ການນໍາແຂວງເຊກອງ ອວຍພອນປີໃໝ່ປະຈຳຊາດ ຫວຽດນາມ ແຂວງກວາງນາມ

10:14 | 25/01/2024

ການນໍາແຂວງເຊກອງ ອວຍພອນປີໃໝ່ແຂວງກວາງນາມ

ເອກອັກຄະລັດຖະທູດລາວ ຢ້ຽມຢາມ ແລະ ເຂົ້າອຳລາການນໍາ ແຂວງຮ່າຕິ່ງ-ເຫງະອານ ແລະ ທະຫານ ເຂດ 4 ເອກອັກຄະລັດຖະທູດລາວ ຢ້ຽມຢາມ ແລະ ເຂົ້າອຳລາການນໍາ ແຂວງຮ່າຕິ່ງ-ເຫງະອານ ແລະ ທະຫານ ເຂດ 4
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ຕາງໜ້າການນໍາຂັ້ນສູງຫວຽດນາມ ຂຽນປື້ມໄວ້ອາໄລ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo

ຕອນບ່າຍວັນທີ 25 ມັງກອນ, ຄະນະຜູ້ແທນສະພາປະຊາຊົນແຂວງເຊກອງ ນຳໂດຍສະຫາຍ ດົງເພັດ ພະຍົນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ ໄດ້ໄປຢ້ຽມຢາມ ແລະອວຍພອນບຸນເຕັດຄະນະປະຈໍາສະພາປະຊາຊົນແຂວງ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຂອງຫວຽດນາມ 2024.

ການນໍາແຂວງເຊກອງ ອວຍພອນປີໃໝ່ປະຈຳຊາດ ຫວຽດນາມ ແຂວງກວາງນາມ

ຄະນະປະຈໍາສະພາປະຊາຊົນແຂວງຫວາງນາມ ແລະແຂວງເຊກອງ ແລກປ່ຽນກ່ຽວກັບສະພາບການພັດທະນາເສດຖະກິດລະຫວ່າງສອງທ້ອງຖິ່ນ. ພາບ: baoquangnam.vn

ທີ່ການຢ້ຽມຢາມ, ສະຫາຍ ດົງເພັດ ພະຍົນ ໄດ້ອວຍພອນໃຫ້ການນຳແຂວງ, ຄະນະປະຈຳສະພາປະຊາຊົນແຂວງ, ພະນັກງານ ແລະປະຊາຊົນແຂວງກວາງນາມ ຕ້ອນຮັບບຸນປີໃໝ່ປະຈໍາຊາດ ດ້ວຍຄວາມເບີກບານມ່ວນຊື່ນ, ອົບອຸ່ນ, ມີຄວາມຜາສຸກ; ອວຍພອນໃຫ້ການພົວພັນມິດຕະພາບແບບພິເສດລະຫວ່າງແຂວງ ກວາງນາມ - ເຊກອງ ນັບມື້ນັບຮັດແໜ້ນ ແລະ ຍົກສູງຂຶ້ນສູ່ລະດັບສູງໃໝ່.

ຕາງໜ້າສະພາປະຊາຊົນແຂວງ ກວາງນາມ, ທ່ານ ເຈິ່ນຊວນວີງ ຮອງປະທານສະພາປະຊາຊົນແຂວງກວາງນາມ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະສົ່ງພອນໄຊອັນປະເສີດທີ່ສຸດມາຍັງສະຫາຍ ດົງເພັດ ພະຍົນ ແລະບັນດາສະມາຊິກໃນຄະນະ.

ການນໍາແຂວງເຊກອງ ອວຍພອນປີໃໝ່ປະຈຳຊາດ ຫວຽດນາມ ແຂວງກວາງນາມ

ການນໍາສະພາປະຊາຊົນແຂວງກວາງນາມ ມອບຂອງຂວັນໃຫ້ຄະນະຜູ້ແທນສະພາປະຊາຊົນແຂວງເຊກອງ. ພາບ: baoquangnam.vn

ພ້ອມກັນນັ້ນທ່ານຍັງແຈ້ງໃຫ້ຊາບວ່າ: ໃນ ປີ 2023, ສະພາປະຊາຊົນແຂວງກວາງນາມ ຊຸດທີ X ໄດ້ປະສົບຜົນສໍາເລັດໃນການຈັດຕັ້ງກອງປະຊຸມ 7 ຄັ້ງ, ຮັບຮອງເອົາມະຕິ 105 ສະບັບ ກ່ຽວກັບກົນໄກ, ນະໂຍບາຍຕ່າງໆ, ປະກອບສ່ວນຊຸກຍູ້, ແກ້ໄຂຄວາມຫຍຸ້ງຍາກໃຫ້ປະຊາຊົນ ແລະວິສາຫະກິດ; ຟື້ນຟູການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2024, ທ່ານ ເຈີ່ນຊວນວີງ ຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງກວາງນາມ ໄດ້ອວຍພອນໃຫ້ປະທານສະພາປະຊາຊົນແຂວງເຊກອງ ພ້ອມດ້ວຍຄະນະຜູ້ແທນຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ຈະເລີນຮຸ່ງເຮືອງ ແລະປະສົບຜົນສໍາເລັດ; ອວຍພອນໃຫ້ສາຍພົວພັນລະຫວ່າງຫວຽດນາມ ແລະ ລາວ ເວົ້າລວມ ແລະລະຫວ່າງອົງການສະພາປະຊາຊົນແຂວງກວາງນາມ ແລະແຂວງເຊກອງ ເວົ້າສະເພາະ ນັບມື້ນັບແໜ້ນແຟ້ນ ແລະຍືນຍົງກວ່າອີກໃນໄລຍະຈະມາເຖິງ.

ໃນໂອກາດນີ້, ການນໍາສະພາປະຊາຊົນແຂວງເຊກອງ ແລະການນໍາສະພາປະຊາຊົນແຂວງກວາງນາມ ກໍ່ໄດ້ມອບຂອງຂວັນໃຫ້ກັນ.

ສົມເພັດ

ທ່ານອາດຈະມັກ

302 Found

Found

The document has moved here.