ເສີມຂະຫຍາຍບົດບາດ​ຂອງ​ໄວ​ໜຸ່ມໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດປະຊາຊົນ

12:50 | 05/01/2024

Thế hệ trẻ đã và sẽ là những người tiêu biểu, đi đầu của ngoại giao nhân dân, năng động, nhanh nhạy trong việc lan tỏa hình ảnh tích cực về đất nước. ຄົນລຸ້ນໜຸ່ມ​ ຈະໄດ້​ເປັນ​ຕົວ​ແທນ ​ແລະ ນໍາໜ້າ ຂອງການ​ທູດ​ປະຊາຊົນ, ຕັ້ງໜ້າ ​ແລະ ວ່ອງ​ໄວ​ໃນ​ການ​ໂຄສະນາ​ເຜີ

ທູດປະຊາຊົນ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຂະບວນວິວັດການດ້ານການທູດຂອງປະເທດ
ສື່​ມວນ​ຊົນ​ລາວ​ ລາຍ​ງານ​ຢ່າງ​ຈະແຈ້ງ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເຫວືອງດິງເຫ້ວ

ເສີມຂະຫຍາຍບົດບາດ​ຂອງ​ໄວ​ໜຸ່ມໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ທູດປະຊາຊົນ

ຄົນລຸ້ນໜຸ່ມ​ ໄດ້​ ແລະ ຈະເປັນຜູ້ດີເດັ່ນ, ນໍາໜ້າຂອງການ​ທູດ​ປະຊາຊົນ, ຂະຫຍັນຂັນເຄື່ອນ ​ແລະ ວ່ອງ​ໄວ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ຮູບພາບອັນ​ດີງາມ​ຂອງ​ປະ​ເທດຊາດ.

ຜູ້ນໍາໜ້າບົນເສັ້ນທາງສາຍ​ພົວ​ພັນ​ມິດ​ຕະ​ພາບ ​ຫວຽດ​ນາມ - ຈີນ

ໃນ​ການມາ​ຫວຽດ​ນາມ ​ຢ້ຽມ​ຢາມຂັ້ນລັດຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ, ໃນ​ວັນ​ທີ 13 ທັນວາ 2023 ຢູ່​ນະຄອນຫຼວງຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນ​ຟູ​ຈ້ອງ ພ້ອມພັນ​ລະ​ຍາ ໂຫງ່ທິ​ເມິນ ໄດ້ພ້ອມທັງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສີ​ຈິ້ນ​ຜິງ ແລະ ພັນ​ລະ​ຍາ, ທ່ານ ສາດ​ສະ​ດາ​ຈານ ແບງເລະວຽນ, ການ​ນຳ​ຂັ້ນ​ສູງ​ຂອງ​ທັງ​ສອງ​ຝ່າຍ ​ໄດ້​ພົບ​ປະ​ກັບ​ບັນ​ດາ​ນັກປັນຍາຊົນມິດ​ຕະ​ພາບ ແລະ ຄົນລຸ້ນ​ໜຸ່ມຂອງ​ສອງ​ປະ​ເທດ​ ຫວຽດ​ນາມ - ຈີນ.

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ໄດ້​ເນັ້ນ​ໜັກເຖິງ​ບົດບາດ​ຂອງ​ລຸ້ນໜຸ່ມ​ໃນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ 2 ປະ​ເທດ.

Em Lê Nguyệt Quỳnh, học sinh trường THPT Chuyên ngữ thuộc Đại học Ngoại ngữ (Đại học Quốc gia Hà Nội) phát biểu tại buổi gặp gỡ nhân sỹ hữu nghị và thế hệ trẻ Việt Nam - Trung Quốc ngày 13/12/2023. (Ảnh: Đinh Hòa) ທ່ານນາງ ເລຫງຽດກິງ , ນັກສຶກສາ ໂຮງຮຽໜມັດທະຍົມ ສາຍພາສາຕ່າງປະເທດ (ມະຫາວິທະຍາໄລແຫ່ງຊາດ ຫວຽດນາມ, ຮ່າໂນ້ຍ) ກ່າວຄຳເຫັນ ໃນພິທີພົບປະ ຜູ້ນໍາມິດຕະພາບ ແລະ ຄົນລຸ້ນໜຸ່ມ ຫວຽດນາມ - ຈີນ ໃນວັນທີ 13/12/2023. . (ພາບ: Dinh Hoa)

