ຈົດໝາຍສຸດຊຶ້ງໃຈຂອງ ລຸງໂຮ່ ຕອບປະທານາທິບໍດີສະຫະລັດອາເມລິກາ Nixon, 8 ວັນກ່ອນທີ່ເພິ່ນຈະເສຍຊີວິດ

10:36 | 04/09/2019

ຍສໝ - ທີ່ ງານວາງສະແດງພາບ “ປະທານໂຮ່ຈີມິນ ຊີວິດ ແລະ ພາລະກິດ ຈາກສຳເນົາເອກະສານຂອງຫວຽດນາມ ແລະ ສາກົນ” ຢູ່ ຮ່າໂນ້ຍ ກຳລັງວາງສະແດງຮູບພາບເອກະສານສຳຄັນພິເສດທີ່ສຸດ. ນັ້ນຄືຈົດໝາຍ ຂອງ ລຸງ ໂຮ່ ຂຽນເຖິງປະທານາທິບໍດີສະຫະລັດອາເມລິກາ Nixon, 8 ວັນ ກ່ອນທີ່ທ່ານຈະຈາກໄປ. ໃນຈົດໝາຍ, ປະທານ ໂຮ່ຈີມິນ ໄດ້ສະແດງຄວາມຕັດສິນໃຈຮຽກຮ້ອງໃຫ້ອາເມລິກາຢຸດຕິສົງຄາມຮຸກຮານ ແລະ ຖອນອອກຈາກຫວຽດນາມ.

ຈົດໝາຍສຸດຊຶ້ງໃຈຂອງ ລຸງໂຮ່ ຕອບປະທານາທິບໍດີສະຫະລັດອາເມລິກາ Nixon,  8 ວັນກ່ອນທີ່ເພິ່ນຈະເສຍຊີວິດ

ຈົດໝາຍຂອງປະທານາທິບໍດີ Richard Nixon ເຖິງປະທານໂຮ່ຈີມິນ ໃນວັນທີ 15 ກໍລະກົດ 1969, ສະແດງຄວາມຕ້ອງການເຈລະຈາ ເພື່ອຢຸດຕິສົງຄາມ ຢູ່ຫວຽດນາມ ແລະ ຈົດໝາຍຂຽນຕອບຂອງ ລຸງ ໂຮ່, 8 ວັນ ກ່ອນທີ່ ລຸງໂຮ່ ຈະເສຍຊີວິດ, ສະແດງເຖິງຫຼັກໝັ້ນອັນເດັດດ່ຽວ ກ່ຽວກັບການທີ່ ສະຫະລັດອາເມລິກາ ຕ້ອງຢຸດສົງຄາມຮຸກຮານ ແລະ ຖອນທະຫານອອກຈາກພາກໃຕ້ຫວຽດນາມ. (ພາບ: ຮວ່າງນາມ)

ຈົດໝາຍທີ່ປະທານ ໂຮ່ ຈິ ມິນ ສົ່ງຕອບ ປະທານາທິບໍດີ Richard Nixon ລົງວັນທີ 25 ສິງຫາ 1969 ຮຽກຮ້ອງໃຫ້ສະຫາລັດອາເມລິກາ ຕ້ອງຢຸດຕິສົງຄາມຮຸກຮານ ແລະ ຖອນກຳລັງທະຫານຂອງຕົນອອກຈາກພາກໃຕ້ຫວຽດນາມ ແມ່ນເອກະສານສຸດຊາບຊຶ້ງ ໃນງານວາງສະແດງພາບ “ປະທານ ໂຮ່ ຈີ ມິນ ຊີວິດ ແລະພາລະກິດຈາກເອກະສານສຳເນົາ ຂອງຫວຽດນາມ ແລະ ສາກົນ” ກຳລັງດຳເນີນໄປ ຢູ່ທີ່ ນະຄອນຫຼວງຮ່າໂນ້ຍ.

ນີ້ແມ່ນຄັ້ງທຳອິດທີ່ ຈົດໝາຍດັ່ງກ່າວໄດ້ຮັບການເຜີຍແຜ່ຕໍ່ສາທາລະນະຊົນ.

