການຊ່ວຍເຫຼືອທາງສັງຄົມ, ສະຫວັດດີການສັງຄົມ... ພັກກອມມູນິດ ແລະ ລັດສັງຄົມນິຍົມມີຄວາມພະຍາຍາມໃນການຊອກຫາຮູບການຈັດຕັ້ງການຜະລິດ ທຸລະກິດທີ່ມີປະສິດທິຜົນ ແລະທັງມີປະໂຫຍດໃຫ້ແກ່ຜູ້ອອກແຮງງານ. ໃນໄລຍະປະຈຸບັນ, ເສດຖະກິດຕະຫຼາດຈະເຮັດໜ້າທີ່ດັດປັບເປັນຕົ້ນຕໍ, ລັດສັງຄົມນິຍົມເຂົ້າຮ່ວມການດັດປັບໂດຍອີງໃສ່ທິດສະດີແລະບົດຮຽນຕົວຈິງ ເພື່ອໃຫ້ມີພື້ນຖານເສດຖະກິດຕະຫຼາດທີ່ມີຄວາມສັກສິດກວ່າ, ມີປະໂຫຍດໃຫ້ແກ່ຜູ້ອອກແຮງງານ... ເພາະສະນັ້ນ, ລັດສັງຄົມນິຍົມບໍ່ຈຳກັດຕົວເອງໃນການເຄື່ອນໄຫວຄືກັບລັດທຶນນິຍົມ. ນັ້ນແມ່ນພື້ນຖານເພື່ອໃຫ້ພັກເຮົາກຳນົດວ່າ ພື້ນຖານເສດຖະກິດຕະຫຼາດຂອງປະເທດເຮົາແມ່ນ ພື້ນຖານເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ: ທີ່ທັງຖືກຄວບຄຸມຍ້ອນບັນດາກົດເກນເສດຖະກິດຕະຫຼາດທີ່ພາວະວິໄສ, ທັງຮັບປະກັນກຳນົດທິດສັງຄົມນິຍົມຂອງພື້ນຖານເສດຖະກິດ. ປັດໄຈສັງຄົມນິຍົມໄດ້ສະແດງອອກຢູ່ທີ່ພັກກອມມູນິດ -ກອງກຳລັງນຳໜ້າຂອງປະຊາຊົນຜູ້ອອກແຮງງານ- ນຳພາການພັດທະນາຂອງພື້ນຖານເສດຖະກິດຕະຫຼາດ (ຖ້າຫາກພັກເສື່ອມໂຊມປ່ຽນທາດ ຫຼືບໍ່ມີກຳລັງພໍເພື່ອນຳພາແລ້ວ ແນ່ນອນພື້ນຖານເສດຖະກິດຕະຫຼາດຈະຂຶ້ນສູ່ທຶນນິຍົມຢ່າງເກີດເອງ). ລັດສັງຄົມນິຍົມກໍ່ເປັນລະບຽບກົດໝາຍ ເພື່ອໃຫ້ປະຊາຊົນຜູ້ອອກແຮງງານສາມາດດຳເນີນການປະຕິຮູບທຸກຢ່າງທີ່ມີປະໂຫຍດໃຫ້ແກ່ເຂົາ, ກໍ່ເປັນເຈົ້າພາບໜຶ່ງຂອງເສດຖະກິດຕະຫຼາດ ໂດຍບໍ່ແມ່ນເປັນພຽງລະບຽບກົດໝາຍການເມືອງເທົ່ານັ້ນ. ຖ້າຫາກກົງຈັກລັດ ແລະ ຂ້າລັດຖະການເສື່ອມໂຊມປ່ຽນທາດຮອດລະດັບ ຮູ້ພຽງຜົນປະໂຫຍດຂອງຕົນເອງເທົ່ານັ້ນ, ຢຽບຢ່ຳຜົນປະໂຫຍດຂອງປະຊາຊົນຜູ້ອອກແຮງງານແລ້ວ, ພັກກອມມູນິດຈະນຳພາປະຊາຊົນປະຕິຮູບລັດ. ຍ້ອນເສດຖະກິດຕະຫຼາດສາມາດຄ່ອງຕົວກັບຫຼາຍລະບອບການເມືອງທີ່ຕ່າງກັນ ແລະ ແບບວິທີການຜະລິດສັງຄົມນິຍົມຍັງບໍ່ຢັ້ງຢືນຕົວເອງໄດ້ ດ້ວຍຕົວແບບທີ່ມີປະສິດທິຜົນໃນພາກຕົວຈິງ ດັ່ງນັ້ນ ທີ່ຈິງ ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມເປັນການຊອກຫາໜຶ່ງ: ທັງປະຕິບັດຕາມບັນດາກົດເກນຂອງເສດຖະກິດຕະຫຼາດ (ຍ້ອນວ່າ ມາເຖິງປະຈຸບັນ ມັນແມ່ນຮູບການຈັດຕັ້ງເສດຖະກິດທີ່ມີປະສິດທິຜົນກວ່າໝູ່), ທັງຊອກຫາຕົວແບບເສດຖະກິດທີ່ມີປະສິດທິຜົນກວ່າ, ຄ່ອງຕົວກັບເສດຖະກິດຕະຫຼາດ ແລະ ມີປະໂຫຍດໃຫ້ແກ່ຜູ້ອອກແຮງງານ. ດັ່ງນັ້ນ, ຄວາມພະຍາຍາມປະດິດສ້າງ ແລະ ຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງປະຊາຊົນຜູ້ອອກແຮງງານ ຂອງພັກ ລັດ ປະຊາຊົນຫວຽດນາມນັ້ນ ແມ່ນທາດແທ້ສັງຄົມນິຍົມ. ຢາກໄດ້ຄືແນວນັ້ນ, ຕ້ອງມີເງື່ອນໄຂ 3 ປະການຄື:
- ປະຊາຊົນຜູ້ອອກແຮງງານຕ້ອງມີຄວາມຕື່ນຕົວສະໝັກໃຈ, ຍົກສູງລະດັບການເມືອງ ແລະ ເສດຖະກິດຂອງຕົນ ເພື່ອບືນຕົວຂຶ້ນເປັນເຈົ້າ ແລະ ເປັນເຈົ້າຂອງ;
- ພັກກອມມູນິດຕ້ອງເຄື່ອນໄຫວປະຕິບັດໜ້າທີ່ຢ່າງແທ້ຈິງ ເພື່ອປະຊາຊົນຜູ້ອອກແຮງງານ ແລະ ມີຄວາມສາມາດນຳພາລັດແລະສັງຄົມ;
- ລັດ (ເນື້ອແທ້ແມ່ນກົດໝາຍ ແລະ ຂ້າລັດຖະການ) ທັງຕ້ອງມີຄວາມສາມາດຄຸ້ມຄອງ, ທັງຕ້ອງເຄື່ອນໄຫວເພື່ອຜົນປະໂຫຍດຂອງປະຊາຊົນຜູ້ອອກແຮງງານ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຢືນຢັນ: “ພື້ນຖານເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມຫວຽດນາມ ແມ່ນພື້ນຖານເສດຖະກິດທິ່ເຄື່ອນໄຫວຢ່າງເຕັມຮູບແບບ, ຄົບຊຸດ ຕາມບັນດາກົດເກນຂອງເສດຖະກິດຕະຫຼາດ, ພ້ອມກັນນັ້ນກໍຮັບປະກັນກຳນົດທິດສັງຄົມນິຍົມ ສອດຄ່ອງກັບແຕ່ລະໄລຍະການພັດທະນາຂອງປະເທດຊາດ. ນັ້ນແມ່ນພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ ແລະ ເຊື່ອມໂຍງສາກົນ; ມີການຄຸ້ມຄອງຂອງລັດແຫ່ງອຳນາດກົດໝາຍ, ໂດຍພັກກອມມູນິດຫວຽດນາມນຳພາ, ແນໃສ່ເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.
ພື້ນຖານເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມຫວຽດນາມ ມີການພົວພັນການຜະລິດທິ່ກ້າວໜ້າ ສອດຄ່ອງກັບລະດັບຂະຫຍາຍຕົວຂອງກຳລັງການຜະລິດ; ມີຫຼາຍຮູບການກຳມະສິດ, ຫຼາຍພາກສ່ວນເສດຖະກິດ, ໃນນັ້ນ ເສດຖະກິດຂອງລັດຖືບົດບາດເປັນເຈົ້າພາທາງ, ເສດຖະກິດເອກະຊົນເປັນກຳລັງໜູນໜຶ່ງທີ່ສຳຄັນຂອງພື້ນຖານເສດຖະກິດ; ບັນດາເຈົ້າພາບສັງກັດບັນດາພາກສ່ວນເສດຖະກິດມີຄວາມສະເໝີພາບ ຮ່ວມມື ແລະ ແຂ່ງຂັນກັນ ຕາມກົດໝາຍ; ຕະຫຼາດຖືບົດບາດຕົ້ນຕໍໃນການລະດົມ ແລະ ແຈກຢາຍບັນດາແຫຼ່ງພະລັງການພັດທະນາ, ເປັນກຳລັງໜູນຕົ້ນຕໍ ເພື່ອປົດປ່ອຍກຳລັງແຮງຜະລິດ; ບັນດາແຫຼ່ງພະລັງຂອງລັດໄດ້ຮັບການແຈກຢາຍຕາມແຜນຍຸດທະສາດ, ແຜນກຳນົດ, ແຜນການ ສອດຄ່ອງກັບກົນໄກຕະຫຼາດ. ລັດຖືບົດບາດກຳນົດທິດ, ກໍ່ສ້າງ ແລະ ປັບປຸງບູລະນະລະບຽບກົດໝາຍເສດຖະກິດ, ສ້າງສິ່ງແວດລ້ອມແຫ່ງການແຂ່ງຂັນທີ່ສະເໝີພາບ, ໂປ່ງໄສ ແລະ ສົດໃສ; ນຳໄຊ້ບັນດາເຄື່ອງມື, ນະໂຍບາຍ ແລະ ບັນດາແຫຼ່ງພະລັງຂອງລັດ ເພື່ອກຳນົດທິດ ແລະ ດັດປັບພື້ນຖານເສດຖະກິດ, ຊຸກຍູ້ການຜະລິດ ທຸລະກິດ ແລະ ປົກປັກຮັກສາສິ່ງແວກລ້ອມ; ປະຕິບັດຄວາມກ້າວໜ້າ ຄວາມສະເໝີພາບທາງສັງຄົມ ໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍການພັດທະນາ. ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນ ໃນການພັດທະນາເສດຖະກິດ-ສັງຄົມ”(1).
ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແມ່ນການໝູນໃຊ້ເສດຖະກິດຕະຫຼາດຢ່າງປະດິດສ້າງ ເຂົ້າໃນເງື່ອນໄຂຫວຽດນາມ ແນໃສ່ເສີມຂະຫຍາຍສຸດຂີດ ບົດບາດຕັ້ງໜ້າຂອງເສດຖະກິດຕະຫຼາດ, ພ້ອມກັນນັ້ນ ກໍ່ຈຳກັດສຸດຂີດຕໍ່ບັນດາຂໍ້ຂາດຕົກບົກພ່ອງ, ດ້ານລົບ ຂອງເສດຖະກິດຕະຫຼາດ ໃນການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ. ກຳນົດທິດສັງຄົມນິຍົມແມ່ນລັກສະນະ, ແມ່ນຈຸດພິເສດປະຈຳຕົວ ຂອງພື້ນຖານເສດຖະກິດຕະຫຼາດທີ່ຫວຽດນາມພວມກໍ່ສ້າງ. ລັກສະນະພິເສດສະເພາະນີ້ ຖືກຕັດສິນໂດຍທາດແທ້ຂອງພື້ນຖານເສດຖະກິດ, ຍ້ອນກະໂຕລັກສະນະຂອງບັນດາພາກສ່ວນປະກອບ, ນອນຢູ່ໃນໂຄງປະກອບພາຍໃນ ຂອງພື້ນຖານເສດຖະກິດທີ່ກຳນົດທາດແທ້ ແລະ ທ່າອຽງເຄື່ອນເໜັງຂອງພື້ນຖານເສດຖະກິດຕະຫຼາດຫວຽດນາມ. ກຳນົດທິດສັງຄົມນິຍົມໃນພື້ນຖານເສດຖະກິດຕະຫຼາດຢູ່ຫວຽດນາມ ສ່ອງແສງເຖິງເປົ້າໝາຍ, ແບບວິທີການພັດທະນາ, ກົນໄກຄຸ້ມຄອງ ແລະ ແບບວິທີແຈກຢາຍຂອງພື້ນຖານເສດຖະກິດ ແນໃສ່ຂຸດຄົ້ນສຸດຂີດດ້ານຕັ້ງໜ້າ, ທ່າໄດ້ປຽບ ຂອງເສດຖະກິດຕະຫຼາດ, ພ້ອມກັນນັ້ນກໍ່ຈຳກັດ, ແກ້ໄຂຜ່ານຜ່ານຂໍ້ຂາດຕົກບົກພ່ອງ ດ້ານລົບ ຂອງເສດຖະກິດຕະຫຼາດ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນທຸກຄົນ, ມຸ່ງໄປສູ່ການປະຕິບັດບັນດາເປົ້າໝາຍຂອງລັດທິສັງຄົມນິຍົມ.
