ພາລະກຳຊຸກຍູ້ການເຊື່ອມຈອດ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ

00:00 | 09/01/2024

ພາລະກຳຊຸກຍູ້ການເຊື່ອມຕໍ່ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ມອບສິດໃຫ້ປະຊາຊົນປະຕິບັດພາລະກຳປົກປັກຮັກສາ ແລະ ພັດທະນາວັດທະນະທຳ ມອບສິດໃຫ້ປະຊາຊົນປະຕິບັດພາລະກຳປົກປັກຮັກສາ ແລະ ພັດທະນາວັດທະນະທຳ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ບັນດາຄູອາຈານພວມປະຕິບັດພາລະກຳອັນສະຫງ່າລາສີ ແລະ ເອກອ້າງທະລົງໃຈ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ບັນດາຄູອາຈານພວມປະຕິບັດພາລະກຳອັນສະຫງ່າລາສີ ແລະ ເອກອ້າງທະລົງໃຈ

ວັນທີ 1 ມັງກອນ 2024, ລາວ ໄດ້ຮັບດຳລົງຕໍາແໜ່ງປະທານໝູນວຽນ ອາຊຽນ ປີ 2024 ຢ່າງເປັນທາງການ; ນີ້ແມ່ນກາລະໂອກາດເພື່ອໃຫ້ລາວ ໂຄສະນາພາບພົດ ແລະຍົກສູງບົດບາດ, ຖານະທີ່ຕັ້ງຂອງປະເທດ, ແຕ່ກໍ່ເປັນສິ່ງທ້າທາຍໃຫຍ່, ພິເສດໃນສະພາບການພາກພື້ນ ແລະໂລກພວມມີການຜັນແປສັຢ່າງບສົນ ແລະຄາດເດົາໄດ້ຍາກຄືປະຈຸບັນ.

ພາລະກຳຊຸກຍູ້ການເຊື່ອມຈອດ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ໂລໂກທາງການຂອງລາວ ໃນປີເປັນປະທານອາຊຽນ 2024. ພາບ: TTXVN

ນັບແຕ່ເມື່ອເຂົ້າເປັນສະມາຊິກຂອງອາຊຽນ ປີ 1997, ລາວ ເຄີຍດຳລົງຕຳແໜ່ງປະທານອາຊຽນ 2 ຄັ້ງ ໃນປີ 2004 ແລະປີ 2016 ແລະມີການປະກອບສ່ວນຕັ້ງໜ້າຫຼາຍຢ່າງເຂົ້າໃນວິວັດທະນາການກໍ່ສ້າງປະຊາຄົມອາຊຽນ, ປະກອບສ່ວນຮັກສາ ແລະຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນ. ເພື່ອກະກຽມໃຫ້ການດຳລົງຕຳແໜ່ງປະທານອາຊຽນ ຄັ້ງນີ້, ນັບແຕ່ປີ 2021, ລາວ ໄດ້ສ້າງຕັ້ງ 14 ອະນຸກຳມະການຮັບຜິດຊອບວຽກງານທີ່ກ່ຽວຂ້ອງທັງໝົດ ແລະຮຽບຮຽງວາລະລາຍການເຄື່ອນໄຫວຂອງອາຍຸການ.

ໃນການດຳລົງຕຳແໜ່ງປະທານອາຊຽນ ຄັ້ງທີ 3, ລາວ ຈະສຸມໃສ່ຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນ, ເພີ່ມທະວີການເຊື່ອມຕໍ່ ແລະຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງອາຊຽນ ຄືດັ່ງຫົວຂໍ້ຂອງປິປະທານອາຊຽນ 2024 ທີ່ລາວ ໄດ້ປະກາດ.

ກ່າວຄຳເຫັນທີ່ພິທີມອບ-ຮັບຕຳແໜ່ງປະທານອາຊຽນ ຈາກ ອິນໂດເນເຊຍ ໃນເດືອນກັນຍາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ເນັ້ນຫນັກວ່າ: "ພວກຂ້າພະເຈົ້າຈະເສີມຂະຫຍາຍຜົນງານໃນປີເປັນປະທານອາຊຽນ ຂອງ ອິນໂດເນເຊຍ ແລະບັນດາຜົນສຳເລັດຂອງອາຊຽນ ໃນຊຸມປີກ່ອນໜ້ານີ້. ພວກຂ້າພະເຈົ້າ ຈະສຸມໃສ່ການປັບປຸງປະຊາຄົມອາຊຽນ ແລະຂົງເຂດຕ່າງໆໃຫ້ຫຼາຍກວ່າອີກ, ເພີ່ມທະວີການເຊື່ອມຕໍ່ ແລະຈະມານະພະຍາຍາມເພື່ອກຳແໜ້ນກາລະໂອກາດ, ແກ້ໄຂບັນດາສິ່ງທ້າທາຍ ແລະການປ່ຽນແປງກ່ຽວກັບພູມີສາດການເມືອງ, ພູມີສາດເສດຖະກິດ".