ນາງ ເລຫງຽດກວິ່ງ , ນັກຮຽນໂຮງຮຽນມັດທະຍົມລົງເລິກຂະແໜງພາສາຕ່າງປະເທດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ກ່າວຄຳເຫັນ ໃນພິທີພົບປະນັກປັນຍາຊົນມິດຕະພາບ ແລະ ຄົນລຸ້ນໜຸ່ມ ຫວຽດນາມ - ຈີນ ໃນວັນທີ 13 ທັນວາ 2023. . (ພາບ: Dinh Hoa)

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນ ເມື່ອໄດ້ພົບປະກັບຊາວໜຸ່ມຂອງ 2 ປະເທດ ດ້ວຍເຈດຈຳນົງເດີນຕາມບາດກ້າວຂອງຄົນລຸ້ນກ່ອນ ເພື່ອນຳມາເຊິ່ງພະລັງຊີສິດ ແລະ ອະນາຄົດອັນສົດໃສໃຫ້ແກ່ການພົວພັນ ຫວຽດນາມ - ຈີນ.

ທ່ານ​ເລຂາທິການ​ໃຫຍ່​ ໄດ້​ຕີ​ລາຄາ​ສູງ​ຕໍ່ກັບການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ສອງ​ປະ​ເທດ, ​ໃນ​ນັ້ນ ​ບັນດາ​ນັກ​ປັນຍາຊົນ ​ແລະ ຊາວ​ໜຸ່ມ​ ໄດ້​ມີ​ບົດບາດ​ສຳຄັນ​ທີ່​ສຸດ. ທ່ານເຊື່ອ​ໝັ້ນ ​ແລະ ​ປາດ​ຖະໜາ​ວ່າ ​ບັນດາ​ນັກປັນຍາຊົນ ​ແລະ ຊາວ​ໜຸ່ມ​ຂອງ​ສອງ​ປະ​ເທດ ​ຈະ​ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ເພື່ອ​ພັດທະນາ​ການ​ພົວພັນ​ຫວຽດນາມ - ຈີນ ​ໃຫ້​ເຂັ້ມ​ແຂງ, ໝັ້ນຄົງ, ຍາວ​ນານ ​ແລະ ມີ​ປະສິດທິ​ຜົນ.

ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິ​ງ ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ມິດຕະພາບ ​ຈີນ-ຫວຽດນາມ ມີ​ພື້ນຖານ​ ຢູ່ກັບ​ປະຊາຊົນ ທີ່ຊາວ​ໜຸ່ມ​ແມ່ນ​ອະນາຄົດ. ທ່ານສະແດງຄວາມຫວັງ​ວ່າ ​ໄວ​ໜຸ່ມ​ຈະ​ເປັນ​ຜູ້​ສືບ​ທອດມຸນເຊື້ອມິດຕະພາບ​ຈີນ-ຫວຽດນາມ; ການ​ປະ​ກອບ​ສ່ວນ​ສ້າງ​ປະ​ຊາ​ຄົມແບ່ງປັນອະ​ນາ​ຄົດ​ ຈີນ-ຫວຽດ​ນາມ​ ທີ່ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ພ້ອມ​ກັນ​ນັ້ນ, ທ່ານ​ກ່າວ​ເນັ້ນ​ວ່າ ນັກປັນຍາຊົນ ​ແລະ ລຸ້ນໜຸ່ມ ​ແມ່ນ​ຜູ້​ນໍາໜ້າບົນເສັ້ນທາງ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ, ນຳໜ້າເພື່ອຄວາມກ້າວໜ້າ​ຂອງ​ມວນ​ມະນຸດ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຢ່າງ​ໝັ້ນຄົງ, ຍາວ​ນານຂອງ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ​ ເປີດ​ກວ້າງ, ​ກວມລວມ,ປອງດອງ, ສີສິໄລ ​ແລະ ພັດທະນາ.

