ນ້ຳໃຈມິດຕະພາບ ຫວຽດນາມ - ເບລາຣຸດຊີ ທີ່ສະໜິດຕິດພັນ ໂດຍຜ່ານວັດທະນະທຳ ແລະວັດຖຸທີ່ລະນຶກ

14:06 | 13/08/2024

ຍສໝ - ໂດຍໄດ້ຮັບການປັບປຸງ​ຜ່ານ​ການ​ເຄື່ອນ​ໄຫວ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ມີ​ຫົວຄິດປະດິດສ້າງ, ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຫວຽດນາມ ​ແລະ ​ເບ​ລາຣຸດຊີ ກຳລັງສືບ​ຕໍ່​ພັດທະນາ​ຢ່າງ​ແຮງ. ບັນດາສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ແລະ ບັນດາຜູ້ທີ່ມີຄວາມຮັກແພງກັບ ເບລາຣຸດຊີ ບໍ່ພຽງແຕ່ຈັດຕັ້ງບັນດາເຫດການວັດທະນະທໍາ, ດົນຕີທີ່ເປັນເອກະລັກພິເສດເທົ່ານັ້ນ ຫາກຍັງຮັກສາບັນດາວັດຖຸທີ່ລະນຶກອັນລໍ້າຄ່າຂອງ ເບລາຣຸດຊີ ອີກດ້ວຍ. ​ເຂົາ​ເຈົ້າ​ໄດ້​ສົ່ງ​ຄວາມ​ຮັກ​ແພງ​ທີ່​ມີ​ຕໍ່ ​ເບ​ລາຣຸດຊີ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ປະຈຸ​ບັນ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ພົບ​ປະ​ກັບ​ເພື່ອນ​ເກົ່າ ​ແລະ ສືບ​ຕໍ່​ກໍ່ສ້າງສາ​ຍພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດໃຫ້ນັບມື້ນັບແໜ້ນແຟ້ນ.

ນ້ຳໃຈມິດຕະພາບ ຫວຽດນາມ - ລັດເຊຍ: ‘ທຸກຄວາມຮັ່ງມີບໍ່ສາມາດປຽບທຽບກັບນ້ຳໃຈເພື່ອນມິດ’
ນ້ຳໃຈມິດຕະພາບ ແລະການຮ່ວມມືໃນການພົວພັນສອງປະເທດ ຫວຽດນາມ - ຈີນ

ທ່ານ ຫງວຽນ​ຫງອກ​ກຸ໋ຍ, ຫົວໜ້າ​ສະ​ໂມ​ສອນ ແບັກ​ເຢືອງ:

ຮັກສາຄວາມຮັກພາສາ ລັດເຊຍ ຜ່ານດົນຕີ ແລະ ຄວາມຊົງຈໍາ

ຂ້າ​ພະ​ເຈົ້າ​ໄດ້​ມາ​ປະ​ເທດ​ ລັດ​ເຊຍ ​ໃນ​ປີ 1965, ຫຼັງ​ຈາກ​ຮຽນ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ ​ຮ່າ​ໂນ້ຍ, ເພື່ອເຂົ້າຮຽນ​ຢູ່​ໂຮງ​ຮຽນ​ລູກ​ສອນ​ໄຟ​ບັນຊາ. ໃນປີ 2008, ຫຼັງຈາກພັກບໍານານແລ້ວ, ຂ້າພະເຈົ້າໄດ້ກັບຄືນໄປ ລັດເຊຍ ແລະ ຂຽນບົດຂຽນ "ຂ້າພະເຈົ້າລ້ຽງດູເດັກນ້ອຍ ລັດເຊຍ ແນວໃດ". ບົດ​ຂຽນ​ນີ້​ໄດ້​ຮັບ​ການ​ເລືອກ​ເອົາ​ເປັນ​ບົດ​ລະຄອນ​ໃນ​ລາຍ​ການ​ໂທລະ​ພາບ, ໃນ​ນັ້ນ​ຂ້າ​ພະ​ເຈົ້າ​ກໍ່ເປັນ​ກຽດ​ທີ່​ໄດ້​ເຊື້ອ​ເຊີນ​ອະ​ດີດ​ອາ​ຈານ​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ຮ່ວມນຳ.

ນ້ຳໃຈມິດຕະພາບ ຫວຽດນາມ - ເບລາຣຸດຊີ ທີ່ສະໜິດຕິດພັນ ໂດຍຜ່ານວັດທະນະທຳ ແລະວັດຖຸທີ່ລະນຶກ

ທ່ານ ຫງວຽນ​ຫງອກ​ກຸ໋ຍ, ຫົວໜ້າສະ​ໂມ​ສອນ ແບັກ​ເຢືອງ ​ໃນ​ການ​ສະ​ແດງ​ສີລະປະທີ່​ການພົບປະ​ມິດ​ຕະ​ພາບ ຫວຽດ​ນາມ - ເບ​ລາ​ຣຸດຊີ 2024.