ເຖິງວ່າສຸຂະພາບຂອງເພິ່ນຈະອ່ອນແອ, ແຕ່ຄວາມເຊື່ອ, ຈິດໃຈ ຂອງ ລຸງ ໂຮ່ ກໍ່ຍັງອຸທິດຕົນເພື່ອປະເທດຊາດ ແລະ ປະຊາຊົນຫວຽດນາມ, ສະແດງອອກຢ່າງຈະແຈ້ງໃນຈົດໝາຍຂຽນຕອບຂອງເພິ່ນ ສົ່ງເຖິງປະທານາທິບໍດີອາເມລິກາ Richard Nixon.

ໝັ້ນຄົງ, ແນ່ວແນ້ ກັບ ຄວາມຕັດສິນໃຈໃນການປົດປ່ອຍປະຊາຊົນ

ຫຼັງບຸນປີໃໝ່ຫວຽດນາມ ປີ 1969, ສະຫະລັດອາເມລິກາ ໄດ້ຮັບຄວາມເສຍຫາຍຢ່າງໜັກໃນສົງຄາມຫວຽດນາມ, ພ້ອມກັນນັ້ນ, ປະຊາຊົນຊາວອາເມລິກາ ໄດ້ຮຽກຮ້ອງກົດດັນ ລັດຖະບານ ຕ້ອງຢຸດຕິສົງຄາມ, ເພື່ອນຳເອົາທະຫານອາເມລິກາ ກັບຄືນປະເທດໂດຍໄວ. ການປະລາໄຊນີ້ ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງ ຕໍ່ສະພາບການທາງດ້ານການເມືອງຂອງສະຫະລັດອາເມລິກາ, ປະທານາທິບໍດີ Nixon ໃນວັນທີ່ຮັບຕຳແໜ່ງ ເປັນປະທານາທິບໍດີ ອາເມລິກາ (20 ມັງກອນ 1969) ຕ້ອງໄດ້ກ່າວວ່າ: “ປະເທດສະຫາລັດອາເມລິກາ ກຳລັງຕົກຢູ່ໃນວິກິດການດ້ານຈິດໃຈ, ຕິດຢູ່ໃນສົງຄາມ, ການແບ່ງແຍກ ແລະ ຍາດແຍ່ງພາຍໃນ. ສົງຄາມຫວຽດນາມ, ໄດ້ສ້າງຄວາມເຄັ່ງຕຶງຮ້ອນແຮງຂື້ນ ກັບສະຫະລັດບໍ່ພຽງແຕ່ ດ້ານເສດຖະກິດ, ການທະຫານເທົ່ານັ້ນ, ແຕ່ຍັງປະກອບມີ ດ້ານສັງຄົມ ກໍ່ຄືດ້ານການເມືອງ ນຳອີກ. ຄວາມບໍ່ລົງຮອຍ, ຂົມຂື່ນໄດ້ທຳລາຍໂຄງສ້າງຊີວິດການເປັນຢູ່, ຈິດໃຈ ຂອງປະເທດສະຫາລັດອາເມລິກາ ແລະ ບໍ່ວ່າຜົນຂອງສົງຄາມຈະເປັນແນວໃດກໍ່ຕາມ, ບາດແຜນັ້ນຕ້ອງໃຊ້ເວລາອັນຍາວນານເຖິງຈະສະໝານໄດ້ ".

ແລະ ໃນວັນທີ 15 ກໍລະກົດ 1969, ປະທານາທິບໍດີ Richard Nixon ຕ້ອງໄດ້ “ຫຼຸດຕົວລົງ” ເພື່ອຂຽນຈົດໝາຍສົ່ງ ເຖິງປະທານໂຮ່ຈີມິນ ສະແດງຄວາມຕ້ອງການ-ການເຈລະຈາ ເພື່ອຢຸດສົງຄາມ ຢູ່ ຫວຽດນາມ.

ໃນຈົດໝາຍ ສະບັບນີ້, ປະທານາທິບໍດີ Nixon ໄດ້ຂຽນວ່າ: “ຂ້າພະເຈົ້າເຊື່ອໝັ້ນຢ່າງເລິກເຊິ່ງວ່າສົງຄາມຢູ່ ປະເທດຫວຽດນາມ ໄດ້ແກ່ຍາວເປັນເວລາດົນນານ ແລະ ການໜ່ວງໜ່ຽວການຢຸດຕິສົງຄາມ ຈະບໍ່ມີຜົນປະໂຫຍດຕໍ່ຝ່າຍໃດ - ຢ່າງໜ້ອຍ ແມ່ນສຳລັບປະຊາຊົນຊາວຫວຽດນາມທົ່ວໜ້າ”.

