ປະຊາຊົນກວ່າ 30.000 ເທື່ອຄົນເຂົ້າສຸສານໄວ້ອາໄລລຸງໂຮ່ ເນື່ອງໃນໂອກາດວັນຊາດຫວຽດນາມ

15:04 | 04/09/2024

ຍສໝ - ໃນວັນທີ 2 ກັນຍາ, ກົມກອງໄດ້ຕ້ອນຮັບ ແລະຮັບໃຊ້ປະຊາຊົນຢ່າງສຸດໃຈ 30.575 ເທື່ອຄົນທີ່ມາເຂົ້າສຸສານໄວ້ອາໄລລຸງໂຮ່, ໃນນັ້ນມີແຂກຕ່າງປະເທດ 231 ເທື່ອຄົນ.

ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ ອົດ​ສະ​ຕາ​ລີ ໜູນ​ຊ່ວຍ​ແມ່​ຍິງ 30.000 ຄົນ​ຢູ່​ແຂວງ ລາວ​ກາຍ, ເຊີນ​ລາ ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ
ງານບຸນຊຸດເສື້ອຍາວ ຮ່າໂນ້ຍ 2022 ດຶງດູດຜູ້ເຂົ້າຮ່ວມກ່ວາ 30.000 ເທື່ອຄົນ ງານບຸນຊຸດເສື້ອຍາວ ຮ່າໂນ້ຍ 2022 ດຶງດູດຜູ້ເຂົ້າຮ່ວມກ່ວາ 30.000 ເທື່ອຄົນ

ຕາມຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ ແລ້ວ, ໃນວັນທີ 2 ກັນຍາ, ກົມກອງໄດ້ຕ້ອນຮັບ ແລະຮັບໃຊ້ປະຊາຊົນຢ່າງສຸດໃຈ 30.575 ເທື່ອຄົນທີ່ມາເຂົ້າສຸສານໄວ້ອາໄລລຸງໂຮ່, ໃນນັ້ນມີແຂກຕ່າງປະເທດ 231 ເທື່ອຄົນ.

ປະຊາຊົນກວ່າ 30.000 ເທື່ອຄົນເຂົ້າສຸສານໄວ້ອາໄລລຸງໂຮ່ ເນື່ອງໃນໂອກາດວັນຊາດຫວຽດນາມ

ໃນຕອນເຊົ້າວັນທີ 2 ກັນຍາ, ພໍ່ແມ່ປະຊາຊົນ ແລະເພື່ອນມິດສາກົນນັບໝື່ນຄົນໄດ້ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ. ພາບ: TTXVN

ແຕ່ຮຸ່ງເຊົ້າ, ປະຊາຊົນໄດ້ພາກັນລຽນເປັນແຖວຍາວ ກໍ່ຄືນັກທ່ອງທ່ຽວສາກົນທີ່ມາເຂົ້າສຸສານໄວ້ອາໄລລຸງໂຮ່. ມີໜ້າຢູ່ສະໜາມຫຼວງບາດິ່ງ ແຕ່ 5 ໂມງເຊົ້າຂອງ ວັນທີ 2 ກັນຍາ, ເອື້ອຍ ລານແອງ (ຢູ່ແຂວງຕວຽນກວາງ) ໃຫ້ຮູ້ວ່າ ຄອບຄົວຂອງເອື້ອຍໄດ້ມາຮ່າໂນ້ຍ ແຕ່ຕອນຄ່ຳວັນທີ 1 ກັນຍາ ເພື່ອໃຫ້ທັງຄອບຄົວໄດ້ເຂົ້າຮ່ວມພິທີຊັກທຸງຊາດ ແລະເຂົ້າສຸສານໄວ້ອາໄລລຸງໂຮ່. ພວກເດັກນ້ອຍມີຄວາມກະຕືລືລົ້ນຫຼາຍ, ໄດ້ເຂົ້າສຸສານໄວ້ອາໄລລຸງໂຮ່ ພວກເດັກນ້ອຍຈະມີກໍາລັງໜູນ ເພື່ອຕັ້ງໃຈໃນການຮ່ຳຮຽນ.