ຫວ່າງມໍ່ໆມານີ້, ໂດຍແບ່ງປັນກັບນັກຂ່າວໃນກອງປະຊຸມກ່ຽວກັບກາລະໂອກາດ ແລະສິ່ງທ້າທາຍຂອງລາວ ໃນປີເປັນປະທານອາຊຽນ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ໄດ້ແບ່ງປັນວ່າ ລາວ ເລືອກເອົາຫົວຂໍ້ "ເພີ່ມທະວີການເຊື່ອມຈອດ ແລະຄວາມເຂັ້ມແຂງຂອງ ອາຊຽນ" ແມ່ນຍ້ອນຫົວຂໍ້ນີ້ເໝາະສົມກັບສະພາບການຢູ່ພາກພື້ນ ແລະໂລກໃນປະຈຸບັນ. "ເຊື່ອມຈອດ" ບໍ່ພຽງແຕ່ເໝາະສົມກັບແຜນການສັງລວມເຊື່ອມຕໍ່ອາຊຽນ ທີ່ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ພວມຜັນຂະຫຍາຍ ເວົ້າລວມ ເທົ່ານັ້ນ ຫາກຍັງປະກອບສ່ວນຫັນວິໄສທັດຂອງພັກ, ລັດລາວ ໃນການຫັນລາວ ຈາກປະເທດໜຶ່ງທີ່ບໍ່ມີທະເລເປັນປະເທດເຊື່ອມຕໍ່ພາກພື້ນ ເວົ້າສະເພາະ ອີກດ້ວຍ. ໃນສະພາບການແກ່ງແຍ້ງໃນໂລກນັບມື້ນັບຂ້ຽວຂາດ, ເລື່ອງອາຊຽນ ເພີ່ມທະວີລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ກໍ່ມີຄວາມສຳຄັນທີ່ສຸດຍ້ອນວ່າ ຖ້າບໍ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ອາຊຽນ ກໍ່ຈະບໍ່ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ບົດບາດຂອງອາຊຽນ ບົນເວທີສາກົນ ແລະພາກພື້ນຈະຖືກຜົນສະທ້ອນຢ່າງແນ່ນອນ.

ຕາມທ່ານຮອງນາຍົກລັດຖະມົນຕີລາວ, ເລື່ອງຮັບດຳລົງຕຳແໜ່ງປະທານອາຊຽນ ຈະນຳມາເຊິ່ງກາລະໂອກາດເພື່ອໃຫ້ລາວ ໂຄສະນາເຜີຍແຜ່ບັນດານະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດ ລາວ, ກໍ່ຄືນະໂຍບາຍຊຸກຍູ້ການຮ່ວມມືດ້ານເສດຖະກິດສັງຄົມລະຫວ່າງລາວ ກັບບັນດາປະເທດໃນໂລກ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ລາວ ເສີມຂະຫຍາຍບົດບາດນຳພາອາຊຽນ ແລະຍົກສູງຖານະບົດບາດໃນພາກພື້ນ ແລະບົນເວທີສາກົນ.

ຄຽງຂ້າງກັນນັ້ນ, ເລື່ອງຮັບດຳລົງຕຳແໜ່ງບົດບາດສຳຄັນນີ້ກໍ່ສ້າງເງື່ອນໄຂເພື່ອໃຫ້ລາວ ໂຄສະນາເຜີຍແຜ່ຮູບພາບປະເທດຊາດ ແລະດຶງດູດນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດອີກດ້ວຍ. ນີ້ກໍ່ແມ່ນເຫດຜົນທີ່ລາວ ເລືອກເອົາປີ 2024 ແມ່ນປີທ່ອງທ່ຽວລາວ ດ້ວຍຄວາມຫວັງວ່າ ຈະດຶງດູດນັກທ່ອງທ່ຽວໜ້ອຍສຸດແມ່ນ 4,6 ລ້ານເທື່ອຄົນ, ເພື່ອປະກອບສ່ວນຟື້ນຟູ ແລະຊຸກຍູ້ເສດຖະກິດ, ສ້າງວຽກເຮັດງານທຳ ແລະເພີ່ມລາຍຮັບໃຫ້ປະຊາຊົນ, ປະຕິບັດໂຄງການດຳເນີນງານແຫ່ງຊາດກ່ຽວກັບການແກ້ໄຂບັນດາຄວາມຫຍຸ້ງຍາກດ້ານເສດຖະກິດ ເຊິ່ງລາວ ໄດ້ວາງອອກ.