ປະທານາທິບໍດີ Nixon ຍັງກ່າວວ່າ: “ເວລານີ້ແມ່ນເວລາທີ່ຈະກ້າວໄປສູ່ໂຕະເຈລະຈາ ເພື່ອຊອກຫາວິທີແກ້ໄຂ ກ່ຽວກັບ ສົງຄາມທີ່ໂຫດຮ້າຍນີ້ໂດຍໄວ. ພວກທ່ານຈະເຫັນວ່າ ພວກເຮົາມີຄວາມກົງໄປກົງມາ ແລະ ເປີດເຜີຍ ຍ້ອນຄວາມພະຍາຍາມລວມ ຄືການນຳມາແຫ່ງສັນຕິພາບ ຂອງປະຊາຊົນ ຫວຽດນາມ ຜູ້ກ້າຫານ. ຂໍໃຫ້ປະຫວັດສາດ ບັນທຶກຊ່ວງເວລາທີ່ສຳຄັນນີ້ ເມື່ອສອງຝ່າຍຮ່ວມກັນກ້າວໄປເຖິງສັນຕິພາບ ແທນທີ່ຈະຂັດແຍ່ງ ແລະ ສົງຄາມ”.

ຈົດໝາຍສຸດຊຶ້ງໃຈຂອງ ລຸງໂຮ່ ຕອບປະທານາທິບໍດີສະຫະລັດອາເມລິກາ Nixon,  8 ວັນກ່ອນທີ່ເພິ່ນຈະເສຍຊີວິດ

ຈົດໝາຍສ່ົງຕອບ ປະທານາທິບໍດີ Nixon ຂອງ ປະທານ ໂຮ່ ຈີ ມິນ. (ພາບ: ຮວ່າງນາມ)

ເຖິງຢ່າງໃດກໍ່ຕາມ, ກົງກັນຂ້າມກັບເນື້ອໃນຈົດໝາຍ ຂອງປະທານາທິບໍດີ Nixon, ອາເມລິກາ ຍັງຄົງສືບຕໍ່ເພີ່ມທະວີການບຸກໂຈມຕີເຂົ້າຫວຽດນາມ. ແລະ ໃນວັນທີ 25 ສິງຫາ 1969, ປະທານ ໂຮ່ ຈີ ມິນ ໄດ້ຂຽນຈົດໝາຍຕອບກັບ ປະທານາທິບໍດີ Nixon.

ດ້ວຍຄຳເວົ້າອັນເດັດຂາດ, ປະທານ ໂຮ່ ຈີ ມິນ ໄດ້ສະແດງຄວາມຕັດສິນໃຈຂອງຕົນທີ່ຮຽກຮ້ອງໃຫ້ ສະຫະລັດ ອາເມລິກາ ຢຸດຕິສົງຄາມຮຸກຮານ ແລະ ຖອນກຳລັງທະຫານອອກຈາກຫວຽດນາມ.

ປະທານ ໂຮ່ ຈີ ມິນ ໄດ້ກ່າວປະນາມການບຸກໂຈມຕີຂອງສະຫະລັດອາເມລິກາ ເຂົ້າປະເທດຫວຽດນາມ ແລະ ກົດຂີ່ຂູດຮີດສິດທິພື້ນຖານຂອງປະຊາຊົນຫວຽດນາມ. "ສະຫະລັດອາເມລິກາ ຍັງຄົງເພີ່ມທະວີການ ກວດລ້າງ, ເພີ່ມທະວີການບຸກໂຈມຕີທາງອາກາດ ດ້ວຍຍົນ B52 ແລະ ສານເຄມີ, ສານພິດ, ເພີ່ມຄວາມຊົ່ວຮ້າຍຕໍ່ກັບ ປະຊາຊົນຫວຽດນາມ".

ລຸງ ໂຮ່ ໄດ້ສະແດງອອກຢ່າງຈະແຈ້ງໃນເນື້ອໃນຈົດ ໝາຍວ່າ: “ຂ້າພະເຈົ້າມີຄວາມຄຽດແຄ້ນທີ່ສຸດຕໍ່ກັບຄວາມສູນເສຍ ແລະ ການມ້າງເພທຳລາຍ ຂອງກຳລັງທະຫານອາເມລິກາ ທີ່ກຳທຳຕໍ່ປະຊາຊົນຫວຽດນາມ”.

