ທູດປະຊາຊົນ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຂະບວນວິວັດການດ້ານການທູດຂອງປະເທດ

15:17 | 13/08/2018

ຍສໝ - ນັ້ນແມ່ນຄຳຢືນຢັນຂອງ ຮອງປະທານ ຜູ້ຮັບຜິດຊອບ ທັງເປັນບັນເລຂາທິການໃຫຍ່ສະຫະພັນອົງການມິດຕະພາບຫວຽດນາມ ໂດນຕ໋ວນຟອງ ຢູ່ທີ່ກອງປະຊຸມ ການຕ່າງປະເທດທົ່ວປະເທດ ຄັ້ງທີ 19 ທີ່ກຳລັງດຳເນີນໄປ ໃນວັນທີ 12 ສິງຫາ

ໃນຂອບເຂດກອງປະຊຸມ ການຕ່າງປະເທດຄັ້ງທີ 30, ກອງປະຊຸມການຕ່າງປະເທດ ທົ່ວປະເທດ ຄັ້ງທີ 19 ດ້ວຍຫົວຂໍ້: ຕື່ນຕົວ, ມີຫົວຄິດປະດິດສ້າງ, ຮັບໃຊ້ເຂັ້າໃນການເຊື່ອມໂຍງຢ່າງມີປະສິດທິຜົນ ແລະ ພັດທະນາແບບຍືນຍົງ ໄດ້ດຳເນີນໄປຢູ່ ຮ່າໂນ້ຍ, ທ່ານ ໂດນຕ໋ວນຟອງ ຮອງປະທານ ຄະນະຮັບຜິດຊອບ ທັງເປັນເລຂາທິການໃຫຍ່ ສະຫະພັນອົງການມິດຕະພາບຫວຽດນາມ (ສະຫະພັນມິດຕະພາບ) ໄດ້ເຂົ້າຮ່ວມສຳມະນາກ່ຽວກັບການປະກອບສ່ວນຂອງວຽກງານການທູດປະຊາຊົນເຂົ້າໃນການເຄື່ອນໄຫວການຕ່າງປະເທດຂອງພັກ ແລະ ລັດ.

ທູດປະຊາຊົນ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຂະບວນວິວັດການດ້ານການທູດຂອງປະເທດ

ທ່ານ ໂດນຕ໋ວນຟອງ ປາໄສທີ່ກອງປະຊຸມ.

ທ່ານ ໂດນຕ໋ວນຟອງ ຍັງຢັ້ງຢືນວ່າ“ດ້ວຍອຸດົມການ “ ເປັນເຈົ້າຕົນເອງ, ມີຫົວຄິດປະດິດສ້າງ, ປະສິດທິຜົນ” ສະຫະພັນມິດຕະພາບ ແລະ ບັນດາອົງການສະມາຊິກ ໄດ້ເປີດກວ້າງ, ພົວພັນມິດຕະພາບຫຼາຍຮູບຫຼາຍແບບ, ຮ່ວມມືກັບປະຊາຊົນບັນດາປະເທດຜ່ານ ເສັ້ນທາງການທູດປະຊາຊົນ, ຮ່ວມກັບການພົວພັນການທູດຂອງພັກ ແລະ ການຕ່າງປະເທດຂອງລັດ ພັດທະນາຢ່າງເລິກເຊິ່ງ ການພົວພັນຮ່ວມມືກັບບັນດາປະເທດເພື່ອນບ້ານໄກ້ຄຽງ, ກັບບັນດາປະເທດຄູ່ຮ່ວມມືຍຸດທະສາດ ແລະ ບັນດາປະເທດທີ່ມີຕັ້ງທີສຳຄັນ ນອນຢູ່ໃນນະໂຍບາຍດ້ານການຕ່າງປະເທດຂອງຫວຽດນາມ; ປັບປຸງ ການພົວພັນເພື່ອນມິດເກົ່າແກ່, ເພີ່ມທະວີການພົວພັນກັບກອງກຳລັງຮັກສັນຕິພາບ ແລະ ກ້າວໜ້າ; ້ເປີດກ້ວາງການພົວພັນກັບບັນອົງການຈັດຕັ້ງ, ບຸກຄົນ ທີ່ມີຄວາມປາດຖະໜາດີກັບຫວຽດນາມ”.

