ປັກ​ກິ່ງ-ຮ່າ​ໂນ້ຍ ເຊື່ອມ​ຕໍ່ການ​ເສີມຂະຫຍາຍຄຸນ​ຄ່າ​ມໍ​ລະ​ດົກ

14:05 | 23/05/2024

ຍສໝ - ສູນກາງ​ອະນຸລັກ​ຮັກສາ​ມໍລະດົກ​ ທັງລອງ - ຮ່າ​ໂນ້ຍ ​ສົມທົບ​ກັບ​ສູນຄຸ້ມ​ຄອງ​ສວນສາທາລະນະ ປັກ​ກິ່ງ, ຫ້ອງວ່າການຄະນະ​ຄຸ້ມ​ຄອງ​ພະ​ລາຊະ​ວັງ​ລະດູ​ຮ້ອນ ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ “ທັງ​ລອງ - ຮ່າ​ໂນ້ຍ: ມໍລະດົກ​ແຫ່ງ​ການ​ເຊື່ອມ​ໂຍງ ​ແລະ ເຕົ້າໂຮມ” ແລະ ການພົບປະເຈລະຈາ “ປັກ​ກິ່ງ - ຮ່າ​ໂນ້ຍ, ເຊື່ອມ​ຕໍ່​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ” ຢູ່ເຂດມໍ​ລະ​ດົກ​ໂລກ ອີ້ເຫວີ-ຍູຫວຽນ (ປັກ​ກິ່ງ).

7 ປະ​ເທດ​ອາ​ຊີ​ ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີໃໝ່ປະເພນີ ​ຢູ່​ ຮ່າ​ໂນ້ຍ 7 ປະ​ເທດ​ອາ​ຊີ​ ສະ​ເຫຼີມ​ສະ​ຫຼອງ​ບຸນ​ປີໃໝ່ປະເພນີ ​ຢູ່​ ຮ່າ​ໂນ້ຍ
ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ເຊື່ອມ​ຕໍ່​ການ​ຄ້າ​ລະຫວ່າງ​ ຫວຽດນາມ ​- ລາວ

​ເຫດການ​ດັ່ງກ່າວ ​ແມ່ນ​ນອນໃນບັນດາການ​ເຄື່ອນ​ໄຫວປິ່ນອ້ອມເນື່ອງໃນການໄປປະຕິບັດງານ​ຂອງ​ການ​ນຳ​ຄະນະພັກນະ - ຄະນະກຳມະການປະຊາຊົນ​ ນະຄອນ​ຮ່າ​ໂນ້ຍ ​ໄປ​ຢ້ຽມຢາມ​ນະຄອນ​ ​ປັກ​ກິ່ງ (ພຶດສະພາ 2024) ​ແລະ ​ເພື່ອ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຢ່າງແທດຈິງ.

ພິ​ເສດ, ການພົບປະເຈລະຈາ “ປັກ​ກິ່ງ - ຮ່າ​ໂນ້ຍ, ເຊື່ອມ​ຕໍ່​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ” ໄດ້​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 17 ພຶດສະພາ ຢູ່​ຫ້ອງ​ປະຊຸມ​ເລກ 1, ເຂດມໍ​ລະ​ດົກ​ໂລກ ອີ້ເຫວີ-ຍູຫວຽນ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ຄຸ້ມ​ຄອງ, ນັກວິທະຍາສາດ ແລະ ນັກ​ຊ່ຽວຊານ, ພະນັກງານ​ຂອງສອງເຂດມໍລະດົກ ເປັນ​ຈຳນວນ​ຫຼວງ​ຫຼາຍ.