ປະຊາຊົນກວ່າ 30.000 ເທື່ອຄົນເຂົ້າສຸສານໄວ້ອາໄລລຸງໂຮ່ ເນື່ອງໃນໂອກາດວັນຊາດຫວຽດນາມ
ພະແນກທ່ອງທ່ຽວຮ່າໂນ້ຍ ຈັດຕັ້ງການແຈກຢາຍນໍ້າດື່ມ, ນົມ, ເຂົ້າໜົມໃຫ້ແກ່ປະຊາຊົນ ແລະແຂກຕ່າງປະເທດທີ່ເຂົ້າສຸສານໄວ້ອາໄລລຸງໂຮ່. ພາບ: tuoitre.vn

ເຖິງວ່າຈຳນວນນັກທ່ອງທ່ຽວຫຼາຍກວ່າມື້ປົກກະຕິກໍ່ຕາມ, ແຕ່ຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ ໄດ້ຊີ້ນຳສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກຳລັງໃນຄະນະຄຸ້ມຄອງສຸສານ, ຕຳຫຼວດນະຄອນຮ່າໂນ້ຍ ແລະບັນດາອົງການ, ຫົວໜ່ວຍ, ອຳນາດການປົກຄອງທ້ອງຖິ່ນຕ່າງໆ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ ແລະນັກທ່ອງທ່ຽວສາກົນໄດ້ເຂົ້າສຸສານໄວ້ອາໄລລຸງໂຮ່ ຢ່າງສະດວກ ແລະປອດໄພ.

ໃນວັນທີ 2 ກັນຍາ, ຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ ໄດ້ສົມທົບກັບພະແນກທ່ອງທ່ຽວຮ່າໂນ້ຍ ຈັດຕັ້ງການແຈກຢາຍນໍ້າດື່ມ, ນົມ, ເຂົ້າໜົມໃຫ້ແກ່ປະຊາຊົນ ແລະແຂກຕ່າງປະເທດທີ່ເຂົ້າສຸສານໄວ້ອາໄລລຸງໂຮ່.

ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ

ຍສໝ - ງານ​ບຸນ​ດອກ​ກຸຫຼາບ Fansipan ປີ 2022 ດ້ວຍ​ຫົວ​ຂໍ້ “Fansipan - ​ດິນແດນດອກກຸຫຼາບໃນເມກ” ​ແມ່ນ​ເຫດການ​ໃຫຍ່​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຮ່ອມ​ພູ ດອກ​ກຸຫຼາບ ທີ່​ໃຫຍ່​ກວ່າ​ໝູ່​ຢູ່ ຫວຽດນາມ, ຂຶ້ນ​ກັບ​ເຂດ​ທ່ອງ​ທ່ຽວ Sun World Fansipan Legend ດ້ວຍ​ເນື້ອ​ທີ່ 50.000 m2.

ຫວຽດ​ນາມ ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 30.000 USD ໃຫ້​ແກ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເນ​ປານ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 30.000 USD ໃຫ້​ແກ່​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ເນ​ປານ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ​ພາຍຫຼັງ​ການ​ຜັນ​ຂ​ະ​ຫຍາຍ​ມາ​ເປັນ​ເວ​ລາ​​ພຽງ​ແຕ່ 2 ອາ​ທິດ, ປະ​ຊາ​ຊົນ ເນ​ປານ​ກ່​ວາ 2000 ຄົນ ຢູ່ຫຼາຍ​ບ່ອນ​ໄດ້​ຮັບ​ເຂົ້າ​ສານ ກ່​ວາ 10 ໂຕນ, ໜີ່​ສຳ​ເລັດ​ຮູບ ນັບ​ຮ້ອຍ​ແກັດ, ນ້ຳ​ມັນ ແລະ ບັນ​ດາ​ເຄື່ອງ​ບັນ​ເທົາ​ທຸກ​ທີ່​ຈຳ​ເປັນ​ຕ່າງໆ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.