ບັນດາບັນຫາພື້ນຖານໃນໄລຍະຕໍ່ໄປ
ເພື່ອໃຫ້ປະເທດຊາດພັດທະນາຢ່າງໄວວາ ຍືນຍົງ ຕ້ອງສືບຕໍ່ບູລະນະລະບຽບກົດໝາຍເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ໃນດ້ານຕ່າງໆດັ່ງລຸ່ມນີ້:
ຮອດປີ 2020, ສູ້ຊົນບູລະນະໄດ້ໂດຍພື້ນຖານ ລະບົບລະບຽບກົດໝາຍເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ຕາມບັນດາມາດຕະຖານທົ່ວໄປຂອງພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ ແລະ ເຊື່ອມໂຍງສາກົນ; ຮັບປະກັນລັກສະນະຄົບຊຸດລະຫວ່າງ ລະບຽບກົດໝາຍເສດຖະກິດ ແລະ ລະບຽບກົດໝາຍການເມືອງ, ລະຫວ່າງລັດ ແລະ ຕະຫຼາດ; ຮັບປະກັນຄວາມກົມກຽວລະຫວ່າງຄວາມເຕີບໂຕເສດຖະກິດ ແລະ ການພັດທະນາວັດທະນະທຳ, ພັດທະນາມະນຸດ, ປະຕິບັດຄວາມກ້າວໜ້າ ສະເໝີພາບທາງສັງຄົມ, ຮັບປະກັນສະຫວັດດີການສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາສັງຄົມຢ່າງຍືນຍົງ; ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ຕິດກັບການກໍ່ສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ເປັນເຈົ້າຕົນເອງ; ຮັບປະກັນລັກສະນະເປີດເຜີຍ ໂປ່ງໃສ, ລັກສະນະຄາດຄະເນ ຊຶ່ງໄດ້ສະແດງອອກໃນການກໍ່ສ້າງແລະປະຕິບັດລະບຽບກົດໝາຍ, ສ້າງເງື່ອນໄຂຄວາມສະຫງົບ, ສະດວກດີ ໃຫ້ແກ່ການພັດທະນາເມດຖະກິດ - ສັງຄົມ.
ສືບຕໍ່ບູລະນະລະບຽບກົດໝາຍກ່ຽວກັບກຳມະສິດ, ພັດທະນາບັນດາພາກສ່ວນເສດຖະກິດ, ບັນດາຮູບແບບວິສາຫະກິດ.
ຫັນເປັນນິຕິກຳກ່ຽວກັບສິດທິຊັບສິນ (ປະກອບດ້ວຍ ສິດທິເປັນເຈົ້າຂອງ, ສິດທິນຳໃຊ້, ສິດທິຕັດສິນ ແລະ ຮັບຜົນປະໂຫຍດ ຈາກການນຳໃຊ້ຊັບສິນ) ຂອງລັດ, ອົງການຈັດຕັ້ງ ແລະ ບຸກຄົນ ຊຶ່ງໄດ້ກຳນົດໃນລັດທະທຳມະນູນປີ 2013. ຮັບປະກັນຄວາມເປີດເຜີຍ, ໂປ່ງໃສ ກ່ຽວກັບພັນທະແລະຄວາມຮັບຜິດຊອບ ໃນຂັ້ນຕອນການບໍລິຫານແຫ່ງລັດ ແລະ ການບໍລິການສາທາລະນະ ເພື່ອໃຫ້ສິດທິຊັບສິນໄດ້ຮັບການແລກປ່ຽນຢ່າງລຸລ່ວງ. ຮັບປະກັນສິດຄຸ້ມຄອງ ເກັບຜົນຂອງລັດ ຕໍ່ຊັບສິນສາທາລະນະ ແລະ ສິດສະເໝີພາບໃນການເຂົ້າເຖິງ, ນຳໃຊ້ຊັບສິນສາທາລະນະ ຂອງທຸກເຈົ້າພາບໃນພື້ນຖານເສດຖະກິດ. ຍົກສູງຄວາມສາມາດຂອງບັນດາສະຖາບັນ ແລະ ບູລະນະກົນໄກແກ້ໄຂຂໍ້ພິພາດທາງແພ່ງ, ຂໍ້ພິພາດທາງເສດຖະກິດ ໃນການປົກປັກຮັກສາສິດທິຊັບສິນ.
ທຸກວິສາຫະກິດຂຶ້ນກັບບັນດາພາກສ່ວນເສດຖະກິດ ລ້ວນແຕ່ຕ້ອງເຄື່ອນໄຫວຕາມກົນໄກຕະຫຼາດ, ສະເໝີພາບ ແລະ ແຂ່ງຂັນກັນ ຕາມກົດໝາຍ. ສົ່ງເສີມການລິເລີ່ມທຸລະກິດ. ມີນະໂຍບາຍຊຸກຍູ້ພັດທະນາວິສາຫະກິດຫວຽດນາມ ທັງດ້ານປະລິມານແລະຄຸນນະພາບ, ໃຫ້ກາຍເປັນກຳລັງແກ່ນສານທີ່ແທ້ຈິງ ແລະ ນຳໜ້າໃນພາລະກິດການຫັນເປັນອຸດສາຫະກຳ ທັນສະໄໝ. ຮັບປະກັນສິດເສລີພາບໃນການທຸລະກິດບັນດາຂົງເຂດທີ່ກົດໝາຍບໍ່ຫ້າມ; ກໍ່ສ້າງ, ປະຕິບັດກົນໄກກວດກາຕາມຫຼັງ ຢ່າງຄົບຊຸດ ມີປະສິດທິຜົນ; ສືບຕໍ່ບູລະນະກົດໝາຍກ່ຽວກັບການແຂ່ງຂັນເສດຖະກິດ, ເພີ່ມທະວີລັກສະນະໂປ່ງໃສ ຕໍ່ກັບການຜູກຂາດແຫ່ງລັດ ການຜູກຂາດຂອງວິສາຫະກິດ, ຄວບຄຸມການຜູກຂາດທຸລະກິດ. ບູລະນະລະບຽບກົດໝາຍປົກປັກຮັກສານັກລົງທຶນ, ສິດກຳທະສິດ ແລະ ສິດທິຊັບສິນ. ບູລະນະກົດໝາຍກ່ຽວກັບການລົ້ມລະລາຍຂອງວິສາຫະກິດ ຕາມກົນໄກຕະຫຼາດ.
