ບັນຊີລາຍຊື່ສີຂຽວບັນດາເຂດປົກປັກຮັກສາ ແລະ ອະນຸລັກໃນປະເທດຫວຽດນາມ

00:54 | 15/05/2019

ຍສໝ-ບັນຊີລາຍຊື່ສີຂຽວ IUCN ແມ່ນຊຸດມາດຕະຖານລະດັບໂລກກ່ຽວກັບການອະນຸລັກ, ສາມາດດັດປັບຢ່າງເໝາະສົມຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນຂອງທຸກປະເທດ ແລະ ພາກພື້ນ.

ບັນຊີລາຍຊື່ສີຂຽວບັນດາເຂດປົກປັກຮັກສາ ແລະ ອະນຸລັກໃນປະເທດຫວຽດນາມ

ກອງປະຊຸມສໍາມະນາກ່ຽວກັບ "ບັນຊີລາຍຊື່ສີຂຽວ ແລະ ບັນດາເຂດປົກປັກຮັກສາ ແລະ ອະນຸລັກ (GLPCA) ໃນປະເທດຫວຽດນາມ"

ໃນວັນທີ 27 ມີນາ, ອົງການຈັດຕັ້ງອະນຸລັກທໍາມະຊາດສາກົນ (VNUP) ໄດ້ສົມທົບກັບສະມາຄົມສວນສາທາລະນະແຫ່ງຊາດ ແລະ ເຂດອະນຸລັກທໍາມະຊາດຫວຽດນາມ ( VNPPA) ໃນການຈັດກອງປະຊຸມສໍາມະນາກ່ຽວກັບ "ບັນຊີລາຍຊື່ສີຂຽວ ແລະ ບັນດາເຂດປົກປັກຮັກສາ ແລະ ອະນຸລັກ (GLPCA) ໃນປະເທດຫວຽດນາມ" ທີ່ ນີງບີ່ງ.

ບັນຊີລາຍຊື່ສີຂຽວບັນດາເຂດປົກປັກຮັກສາ ແລະ ອະນຸລັກໃນປະເທດຫວຽດນາມ

ເຂດອະນຸລັກເຂດທີ່ດິນຈົ່ມໃນນໍ້າເວີນລອງ (ນີງບີ່ງ)

ບັນຊີລາຍຊື່ສີຂຽວ IUCN ແມ່ນຊຸດມາດຕະຖານລະດັບໂລກກ່ຽວກັບການອະນຸລັກສາມາດດັດປັບຢ່າງເໝາະສົມຕາມສະພາບຕົວຈິງຂອງແຕ່ລະທ້ອງຖິ່ນຂອງທຸກປະເທດ ແລະ ພາກພື້ນ. ໃຫ້ຄໍາຫມັ້ນສັນຍາແບບສະໝັກໃຈເຊິ່ງຮູບແບບຂອງເຂດປົກປັກຮັກສາໃດໆກໍ່ສາມາດເຂົ້າຮ່ວມໄດ້; ຂະບວນການໃນການປະເມີນຜົນແມ່ນໄດ້ຮັບຄວາມໄວ້ເນື້ອເຊື່ອໃຈສູງ. ພ້ອມກັນນັ້ນ, ນີ້ຍັງເປັນການຮັບຮູ້ທົ່ວໂລກສໍາລັບບັນດາເຂດປົກປັກຮັກສາ ແລະ ພະນັກງານບັນດາເຂດປົກປັກຮັກສາ.

ບັນຊີລາຍຊື່ສີຂຽວບັນດາເຂດປົກປັກຮັກສາ ແລະ ອະນຸລັກໃນປະເທດຫວຽດນາມ

ສວນສາທາລະນະແຫ່ງຊາດໂກນດາວ (ບ່າເລັ້ຍ - ຫວູງເຕົ່າ)

ຫວຽດນາມໄດ້ເຂົ້າຮ່ວມໂຄງການບັນຊີລາຍຊື່ສີຂຽວ IUCN ຕັ້ງແຕ່ປີ 2016 ເປັນຕົ້ນມາ. ມາຮອດປະຈຸບັນມີ 4 ເຂດທີ່ໄດ້ລົງທະບຽນເຂົ້າຮ່ວມໂຄງການ, ໃນນັ້ນປະກອບມີ ເຂດອະນຸລັກເຂດທີ່ດິນຈົ່ມໃນນໍ້າເວີນລອງ (ນີງບີ່ງ), ສວນສາທາລະນະແຫ່ງຊາດໂກນດາວ (ບ່າເລັ້ຍ - ຫວູງເຕົ່າ), ສວນສາທາລະນະແຫ່ງຊາດກາດຕຽນ (ດົ່ງນາຍ) ແລະ ສວນສາທາລະນະແຫ່ງຊາດປູ່ມາດ (ເຫງ້ອານ).

(ໄຊພອນ)

ເຫດການ
302 Found

Found

The document has moved here.