ປະ​ຈຸ​ບັນ, ຂ້າ​ພະ​ເຈົ້າ​ເປັນຫົວໜ້າ​ສະ​ໂມ​ສອນ​ດົນ​ຕີ ແບັກເຢືອງ, ບ່ອນທີ່​ເຕົ້າ​ໂຮມ​ບັນ​ດາ​ສະ​ມາ​ຊິກ​ທີ່​ເຄີຍຮ່ຳ​ຮຽນ​ຢູ່ ລັດ​ເຊຍ ຫຼາຍຄົນ. ພວກຂ້າພະເຈົ້າໄດ້ຈັດຕັ້ງບັນດາການພົບປະ ແລະ ການສະແດງສີລະປະຮ້ອງເພງດ້ວຍພາສາ ລັດເຊຍ, ໂດຍສະເພາະ ແມ່ນບັນດາບົດເພງກ່ຽວກັບ ເບລາຣຸດຊີ, ບ່ອນທີ່ຂ້າພະເຈົ້າເຄີຍອາໄສຢູ່ Minsk. ການສອນພາສາ ລັດເຊຍ ຜ່ານດົນຕີບໍ່ພຽງແຕ່ຊ່ວຍບໍາລຸງລ້ຽງຄວາມຮັກພາສາ ລັດເຊຍ ແລະ ວັດທະນະທໍາ ລັດເຊຍ ສໍາລັບລຸ້ນຫນຸ່ມເທົ່ານັ້ນ ຫາກຍັງເປັນວິທີການຂອງຂ້າພະເຈົ້າທີ່ຈະຖ່າຍທອດຄວາມຮັກແພງສຳລັບ ລັດເຊຍ ແລະ ເບລາຣຸດຊີ ໃຫ້ແກ່ຄົນລຸ້ນຕໍ່ໄປ, ໂດຍຜ່ານບັນດາກິດຈະກໍາວັດທະນະທໍາ ແລະ ດົນຕີ.

ທ່ານ ໂດ໊ວັນເຊີນ, ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດຊີ:

ເຊື່ອມ​ຕໍ່​ນ້ຳໃຈ​ມິດ​ຕະ​ພາບ ​ຫວຽດ​ນາມ - ເບ​ລາ​ຣຸດຊີ ແຕ່​ອະ​ດີດ​ຮອດ​ປະ​ຈຸ​ບັນ

ນ້ຳໃຈມິດຕະພາບ ຫວຽດນາມ - ເບລາຣຸດຊີ ທີ່ສະໜິດຕິດພັນ ໂດຍຜ່ານວັດທະນະທຳ ແລະວັດຖຸທີ່ລະນຶກ

ທ່ານ ໂດ໊ວັນເຊີນ, ສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ.

ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮຽນ​ຢູ່​ ​ໂຊ​ວຽດ ​ໃນ​ປີ 1973, ສາຂາວິຊາ ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ຢູ່ ​ເບ​ລາ​ຣຸດຊີ. ເວລາທີ່ຂ້າພະເຈົ້າໄດ້ຮ່ຳຮຽນຢູ່ ເບລາຣຸດຊີ ບໍ່ພຽງແຕ່ໄດ້ປະກອບໃຫ້ຂ້າພະເຈົ້າຄວາມຮູ້ດ້ານວິຊາສະເພາະເທົ່ານັ້ນ ຫາກຍັງເຮັດໃຫ້ຂ້າພະເຈົ້າມີຄວາມຊົງຈໍາທີ່ເລິກເຊິ່ງອີກດ້ວຍ. ກັບ​ເມືອ​ບ້ານແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ນຳ​ເອົາ​ວັດຖຸທີ່ລະນຶກ​ອັນ​ລ້ຳ​ຄ່າ​ຫຼາຍ​ຢ່າງ​ເຊັ່ນ: ກາລະວັດ, ບັນດາຄຳ “ລະ​ນຶກ​ເຖິງ​ຄູ​ອາຈານເດີ, ໂດ໊​ວັນ​ເຊີນ” ຈາກ​ຄູ​ອາ​ຈານ, ພ້ອມ​ກັບ​​ຮູບ​ພາບ, ປື້ມ ແລະ ບົດບັນ​ທຶກຈົດດ້ວຍ​ມື. ບັນດາວັດຖຸທີ່ລະນຶກເຫຼົ່ານີ້ບໍ່ພຽງແຕ່ເປັນຫຼັກຖານຂອງໄລຍະທີ່ມີຄວາມຫມາຍຂອງການຮ່ຳຮຽນ ຫາກຍັງເປັນສັນຍາລັກແຫ່ງຄວາມຮັກ ແລະ ຄວາມຮູ້ບຸນຄຸນຕໍ່ ເບລາຣຸດຊີ.