ສືບຕໍ່ຍູ້ແຮງການຈັດວາງຄືນໃໝ່ໂຄງປະກອບວິສາຫະກິດແຫ່ງລັດຕາມທິດ: ວິສາຫະກິດແຫ່ງລັດສຸມໃສ່ບັນດາຂົງເຂດຫຼັກແຫຼ່ງ ທີ່ສຳຄັນ; ບັນດາພື້ນທີ່ສຳຄັນ ແລະ ການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ; ບັນດາຂົງເຂດທີ່ບັນດາວິສາຫະກິດຂຶ້ນກັບພາກສ່ວນເສດຖະກິດອື່ນ ບໍ່ຢາກລົງທຶນ. ຍູ້ແຮງການຫັນເປັນຫຸ້ນສ່ວນ, ຂາຍທຶນຢູ່ບັນດາວິສາຫະກິດທີ່ລັດບໍ່ຈຳເປັນຕ້ອງກຳ ຫຼືບໍ່ຈຳເປັນຕ້ອງກຳຫຸ້ນສ່ວນແຊກຄຸມ, ນັບທັງບັນດາວິສາຫະກິດທີ່ກຳລັງທຸລະກິດຢ່າງມີປະສິດທິຜົນ. ບູລະນະລະບຽບກົດໝາຍການກຳນົດລາຄາທີ່ດິນ, ຊັບສິນມີຮູບ ແລະ ຊັບສິນບໍ່ມີຮູບ (ຊັບສິນທາງປັນຍາ, ເຄື່ອງໝາຍການຄ້າ,...) ໃນການຫັນເປັນຫຸ້ນສ່ວນຕາມຫຼັກການຕະຫຼາດ. ຈຳແນກແຍກໜ້າທີ່ຜະລິດ ທຸລະກິດ ກັບໜ້າທີ່ການເມືອງ, ປະໂຫຍດສາທາລະນະ. ແຍກພາລະບົດບາດເຈົ້າກຳມະສິດຊັບສິນ ທຶນຂອງລັດ ແລະ ພາລະບົດບາດບໍລິຫານລັດ ກັບພາລະບົດບາດຄຸ້ມຄອງ ທຸລະກິດຂອງວິສາຫະກິດແຫ່ງລັດ; ຍຸບເລິກພາລະບົດບາດເປັນຕົວແທນໃຫ້ເຈົ້າກຳມະສິດລັດ ຂອງບັນດາກະຊວງ, ຄະນະກຳມະການປະຊາຊົນ ຕໍ່ກັບທຶນ ຊັບສິນຂອງລັດຢູ່ວິສາຫະກິດ. ສ້າງຕັ້ງອົງການສະເພາະເພື່ອເປັນຕົວແທນໃຫ້ເຈົ້າກຳມະສິດຕໍ່ກັບວິສາຫະກິດແຫ່ງລັດ. ປັບປຸງຖັນແຖວພະນັກງານນຳພາ, ຄຸ້ມຄອງ ແລະ ຍົກສູງຄວາມສາມາດຄຸ້ມຄອງວິສາຫະກິດແຫ່ງລັດ ສອດຄ່ອງກັບມາດຕະຖານສາກົນ. ເພີ່ມທະວີການຄຸ້ມຄອງ, ກວດກາ, ຕິດຕາມກວດກາ ຮັບປະກັນຄວາມເປີດເຜີຍ, ໂປ່ງໃສ ກ່ຽວກັບການລົງທຶນ, ການເງິນ ແລະ ການເຄື່ອນໄຫວຂອງວິສາຫະກິດແຫ່ງລັດ. ປ່ຽນແປງໃໝ່ການຈັດຕັ້ງ ແລະ ກົນໄກເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກຳສາທາລະນະ ຕາມທິດຍົກສູງລະບອບເປັນເຈົ້າຕົນເອງ, ຮັບຜິດຊອບດ້ວຍຕົນເອງກ່ຽວກັບການຈັດຕັ້ງກົງຈັກ, ການບັນຈຸລັດຖະກອນ ແລະ ການເງິນ; ຫັນຂົງເຂດບໍລິການສາທາລະນະເປັນສັງຄົມ, ດຶງດູດບັນດາພາກສ່ວນເສດຖະກິດເຂົ້າຮ່ວມໃນຂົງເຂດນີ້.
ສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວ ຂອງເສດຖະກິດລວມໝູ່, ເສດຖະກິດສະຫະກອນ; ຍູ້ແຮງການເຊື່ອມຕໍ່ ແລະ ຮ່ວມມື ອີງບົນຄວາມພົວພັນຜົນປະໂຫຍດ, ນຳໃຊ້ວິທີຄຸ້ມຄອງທີ່ກ້າວໜ້າ, ສອດຄ່ອງກັບກົນໄກຕະຫຼາດ. ລັດມີກົນໄກ, ນະໂຍບາຍຊ່ວຍໜູນ ກ່ຽວກັບການເຂົ້າເຖິງແຫຼ່ງທຶນ, ກໍ່ສ້າງບຸກຄະລາກອນ, ມອບໂອນເຕັກນິກ ເຕັກໂນໂລຊີ, ຊ່ວຍເຫຼືອພັດທະນາຕະຫຼາດ, ສ້າງເງື່ອນໄຂພັດທະນາເສດຖະກິດສະຫະກອນ ບົນພື້ນຖານພັດທະນາ ແລະ ເສີມຂະຫຍາຍບົດບາດຂອງເສດຖະກິດຄອບຄົວ.
ສົ່ງເສີມພັດທະນາບັນດາຮູບແບບວິສາຫະກິດ, ບັນດາຮູບການຈັດຕັ້ງການຜະລິດ ທຸລະກິດ ດ້ວຍກຳມະສິດປະສົມ, ເປັນຕົ້ນແມ່ນບັນດາວິສາຫະກິດຫຸ້ນສ່ວນ.
ບູລະນະກົນໄກ, ນະໂຍບາຍສົ່ງເສີມ, ອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດເອກະຊົນຢ່າງແຂງແຮງ ຢູ່ເກືອບທັງໝົດທຸກຂະແໜງການ ແລະ ຂົງເຂດເສດຖະກິດ, ໃຫ້ກາຍເປັນກຳລັງໜູນທີ່ສຳຄັນຂອງພື້ນຖານເສດຖະກິດ. ບູລະນະນະໂຍບາຍຊ່ວຍໜູນການພັດທະນາວິສາຫະກິດຂະໜາດນ້ອຍແລະກາງ, ວິສາຫະກິດທີ່ລິເລີ່ນທຳການທຸລະກິດໃໝ່. ສົ່ງເສີມການກໍ່ຮ່າງສ້າງຕົວກຸ່ມເສດຖະກິດເອກະຊົນຫຸ້ນສ່ວນ ແລະ ສົ່ງເສີມເອກະຊົນລົງທຶນເຂົ້າບັນກຸ່ມເສດຖະກິດຂອງລັດ.
ຍົກສູງປະສິດທິຜົນຂອງການດຶງດູດເອົາການລົງທຶນໂດຍກົງຈາກຕ່າງປະເທດ, ໃຫ້ຄວາມສຳຄັນແກ່ການມອບໂອນເຕັກໂນໂລຊີ, ລະດັບການຄຸ້ມຄອງທີ່ກ້າວໜ້າ ແລະ ຕະຫຼາດຈຳໜ່າຍຂາຍຜະລິດຕະພັນ; ເປັນເຈົ້າການຄັດເລືອກເອົາໂຄງການລົງທຶນຈາກຕ່າງປະເທດ ແລະ ມີນະໂຍບາຍບຸລິມະສິດຕໍ່ບັນດາໂຄງການລົງທຶນຈາກຕ່າງປະເທດທີ່ມີລະດັບການຄຸ້ມຄອງ ແລະ ເຕັກໂນໂລຊີທີ່ທັນສະໄໝ, ມີທີ່ຕັ້ງທີ່ມີປະສິດທິຜົນໃນພວງພະນັງຄຸນຄ່າທົ່ວໂລກ, ມີການເຊື່ອມໂຍງກັບວິສາຫະກິດໃນປະເທດ. ເພີ່ມທະວີການເຊື່ອມໂຍງລະຫວ່າງວິສາຫະກິດທີ່ມີການລົງທຶນຈາກຕ່າງປະເທດ ກັບວິສາຫະກິດໃນປະເທດ ແນໃສ່ພັດທະນາອຸດສາຫະກຳສະໜັບສະໜູນ ແລະອຸດສາຫະກຳຂະໜາດໃຫຍ່ ຄຸນນະພາບສູງ, ຕິດກັບບັນດາພວງພະນັງຄຸນຄ່າພາກພື້ນ ແລະ ທົ່ວໂລກ.