ການພົບປະເຈລະຈາວິທະຍາສາດທີ່ໄດ້ຈັດ​ຂຶ້ນ​ໃນ​ໂອກາດ​ນີ້ ແມ່ນ​ເວທີ​ປາ​ໄສເພື່ອບັນດານັກວິທະຍາສາດ ​ແລະ ພະນັກງານ​ວິຊາ​ສະ​ເພາະ​ຂອງ 2 ໜ່ວຍ​ງານ​ປຶກສາ​ຫາລື​ກ່ຽວ​ກັບບັນດາບັນຫາປົກ​ປັກ​ຮັກສາ, ສືບ​ທອດ ​ແລະ ​ເສີມຂະຫຍາຍຄຸນຄ່າ​ມໍລະດົກ​ວັດທະນະທຳ​ຢູ່ 2 ນະຄອນ ຮ່າ​ໂນ້ຍ ​ແລະ ປັກ​ກິ່ງ. ການພົບປະເຈລະຈາ ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຄື: ​ແນະນຳກ່ຽວກັບແຜນນະໂຍບາຍ, ນະ​ໂຍບາຍປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍບັນດາຄຸນຄ່າ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ບັນດາ​ມໍລະດົກ​​ຢູ່ ປັກ​ກິ່ງ ​ແລະ ຮ່າ​ໂນ້ຍ; ​ແບ່ງປັນ​ປະສົບ​ການ​ໃນ​ການ​ຄົ້ນຄວ້າ, ອະນຸລັກ​ຮັກສາ, ຟື້ນຟູບັນດາພະ​ລາຊະ​ວັງ ​ແລະ ​ເສີມຂະຫຍາຍບັນດາຄຸນຄ່າ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ບັນດາ​ມໍລະດົກ​​ຢູ່ ປັກ​ກິ່ງ ​ແລະ ຮ່າ​ໂນ້ຍ; ໃຫ້ຄຳປຶກສາວິທະຍາສາດ​ກ່ຽວ​ກັບການກັບນົດ​ທິດ​ໃຫ້ແກ່ວຽກງານ​ຄົ້ນຄວ້າ, ອະນຸລັກ​ຮັກສາ ​ແລະ ເສີມຂະຫຍາຍບັນດາ​ຄຸນຄ່າ​ຂອງ​ສູນ​ມໍລະດົກ​ໂລກເຂດສູນກາງພະລາຊະວັງ ທັງລອງ.

ປັກ​ກິ່ງ-ຮ່າ​ໂນ້ຍ ເຊື່ອມ​ຕໍ່ການ​ເສີມຂະຫຍາຍຄຸນ​ຄ່າ​ມໍ​ລະ​ດົກ

ມໍລະດົກ ຮ່າໂນ້ຍ ໄດ້ແນະນຳຢູ່ງານວາງສະແດງ. (ທີ່ມາ: ໜັງສືພິມວັດທະນະທຳ)

ບັນດາ​ຜູ້​ແທນ ​ແລະ ນັກວິທະຍາສາດ ​ໄດ້​ນຳ​ສະ​ເໜີ​ບົດ​ລາຍ​ງານ​ແນະນຳ​ສະພາບ​ລວມຂອງມໍລະດົກ​ໂລກພະລາຊະວັງ ທັງລອງ - ຮ່າ​ໂນ້ຍ; ກ່ຽວ​ກັບບັນດາ​ການ​ຄົ້ນ​ຄວ້າການຟື້ນຟູວັງ ກິ໋ງທຽນ ເພື່ອເສີມຂະຫຍາຍຄຸນ​ຄ່າ​ມໍ​ລະ​ດົກພະລາຊະວັງ ທັງລອງ; ແນະນຳ ລອງຈີ - ດ່ານຈີ ໃນໂຄງປະກອບເຂດສູນກາງວັງຕ້ອງຫ້າມ ທັງລອງ - ດົ່ງກິງ ທັງລອງ ໃນສະໄໝລາຊະວົງ ລີ - ເຈີ່ນ - ເລ; ຄົ້ນ​ຄ້ວາ​ພະ​ລາຊະ​ວັງ​ຫຼັກ ກິ໋ງທຽນ ​ຂອງ​ລາຊະວົງ​ເລ​ ຢູ່​ເຂດມໍລະດົກໂລກ​ກຳແພງພະລາຊະວັງ ທັງລອງ ຜ່ານ​ບັນດາ​ແຫຼ່ງສາລະຄະດີປະຫວັດສາດ ​ແລະ ການກຳນົດທິດ​​ອະນຸລັກ​ຮັກສາ, ຟື້ນ​ຟູ.