ເມື່ອຂ້າພະເຈົ້າກັບຄືນໄປ ເບລາຣຸດຊີ ໃນປີ 1992, ເຖິງແມ່ນວ່າມີການປ່ຽນແປງຫຼາຍ, ແຕ່ນ້ຳໃຈອັນອົບອຸ່ນ ແລະ ການຕ້ອນຮັບຂອງປະຊາຊົນ ເບລາຣຸດຊີ ທີ່ມີຕໍ່ຂ້າພະເຈົ້າກໍ່ບໍ່ໄດ້ຈາງຫາຍໄປ. ຄວາມ​ເປັນ​ມິດ ​ແລະ​ ຄວາມສະໜິດຕິດພັນ​ຂອງ​ເຂົາ​ເຈົ້າ​ແມ່ນ​​ແຫຼ່ງ​ກໍາ​ລັງ​ໃຈ​ທີ່​ຍິ່ງ​ໃຫຍ່​ສໍາ​ລັບ​ຂ້າ​ພະ​ເຈົ້າ​ສະ​ເໝີ​ໄປ. ຂ້າ​ພະ​ເຈົ້າ​ຢາກ​ໄດ້​ພົບບັນດາ​ຫມູ່​ເພື່ອນ​ເກົ່າ ​ແລະ ​ຄູ​ອາ​ຈານ​ອີກ​ເທື່ອ​ຫນຶ່ງ, ແຕ່​ວ່າ​ການ​ເຮັດ​ວຽກ​ໄດ້​ກີດຂວາງຄວາມຫວັງ​ນັ້ນ. ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດຊີ ໄດ້ຊ່ວຍຂ້າພະເຈົ້າຮັກສາການຕິດຕໍ່ກັບບັນດາຄູອາຈານ ແລະ ໝູ່ເພື່ອນເກົ່າ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ ໃນ​ອະນາຄົດ, ພວກ​ຂ້າ​ພະ​ເຈົ້າ​ຈະ​ມີຫຼາຍ​ກາ​ລະ​ໂອ​ກາດກວ່າອີກ ​ເພື່ອ​ແບ່ງປັນ ແລະ ທົບ​ທວນ​ຄືນ​ບັນ​ດາ​ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ​ໃນ​ຍຸກ​ຮ່ຳ​ຮຽນສຶກສາ​ຢູ່ ໂຊ​ວຽດ, ພ້ອມກັນນັ້ນ ກໍ່ສືບ​ຕໍ່ກໍ່ສ້າງ ແລະ ປັບປຸງ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ ​ຫວຽດ​ນາມ ແລະ ເບ​ລາ​ຣຸດຊີ ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າອີກ.

ທ່ານ​ນາງ ຕົນໜືເຟືອງລຽນ, ສະມາຊິກ​ສະມາຄົມ​ມິດຕະພາບ ຫວຽດນາມ - ​ເບ​ລາຣຸດຊີ:

ບັນດາການເຊື່ອມຕໍ່ພິເສດກັບ ເບລາຣຸດຊີ ໃນຄອບຄົວ

ນ້ຳໃຈມິດຕະພາບ ຫວຽດນາມ - ເບລາຣຸດຊີ ທີ່ສະໜິດຕິດພັນ ໂດຍຜ່ານວັດທະນະທຳ ແລະວັດຖຸທີ່ລະນຶກ

ທ່ານ​ນາງ ຕົນໜືເຟືອງລຽນ (ຂວາ​ສຸດ) ພ້ອມ​ກັບ​ສະ​ມາ​ຊິກ​ສະ​ໂມ​ສອນ ແບັກເຢືອງ ໄດ້​ຖ່າຍ​ຮູບ​ທີ່​ລະ​ນຶກ​ຢູ່​ການພົບປະ​ມິດ​ຕະ​ພາບ ຫວຽດ​ນາມ - ເບ​ລາຣຸດຊີ 2024.