ໃນການຄຸ້ມຄອງ ແລະ ພັດທະນາບັນດາວິສາຫະກິດທີ່ຂຶ້ນກັບທຸກພາກສ່ວນເສດຖະກິດ, ຕ້ອງເສີມຂະຫຍາຍດ້ານຕັ້ງໜ້າທີ່ມີປະໂຫຍດໃຫ້ແກ່ປະເທດຊາດ, ພ້ອມກັນນັ້ນກໍ່ຄວບຄຸມ, ກວດກາ, ກວດສອບ, ປະຕິບັດຄວາມເປີດເຜີຍ ໂປ່ງໃສ, ກີດກັ້ນແລະຈຳກັດດ້ານຫຍໍ້ທໍ້.
ພັດທະນາບັນດາປັດໄຈຕະຫຼາດ ແລະ ບັນດາປະເພດຕະຫຼາດ ຢ່າງຄົບຊຸດ
ປະຕິບັດກົນໄກຕະຫຼາດຢ່າງສະເໝີຕົ້ນສະເໝີປາຍ; ຮັບປະກັນຄິດໄລ່ຢ່າງຖືກຕ້ອງ ເຕັມສ່ວນ ແລະ ເປີດເຜີຍ ໂປ່ງໃສ ກ່ຽວກັບບັນດາປັດໄຈປະກອບລາຄາ ຂອງສິນຄ້າ, ການບໍລິການສາທາລະນາທີ່ຈຳເປັນ; ພ້ອມກັນນັ້ນ ມີນະໂຍບາຍຊ່ວຍໜູນທີ່ສອດຄ່ອງໃຫ້ແກ່ເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ ແລະ ຄົນຊົນເຜົ່າສ່ວນນ້ອຍ. ບໍ່ສັບຊ້ອນບັນດານະໂຍບາຍສັງຄົມເຂົ້າໃນລາຄາ. ບູລະນະກົດໝາຍກ່ຽວກັບຄ່າທຳນຽມແລະຄ່າບໍລິການ; ກວດຄືນ, ຫັນປ່ຽນນະໂຍບາຍຄ່າທຳນຽມ ຄ່າບໍລິການ ຂອງການບໍລິການສາທາລະນະບາງປະເພດ ມານຳໃຊ້ລະບອບລາຄາບໍລິການ. ເປີດກວ້າງກົນໄກຮັບເໝົາ, ປະມູນລາຄາ, ປະເມີນລາຄາ. ກໍ່ສ້າງ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບສັງຄົມ ຂອງວິສາຫະກິດ ຕໍ່ຜູ້ບໍລິໂພກແລະສິ່ງແວດລ້ອມ. ຍູ້ແຮງການບູລະນະລະບຽບກົດໝາຍປົກປັກຮັກສາສິດຜົນປະໂຫຍດຂອງຜູ້ບໍລິໂພກ, ຕໍ່ສູ້ຢ່າງເດັດດ່ຽວຕ້ານການຄ້າເຖື່ອນ, ການສໍ້ໂກງການຄ້າ; ເສີມຂະຫຍາຍຢ່າງເຕັມທີ່, ຖືກຕ້ອງ ບົດບາດຂອງຜູ້ບໍລິໂພກ ແລະ ຂອງບັນດາສະມາຄົມປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກໃນພື້ນຖານເສດຖະກິດ.