“ປະຊາຊົນຫວຽດນາມພວກເຮົາ ຮັກຫອມສັນຕິພາບ, ພື້ນຖານສັນຕິພາບທີ່ແທ້ຈິງ ໃນເອກະລາດ ແລະ ເສລີພາບທີ່ແທ້ຈິງ. ປະຊາຊົນຫວຽດນາມຕັດສິນໃຈຕໍ່ສູ້ຈົນເຖິງທີ່ສຸດ, ບໍ່ຍ້ານທີ່ຈະເສຍສະຫຼະ, ຄວາມຫຍຸ້ງຍາກ ເພື່ອປົກປັກຮັກສາປະເທດຊາດ ແລະ ສິດອະທິປະໄຕປະຊາຊົນອັນສັກສິດຂອງຕົນ. ມາດຕະການ 10 ຂໍ້ ຂອງແນວໂຮມປະຊາຊົນບັນດາເຜົ່າປົດປ່ອຍພາກໃຕ້ຫວຽດນາມ ແລະ ລັດຖະບານປະຕິວັດຊົ່ວຄາວສາທາລະນາລັດ ພາກໃຕ້ຫວຽດນາມ ແມ່ນຮາກຖານ ທີ່ສອດຄ່ອງ, ເໝາະ ສົມ ສຳລັບການແກ້ໄຂບັນຫາ ຫວຽດນາມ. ມາດຕະການດັ່ງກ່າວ ໄດ້ຮັບການສະ ໜັບສະໜູນ ຈາກປະຊາຊົນທົ່ວໂລກ.

ໃນຈົດໝາຍຂອງລາວ, ທ່ານໄດ້ສະແດງຄວາມປາດຖະໜາທີ່ຈະເຄື່ອນໄຫວເພື່ອຮາກຖານແຫ່ງສັນຕິພາບ. ຄວາມຕ້ອງການດັ່ງກ່າວ, ອາເມລິກາຕ້ອງຢຸດຕິສົງຄາມຮຸກຮານ ແລະ ຖອນກຳລັງທະຫານຂອງຕົນອອກຈາກພາກໃຕ້ຫວຽດນາມ, ເຄົາລົບສິດເປັນເຈົ້າຕົນເອງຂອງປະຊາຊົນພາກໃຕ້ ແລະ ປະຊາຊົນຫວຽດນາມ, ໂດຍບໍ່ມີການແຊກແຊງຈາກຕ່າງປະເທດ. ນັ້ນແມ່ນມາດຕະການທີ່ຖືກຕ້ອງເພື່ອແກ້ໄຂບັນຫາຂອງຫວຽດນາມ, ສອດຄ່ອງກັບສິດທິຂອງປະຊາຊົນຫວຽດນາມ, ດ້ວຍຜົນປະໂຫຍດຂອງອາເມລິກາ ແລະ ຄວາມມຸ່ງມາດປາດຖະໜາ ຢາກມີສັນຕິພາບຂອງປະຊາຊົນໂລກ. ນັ້ນແມ່ນທາງເລືອກສຳລັບ ອາເມລິກາ ຖອນກຳລັງທະຫານຂອງຕົນອອກຈາກສົງຄາມນີ້.” ຈົດໝາຍ ຂອງລຸງໂຮ່ ໄດ້ຍົກຂື້ນມາຢ່າງຈະແຈ້ງ.

ເຖິງຢ່າງໃດກໍ່ຕາມ, ຄຳຮຽກຮ້ອງນີ້ບໍ່ໄດ້ຮັບການປະຕິບັດ ມາຈົນຮອດການສູ້ຮົບທາງອາກາດ "ດ້ຽນບຽນຟູ້" ໃນປີ 1972, ມ້າງເພທຳລາຍຄວາມພະຍາຍາມສູງສຸດຂອງອາເມລິກາ. ໃນເດືອນມັງກອນ ປີ 1973, ການເຈລະຈາ ຢູ່ ປາຣີ ໄດ້ຮັບການຈັດຂື້ນຄືນໃໝ່. ສະຫະລັດອາເມລິກາ ຈຳເປັນຕ້ອງໄດ້ເຊັນລົງນາມ ໃນສົນທິສັນຍາ ປາຣີ, ສຳເລັດເອກະສານບົດບັນທຶກສຸດທ້າຍ ແລະ ເຊັນລົງນາມສົນທິສັນຍາ ຢຸດຕິສົງຄາມ ເພື່ອຟື້ນຟູສັນຕິພາບ ຢູ່ ຫວຽດນາມ (27 ມັງກອນ 1973). ອາເມລິກາຍອມຮັບການຖອນກຳລັງທະຫານຂອງຕົນ ອອກຈາກພາກໃຕ້, ຍອມຮັບຮູ້ບັນດາສິດທິພື້ນຖານຂອງປະຊາຊົນ ຂອງປະເທດຫວຽດນາມ.

