ຫວຽດນາມ ໄດ້ເຂົ້າ top 3 ທ້ອງຕະຫຼາດອະສັງຫາລິມະຊັບທີ່ໄດ້ຮັບການຮັບຕ້ອນຢູ່ພາກພື້ນ

10:55 | 26/02/2024

ຍສໝ - ຕາມການສຳຫຼວດ​ຂອງ CBRE ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ພຽງແຕ່ຈັດຢູ່ອັນດັບຖັດຈາກອິນ​ເດຍ​ໃນ​ບັນ​ດາ​ທ້ອງຕະ​ຫຼາດ​ອະສັງຫາລິມະຊັບ​ທີ່​ພົ້ນ​ເດັ່ນໃໝ່ ເຊິ່ງໄດ້ຮັບການຮັບຕ້ອນຢູ່ ອາ​ຊີ - ປາ​ຊີ​ຟິກ.

ຫວຽດນາມ ນອນໃນ top ບັນດາປະເທດດີທີ່ສຸດເພື່ອໄປທ່ຽວ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຫວຽດນາມ ນອນໃນ top ບັນດາປະເທດດີທີ່ສຸດເພື່ອໄປທ່ຽວ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້
ຫວຽດນາມ ນອນໃນ Top ບັນດາປະເທດພັດທະນາພະລັງງານສະອາດ ຫວຽດນາມ ນອນໃນ Top ບັນດາປະເທດພັດທະນາພະລັງງານສະອາດ

ການສຳຫຼວດ​ຂອງ CBRE ໄດ້ປະຕິບັດໃນ 2 ເດືອນສຸດທ້າຍຂອງປີ 2023. ການສໍາຫຼວດຄັ້ງນີ້ ໄດ້ສອບຖາມກ່ຽວກັບຈຸດປະສົງ ແລະ ແຜນການຂອງນັກລົງທຶນໃນພາກພື້ນ ອາຊີ - ປາຊີຟິກ ໃນປີ 2024. ໝາກຜົນ ໃຫ້ເຫັນວ່າ ຫວຽດນາມ ຢືນອັນດັບທີ 2 ໃນບັນດາທ້ອງຕະຫຼາດທີ່ພົ້ນເດັ່ນໃໝ່ທີ່ໄດ້ບູລິມະສິດລົງທຶນ, ເຊິ່ງໄດ້ຈັດອັນດັບຢູ່ຖັດຈາກອິນເດຍ ເທົ່ານັ້ນ​. ອັນດັບ 3 ແມ່ນໄທ.

ຕາມ CBRE ແລ້ວ, 2 ພາກສ່ວນທີ່ດຶງດູດນັກລົງທຶນຕ່າງປະເທດເຂົ້າມາຫວຽດນາມ ແມ່ນອະສັງຫາລິມະຊັບອຸດສາຫະກຳ ແລະ ຫ້ອງການ. ການ​ເຄື່ອນ​ໄຫວ​ການ​ຄ້າທີ່ພັດທະນາ​ຢູ່​ ຫວຽດ​ນາມ ໄດ້​ຊຸກ​ຍູ້​ຄວາມ​ຕ້ອງ​ການ​ໃນ​ການ​ຄຸ້ມ​ຄອງ​ບັນດາລະບົບສະໜອງ ແລະ ພະລາທິການ. ບັນດານັກລົງທຶນ ໄດ້ຮັບຮູ້ຄວາມສາມາດບົ່ມຊ້ອນຈາກບັນດາກຳລັງຜັກດັນເຫຼົ່ານີ້ ດັ່ງນັ້ນ ພວກເຂົາກໍ່ມີຄວາມສົນໃຈຫຼາຍໃນອະສັງຫາລິມະຊັບອຸດສາຫະກໍາ.

ຫວຽດນາມ ໄດ້ເຂົ້າ top 3 ທ້ອງຕະຫຼາດອະສັງຫາລິມະຊັບທີ່ໄດ້ຮັບການຮັບຕ້ອນຢູ່ພາກພື້ນ

ອະສັງຫາລິມະຊັບຢູ່ເຂດຕາເວັນອອກລຽບຕາມເສັ້ນທາງຫຼວງ ຮ່າໂນ້ຍ, ນະຄອນ ຖູດຶກ

ນອກຈາກນັ້ນ, ເຈົ້າຂອງລົງທຶນ ແລະ ນັກລົງທຶນຕ່າງປະເທດ ກໍ່ມີຄວາມສົນໃຈຫຼາຍກ່ຽວກັບທີ່ດິນສໍາລັບໂຄງການພັດທະນາທີ່ຢູ່ອາໄສ. ນັກລົງທຶນຈໍານວນຫຼາຍ ໄດ້ຊອກຫາຊັບສິນຫຼຸດລາຄາ ຫຼື ຜູ້ຖືກຳມະສິດພວມປະເຊີນກັບຄວາມຫຍຸ້ງຍາກທາງດ້ານກົດຫມາຍ ແລະ ທຶນ. ທ່າ​ອ່ຽງນີ້ ​ສະ​ແດງ​ໃຫ້​ເຫັນ​ຄວາມຟື້ນຟູ ​ແລະ ຄວາມດຶງດູດຂອງ​ພາກສ່ວນ​ທີ່​ຢູ່​ອາ​ໄສ​ຢູ່ ຫວຽດນາມ.

