ສູນຄົ້ນຄ້ວາອັງກິດ ຄາດຄະເນວ່າ ປີ 2038 ຫວຽດນາມຈະເຂົ້າໃນອັນດັບ 25 ປະເທດພື້ນຖານເສດຖະກິດໂລກ

11:42 | 05/01/2024

ຍສໝ - ສູນທີ່ປຶກສາ CEBR (ອັງກິດ) ຕີລາຄາ ຫວຽດນາມ ແລະ ຟີລິບປິນ ເປັນ 2 ພື້ນຖານເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ທີ່ມີຄວາມສາມາດ “ກະໂດດຂັ້ນ” ຢູ່ໃນຕາຕະລາງຈັດອັນດັບ World Economic League Table (WELT) ໃນໄລຍະແຕ່ນີ້ເຖິງປີ 2038.

ນາຍົກລັດຖະມົນຕີລາວ ແລະ ພັນລະຍາ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ແລະ ພັນລະຍາ ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ ມີຫຼາຍກິດຈະກຳຕ້ອນຮັບປີໃໝ່ 2024 ຢູ່ຫວຽດນາມ

ຕາມ CEBR ແລ້ວ, ປະຈຸ​ບັນ, ຫວຽດນາມ ຢືນ​ອັນ​ດັບ 34 ກ່ຽວ​ກັບ WELT, ​ໃນ​ປີ 2024 ຫວຽດນາມ ຈະ​ຫຍັບຂຶ້ນ 1 ອັນ​ດັບ​ ​ຢູ່​ອັນ​ດັບທີ 33 ​ແລະ ສືບ​ຕໍ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ຢືນ​ອັນ​ດັບ 24 ​ໃນ​ປີ 2033, ກ່ອນທີ່​ຈະ​ກາຍ​ເປັນ​ພື້ນຖານ​ເສດຖະກິດ​ທີ 21 ​ໃນ​ປີ 2038 ຂອງໂລກ. ພ້ອມ​ກັນ​ນັ້ນ, ຟີ​ລິບ​ປິນ​ ຍັງ​ມີ​ການ​ເຕີບ​ໂຕ​ຢ່າງ​ເດັ່ນ​ຊັດ​ເພື່ອ​ຂຶ້ນ​ສູ່​ອັນ​ດັບ​ທີ 23 ໃນ​ປີ 2038.

ສູນຄົ້ນຄ້ວາອັງກິດ ຄາດຄະເນວ່າ ປີ 2038 ຫວຽດນາມຈະເຂົ້າໃນອັນດັບ 25 ປະເທດພື້ນຖານເສດຖະກິດໂລກ
ຮູບປະກອບ.

ພິ​ເສດ, ​ໃນ​ການແນະນຳການຈັດ​ອັນ​ດັບ​ທີ່​ປະກາດ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, CERB ຕີ​ລາຄາ​ຫວຽດນາມ ​ແລະ ຟີ​ລິບ​ປິນ ​ແມ່ນ​ບັນດາຕົວຢ່າງປະເທດທີ່ພົ້ນ​ເດັ່ນ​ຂອງ​ກຸ່ມ​ບັນດາ​ປະ​ເທດ​ທີ່​ໄດ້ຄອງຄອຍຈະ​ປັບປຸງ​ການຈັດ​ອັນ​ດັບ​ໃໝ່ໂດຍອີງໃສ່ທີ່ຕັ້ງໃນ​ລະບົບມູນ​ຄ່າ​ທົ່ວໂລກ, ນຳໃຊ້ການ​ປະຕິ​ຮູບ​ພາຍ​ໃນ, ​ເພີ່ມ​ທະວີ​ການ​ຜະລິດຂອງກໍາລັງແຮງງານ, ເຊິ່ງສາມາດບັນລຸໄດ້ໂດຍຜ່ານການສະສົມທຶນຂອງລັດ ແລະເອກະຊົນຢ່າງມີປະສິດທິຜົນ.

ຂໍ້ສັງເກດຂອງ CEBR ໄດ້ເຕື້ອງເຖິງມາດຕາຖ່ວງຂອງພື້ນຖານເສດຖະກິດ, ບໍ່ແມ່ນເຕື້ອງເຖິງລາຍຮັບສະເລ່ຍໃນປະເທດ, ການແບ່ງແຍກລະຫວ່າງຄົນຮັ່ງມີ ແລະ ຜູ້ທຸກຍາກ ຫຼື ບັນຫາອື່ນໆ.

ຕາມ CEBR ແລ້ວ, ຫວຽດນາມ ພວມ​ຢືນຢູ່​ໜ້າ​​ແງ່​ຫວັງ​ໃນ​ໄລຍະ 15 ປີ​ຕໍ່ໜ້າ. ດ້ວຍ​ທ່າແຮງ​ໄດ້​ປຽບ​ດ້ານ​ປະຊາກອນ​ທີ່​ມີ​ຢູ່​ແລ້ວ, ມີຄວາມອາດສາມາດ​ວ່າ​ ຈະ​ບັນລຸ​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045. ດ້ວຍ​ຈຳນວນ​ປະຊາກອນ ​ແລະ ​ໄວ​ໜຸ່ມທີ່​ຫຼວງຫຼາຍ, ຫວຽດນາມ ມີ​ໂອກາດ​ລື່ນ​ກາຍ​ບັນດາ​ປະ​ເທດ “ຮຸ່ນອ້າຍ” ​ໃນ​ອາ​ຊຽນ ​​ປະຈຸ​ບັນກ່ຽວກັບເສດຖະກິດ, ຄື ສິງກະ​ໂປ, ​ໄທ, ມາ​ເລ​ເຊຍ​ ເພື່ອຈະ​ເປັນ​ອັນ​ດັບຖັດຈາກ​ອິນ​ໂດ​ເນ​ເຊຍ ​ໃນ​ຈຳນວນ 25 ປະ​ເທດ​ທີ່​ມີ​ພື້ນຖານເສດຖະກິດ​​ໂລກ ​ໃນ​ປີ 2038.

ດີງເລື້ອງ

ເຫດການ
302 Found

Found

The document has moved here.