ດ້ວຍໄຊຊະນະ ທີ່ມີຄວາມໝາຍສຳຄັນຍຸດທະສາດໃນ “ບັ້ນຮົບທາງອາກາດ ດ້ຽນບຽນຟູ້” ແລະ ການເຊັນລົງນາມໃນສົນທິສັນຍາ ປາຣີ, ປະຊາຊົນຫວຽດນາມ ໄດ້ສ້າງບາດລ້ຽວປະຫວັດສາດໃນສົງຄາມຕໍ່ຕ້ານ ຈັກກະພັດ ອາເມລິກາ, ປະຕິບັດສຳເລັດພາລະກິດ “ຕີຕ້ານຈົນ ອາເມລິກາ ຕ້ອງປົບ”, ຍາດຄວາມໄດ້ປຽບດ້ານກຳລັງ ຢູ່ ໃນສະໜາມຮົບ, ສ້າງເງື່ອນໄຂໃຫ້ກ້າວໄປເຖິງ ການປົດປ່ອຍພາກໃຕ້ຢ່າງສົມບູນ ແລະທ້ອນໂຮມປະເທດຊາດຄືນໃໝ່.

ຈົດໝາຍສຸດຊຶ້ງໃຈຂອງ ລຸງໂຮ່ ຕອບປະທານາທິບໍດີສະຫະລັດອາເມລິກາ Nixon,  8 ວັນກ່ອນທີ່ເພິ່ນຈະເສຍຊີວິດ

ງານວາງສະແດງພາບ “ປະທານໂຮ່ຈີມິນ ຊີວິດ ແລະ ພາລະກິດ ເອກະສານ, ສຳເນົາ ຈາກປະເທດຫວຽດນາມ ແລະ ສາກົນ” ໄດ້ດຶງດູດຄວາມສົນໃຈຈານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. (ພາບ: ຮວ່າງນາມ)

ໃຊ້ "ຄວາມເປັນຈິງ" ຂອງຄົນອາເມລິກາ ຕໍ່ສູ້ກັບ ອາເມລິກາ

ໃນຈົດໝາຍ ຂອງປະທານ ໂຮ່ ຈິ ມິນ ຂຽນເຖິງປະທານາທິບໍດີ Nixon, ທ່ານໄດ້ ໃຊ້ເຫດຜົນ ຂອງອາເມລິກາດຽວກັນໃນໃບປະກາດເອກະລາດ ປີ 1776 ເພື່ອກ່າວປະນາມການຮຸກຮານຂອງ ສະຫາລັດອາເມລິກາ.

ໃນເນື້ອໃນທຳອິດຂອງໃບປະກາດເອກະລາດຂອງອາເມລິກາ ປີ 1776, ມີວັກໜຶ່ງທີ່ຂຽນວ່າ: “ທຸກຄົນເກີດລ້ວນແລ້ວແຕ່ມີສິດເທົ່າທຽມກັນ. ສ້າງໃຫ້ພວກເຂົາສິດທີ່ຈະບໍ່ມີໃຜສາມາດລະເມີດໄດ້; ໃນບັນດາສິດທິເຫລົ່ານັ້ນ, ສິດທິໃນການມີຊີວິດ, ສິດເສລີພາບ ແລະ ສິດສະແຫວງຫາຄວາມສຸກ”.

ແລະໃນຈົດໝາຍ ສົ່ງເຖິງປະທານາທິບໍດີ Nixon, ປະທານໂຮ່ຈີມິນ ກໍ່ຢັ້ງຢືນຄວາມເປັນເອກະລາດ, ເສລີພາບ, ບໍ່ສາມາດຮຸກຮານຂອງປະເທດຊາດ. ລຸງ ໂຮ່ ໄດ້ໃຊ້ "ຄວາມເປັນຈິງ" ທີ່ຄົນອາເມລິກາ ຕ້ອງເສຍເລືອດເນື້ອ ແລະ ນ້ຳຕາ ເພື່ອຂຽນ, ສ້າງອາວຸດອັນແຫຼມຄົມເພື່ອຕໍ່ສູ້ກັບສັດຕູ.