ຢັ້ງຢືນວ່າບັນດາຜົນສຳເລັດທີ່ ສະຫະພັນມິດຕະພາບ ແລະ ບັນດາອົງການສຳມະຊິກ ບັນລຸໄດ້ໃນຊຸມປີທີ່ຜ່ານມາ ແມ່ນເປັນໜ້າເພິ່ງພໍໃຈ, ແຕ່ວ່າເຖິງຢ່າງໃດກໍ່ຕາມ ທ່ານ ໂດນຕ໋ວນຟອງ ໄດ້ໃຫ້ຮູ້ອີກວ່າ: ການປະສານສົມທົບ ລະຫວ່າງ ການທູດປະຊາຊົນ ກັບ ການຕ່າງປະເທດ ຂອງລັດຖະບານ ຍັງບໍ່ໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ໄດ້, ຍັງບໍ່ທັນສາມາດຜັນຂະຫຍາຍໄດ້ໝົດຄວາມໄດ້ປຽບ ແລະ ຄວາມເປັນເອກກະລັກຂອງວຽກງານການທູດປະຊາຊົນເພື່່່ອຊ່ວຍເຫຼືອ ການທູດຂອງພັກ ແລະ ການຕ່າງປະເທດຂອງລັດ.

ທູດປະຊາຊົນ ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຂະບວນວິວັດການດ້ານການທູດຂອງປະເທດ

ທ່ານ ໂດນຕ໋ວນຟອງ ໂອ້ລົມກັບຜູ້ແທນນອກຫ້ອງປະຊຸມ.

ການຕ່າງປະເທດຂອງລັດ ທ່ານຮອງປະທານສະຫະພັນມິດຕະພາບໄດ້ນຳສະເໜີຂື້ນມາມີ 3 ຂ້້ດັ່ງນີ້:

ໜຶ່ງ ເພີ່ມທະວີການປະສານສົມທົບ, ກຳນົດກົນໄກ, ມາດຕະການ, ເນື້ອໃນຂອງການປະສານສົມທົບ ລະຫວ່າງ ການຕ່າງປະເທດຂອງລັດ ແລະ ການທູດປະຊາຊົນ, ສົ່ງເສີມການກໍ່ສ້າງ ແລະ ລົງນາມໃນກົດລະບຽບຂອງການປະສານງານ ຈັດຕັ້ງ ວຽກງານການກໍ່ສ້າງພະນັກງານການທູດປະຊາຊົນ. ຄົ້ນຄວ້າ, ຊຸກຍູ້ບົດບາດຂອງການທູດປະຊາຊົນ ໃນບັນດາຂົງເຂດທີ່ການທູດປະຊາຊົນ ມີຄວາມໄດ້ປຽບ ແລະ ສາມາດເຂົ້າຮ່ວມຢ່າງຕັ້ງໜ້າກວ່າເກົ່າ.

ສອງ ຕ້ອງໄດ້ສືບຕໍ່ຄວາມເອົາໃຈໃສ່ໃນການກໍ່ສ້າງ ວຽກງານການຈັດຕັ້ງ ແລະ ກຳລັງເຮັດວຽກດ້ານການທູດປະຊາຊົນ ຢູ່ທ້ອງຖິ່ນ ຄຳສັ່ງ ເລກທີ 28-CT/TW ຂອງຄະນະກຳມະການສູນກາງພັກ (ສະໄໝ ທີ X), ຄຳສັ່ງ ເລກທີ 04-CT/TW ກ່ຽວກັບການສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ ໃນສະພາບການໃໝ່ ແລະ ຂໍ້ຕົກລົງ ເລກທີ 41/2013/QĐ-TTg ຂອງ ນາຍົກລັດຖະມົນຕີ ກ່ຽວກັບບາງ ລະບອບ, ນະໂຍບາຍ ສະລັບສະຫະພັນມິດຕະພາບ.

ສາມ ຈັດຕັ້ງປະຕິບັດ , ເຜີຍແຜ່ຂໍ້ຕົກລົງຂອງຄະນະກຳມະການ ກ່ຽວກັບຂັ້ນຕອນການສ້າງຕັ້ງ, ຢຸບເລິກ ແລະ ແຕ່ງຕັ້ງພະນັກງານຂອງບັນດາອົງການມິດຕະພາບ ສູນກາງ ແລະ ທ້ອງຖິ່ນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.