U23 ຫວຽດນາມ ຖະຫຼົົ່ມ ທີມຊາດໄທ 4-0ໃນການແຂ່ງຂັນເຕະບານ U23 ອາຊີ ຮອບຄັດເລືອກ.

00:54 | 15/05/2019

ຍສໝ - ມາຮ່ວມກັນເບິ່ງຄືນ ວີດີໂອ ຊ່ວງເວລາທີ່ U23 ຫວຽດນາມ ຍາດໄຊຊະນະປະຫວັດສາດ 4-0 U23 ປະເທດໄທ ເຊີດໜ້າຮັບປີ້ຜ່ານເຂົ້າຮອບຊີງຊະນະເລີດການແຂ່ງຂັນເຕະບານ U23 ອາຊີ 2020.

U23 ຫວຽດນາມ ຖະຫຼົົ່ມ ທີມຊາດໄທ 4-0ໃນການແຂ່ງຂັນເຕະບານ U23 ອາຊີ ຮອບຄັດເລືອກ.

ຮ່າ ດຶກ ຈິງ ຊັດປະຕູທຳອິດເຂົ້າໄປຢ່າງງາມ.

ໃນການແຂ່ງຂັນເຕະບານລະຫວ່າງ U23 ຫວຽດນາມ ແລະ U23 ໄທ ໄດ້ຮັບການອຸບປະມາຄືກັນກັບ “ນັດຊຸບເປີຄຼາດຊິກ” ຂອງ ອາຊີຕາເວັນອອກສ່ຽງໃຕ້ ເຊິ່ງແມ່ນການແຂ່ງຂັນດຳເນີນໄປໃນຕອນຄຳ່ວັນທີ 26 ມີນາ, ເຮັດໃຫ້ ແຟນບານຂອງແຕ່ລະທີມ ລະເບີດຄວາມຮູ້ສຶກ ດ້ວຍໄຊຊະນະ 4-0 ເປັນຂອງ ທີມນັກເຕະຂອງ ກຸນຊື ສາຍາ“ພໍ່ມົດ” Park Hang Seo.

ຍ້ອນໄຊຊະນະອັນສະຫງ່າງາມດັ່ງກ່າວນີ້ ເຮັດໃຫ້ ທີມນັກເຕະ U23 ຫວຽດນາມ ຜ່ານເຂົ້າຮອບຊີງຊະນະເລີດການແຂ່ງຂັນເຕະບານ U23 ອາຊີ 2020 ຢ່າງບໍ່ມີໃຜເຄີຍຄິດມາກ່ອນ, ເພາະຕ້ອງເຕະກັບທີມທີ່ມີຄວາມແຂງແກ່ນກວ່າ.

ປະຕູທຳອິດ ຂອງ ຮ່າ ດຶ໋ກຈິງ ນາທີ ທີ17 ເຮັດຜູ້ຊົມກໍ່ຄືແຟນເທິງອັດສະຈັນ ຂອງສະຫນາມກິລາ ໝີດິ່ງ ລະເບີດຄວາມສຸກ. ດ້ວຍການຜ່ານບານຂອງ ວັນເຮົ໋າ, ຮ່າ ດຶ໋ກຈິງ ຍິງລອດຂາ ເຮັດໃຫ້ນັກຮັບ ເມືອງງາມ ໄດ້ແຕ່ເບິ່ງບານລອດຂາຕົນໄປຢ່າງເສຍດາຍ.

ຮອດນາທີ ທີ 52, ກວາງຫ໋າຍ ໃຊ້ເຕັກນິກ ແລະ ຄວາມສາມາດສະເພາະຕົວ ລໍ້ບານຜ່ານກອງຫຼັງ 4 ຄົນ ຂອງ U23 ໄທ ແລ້ວສົ່ງບານໃຫ້ ຮ່ວາງດຶ໋ກ ແບບງາມໆ ຊັດລູກທີສອງເຂົ້າໄປ.

5 ນາທີຕໍ່ມາ, ອາດຈະຍ້ອນຄວາມກົດດັນ, ສຸພະໄຊ ນັກເຕະ ຂອງ U23 ໄທ ຖືກບັດແດງ ເພາະພັນສອກເຂົ້າໜ້າກອງຫຼັງ ດິ່ງຈ້ອງ ຂອງ U23 ຫວຽດນາມ.

ຕອນນີ້ຍ້ອນຄວາມໄດ້ປຽບດ້ານຈຳນວນນັກເຕະ, ທີມ U23 ຫວຽດນາມ ໄດ້ປ່ຽນເກມມາເປັນບຸກຂື້ນສູງ ແລະ ຜົນຂອງໃຊ້ຍຸດທະສາດດັ່ງກ່າວ ທີມຫວຽດນາມ ຍິງໄດ້ຕື່ມ ອີກສອງປະຕູ ຈາກ ແທັ່ງຈຸງ ແລະ ແທັງເຊີນ ໃນນາທີ ທີ 62 ແລະ 90+2.

ໄຊຊະນະອັນຫອມຫວານ ແລະ ກຽດສະຫງ່າງາມ ຂອງ ທີມU23 ຫວຽດນາມ ແລະ ກຸນຊື Park Hang Seo ເມື່ອ “ໄຕ່ຂື້ນ” ມາເປັນທີມອັນດັບໜຶ່ງ ຂອງ ກຸ່ມ K ເຂົ້າຮອບຊີງຊະນະເລີດການແຂ່ງຂັນເຕະບານ U23 ອາຊີ 2020. ສ່ວນທີມ U23 ໄທ, ຖ້າບໍ່ຍ້ອນສິດທິພິເສດຂອງເຈົ້າພາບ ອັນດັບທີສອງກໍ່ອາດຈະຫືດຂື້ນຄໍ ແລະ ອາດຈະໄດ້ນັ່ງຢູ່ບ້ານເບິ່ງການແຂ່ງຂັນຜ່ານໂທລະພາບຄືກັນ.

ການແຂ່ງຂັນເຕະບານ U23 ແຊັມປ້ຽນ ອາຊີ 2020 ໄດ້ຈັດຂື້ນເປັນຄັ້ງທີ 4. ລາຍການ-ການແຂ່ງຂັນເຕະບານສາກົນນີ້ ຈະຈັດຂື້ນສອງປີຕໍ່ຄັ້ງ ໂດຍ ສະຫະພັນບານເຕະ ອາຊີ (AFC) ສຳລັບ ນັກເຕະບານທີມຊາດ U23 ຊາຍ ຂອງທຸກປະເທດໃນເຂດອາຊີ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.