ປະທານ ໂຮ່ ຈີ ມິນໄດ້ຍົກໃຫ້ເຫັນໄດ້ຢ່າງຈະແຈ້ງວ່າ: “ປະຊາຊົນຫວຽດນາມ ຕັດສິນໃຈຕໍ່ສູ້ ຈົນເຖິງທີ່ສຸດ, ບໍ່ຢ້ານກົວທີ່ຈະເສຍສະຫຼະ, ຄວາມຫຍຸ້ງຍາກ ເພື່ອປົກປ້ອງບ້ານເກີດເມືອງນອນ ແລະ ສິດທິຂອງປະຊາຊົນບັນດາເຜົ່າອັນສັກສິດຂອງຕົນ.”

ສະຫະລັດອາເມລິກາ ຕ້ອງຢຸດຕິສົງຄາມຮຸກຮານ ແລະ ຖອນກຳລັງທະຫານຂອງຕົນອອກຈາກພາກໃຕ້ຫວຽດນາມ, ເຄົາລົບສິດທິໃນການຕັດສິນໃຈເອງຂອງປະຊາຊົນພາກໃຕ້ ແລະ ຂອງປະຊາຊົນຫວຽດນາມ, ໂດຍບໍ່ມີການແຊກແຊງຈາກຕ່າງປະເທດ. ນັ້ນແມ່ນມາດຕະການທີ່ຖືກຕ້ອງເພື່ອແກ້ໄຂບັນຫາຫວຽດນາມ, ສອດຄ່ອງກັບສິດທິຂອງປະຊາຊົນຫວຽດນາມ…”

ປະທານ ໂຮ່ ຈີ ມິນ ໄດ້ອຸທິດທັງຊີວິດຂອງຕົນ ເພື່ອພາລະກິດຜູ້ຕໍ່ສູ້ກູ້ຊາດ, ປົດປ່ອຍປະຊາຊົນບັນດາເຜົ່າ. ລຸງ ຍາມໃດກໍ່ຊອກຫາທຸກວິທີການເພື່ອ ຢັ້ງຢືນສິດເສລີພາບ, ຄວາມເປັນເອກະລາດ ອັນສັກສິດ ທີ່ປະຊາຊົນຊາວຫວຽດນາມ ຄວນມີ. ແລະ ເຖິງແມ່ນວ່າສຸຂະພາບຂອງເພິ່ນອ່ອນແອ, ແຕ່ຄວາມຕັ້ງໃຈ ແລະ ເປົ້າໝາຍຂອງລຸງ ບໍ່ເຄີຍຢຸດຢັ້ງ.

ແລະ ຈົດໝາຍທີ່ກ່າວມາຂ້າງເທິງນັ້ນແມ່ນ ໜຶ່ງໃນບັນດາເອກະສານທີ່ມີຄຸນຄ່າພິເສດ, ບັນທຶກຈິດໃຈຂອງລຸງ ທີ່ມີຕໍ່ປະຊາຊົນ, ມີຕໍ່ປະເທດຊາດໜັກແໜ້ນດ້ວຍຄວາມຕັດສິນໃຈປົດປ່ອຍປະຊາຊົນ ຂອງປະທານໂຮ່ຈີມິນ.

ງານວາງສະແດງພາບ “ປະທານໂຮ່ຈີມິນ: ຊີວິດ ແລະພາລະກິດ ເອກະສານ, ສຳເນົາ ຈາກປະເທດຫວຽດນາມ ແລະ ສາກົນ” ກຳລັງດຳເນີນໄປ ແຕ່ວັນທີ 28 ສິງຫາ - 7 ກັນຍາ ທີ່ ຖະໜົນຊວ່າຍ, ອະນຸສອນສະຖານປະທານ ໂຮ່ ຈີ ມິນ (ສຳນັກງານປະທານປະເທດ).