​ເນື້ອ​ໃນ​ຂອງບັນດາບົດປະກອບຄຳເຫັນ ເພື່ອ​ເນັ້ນ​ໜັກ​ເຖິງ​ເຂດມໍລະດົກ​ໂລກພະລາຊະວັງ ທັງລອງ, ແມ່ນລະບົບຮ່ອງຮອຍແຫ່ງໜຶ່ງທີ່ຕິດ​ພັນ​ກັບ​ປະຫວັດສາດກຳເພງເມືອງ ທັງລອງ - ຮ່າ​ໂນ້ຍ. ກິດຈະການສະຖາປັດຕະຍະກຳໃຫຍ່ໂຕມະໂຫຖານນີ້ ໄດ້ສ້າງຂຶ້ນໂດຍກະສັດຫວຽດນາມ ໃນຫຼາຍຍຸກປະຫວັດສາດ (ແຕ່ສະຕະວັດທີ XI ຫາສະຕະວັດທີ XVIII) ແລະ ໄດ້ກາຍເປັນຮ່ອງຮອຍທີ່ສຳຄັນທີ່ສຸດໃນລະບົບບັນດາຮ່ອງຮອຍປະຫວັດສາດ ຫວຽດນາມ, ໂດຍອົງການ UNESCO ໄດ້ຂຶ້ນທະບຽນເປັນມໍລະດົກໂລກໃນປີ 2010.

ບັນດາບົດປະກອບຄຳເຫັນຂອງ​ນັກ​ວິ​ທະ​ຍາ​ສາດ ​ປັກ​ກິ່ງ ​ໄດ້ເຕື້ອງ​ເຖິງ​ເນື້ອ​ໃນ​ດັ່ງ​ນີ້: ສັງເຂບກ່ຽວກັບມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ອີ້ເຫວີ-ຍູຫວຽນ; ຄວາມງາມແບບບູຮານ, ແບບວິທີທີ່ທັນສະໄໝ: ປົກປັກຮັກສາ, ສືບທອດ ແລະ ພັດທະນາບັນດາສວນສາທາລະນະປະຫວັດສາດທີ່ມີຊື່ສຽງຢູ່ ປັກກິ່ງ; ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ມໍ​ລະ​ດົກ ອີ້ເຫວີ-ຍູຫວຽນ ຈາກມູມມອງກ່ຽວກັບສະຕິປັນຍາ​ນິ​ເວດ​; ມູມມອງກ່ຽວ​ກັບ​ບົດ​ບາດ ແລະ ການ​ຄົ້ນ​ຄ້​ວາ​ຢ່າງຕົວຈິງກ່ຽວກັບ ອີ້ເຫວີ-ຍູຫວຽນ - ມໍ​ລະ​ດົກ​ວັດ​ທະ​ນະ​ທໍາ​ໂລກ​ໃນ​ການ​ກໍ່​ສ້າງ​ນະ​ຄອນ​ ປັກ​ກິ່ງ; ຕິດຕາມກວດກາສະພາບແວດລ້ອມທາງດ້ານນິເວດມໍລະດົກວັດທະນະທໍາຈາກແງ່ປົກປ້ອງຄຸນຄ່າມໍລະດົກ; ການ​ປົກ​ປັກ​ຮັກ​ສາ​ລະບົບບັນດານະ​ຄອນ​ປະ​ຫວັດ​ສາດ​ - ຕົວ​ຢ່າງ​ຈາກ ນະຄອນ ​ປັກ​ກິ່ງ...

ທີ່​ການພົບປະເຈລະຈາ, ບົນພື້ນຖານແນະນຳ​ບັນດາ​ການ​ເຄື່ອນ​ໄຫວ​ລະອຽດທີ່​ໄດ້​ຮັບ​ການ​ຜັນຂະຫຍາຍຢູ່​ມໍລະດົກ​ທີ່​ຕົນຄຸ້ມ​ຄອງ, 2 ຝ່າຍ​ມຸ່ງ​ໄປ​ເຖິງ​ເປົ້າໝາຍການ​ແລກປ່ຽນ​ປະສົບ​ການ, ​ແບ່ງປັນ​ຄວາມ​ຮູ້, ຮຽນຮູ້ເຊິ່ງກັນ ​ແລະ ກັນ. ໂດຍຜ່ານ​ການພົບປະເຈລະຈາ ສາມາດ​ຍົກອອກບັນດາ​ທິດ​ທາງ​ຄົ້ນຄວ້າ, ປົກ​ປັກ​ຮັກສາ, ເສີມຂະຫຍາຍຄຸນຄ່າ​ມໍລະດົກ​ຂອງ​ທັງ 2 ນະຄອນ ​ເຊິ່ງມີ​ຫຼາຍ​ຈຸດທີ່​ຄ້າຍຄື​ກັນ.