ໂອກາດເພື່ອຊາວໜຸ່ມສົ່ງເສີມ “ກຳລັງແຮງໃນການດຶງດູດ”

ບົດບາດສຳຄັນຂອງໄວໜຸ່ມໃນການເຄື່ອນໄຫວການທູດປະຊາຊົນ ໄດ້ຮັບການເນັ້ນໜັກຫຼາຍຄັ້ງໃນບັນດາລາຍການ, ກອງປະຊຸມສຳມະນາ,… ພິເສດແມ່ນໃນກອງປະຊຸມສຳມະນາ “ບົດບາດການທູດປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມ​ນິຍົມ ​ຫວຽດນາມ” ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ໂຮ່ຈິ​ມິນ​ ໃນ​ເດືອນພະຈິກ 2023, ທ່ານ ​ໂຮ່ຊວນ​ເລີມ, ຮອງ​ປະທານ, ​ເລຂາທິການ​ ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ນະຄອນ​ໂຮ່ຈິ​ມິນ (HUFO) ​ໃຫ້​ຮູ້​ວ່າ: ບັນດາ​ການ​ເຄື່ອນ​ໄຫວການທູດ​ປະຊາຊົນ​ຂອງ HUFO ຍາມ​ໃດ​ກໍ່​ຕິດພັນກຳ​ລັງ​ໄວ​ໜຸ່ມ ເພາະ​ນີ້​ແມ່ນ​ເຈົ້າ​ການຂອງການເຄື່ອນໄຫວການທູດ​ປະ​ຊາ​ຊົນ​.

Thanh niên, sinh viên Việt Nam cùng đại biểu các nước tham gia kỷ niệm 50 năm quan hệ ASEAN - Nhật Bản, tháng 12/2023. (Ảnh: doanthanhnien.vn)  ຊາວໜຸ່ມ ​ແລະ ນັກ​ສຶກສາ ຫວຽດນາມ ພ້ອມ​ກັບ​ບັນດາ​ຜູ້​ແທນ​ ຈາກ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ ​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ອາ​ຊຽນ - ຍີ່ປຸ່ນ ​ໃນ​ເດືອນ 12/2023. (ພາບ: doanthanhnien.vn)

ຊາວໜຸ່ມ ​ແລະ ນັກ​ສຶກສາ ຫວຽດນາມ ພ້ອມ​ກັບ​ບັນດາ​ຜູ້​ແທນ​ ຈາກ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ອາ​ຊຽນ - ຍີ່ປຸ່ນ ​ໃນ​ເດືອນທັນວາ 2023. (ພາບ: doanthanhnien.vn)

ທ່ານ​ຊີ້ແຈ້ງ​ວ່າ: ​ໄວ​ໜຸ່ມ​ມີ​ບົດບາດ​ສຳຄັນ​ໃນ​ຂະ​ບວນການ​ປະຕິບັດການ​ທູດ​​ປະຊາຊົນ​. ໂດຍແມ່ນບັນດາໄວໜຸ່ມນັ້ນເອງ ຈະ​ແມ່ນ​ຜູ້ໃຫ້ຄຳຕອບ ​ກັບ​ເພື່ອນ​ມິດສາ​ກົນຮູ້​ວ່າ ​ເສັ້ນທາງ​ກ້າວ​ຂຶ້ນສັງຄົມ​ນິຍົມ​ ຢູ່​ຫວຽດນາມ ​ແມ່ນຄວາມຈຳເປັນ, ພາວະວິໄສ, ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ ເພື່ອ​ໃຫ້​ປະຊາຊົນອີ່ມໜຳສຳລານ, ມີ​ຄວາມ​ຜາ​ສຸກ.

ຕາມ​ທ່ານ ປອ ເທິນ​ງອກ​ແອງ, ຫົວໜ້າ​ພະແນກວິທະຍາສາດ​ສັງຄົມນິຍົມ, ສະຖາບັນການ​ເມືອງ ​ເຂດ II (ສະຖາບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ) ແລ້ວ, ​ໄວ​ໜຸ່ມ​ມີ​ຫຼາຍ​ຈຸດ​ດີ​ຄື: ​​ມີສະຕິ​ປັນຍາທີ່ສະຫລາດ, ມີຄວາມ​ກະຕືລືລົ້ນ; ລະດັບພາສາຕ່າງປະເທດ ແລະ ທັກສະນຳໃຊ້ຄອມພິວເຕີ; ຄວາມ​ສາມາດ​ໃນ​ການ​ເຂົ້າ​ເຖິງ ​ແລະ ກໍາໄດ້​ຂໍ້​ມູນ​ຂ່າວສານ ແມ່ນ​ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ຂະ​ບວນການ​ສື່ສານ ​ແລະ ການ​ທູດ​ປະຊາຊົນ. ເຖິງຢ່າງໃດກໍຕາມ, ຄວາມຫຍຸ້ງຍາກແມ່ນອາຍຸຍັງອ່ອນ ແລະ ຂາດປະສົບການຕົວຈິງ.