ເມື່ອເຕື້ອງເຖິງບັນດາສິ່ງທ້າທາຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ ໃນສະຖານະການໂລກທີ່ພວມມີການແກ່ງແຍ້ງດ້ານພູມີສາດການເມືອງ ແລະພູມີສາດເສດຖະກິດຢ່າງຂ້ຽວຂາດຄືປະຈຸບັນ, ປີ 2024 ຈະມີຄວາມແຕກຕ່າງຫຼາຍເມື່ອທຽບໃສ່ກັບປີ 2016 ທີ່ລາວ ດຳລົງຕຳແໜ່ງປະທານອາຊຽນ ເທື່ອທີ 2. ສິ່ງທ້າທາຍສຳລັບອາຊຽນ ໃນປະຈຸບັນແມ່ນບັນຫາມຽນມາ, ໃນຂະນະຢູ່ພາກພື້ນແມ່ນບັນຫານິວເຄຼຍຢູ່ແຫຼມ ເກົາຫຼີ, ບັນຫາທະເລຕາເວັນອອກ ແລະຫຼາຍບັນຫາອື່ນໆ. ສ່ວນຢູ່ໂລກແມ່ນບັນຫາຢູແກນ, ການປະທະກັນຢູ່ຕາເວັນອອກກາງ... ທົ່ວໂລກຫາກໍ່ຫຼຸດພົ້ນອອກຈາກພະຍາດໂຄວິດ-19, ມີຫຼາຍປະເທດພວມຢູ່ໃນວິວັດທະນາການຟື້ນຟູ, ໃນຂະນະທີ່ສະພາບການເສດຖະກິດໂລກຍັງມີຫຼາຍສັນຍານບໍ່ດີ. ການແກ້ໄຂຜົນກະທົບຈາກພະຍາດໂຄວິດ-19; ການຟື້ນຟູຕ່ອງໂສ້ການສະໜອງ, ການຄ້າ, ການລົງທຶນ ແລະການເຊື່ອມຕໍ່ລະຫວ່າງປະຊາຊົນນຳກັນແມ່ນໜ້າທີ່ຫຼັກ, ເຊິ່ງລ້ວນແຕ່ຕ້ອງການໄດ້ຮັບການແກ້ໄຂ.

ຕາມທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ແລ້ວ, ນັ້ນແມ່ນສິ່ງທ້າທາຍທີ່ສາມາດເຫັນໄດ້ຂອງລາວ ໃນປີເປັນປະທານອາຊຽນ 2024. ເຮັດແນວໃດເພື່ອຮັບປະກັນໃຫ້ບັນດາບັນຫາດັ່ງກ່າວມີຄວາມດຸນດ່ຽງ ແລະເຮັດແນວໃດເພື່ອສາມາດຮັກສາຄວາມສາມັກຄີລະຫວ່າງບັນດາປະເທດສະມາຊິກອາຊຽນ ໃຫ້ໄດ້, ນັ້ນແມ່ນສິ່ງທ້າທາຍບໍ່ແມ່ນໜ້ອຍ.

ໃນຖານະຕຳແໜ່ງເປັນປະທານອາຊຽນ ປີ 2024, ລາວ ກໍ່ຈະພ້ອມກັບບັນດາປະເທດສະມາຊິກຍູ້ແຮງການຮ່ວມມືໃນ 3 ເສົາຄ້ຳຂອງປະຊາຄົມ, ມານະພະຍາຍາມຮັດແຄບຊ່ອງຫວ່າງພັດທະນາໃນອາຊຽນ, ພິເສດແມ່ນຢູ່ເຂດຫ່າງໄກສອກຫຼີກ ແລະອຸນະພາກພື້ນ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ, ເຊື່ອມໂຍງເສດຖະກິດ ແລະພົບປະແລກປ່ຽນປະຊາຊົນ; ຮັກສາບົດບາດໃຈກາງໃນໂຄງປະກອບພາກພື້ນ; ພ້ອມທັງເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື. ໂດຍເຕື້ອງເຖິງບັນຫານີ້ໃນການປະຊຸມຂ່າວດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ເນັ້ນໜັກວ່າ ພຽງແຕ່ມີຄວາມສະໜິດຕິດພັນ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາ ຈຶ່ງສາມາດແກ້ໄຂໄດ້ບັນດາສິ່ງທ້າທາຍໃນປະຈຸບັນ ແລະຫາກໍ່ພົ້ນເດັ່ນຂຶ້ນຢ່າງມີປະສິດທິຜົນໄດ້.

ລາວ ຈະຈັດຕັ້ງຫຼາຍເຫດການ, ໃນນັ້ນມີບັນດາການເຄື່ອນໄຫວສຳຄັນທີ່ສຸດແມ່ນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ດ້ວຍບົດຮຽນທີ່ຖອດຖອນມາໄດ້ຈາກການດຳລົງຕຳແໜ່ງປະທານອາຊຽນ 2 ຄັ້ງກ່ອນໜ້ານັ້ນ, ພ້ອມກັບການໜູນຊ່ວຍຂອງທຸກປະເທດສະມາຊິກອາຊຽນ, ບັນດາຄູ່ຮ່ວມມື, ຄູ່ເຈລະຈາອື່ນໆ, ລາວ ເຊື່ອໝັ້ນວ່າ ຈະນຳພາອາຊຽນ ຜ່ານຜ່າທຸກສິ່ງທ້າທາຍ, ປະຕິບັດສຳເລັດພາລະກຳເຊື່ອມຈອດ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສືບຕໍ່ມີບັນດາການປະກອບສ່ວນໃຫ້ແກ່ການພັດທະນາຢ່າງໝັ້ນຄົງ, ຍືນຍົງ ແລະການເຕີບໂຕຂອງພາກພື້ນ; ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນໃຫ້ພາກພື້ນ ແລະໂລກ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.