ກ່ອນ​ໜ້າ​ນັ້ນ, ຢູ່​ເຂດ​ມໍລະດົກ​ໂລກ ອີ້ເຫວີ-ຍູຫວຽນ (ປັກ​ກິ່ງ, ປະ​ເທດ​ຈີນ), ເອກະສານ, ຮູບພາບເກືອບ 100 ​ຢ່າງຂອງ​ນະຄອນ ຮ່າ​ໂນ້ຍ ​ໄດ້​ແນະນຳ​​ໃຫ້​ຊາວ​ຈີນ ​ຢູ່​ງານ​ວາງສະ​ແດງ “ທັງລອງ - ຮ່າ​ໂນ້ຍ: ມໍລະດົກ​ແຫ່ງ​ການ​ເຊື່ອມ​ໂຍງ ​ແລະ ເຕົ້າໂຮມ".

ງານວາງສະແດງມີ 2 ຫົວຂໍ້. ທີໜຶ່ງ, ຫົວ​ຂໍ້ “ທັງ​ລອງ - ຮ່າ​ໂນ້ຍ ອະລິຍະທຳພັນປີ” ​ແນະນຳບັນດາຈຸດ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ນະຄອນຫຼວງ ຮ່າ​ໂນ້ຍ ອະລິຍະທຳພັນປີ - ​ແມ່ນ​ສະຖານ​ທີ່​ທີ່ເຕົ້າໂຮມສິ່ງຍອດຍິ່ງ ແລະ ​ເຜີຍ​ແຜ່​ຄຸນຄ່າ​ວັດທະນະທຳ​ຂອງ​ທຸກ​ຂົງ​ເຂດ​ຂອງ​ປະ​ເທດຊາດ.

​ໃນ​ນັ້ນ, ບັນດາ​ຮ່ອງຮອຍລະດັບຊາດພິເສດທີ່ພົ້ນເດັ່ນຄື: ທັງລອງຕື໋ເຈີ່ນ, ເຂດ​ຮ່ອງຮອຍ ໂກລວາ... ກໍໄດ້ປະກອບສ່ວນ​ສ້າງ​ຮູບ​ພາບ​ມໍລະດົກ​ທີ່​ເປັນ​ເອກະລັກ​ສະ​ເພາະໃຫ້ “ນະຄອນ​ມໍລະດົກ”.

ທີ​ສອງ, ຫົວ​ຂໍ້ “ມໍ​ລະ​ດົກ​ໂລກ​ເຂດ​ສູນ​ກາງພະລາຊະວັງ ທັງລອງ - ຮ່າ​ໂນ້ຍ” ໄດ້ແນະ​ນຳ​ຮູບ​ພາບ​ມໍ​ລະ​ດົກນະ​ຄອນຫຼວງ ​ຮ່າ​ໂນ້ຍ. ໃນ​ນັ້ນ, ມໍລະ​ດົກ​ໂລກເຂດ​ສູນ​ກາງພະລາຊະວັງ ທັງລອງ - ຮ່າ​ໂນ້ຍ ​ແມ່ນສີສັນ​ພິ​ເສດ​ທີ່​ສຸດ, ໄດ້​ກາຍ​ເປັນ​ຄວາມ​ພາກພູມ​ໃຈ​ອັນ​ໃຫຍ່​ຫຼວງ​ຂອງ​ຊາວ​ນະຄອນຫຼວງ ​ແລະ ທົ່ວ​ປະ​ເທດ.

ຄາດ​ວ່າ​ໃນ​ເດືອນ​ກັນຍາ​ທີ່​ຈະ​ມາ​ເຖິງ​ນີ້, ປະຊາຊົນ​ຢູ່​ຮ່າ​ໂນ້ຍ ​ແລະ ທົ່ວ​ປະ​ເທດ​ຈະ​ໄດ້​ເຂົ້າໄປສຳຜັດ ແລະ ຮັບ​ຊົມບັນດາ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ ປັກ​ກິ່ງ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ວາງສະ​ແດງ​ຢູ່ ​ຮ່າ​ໂນ້ຍ.

ມິງດຶກ

ທ່ານອາດຈະມັກ