ທ່ານ ຫງວຽນຟ້າມແອງຢຸຍ, ຜູ້ອຳນວຍການພາກສ່ວນທີ່​ປຶກສາ​ການ​ລົງທຶນ, CBRE ຫວຽດນາມ ​ໃຫ້​ຮູ້​ວ່າ ນັກ​ລົງທຶນ​ຕ່າງປະ​ເທດ​ມີວິໄສທັດຍາວ​ນານ​ກ່ຽວ​ກັບກຳລັງບົ່ມຊ້ອນຂອງ​ພື້ນຖານ​ເສດຖະກິດ ຫວຽດນາມ. ພວກເຂົາເຈົ້າກຽມ​ພ້ອມທີ່ຈະລົງທຶນທຶນເພື່ອໄດ້ຮັບຜົນປະໂຫຍດໃນທັນທີໃນຮອບງຽນການປັບລາຄາທີ່ຜ່ານມາ.

ທ່ານ ຢຸຍ ເວົ້າວ່າ "ສິ່ງນີ້ແມ່ນຖືກຕ້ອງພິເສດກັບການຜັນແປທີ່ສັບສົນໃນປະຈຸບັນ. ຝ່າຍຊື້ໄດ້ຮັບຜົນປະໂຫຍດຈາກຝ່າຍຂາຍ ເຊິ່ງແມ່ນນັກລົງທຶນທີ່ຕ້ອງຖອນທຶນຫຼັງຈາກທີ່ຖືຊັບສິນເປັນເວລາຍາວ".

ການສໍາຫຼວດ ຍັງສະແດງໃຫ້ເຫັນວ່າ ບັນດານັກລົງທຶນຢູ່ ອາຊີ - ປາຊີຟິກ ມັກຊອກຫາເປົ້າຫມາຍກຳໄລສອງຕົວເລກ. ພວກເຂົາກໍາລັງປ່ຽນຍຸດທະສາດບູລິມະສິດເປັນຊັບສິນທີ່ສາມາດເພີ່ມມູນຄ່າ ຫຼື ຊັບສິນທີ່ມີບັນຫາກ່ຽວກັບທຶນ, ບັງຄັບຕ້ອງຫຼຸດລົງລາຄາ.

ຕາມນັ້ນແລ້ວ, ຫຼາຍກວ່າ 60% ຂອງນັກລົງທຶນຕ່າງປະເທດມີແຜນການທີ່ຈະຍົກລະດັບບັນດາອາຄານທີ່ມີທີ່ຕັ້ງດີໃນສາລະບານການລົງທຶນຂອງເຂົາເຈົ້າຕາມມາດຕະຖານ ESG (ສິ່ງແວດລ້ອມ - ສັງຄົມ ແລະ ການຄຸ້ມຄອງວິສາຫະກິດ) ໃນປີ 2024. ສ່ວນໃຫຍ່ໃນຈຳນວນນັ້ນແມ່ນກອງທຶນເອກະຊົນ, ກອງທຶນອະສັງຫາລິມະສັບ (REITs). ນີ້​ກໍ່​ແມ່ນ​ທ່າ​ອ່ຽງ​ເພື່ອ​ດຳ​ເນີນ​ຍຸດ​ທະ​ສາດ​ເພີ່ມ​ມູນ​ຄ່າ​ຊັບ​ສິນ.

ແຕ່ແນວໃດກໍ່ຕາມ, CBRE ໃຫ້ຂໍ້ສັງເກດວ່າ ທ້ອງຕະຫຼາດອະສັງຫາລິມະຊັບຂອງຫວຽດນາມ ມີຈຸດລັກສະນະສະເພາະແມ່ນການສະໜອງທີ່ຫາຍາກ ແລະ ຊັບສິນທີ່ສ້າງກະແສເງິນສົດດີແມ່ນບໍ່ຄ່ອຍໄດ້ສະເໜີຂາຍແບບເປີດເຜີຍ. ຄວາມຜິດດ່ຽງກ່ຽວກັບຄວາມຄາດຫວັງຂອງລາຄາລະຫວ່າງຜູ້ຊື້ ແລະ ຜູ້ຂາຍຍັງເປັນອຸປະສັກທີ່ໃຫຍ່ໃນບັນດາການຊື້ຂາຍ.

ໂດຍທົ່ວໄປແລ້ວ, CBRE ໄດ້ຕີລາຄ່າຄວາມຕ້ອງການຊື້ໂຄງການອະສັງຫາລິມະຊັບໃນພາກພື້ນ ອາຊີ - ປາຊີຟິກ ຍັງອ່ອນ, ໃນຂະນະທີ່ຄວາມຕ້ອງການຂາຍໂຄງການຍັງສູງ. ນັກລົງທຶນຢູ່ທ້ອງຕະຫລາດສ່ວນໃຫຍ່, ໂດຍສະເພາະແມ່ນ ຍີ່ປຸ່ນ, ຈະສືບຕໍ່ຮັກສາການລໍຖ້າ ແລະ ສັງເກດໃນເຄິ່ງທໍາອິດຂອງປີ 2024.

ມິງດຶກ

ເຫດການ
302 Found

Found

The document has moved here.