Fitch Ratings ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບແງ່ຫວັງການເຕີບໂຕດ້ານເສດຖະກິດ ຂອງຫວຽດນາມ

06:31 | 02/11/2022

Fitch Ratings ຄາດຄະເນວ່າ ຫວຽດນາມ ຈະບັນລຸລະດັບການເຕີບໂຕເຖິງ 7,4% ໃນປີ 2022 ແລະ 6,2% ໃນປີ 2023 ຍ້ອນການພັດທະນາໃນບັນດາຂົງເຂດອຸດສາຫະກຳ, ກໍ່ສ້າງ ແລະ ການບໍລິການ.

ບັນດາວິສາຫະກິດເອີລົບ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ ບັນດາວິສາຫະກິດເອີລົບ ຕີລາຄາຢ່າງຕັ້ງໜ້າ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ
ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ” ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings ຍົກລະດັບແງ່ຫວັງຂອງຫວຽດນາມ ຈາກລະດັບ “ສະຖຽນລະພາບ” ຂຶ້ນເປັນ “ຕັ້ງໜ້າ”
ທ່າກ່ຳປັ່ນ ກາດລາຍ, ນະຄອນ ໂຮ່ຈີມິນ (ພາບ:Danh Lam/TTXVN)
ທ່າກ່ຳປັ່ນ ກາດລາຍ, ນະຄອນ ໂຮ່ຈີມິນ (ພາບ:Danh Lam/TTXVN)

ອົງການຈັດອັນດັບຄວາມໄວ້ວາງໃຈສາກົນ Fitch Ratings ຫາກໍ່ຈັດ ຫວຽດນາມ ເຂົ້າຢູ່ໃນລະດັບແງ່ຫວັງຢ່າງຕັ້ງໜ້າລະດັບ BB. ໃນບົດໄຈແຍກທີ່ໄດ້ລົງນເວັບໄຊຂອງ Fitch Ratings, ການຈັດຕັ້ງນີ້ແມ່ນການຕີລາຄາແງ່ຫວັງເສດຖະກິດເຕີບໂຕແຮງ ຂອງຫວຽດນາມ ສ່ອງແສງຜ່ານແງ່ຫວັງການເຕີບໂຕແຮງ ໃນໄລຍະກາງ, ໜີ້ລັດຖະບານກວ່າເກົ່າ ເມື່ອທຽບໃສ່ບັນດາປະເທດທຽບເທົ່າກັນ ແລະ ເອກະສານໜີ້ພາຍນອກແມ່ນດີ. Fitch Ratings ຄາດຄະເນວ່າ ຫວຽດນາມ ຈະບັນລຸລະດັບການເຕີບໂຕເຖິງ 7,4% ໃນປີ 2022 ແລະ 6,2% ໃນປີ 2023 ຍ້ອນການພັດທະນາໃນບັນດາຂົງເຂດອຸດສາຫະກຳ, ກໍ່ສ້າງ ແລະ ການບໍລິການ. Fitch Ratings ເນັ້ນໜັກວ່າເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈະສືບຕໍ່ເປັນປັດໄຈຊຸກຍູ້ລະດັບການເຕີບໂຕໄລຍະກາງ ແລະ ເຂັ້ມແຂງໃນໄລຍະຍາວຂອງຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.