ໃນເວລາ​ທີ່ຮ່ຳ​ຮຽນ​ຢູ່ ​ໂຊ​ວຽດ​, ຂ້າ​ພະ​ເຈົ້າ​ໄດ້​ມັກ​ຮັກ​ເພງ ​ລັດ​ເຊຍ​. ​ເມື່ອ​ກັບ​ເມືອ​ບ້ານ, ຂ້າພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ສະ​ໂມ​ສອນ ແບັກເຢືອງ, ​ເຊິ່ງເປັນບ່ອນທີ່ມີບັນດາກິດຈະກຳ​​ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ທົບ​ທວນຄືນ​ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ ​ແລະ ຍົກສູງ​ຊີວິດ​ທາງ​ຈິດໃຈ. ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້ງ​ບັນດາການ​ຢ້ຽມ​ຢາມ ລັດ​ເຊຍ ແລະ ຍາມ​ໃດ​ກໍ​ປາດ​ຖະ​ໜາ​ຢາກ​ຮັກ​ສາ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ, ຫວຽດ​ນາມ - ເບ​ລາ​ຣຸດຊີ ກໍ່​ຄື​ລະ​ຫວ່າງ​ບັນດາລຸ້ນ​ນັກຮຽນ, ນັກສຶກສາ​ທີ່​ເຄີຍຮ່ຳ​ຮຽນ​ຢູ່ ​ໂຊ​ວຽດ.

ຄອບຄົວຂອງຂ້າພະເຈົ້າມີສາຍພົວພັນພິເສດກັບ ເບລາຣຸດຊີ: ລູກໃພ້ຂອງຂ້າພະເຈົ້າເຄີຍອາໄສຢູ່ ເບລາຣຸດຊີ ແລະ ນ້ອງຊາຍຂອງລາວໄດ້ແຕ່ງງານກັບ ຊາວເບລາຣຸດຊີ. ພວກຂ້າພະເຈົ້າມັກແຕ່ງອາຫານພື້ນເມືອງຂອງ ເບລາຣຸດຊີ ເປັນປະຈຳ ແລະ ແບ່ງປັນຄວາມຊົງຈຳ, ຄວາມສຸກ ແລະ ຄວາມໂສກເສົ້າໃນຄອບຄົວ, ດັ່ງນັ້ນຈຶ່ງກໍ່ໃຫ້ເກີດຄວາມເຂົ້າໃຈກ່ຽວກັບວັດທະນະທໍາ ແລະ ປະຊາຊົນ ເບລາຣຸດຊີ ໄດ້ເລິກເຊິ່ງກວ່າອີກ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ກາ​ລະ​ໂອ​ກາດ​ເພີ່ມ​ເຕີມ​ເພື່ອ​ແບ່ງປັນບັນດາ​ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ ແລະ ສ້າງ​ການ​ພົວ​ພັນ​ທີ່​ເຂັ້ມ​ແຂງ​ລະ​ຫວ່າງ 2 ປະ​ເທດ.

ນ້ຳໃຈມິດຕະພາບ ຂອງຊົນເຜົ່າລຽບຕາມແນວຊາຍແດນ ຫວຽດນາມ - ລາວ

ນ້ຳໃຈມິດຕະພາບ ຂອງຊົນເຜົ່າລຽບຕາມແນວຊາຍແດນ ຫວຽດນາມ - ລາວ

ຍສໝ - ໃນວັນທີ 19 ພຶດສະພາ, ທີ່ເດີ່ນສະໜາມຫຼວງ ເມືອງ ອາ ເລື໋ອຍ ໄດ້ຈັດພິທີປິດ ງານບຸນພົບປະແລກປ່ຽນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຊົນເຜົ່າສ່ວນຫນ້ອຍ ຢູ່ ລຽບຕາມແນວ ຊາຍແດນ ຫວຽດນາມ - ລາວ, ພາກກາງ ແລະ ໄຕຫງວຽນ ...

ວັນບຸນ “ນ້ຳໃຈມິດຕະພາບ ແລະ ໄມຕີຈິດແບບພິເສດຫວຽດນາມ - ລາວ”

ວັນບຸນ “ນ້ຳໃຈມິດຕະພາບ ແລະ ໄມຕີຈິດແບບພິເສດຫວຽດນາມ - ລາວ”

ວັນທີ 8 ທັນວາ, ຢູ່ນະຄອນດ້ຽນບຽນ (ແຂວງດ້ຽນບຽນ), ກະຊວງຖະແຫຼງຂ່າວ ແລະສື່ສານ ສົມທົບກັບຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດພິທີໄຂວັນບຸນ “ນ້ຳໃຈໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ - ລາວ”. ນີ້ແມ່ນເຫດການທີ່ເປັນຂີດໝາຍ 56 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (1962-2018), ສະເຫຼີມສະຫຼອງ 41 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (1977-2018).

ມິງດຶກ

ເຫດການ
302 Found

Found

The document has moved here.