ງານວາງສະແດງນີ້ແມ່ນຈັດໂດຍ ກົມເອກະສານແລະ ສຳເນົາ ລັດຖະບານຫວຽດນາມ ສົມທົບກັບ ອະນຸສອນສະຖານປະທານ ໂຮ່ ຈີ ມິນ ຮ່ວມກັບ ອົງການສຳເນົາ 3 ແຫ່ງຄື: ລັດເຊຍ, ຝລັ່ງ ແລະ ອາເມລິກາ.ນີ້ແມ່ນກິດຈະ ກຳຕົວຈິງເພື່ອສະເຫຼີມສະຫຼອງ 50 ປີ ແຫ່ງການປະຕິບັດຕາມພິໄນກຳ ຂອງ ປະທານໂຮ່ຈີມິນ (1969-2019)

ຢູ່ທີ່ນີ້, ເອກະສານ ແລະ ຮູບພາບກວ່າ 100 ແຜ່ນ ໄດ້ຖືກຄັດເລືອກຢ່າງລະອຽດຈາກຫຼາຍແຫຼ່ງ, ຫຼາຍປະເທດ ແລະ ໃນໄລຍະປະຫວັດສາດທີ່ແຕກຕ່າງກັນກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານໂຮ່ ຈີ ມິນ.ຜ່ານບັນດາເອກະສານດັ່ງກ່າວ, ປະຊາຊົນສາມາດເຂົ້າໃຈຂື້ນຕື່ມ ເຖິງແນວຄິດ, ການອຸທິດຕົນ ຂອງລຸງ ໂຮ່ ໃນພາລະກິດປົດປ່ອຍຊາດ ແລະ ປະຊາຊົນບັນດາເຜົ່າ.

ນອກຈາກຈົດໝາຍ ຂອງປະທານາທິບໍດີRichard Nixon ຂຽນເຖິງປະທານ ໂຮ່ ຈີ ມິນໃນວັນທີ 15 ກໍລະກົດ, 1969 ແລະ ຈົດໝາຍຕອບ ຈາກປະທານ ໂຮ່ ຈີ ມິນ ໃນວັນທີ 25 ສິງຫາ, 1969, ຍັງມີເອກະສານ, ຈົດໝາຍອັນພົ້ນເດັ່ນໄດ້ຮັບການແນະ ນຳ ເຊັ່ນວ່າ: ຈົດໝາຍ ສົ່ງເຖິງປະທານາທິບໍດີ ສະຫະລັດທ່ານ Harry Truman ໃນວັນທີ 18 ມັງກອນ 1946 ກ່ຽວກັບ ການນຳສະເໜີ ສະຫະລັດອາເມລິກາ ຮ່ວມກັບ ສະຫະປະຊາຊາດ ແຊກແຊງ ແລະ ໃຊ້ມາດຕະການ ກ່ອນໜ້າສົງຄາມການຮຸກຮານຂອງພວກລ່າເມືອງຂຶ້ນຝຣັ່ງ ເຂົ້າ ຫວຽດນາມ;ຈົດໝາຍສົ່ງເຖິງ ລັດຖະມົນຕີການຕ່າງປະເທດອາເມລິກາ ລົງວັນທີ 22 ຕຸລາ 1945 ກ່ຽວກັບຄວາມເປັນເອກະລາດຂອງຫວຽດນາມ ຕ້ອງໄດ້ມີການຮັບຮູ້ຈາກສະຫະປະຊາຊາດ;ໂທລະເລກສົ່ງເຖິງ ປະທານາທິບໍດີ Harry Truman ໃນວັນທີ 28 ກຸມພາ ປີ 1946 ເພື່ອຂໍຄວາມຊ່ວຍເຫຼືອໃນການປ້ອງກັນເອກະລາດຂອງຫວຽດນາມຈ າກການຮຸກຮານຂອງຝຣັ່ງ;ການຮຽກຮ້ອງໃຫ້ປະຊາຊົນທັງຊາດຕໍ່ຕ້ານ ໃນວັນທີ 19 ທັນວາ 1946;ການຮຽກຮ້ອງ ແຂ່ງຂັນຮັກຊາດໃນ ປີ 1948; ພິໄນກຳຜ່ານໄລຍະເວລາທີ່ຍາວນານ...

ອ່ານເພີ່ມບົດຄວາມໃນພາສາຕ່າງປະເທດ:

https://thoidai.com.vn/xuc-dong-la-thu-bac-ho-phuc-dap-tong-thong-my-nixon-8-ngay-truoc-khi-qua-doi-86709.html?fbclid=IwAR2R2JMon2_g6729L_OKZW1K1gBUxmN8o7FqWpJp7W_40JZgjm-qJB4cqSo

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.