ສືບຕໍ່ພັດທະນາຕະຫຼາດຢ່າງຄົບຊຸດ ແລະ ຂັບເຄື່ອນຕະຫຼາດປະເພດຕ່າງໆຢ່າງລຸລ່ວງ. ປະຕິບັດການຫັນເປັນຫຼາຍຮູບແບບຕໍ່ຕະຫຼາດສິນຄ້າ, ການບໍລິການ ຕາມທິດທັນສະໄໝ; ເອົາໃຈໃສ່ກໍ່ສ້າງຂອບກົດໝາຍ, ພັດທະນາລະບົບການແຈກຢາຍໃຫ້ລຸລ່ວງ ແລະ ມີປະສິດທິຜົນ. ຈັດວາງຄືນໃໝ່ຕະຫຼາດການເງິນ, ຮັບປະກັນຄວາມສົດໃສແລະສະຖຽນລະພາບ ຂອງເສດຖະກິດມະຫາພາກ, ກຳຈັດຄວາມສ່ຽງຂອງລະບົບທີ່ບໍ່ປອດໄພ, ຮັບໃຊ້ຢ່າງມີປະສິດທິຜົນໃຫ້ແກ່ການພັດທະນາການຜະລິດ ທຸລະກິດ; ຮັບປະກັນຫຼັກການຕະຫຼາດສຳລັບຕະຫຼາດການເງິນ, ຕິດກັບການເພີ່ມທະວີການຄຸ້ມຄອງ, ກວດກາ, ກວດສອບຂອງລັດ ແລະ ການຕິດຕາມກວດກາຂອງສັງຄົມ; ພັດທະນາຕະຫຼາດຊື້ຂາຍໜີ້ສິນ, ຕະຫຼາດບັນດາສັນຍາຊື້ຂາຍລ່ວງໜ້າ, ໃຫ້ເຊົ່າຊັບສິນ. ສືບຕໍ່ບູລະນະລະບົບກົດໝາຍ, ກົນໄກ, ນະໂຍບາຍ ເພື່ອໃຫ້ຕະຫຼາດອະສັງຫາລິມະຊັບເຄືອນໄຫວຢ່າງລຸລ່ວງ, ສອດຄ່ອງກັບກົດເກນການສະໜອງ - ຄວາມຕ້ອງການ ແນໃສ່ຂຸດຄົ້ນ ນຳໃຊ້ບັນດາແຫຼ່ງພະລັງຈາກທີ່ດິນ ແລະ ຊັບສິນ ໂຄງສ້າງພື້ນຖານຢູ່ເທິງທີ່ດິນ ຢ່າງປະຢັດແລະມີປະສິດທິຜົນ; ກີດກັ້ນການສວຍໂອກາດກັກຕູນ ແລະ ຄວາມຟຸມເຟືອຍ. ບູລະນະກົນໄກ ນະໂຍບາຍກ່ຽວກັບຕະຫຼາດແຮງງານ ເພື່ອໃຫ້ຕະຫຼາດແຮງງານຂະຫຍາຍຕົວຢ່າງຄົບຊຸດ, ຕິດຕໍ່ໜໍ່ເນືອງ ທັງດ້ານຂະໜາດ, ຄຸນນະພາບແຮງງານ ແລະ ໂຄງປະກອບຂະແໜງອາຊີບ. ສືບຕໍ່ປ່ຽນແປງໃໝ່, ພັດທະນາຕະຫຼາດວິທະຍາສາດ-ເຕັກໂນໂລຊີ ຢ່າງແຂງແຮງແລະຄົບຊຸດ; ປະຕິບັດກົນໄກຕະຫຼາດ ແລະ ມີນະໂຍບາຍຊ່ວຍໜູນ ເພື່ອສົ່ງເສີມໃຫ້ບັນດາອົງການຈັດຕັ້ງແລະບຸກຄົນ, ເປັນຕົ້ນແມ່ນວິສາຫະກິດ ລົງທຶນຄົ້ນຄວ້າ ພັດທະນາ ມອບໂອນເຕັກໂນໂລຊີ, ນຳໃຊ້ນະວັດຕະກຳແຫ່ງວິທະຍາສາດ-ເຕັກໂນໂລຊີ ເຂົ້າໃນການຜະລິດ ທຸລະກິດ(2).
ບູລະນະລະບຽບກົດໝາຍເພື່ອເຊື່ອມຕໍ່ລະຫວ່າງການເຕີບໂຕເສດຖະກິດ ກັບການຮັບປະກັນຄວາມກ້າວໜ້າ, ຄວາມສະເໝີພາບທາງສັງຄົມ ໃນແຕ່ລະບາດກ້າວ, ແຕ່ລະນະໂຍບາຍການພັດທະນາ ແລະ ປົກປັກຮັກສາສິ່ງແວດລ້ອມ, ຍົກສູງບົດບາດນຳພາຂອງພັກ; ຍົກສູງຄວາມສັກສິດ ປະສິດທິຜົນໃນການຄຸ້ມຄອງລັດທາງດ້ານເສດຖະກິດ; ເພີ່ມທະວີບົດບາດຕິດຕາມກວດກາ, ວິຈານສັງຄົມ ຂອງແນວໂຮງປະເທດຊາດ, ຂອງບັນດາອົງຄະນະມະຫາຊົນ ແລະ ປະຊາຊົນ./.
ໂດຍ ຮສ.ປອ. ຫວູວັນຝຸກ,
ຮອງປະທານຮັບຜິດຊອບໂດຍສະເພາະ ສະພາວິທະຍາສາດ
ຂອງບັນດາອົງການຈັດຕັ້ງພັກສູນກາງ
-----------------------
(1) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 102-103.
(2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ປຶ້ມທີ່ໄດ້ແນະນຳ, ໜ້າ 104–110.