ທ່ານ​ກ່າວວ່າ ​ໄວ​ໜຸ່ມ​ຕ້ອງ​ມີ​ຄວາມ​ຮູ້, ທັກ​ສະ, ລະດັບວິຊາສະເພາະຄອມ​ພິວ​ເຕີ, ພາສາ​ຕ່າງປະ​ເທດ, ມີ​ຄວາມ​ເຂົ້າ​ໃຈ​ດ້ານ​ວິທະຍາສາດ, ປະຫວັດສາດ, ວັດທະນະທຳ​ຂອງ​ຊາດ; ມີ​ຄວາມ​ຫວັງຢາກ​ພັດທະນາ​ຕົນ​ເອງ ປະກອບສ່ວນ​ສ້າງສາ​ປະ​ເທດຊາດ. ​ໃນ​ດ້ານ​ການ​ທູດ​ປະຊາຊົນ, ​ໄວ​ໜຸ່ມ​ຕ້ອງ​ຮູ້​ແຜນນະໂຍບາຍຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ; ມີສະຕິຕື່ນຕົວ ຕໍ່ກົນອຸບາຍຂອງອິດທິກໍາລັງເປັນປໍລະປັກ, ມີ​ຫຼັກໝັ້ນ, ທັດສະນະ, ຄຸນນະທາດ​ທາງ​ການ​ເມືອງຢ່າງໝັ້ນຄົງ...

ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກໍາ 4.0 ແມ່ນ​ໂອ​ກາດ​ສໍາ​ລັບ​ຄົນ​ລຸ້ນ​ໃຫມ່ ​ທີ່​ເປັນ​ເຈົ້າ​ການ​ເຕັກ​ໂນ​ໂລ​ຊີ ສາມາດກາຍ​ເປັນ​ນັກ​ການ​ທູດ​ໃນ​ຊ່ອງ​ດິ​ຈິ​ຕອນ​ໄດ້​. ລຸ້ນໜຸ່ມ ໄດ້​ ແລະ ຈະເປັນຜູ້ດີເດັ່ນ, ນໍາໜ້າຂອງການ​ທູດ​ປະຊາຊົນ, ຂະຫຍັນຂັນເຄື່ອນ ​ແລະ ວ່ອງ​ໄວ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ຮູບພາບອັນ​ດີງາມ​ຂອງ​ປະ​ເທດຊາດ.

ສະ​ນັ້ນ, ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ສ້າງ​ກາລະ​ໂອກາດ ​ໃຫ້​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ແລກປ່ຽນ​ສາກົນ, ບັນດາເຫດການວັດທະນະທຳ, ​ການເຄື່ອນ​ໄຫວ​ອາສາ​ສະໝັກ, ພັດທະນາ​ຄວາມເປັນມິດຕະພາບ ​ແລະ ​ເຊື່ອມ​ໂຍງ​ກັບ​ບັນດາ​ປະ​ເທດ​ຕ່າງໆ, ຊຸກຍູ້​ຄວາມເປັນອັນໜຶ່ງອັນດຽວ ​ແລະ ຄວາມ​ເຂົ້າ​ໃຈ, ​ເຄົາລົບ​ຄວາມ​ແຕກ​ຕ່າງ. ​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ດີ​ຈີ​ຕອນຂອງ​ປະ​ເທດ, ຂະ​ແໜງ​ການ​ການ​ທູດ ​ຍັງ​ຕ້ອງ​ຍາດ​ແຍ່ງ​ເອົາ​ການ​ພັດທະນາຢ່າງ​ແຂງ​ແຮງ​ຂອງ​ພື້ນຖານ​ດີ​ຈີ​ຕອນ ​ແລະ ສື່​ສັງຄົມ ​ເພື່ອ​ແນ​ໃສ່​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດຊາດ​ ແລະ ​ປະຊາຊົນ​ຫວຽດນາມ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.